ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ

ຈຸດ​ໝາຍ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ລວມ ອາ​ຊຽນ (2015) ໃກໆ​ມາ​ຮອດ​ແລ້ວ. ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ທີ່ບັນ​ດາ​ການ​ນຳ ອາ​ຊຽນ ​ພວ​ມເອົາ​ໃຈ​ໃສ່​ນັ້ນ​ແມ່ນ​ສາ​ມາດຈະ​​ຫັນ​ມາດ​ຕະ​ຖານ​ສະຫຼອງ​ໃບ​ຢັ້ງ​ຢືນ, ປັບ​ປຸງ​ຍົກ​ລະ​ດັບສີມື, ຄວາມ​ຮູ້​ຂອງ​ໄວ​ໜຸ່ມ ອາ​ຊຽນ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ເປັນ​ຄົບ​ຊຸດ. ດັ່ງ​ນັ້ນ​ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ປະ​ເທດ ອາ​ຊຽ​ນ ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ຊ​ຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ, ບ​ຳ​ລຸ​ງ​ສ້າງ​ທຸກ​ຂັ້ນ, ພ້ອມ​ທັງ​ຊຸກ​ຍູ້​ບັນ​ດາ​ອົງ​ການ, ໂຮງ​ຮຽນ​ຢູ່​ແຕ່​ລະ​ປະ​ເທດ​ຊອກ​ຫາ​ຄູ່​ຮ່ວມ​ມື​ຂອງ​ຕົນ​ຢູ່​ບັນ​ດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ. ສິ່ງ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​ຊ່ວຍ​ບັນ​ດາ​ເພື່ອນ​ໜຸ່ມ​ໃນ​ພາກ​ພື້ນ​ຫຍັບ​ມໍ່​ໃກ້​ກັນ​ກ່​ວາ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ​ເອ​ກະ​ພາບ ດ້ວ​ຍ​ລະ​ດັບ​ທີ່​ຄ້າຍ​ຄື​ກັນ​ໃນ​ທ້າຍ​ປີນີ້. ເຊີນ​ທ່ານ​ເບິ່ງ​ຄືນ​ບາງ​ຮູບ​ພາບກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ - ບຳ​ລຸ​ງ​ສ້າງ ​ລະ​ຫວ່າງ ຫວຽດ​ນາມ ແລະ ບາງ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ອິນ​ໂດ​ເນ​ເຊຍ, ລາວ, ໄທ ແລະ ກຳ​ປູ​ເຈຍ.

ອິ​ນ​ໂດ​ເນ​ເຊຍ - ຫ​ວຽດ​ນາມ

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 1
ວັນ​ທີ 11/6/2015, ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ນັ້ນ​ມີ​ພິ​ທີ​ເຊັນ​ບົດ​ ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ ຫວຽດ​ນາມ ກັບ ​ວິ​ທະ​ຍາ​ໄລຟ້ອນ ຫວຽດ​ນາມ ແລະ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ມະ​ຫາ​ວິ​ທ​ະ​ຍາ​ໄລ Tadulako ແລະ ມາ​ຫະ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 2

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 3
ໃນ​ປີ 2015 ມີ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ 17 ຄົນ​ເຂົ້າ​ຮຽນ​ຢູ່ ມະ​ຫາ​ວິ​ທ​ະ​ຍາ​ໄລ Tadulako, ໃນ​ນັ້ນ​ມີ​ນັກ​ສຶກ​ສາ ຫວຽດ​ນາມ 4 ຄົນ. ບັນ​ດາ​ນັກ​ສຶກ​ສາ​ໄດ້​ມີ​ໜ້າ​ຢູ່​ໂຮງ​ຮຽນ​ແຕ່​ວັນ​ທີ 17/5/2015 ເພື່ອ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ພາ​ສາ ອິນ​ໂດ​ເນ​ເຊຍ ໃນ​ເວ​ລ​າ 3 ເດືອນ​ກ່ອນ​ທີ່​ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ຮຽນ​ທາງ​ການ​ໃນ​ຕົ້ນເ​ດືອນ 9 ຈະ​ມາ​ເຖິງ.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 4
ບັນ​ດາ​ຄູ​ສອນ ຟ້ອນ Jaipongan ມາ​ຈາກ ອິນ​ໂດ​ເນ​ເຊຍ ໄດ້​ແນະ​ນຳ​ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ ອິນ​ໂດ​ເນ​ເຊຍ ໃຫ້​​ແກ່ນັກ​ສຶກ​ສາ ວິ​ທະ​ຍາ​ໄລ ຟ້ອນ ຮ່າ​ໂນ້ຍ ໃນ​ວັນ​ທີ 2/12/2014.

