ແນະ​ນຳໜອງ ບ໋ານງວຽດ - ຂົວແອ໋ງຊາວ (ຢູ່​ນະ​ຄອນ ໂຮ່​ຈີ​ມິນ)

(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 241 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ.

ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 06 ສະບັບ. ທ່ານຜູ້ຟັງ ລາວ ຫຼາຍທ່ານໄດ້ສົນໃຈເຖິງບັນດາຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ໄດ້ອອກອາກາດໃນອາທິດຜ່ານມາ. ນອກຈາກນັ້ນ, ມີບາງຄົນຍັງມີຄວາມສົນໃຈເຖິງບັນດາທັດສະນີຍະພາບຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

ແນະ​ນຳໜອງ ບ໋ານງວຽດ - ຂົວແອ໋ງຊາວ (ຢູ່​ນະ​ຄອນ ໂຮ່​ຈີ​ມິນ) - ảnh 1ຕອນບ່າຍວັນທີ 08 ພຶດສະພາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີ໋ມິນ ນະຄອນຮ່າໂນ້ຍໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນຫຼວງວຽງຈັນ.

ເພື່ອນ ກິແກ້ວ ຄຳໝື່ນສົດ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຫວ່າງແລ້ວນີ້, ໃນແວບໄຊ vovworld.vn ຂອງພວກເຈົ້າໄດ້ລົງສາລະຄະດີ ກ່ຽວກັບການເຄື່ອນໄຫວພົວພັນແລກປ່ຽນຂອງຄະນະຊາວໜຸ່ມ ຫວຽດນາມ - ລາວ, ຂ້າພະເຈົ້າໄດ້ເບິ່ງພາບສາລະຄະດີນີ້ເປັນຫຼາຍຄັ້ງ ແລະ ຮູ້ສຶກປິຕິຊົມຊື່ນຫຼາຍ ຍ້ອນວ່າລຸ້ນໜຸ່ມຂອງ 2 ປະເທດຍັງຄົງຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບແບບພິເສດເຊິ່ງທ່ານປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈີມິນ ໄດ້ເພີ່ມພູນຄູນສ້າງ. ໃນນັ້ນ, ລາຍການພາກພາສາລາວ ຂອງພວກເພື່ອນກໍ່ແມ່ນຂົວເຊື່ອມຕໍ່ແຫ່ງໜຶ່ງເພື່ອສົ່ງຂໍ້ມູນຂ່າວສານກ່ຽວກັບການພົວພັນລະຫວ່າງ 2 ຝ່າຍເຖິງຜູ້ອ່ານຫຼາຍກ່ວາອີກ. ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ, ອວຍພອນໃຫ້ພາກພາສາລາວ ນັບມື້ນັບພັດທະນາ ແລະ ໝັ້ນຄົງເຂັ້ມແຂງກ່ວາອີກ”

ຂໍຂອບໃຈເພື່ອນ ກິແກ້ວ ຄຳໝື່ນສົດ ຫຼາຍໆ, ພວກຂ້າພະເຈົ້າຈະຕັ້ງໜ້າອັບເດັດ ແລະ ລົງຂ່າວຄາວກ່ຽວຂ້ອງເຖິງການພົວພັນລະຫວ່າງ 2 ປະເທດ. ເພື່ອນຈົ່ງຕິດຕາມແວບໄຊ ແລະ ໃຫ້ຄຳຕິຊົມລາຍການພວກຂ້າພະເຈົ້າແດ່ເດີ.

ແນະ​ນຳໜອງ ບ໋ານງວຽດ - ຂົວແອ໋ງຊາວ (ຢູ່​ນະ​ຄອນ ໂຮ່​ຈີ​ມິນ) - ảnh 2ຂົວແອ໋ງຊາວ ຍາມຄ່ຳຄືນ

