ແນະ​ນຳ​ເສົາ​ທຸງ ຮ່າ​ໂນ້ຍ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 340 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ.

 ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່າຜູ້ຟັງາກມາລາຍການໃນອາທິດຜ່ານມາ.

ແນະ​ນຳ​ເສົາ​ທຸງ ຮ່າ​ໂນ້ຍ - ảnh 1ທ່ານ ເພັດສະຫວັນ ສີສະນົນ ພ້ອມດ້ວຍຄອບຄົວ ມາຢ້ຽມຢາມ VOV5

ໃນອາທິດ, ພາກພາສາລາວໄດ້ຕ້ອນຮັບທ່ານ ເພັດສະຫວັນ ສີຊານົນ, ມາຈາກແຂວງ ອັດຕະປື, ເຊິ່ງເປັນຜູ້ຟັງທີ່ສະໜິດສະໜົມຂອງພາກພາສາລາວ ມາເປັນເວລາກ່ວາ 10 ປີ, ໄດ້ພ້ອມກັບຄອບຄົວ ມາຢ້ຽມຢາມສຳນັກງານພະແນກພາສາຕ່າງປະເທດ VOV5, ເຮືອນ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ທ່ານສະແດງຄວາມປິຕິຊົມຊື່ນທີ່ສຸດ ແລະ ຫວນຄືນວ່າ:

ເທບສຽງພາສາລາວ

 

ເພື່ອນ ຈິນດາລັດ ພົມພັນ, ແຂວງ ຫຼວງພະບາງ ໄດ້ຝາກອີເມວຫາລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮູ້ວ່າ ຫວຽດນາມ ມີຫຼາຍຊົນເຜົ່າ ແລະ ເຜົ່າ ກິງ ແມ່ນກວມອັດຕາຫຼາຍທີ່ສຸດ. ແຕ່ຂ້າພະເຈົ້າບໍ່ຮູ້ວ່າຊົນເຜົ່າໃດມີປະຊາກອນໜ້ອຍທີ່ສຸດ? ຂໍໃຫ້ບັນນາທິການພາກພາສາລາວຕອບໃຫ້ໄດ້ບໍ່?

ເພື່ອນ ຈິນດາລັດ ພົມພັນ ທີ່ຮັກແພງ, ຕາມຕົວເລກສຳຫຼວດປະຊາກອນ ແລະ ເຮືອນຢູ່ອາໄສ ປີ 2019 ແລ້ວ, ຍອດຈຳນວນປະຊາກອນຂອງ ຫວຽດນາມ ໃນເວລາ 0 ໂມງຂອງວັນທີ 1 ເມສາ 2019 ແມ່ນ 96.208.984 ຄົນ. ຫວຽດນາມ ແມ່ນປະເທດມີປະຊາກອນຫຼາຍທີ 15 ໃນໂລກ, ດ້ວຍ 54 ຊົນເຜົ່າອ້າຍນ້ອງ. ບັນດານັກຊົນເຜົ່າວິທະຍາໄດ້ແບ່ງເຜົ່າຕ່າງໆຢູ່ ຫວຽດນາມ ເປັນ 8 ກຸ່ມ, ຕາມພາສາທີ່ເຂົາເຈົ້ານຳໃຊ້ຄື: 1. ຫວຽດ - ເມື່ອງ; 2. ໄຕ່ - ທ໊າຍ; 3. ມົ້ງ - ຢາວ; 4. ຕ້າງ -  ມ໊ຽນ; 5. ຫານ; 6. ໂມນ - ຂະແມ; 7. ມ໊າລາຍ - ດາດ໋າວ; 8. ອາຊີໃຕ້ປະສົມ. ເຖິງວ່າບັນດາຊົນເຜົ່າ ຫວຽດນາມ ມີປະຊາກອນຫຼາຍ ຫຼື ນ້ອຍ ກໍ່ລ້ວນແຕ່ໄດ້ຮັບຄວາມເສລີ ແລະ ຄວາມສະເໝີພາບ, ພ້ອມກັນສູ້ຊົນບືນຕົວຂຶ້ນ, ຮ່ວມແຮງຮ່ວມໃຈ, ພ້ອມກັນສ້າງສາປະເທດຊາດ. ປະຈຸບັນ, ຊົນເຜົ່າມີຈຳນວນປະຊາກອນໜ້ອຍທີ່ສຸດແມ່ນ: ເບີເຣົາ, ເອີດູ ແລະ ເຣີມຳ ດ້ວຍຈຳນວນກ່ວາ 300 ຄົນ ແລະ ດຳລົງຊີວິດສ່ວນຫຼາຍແມ່ນຢູ່ເຂດ ໄຕງວຽນ.