ໄທ​ - ຫວຽດ​ນາມ

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 5
ການ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ ໄທ ຄັ້ງ​ທີ 4 ປີ 2015 ດ້ວຍ​ຫົວ​ຂໍ້ “ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ກັບ​ຄົນ​ໄທວ່າ…” ດຳ​ເນີນ​ໃນ​ວັນ​ທີ 14/5/2015.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 6
ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ໄທ: ຄວາມ​ສະ​ດວກ ແລະ ​ຄວາມຫຍຸ້ງ​ຍາກ​ຕໍ່​ໜ້າ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽ​ນ 2015” ດຳ​ເນີນ​ໄປ​ໃນ​ວັນ​ທີ 9/1/2015 ຢູ່​ນະ​ຄອນຫຼວງ ບາງກອກ.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 7
ລາຍ​ການ “ພົວ​ພັນ​ແລກ​ປ່ຽນ​ຊາວ​ໜຸ່ມ ຫວຽດ​ນາມ - ໄທ” ຄັ້ງ​ທີ 6 ດຳ​ເນີນ​ແຕ່​ວັນ​ທີ 18 – 27/8/2014 ຢູ່​ຮ່າ​ໂນ​້ຍ. ນັກ​ສຶກ​ສາ 24 ຄົນ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ ແລະ ໄທ ມີ​ໂອ​ກາດ​ພົບ​ປ​ະ​ແລ​ກ​ປ່ຽ​ນ, ຊອກ​ຮູ້​ວັດ​ທະ​ນະ​ທຳ, ພາ​ສາ​ຂອງ​ປະ​ເທດ​ເພື່ອນ​ມິດ.

ລາວ - ຫວຽດ​ນາມ

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 8
ພິ​ທີ​ຕັດ​ແຖບ​ຜ້າ ແລະ ມອບ​ສົ່ງ​ໂຮງ​ຮຽນ​ການ​ເມືອງ - ການ​ປົກ​ຄອງ​ແຂວງ ຫົວ​ພັນ, ເຊິ່ງ​ແມ່ນ​ຂອງ​ຂວັນ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ແທງ​ຮ໋​ວາ ສ​ະ​ຫງວນ​ໃຫ້​ແຂວງ ຫົວ​ພັນ ດຳ​ເນີນ​ໄປ​ໃນ​ວັນ​ທ​ີ 6/6/2015.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 9
ພິ​ທີ​ມອບ​ສົ່ງ​ສູນ​ສອນ​ພາ​ສາ ຫວຽດ​ນາມ, ເຊິ່ງ​ແມ່ນ​ຂອງ​ຂວັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ​ແຂວງ ຫົວ​ພັນ ​ຖືກຈັດ​ຕັ້ງ​ໃນ​ວັນ​ທີ 4/6/2015.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 10
ຮອງ​ສາດ​ສະ​ດາ​ຈານ, ດ​ຣ ກອງ​ສີ ແສງ​ມາ​ລີ - ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ລາວ ແລະ ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ວິ​ທະ​ຍາ​ສາດ ບຸ່ຍ​ວັນ​ກາ - ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສຶກ​ສາ - ບຳ​ລຸງ​ສ້າງ ຫວຽດ​ນາມ ດຳ​ເນີນກອງ​ປ​ະ​ຊຸມ​ສະ​ຫລຸບ​ແຜນ​ຮ່າງ​ຮ່ວມ​ມື​​ດ້ານການ​ສຶກ​ສາ ຫວຽດ​ນາມ - ລາວ ໄລ​ຍະ 2011 – 2015 ດຳ​ນີນ​ໄປ​ຢູ່​ວຽງ​ຈັນ ໃນ​ວັນ​ທີ 20/5/2015.

ກຳ​ປູ​ເຈຍ - ຫວຽດ​ນາມ

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 11
ວັນ​ທີ 12/6/2015, ທ່ານ Chan Chea ໄດ້​ມອບຫຼຽນ​ໄຊ​ຂັ້ນ​ນາຍ​ພົນ​ໃຫ້​ທ່ານ​ພົນ​ໂທ ຫງວຽນ​ຮ​ູຍ​ຮ້ຽວ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ທ໋າຍງວຽນ

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 12
ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ໂຮ່​ຈີ​ມິນ ຫງວຽນ​ທິ​ຮົ່ງ ຕ້ອນ​ຮັ​ບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ ແລະ ສິ​ລ​ະ​ປະ ກຳ​ປູ​ເຈຍ Phoeurng Sackona.

ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 13
ການຮ່ວມ​ມືບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ ທ່ຽວ ກຳ​ປູ​ເຈຍ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ທ່ອງ​ທ່ຽວ ກຳ​ປູ​ເຈຍ Prak Chandara ແລະ ທ່ານຫົວ​ໜ້າ​ສະ​ຖານ​ກົງ​ສູນ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ SimSokhom (ຝ່າຍ​ຂ​ວາ) ໄດ້​ຮັບ​ຂອງ​ຂວັນ​ສະ​ເຫຼີມ​ສະ​ຫຼອງ​ຂອງວິ​ທະ​ຍາ​ໄລ ວັດ​ທະ​ນະ​ທຳ​ສິ​ລະ​ປະ ແລະ ທ່ອງ​ທ່ຽວ​ໄຊ​ງ່ອນ ໃນ​ວັນ​ທີ 21/2/2015.

 

ຕອບກັບ

ຂ່າວ/ບົດ​ອື່ນ