ໃນອາທິດ, ເພື່ອນ ເຈີ່ນຮົ່ງແຫ້ງ, ນັກສຶກສາຮຽນຂະແໜງທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງຈົດໝາຍເຖິງລາຍການໂດຍແບ່ງປັນວ່າ: ໃນ “ລາຍການທ່ອງທ່ຽວຜ່ານທາງອິນເຕີເນັດ” ພ້ອມກັບເພື່ອນລາວຮຽນຮ່ວມຫ້ອງດຽວກັນຈຳນວນໜຶ່ງໄດ້ໄປເຖິງບັນດານະຄອນໃຫຍ່ຂອງ ຫວຽດນາມ ນັ້ນ, ພິເສດແມ່ນບາງສະຖານທີ່ທ່ອງທ່ຽວໂດ່ງດັງຢູ່ນະຄອນ ໂຮ່ຈີມິນ. ໃນນັ້ນ, ພວກເພື່ອນລາວ ໄດ້ເອົາໃຈໃສ່ເປັນພິເສດເຖິງ ໜອງ ບ໋ານງວຽດ - ຂົວແອ໋ງຊາວ. ນ້ອງຫວັງວ່າຢາກໃຫ້ພາກພາສາລາວ ສະຫງວນເວລາເພື່ອແນະນຳກ່ຽວກັບສະຖານທີ່ສວຍງາມນີ້ໄດ້ບໍ່? ຂໍຂອບໃຈ.”

ເພື່ອນ ເຈີ່ນຮົ່ງແຫ້ງ ທີ່ຮັກແພງ, ໜອງ ບ໋ານງວຽດ - ຂົວແອ໋ງຊາວ (ໝາຍຄວາມວ່າ ໜອງເຄິ່ງດວງເດືອນ - ຂົວແສງດາວ) ແມ່ນນອນຢູ່ເມືອງ 7, ນະຄອນ ໂຮ່ຈີມິນ ແມ່ນຈຸດນັດພົບຂອງພວກເພື່ອນໜຸ່ມໃນໂອກາດງານບຸນຕ່າງໆ ແລະ ໂອກາດທ້າຍອາທິດ. ໄປຍ່າງຫຼິ້ນຢູ່ໜອງ ບ໋ານງວຽດ ແລະ ຂົວແອ໋ງຊາວ ນັ້ນ ເຮັດໃຫ້ຄົນເຮົາຮູ້ສຶກຄືດັ່ງໄດ້ໄປຢ້ຽມຢາມນະຄອນທັນສະໄໝຢູ່ຕ່າງປະເທດ. ຂົວແອ໋ງຊາວ ນອນໃນເຂດຕົວເມືອງໃໝ່ ຟູ໋ໝີ້ຮືງ, ເມືອງ 7, ຂ້າມຄອງ ໄທ໋ຕຽວ ທີ່ເຊື່ອມຕໍ່ໜອງ ບ໋ານງວຽດ ກັບເຂດຄອງເໝືອງ. ເອີ້ນວ່າແມ່ນຂົວ ແອ໋ງຊາວ ຍ້ອນວ່າເມື່ອສັງເກດມາຈາກທາງໄກ ຂົວຄືດັ່ງດວງດາວໃດໜຶ່ງຢູ່ໃນພະຫຸດາວ. ຢູ່ 2 ເບື້ອງຂອງຂົວມີດອກໄຟ 7 ສີ, ໄດ້ປ່ຽນສີຢ່າງຕໍ່ເນື່ອງ. ຕົ້ນປີ 2013, ຂົວແອ໋ງຊາວ ນອນໃນ Top “100 ສິ່ງປະທັບໃຈຂອງນະຄອນ ໂຮ່ຈີມິນ” ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ເລືອກເຟັ້ນ. ແລະ ກໍ່ໃນປີດຽວກັນ, ຂົວ ແອ໋ງຊາວ  ຍັງເປັນກຽດໄດ້ຮັບຫຼຽນໄຊ Arthur G.Hayden ຂອງກອງປະຊຸມຂົວ, ທາງສາກົນ (IBC) ເລືອກເຟັ້ນ ດ້ວຍຜົນງານພົ້ນເດັ່ນທີ່ສະຫງວນໃຫ້ກິດຈະກຳຂົວ, ທາງ ສະແດງໃຫ້ເຫັນວິໄສທັດ ແລະ ການປ່ຽນແປງສຳລັບຂົວມີຜົນປະໂຫຍດພິເສດ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫຼາຍ ຍ້ອນເພື່ອນ ເຈີ່ນຮົ່ງແຫ້ງ ໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ເຖິງເພື່ອນມິດລາວ. ເພື່ອນຈົ່ງສືບຕໍ່ເປັນ “ຂົວເຊື່ອມຕໍ່” ການທ່ອງທ່ຽວເດີ. ຂໍຂອບໃຈເພື່ອນຫຼາຍໆ.