ແນະ​ນຳ​ເສົາ​ທຸງ ຮ່າ​ໂນ້ຍ - ảnh 2ເສົາທຸງ ຮ່າໂນ້ຍ

 

ເພື່ອນ ຈັນສະໝອນ, ແຂວງ ຄຳມ່ວນ ໄດ້ໂທລະສັບຫາລາຍການດ້ວຍເນື້ອໃນວ່າ: ເພື່ອນຂອງຂ້າພະເຈົ້າເປັນນັກສຶກສາຂອງມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ໄດ້ເລົ່າໃຫ້ຟັງວ່າ: ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ມີເຂດປູຊະນີຍະສະຖານ ພະລາດຊະວັງ ທັງລອງ, ໃນນັ້ນ, ມີເສົາທຸງ ຮ່າໂນ້ຍ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບປູຊະນີຍະສະຖານແຫ່ງນີ້ຂອງ ຮ່າໂນ້ຍ ໄດ້ບໍ່?

ເພື່ອນ ຈັນສະໝອນ ທີ່ຮັກແພງ, ເຂດພະລາດຊະວັງ ທັງລອງ ປະຈຸບັນຂຶ້ນກັບຕາແສງ ດ້ຽນບຽນ ແລະ ຕາແສງ ກວານແທັງ, ເມືອງ ບາດິ່ງ, ຮ່າໂນ້ຍ. ເຂດປູຊະນີຍະສະຖານພະລາດຊະວັງ ທັງລອງ ມີເນື້ອທີ່ທັງໝົດ 18.395 ເຮັກຕາ ລວມມີເຂດບູຮານຄະດີຢູ່ເລກທີ 18 ຖະໜົນ ຮ່ວາງຢ້ຽວ ແລະ ບັນດາເຂດປູຊະນີຍະສະຖານອື່ນໆທີ່ຍັງຄົງຕົວໃນເຂດປູຊະນີຍະສະຖານກຳແພງເມືອງເກົ່າ ຮ່າໂນ້ຍຄື: ດວານມົນ, ເສົາທຸງ ຮ່າໂນ້ຍ, ວັງ ກິ໊ງທຽນ, ເຮືອນເລກທີ D67, ບັກມົນ, ເຫົ້າເລົາ, ເຂດກຳແພງ ແລະ ປະຕູຂອງກຳແພງເມືອງ 8 ແຫ່ງໃນສະໄໝລາດຊະວົງ ຫງວຽນ. ໃນນັ້ນ, ເສົາທຸງ ຮ່າໂນ້ຍ ແມ່ນປູຊະນີຍະສະຖານທີ່ໄດ້ຮັບການກໍ່ສ້າງໃນປີ 1812 ໃນສະໄໝພະລາດຊະວັງ ຢາລອງ. ເສົາທຸງສູງ 60 ແມັດ, ລວມມີຕີນເສົາ, ລຳເສົາ ແລະ ເຂດເວນຍາມ. ເຂດຕີນເສົາມີເນື້ອທີ່ 2007m2 ແລະ ມີ 3 ຊັ້ນ. ຈາກໜ້າດິນຮອດຊັ້ນສອງມີຂັ້ນໄດ 18 ຂັ້ນຢູ່ປະຕູທາງທິດຕາເວັນອອກ ແລະ ຕາເວັນຕົກ. ແຕ່ຊັ້ນ 2 ຂຶ້ນຊັ້ນ 3 ກໍ່ມີຂັ້ນໄດ 18 ຂັ້ນຢູ່ປະຕູທາງທິດຕາເວັນອອກ ແລະ ຕາເວັນຕົກ. ສ່ວນຊັ້ນທີ 3 ມີ 4 ປະຕູຢູ່ 4 ເບື້ອງ: ຕາເວັນອອກ, ຕາເວັນຕົກ, ໃຕ້, ເໜືອ. ແຕ່ກ່ອນ, ເມື່ອ ຊາວ ຝລັ່ງ ທຳລາຍ ກຳແພງຮ່າໂນ້ຍ, ເຂົາຢາກທຳລາຍເສົາທຸງນີ້ເລີຍ ແຕ່ໂຊກດີຫຼາຍທີ່ເຂົາບໍ່ໄດ້ເຮັດ, ຍ້ອນສາຍເຫດຢາກສ້າງສະຖານທີ່ແຫ່ງນີ້້ເປັນສະຖານທີ່ຊົມການແຂ່ງມ້າ. ປະຈຸບັນ, ເສົາທຸງຮ່າໂນ້ຍ ນອນໃນບໍລິເວນຂອງຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ (ເຊິ່ງກ່ອນນີ້ແມ່ນຫໍພິພິທະພັນກອງທັບ), ຢູ່ຖະໜົນ ດ້ຽນບຽນຝູ, ເມືອງ ບາດິ່ງ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