ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ

(vovworld) – ຜູ້​ໄປ​ວັດວາອາ​ຮາມຈົກ​ສະຫຼາກ​ສ່ຽງ​ໂຊກ​ດ້ວຍ​ຄວາມຫວັງ​ຈະ​ປະສົບ​ແຕ່​ຄວາມ​ໂຊກ​ດີ​, ສິ່ງ​ທີ່​ຈົບງາມໃນ​ປີ​ໃໝ່. ນີ້​ແມ່ນ​ປະ​ເພນີ​ເຊິ່ງຊາວ​ຫວຽດນາມ​ໄດ້​ຮັກສາ​ໄວ້​ມາ​ແຕ່​ດົນ​ນານ ​ແລະ ກາຍ​ເປັນ​ວັດທະນະທຳ​ອັນ​ດີງາມ​ເມື່ອ​ບຸນ​ເຕັດ, ລະດູບານ​ໃໝ່​ວຽນມາ.

 
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 1
ວັດ​ກິມລຽນ (ຫຼື​ເອີ້ນ​ວ່າ​ວັດ​ຫວ່າງ) ​ຕັ້ງ​ຢູ່​ເມືອງ​ອານຫຼາວ, ຫາຍ​ຝ່ອງ, ທີ່ຫ່າງ​ຈາກ​ຂົວ​ຫວ່າງ 1 ກມ
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 2
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 3
ວັດ​ກິມລຽນ ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ 2003, ຊາວ​ທ້ອງ​ຖີ່​ນ​ຖືວ່າ​ວັດ​ແຫ່ງ​ນີ້​ມີ​ສັກ​ສິດ​ທີ່​ສຸດ
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 4
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 5

ເມື່ອ​​ເຂົ້າ​ວັດ, ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ລະອຽດ​ກ່ຽວ​ກັບແທ່ນບູຊາ​ແຕ່ລະ​ແຫ່ງ​ໃນ​ວັດ

ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 6
ຜູ້​ໄປ​ວັດ, ຖ້າ​ຢາກຈົກ​ສະຫຼາກ​ສ່ຽງ​ໂຊກ ​ແມ່ນ​ຕ້ອງ​ມີ​ຄວາມ​ເຊື່ອ​ຖື​ບູຊາ​ພະພຸດ, ອໍລະຫັນ, ​ຈຶ່ງສາມາດຈົກ​ສະຫຼາກ​​​ແລະ​ຮູ້​ໄດ້ຊາຕະ​ກຳ​ຂອງ​ຕົນ​ໃນ​ປີ​, ແມ່ນ​ມີ​ໂຊກ​ໝານ ຫຼື ສ່ຽງ​ຊວຍຄື​ແນວ​ໃດ?
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 7
ກ່ອນ​ຈະຈົກ​ສະຫຼາກ​ສ່ຽງ​ໂຊກ, ຜູ້​ຈົກ​ຕ້ອງ​ຂໍ “ອິນ​ຢ໋າງ“, ຖ້າ​ຂໍ​ໄດ້​ຈຶ່ງ​​ສາມາດຈົກ​ສະຫຼາກ​ສ່ຽງ​ໂຊກ​ໄດ້
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 8

ຕາມ​ປະ​ເພນີ, ພາຍຫຼັງ​ຖະຫວາຍ​ເຄື່ອງ​ບູຊາ, ຜູ້​ເຂົ້າ​ວັດຈຶ່ງ​ຈົກ​​ເອົາສະຫຼາກ​ສ່ຽງ​ໂຊກທີ່​ເຮັດ​ດ້ວຍ​ໄມ້​ໄຜ່ (ບາງ​ແຫ່ງ​ເຮັດ​ດ້ວຍ​ເຈ້ຍ​ທີ່​ຂຽນ​ເປັນ​ພາສາ​ຈີນ-ນົມ) ​ໃນ​ນັ້ນ​ມີ​ປະ​ໂຫຍ​ກໜຶ່ງ​ເປັນ​ພາສາ​ຈີນ

ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 9
​ໃນ​ສະຫຼາກ​ທີ່​ຈົກ​ໄດ້​ນັ້ນ​ຈະ​ລວບ​ລວມ​ໂດຍ​ຫຍໍ້ກ່ຽວ​ກັບ​ຊີວິດ, ຄວາມສ່ຽງ​ໂຊກ​ຂອງ​ຜູ້​ຈົກ​ສະຫຼາກ​ໃນ​ປີ​ນັ້ນ
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 10

ຖ້າ​​ບໍ່​ຮູ້​ພາສາ​ຈີນ, ທ່ານ​ສາມາດ​ຂໍ​ພະສົງ​ອ່ານ​ແລະ​ອະທິບາຍ​ຊ່ວຍ

ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 11

ເນື້ອ​ໃນ​ສະຫຼາກ​ເວົ້າ​ເຖິງ​ຊາຕາຂອງຜູ້​ຈົກ​ສະຫຼາກ​ເອງ; ​ເວົ້າ​ເຖິງ​ຄອບຄົວ​ຂອງ​ຜູ້​ຈົກ​ສະຫຼາກ; ​ການ​ທຳ​ມາ​ຫາ​ກິນ​ຢູ່​ທາງ​ໄກ; ​​ຊື່​ສຽງ​, ຕຳ​ແໜ່​ງ​ໃນ​ປີ​ໃໝ່; ຄວາມ​ຮັກ; ຄວາມ​ສ່ຽງ…​

ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 12

ໄປ​ວັດຈົກ​ສະຫຼາກ​ສ່ຽງ​ໂຊກ​ໃນ​ຕົ້ນ​ປີ​ແມ່ນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ຂອງ​ຊາດ​ຫວຽດນາມ,​ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ຖື ​ແລະ ຄວາມ​ຫວັງຢາກ​​ປະສົບ​ແຕ່​ຄວາມ​ໂຊກ​ດີ​ໃນ​ຕະຫຼອດ​ປີ​ໃໝ່

ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 13
ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ - ảnh 14

ຮອດ​ຍາມ​ແລງ, ​ເຖິງ​ວ່າ​ອາການ​ໜາວ​ກະດ້າງ​ກໍ່ຕາມ, ​ແຕ່​ຫຼາຍ​ຄົນ​ຍັງ​ຄົງ​ພາກັນ​ເຂົ້າ​ວັດ​ເພື່ອ​ພາວະນາ​ຂໍ​ໃຫ້​ປະສົບ​ແຕ່​ຄວາມ​ໂຊກ​ດີ ​ແລະ ຈົກ​ສະຫຼາກ​ສ່ຽງ​ໂຊກ​ໃນ​ຍາມ​ຕົ້ນ​ປີ

ຕອບກັບ

ຂ່າວ/ບົດ​ອື່ນ