ແນະ​ນຳໜອງ ບ໋ານງວຽດ - ຂົວແອ໋ງຊາວ (ຢູ່​ນະ​ຄອນ ໂຮ່​ຈີ​ມິນ) - ảnh 3 ຖ້ຳທຽນເດືອງ

ສ່ວນໃນຂໍ້ຄວາມທາງ facebook ຝາກເຖິງລາຍການພາກພາສາລາວ, ເພື່ອນ ລັດດາພອນ ໄດ້ຖາມວ່າ: “ໃນລາຍການ “ໂອ້ລົມກັບເພື່ອນລາວ” ອາທິດກ່ອນໆ, ຂ້າພະເຈົ້າໄດ້ຮັບຟັງແນະນຳກ່ຽວກັບຖ້ຳ ເຊີນດອງ ຢູ່ແຂວງກວາງບີ່ງ. ໃນບົດຂຽນນັ້ນ ຍັງໄດ້ເວົ້າເຖິງ ຖ້ຳ ຟອງຍາ - ເກ໋ບາງ ແລະ ຖ້ຳ ທຽນເດື່ອງ ອີກ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບຖ້ຳ ທຽນເດື່ອງ ໄດ້ບໍ່? ຂໍຂອບໃຈ.”

ເພື່ອນ ລັດດາພອນ ທີ່ຮັກແພງ, ພວກຂ້າພະເຈົ້າຂໍແນະນຳບາງຈຸດກ່ຽວກັບ ຖ້ຳ ທຽນເດື່ອງ. ຖ້ຳ ທຽນເດື່ອງ (ກວາງບິ່ງ) ໄດ້ຮັບການພົບເຫັນແຕ່ປີ 2005 ແລະ ໄດ້ຕີລາຄາວ່າແມ່ນໜຶ່ງໃນບັນດາຖ້ຳທີ່ສວຍງາມ ແລະ ຍາວທີ່ສຸດຢູ່ ອາຊີ ດ້ວຍຄວາມຍາວກ່ວາ 31 ກມ. ເມື່ອເຂົ້າໄປຢ້ຽມຊົມຖ້ຳ, ເພື່ອນສາມາດໄດ້ເຫັນນນົມຫີນສວຍງາມແປກປະຫຼາດ, ດ້ວຍອາຍຸແຕ່ 300 – 400 ລ້ານປີກ່ອນ. ຢູ່ນອກປາກຖ້ຳແຄບພຽງແຕ່ 4,2ແມັດເທົ່ານັ້ນ, ແຕ່ ເມື່ອເຂົ້າໄປໃນຖ້ຳແລ້ວມີບ່ອນກ້ວາງເຖິງ 100 ແມັດ, ສູງແຕ່ 80 – 100 ແມັດ. ຖ້ຳໄດ້ເລີ່ມນຳເຂົ້າເຄື່ອນໄຫວຕ້ອນຮັບແຂກແຕ່ເດືອນ ກັນຍາ 2010. ຍ້ອນຄວາມງາມແບບມະຫັດສະຈັນຄືດັ່ງກ່າວ ສະນັ້ນ, ບັນດານັກຄົ້ນຄ້ວາໄດ້ຕັ້ງຊື່ໃຫ້ຖ້ຳວ່າແມ່ນ ທຽນເດື່ອງ. ແຕ່ເປັນໜ້າເສຍດາຍຫຼາຍ ຍ້ອນວ່າ ຖ້ຳ ຫາກໍ່ໄດ້ຂຸດຄົ້ນໃຫ້ແຂກທ່ອງທ່ຽວເຂົ້າໄປຢ້ຽມຊົມມີລວງຍາວພຽງແຕ່ 1 ກມ ເທົ່ານັ້ນຍ້ອນປັດໄຈພູມສັນຖານທຸລະກັນດານ. ເມື່ອເຂົ້າໄປຢ້ຽມຢາມໃນຖ້ຳ, ພວກເພື່ອນຄວນກະກຽມເສື້ອກັນໜາວໄປພ້ອມແລ້ວເດີ, ຍ້ອນວ່າອາກາດຢູ່ໃນຖ້ຳຍາມໃດກໍ່ມີອຸນຫະພູມປະມານ 20 – 21 ອົງສາ. ຖ້າມີໂອກາດ ເພື່ອນຈົ່ງໄປຢ້ຽມຊົມສະຖານທີ່ແຫ່ງນີ້ແດ່ ແລະ ຢາລືມແບ່ງປັນຄວາມຮູ້ສຶກຂອງເພື່ອນໃຫ້ພວກຂ້າພະເຈົ້າແດ່ເດີ. ຂໍຂອບໃຈ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