ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ

(vovworld) – ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່​ຄາດໝາຍ​ກາຍ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 (31/12/2015), ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ​ຄາດໝາຍ “ເຊື່ອມ​ຕໍ່​ດ້ານ​ການ​ເມືອງ, ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ ​ແລະ ພ້ອມ​ກັນ​ແບ່ງປັນ​ບັນດາ​ໜ້າ​ທີ່​ຮັບ​ຜິ​ດຊອບ​ດ້ານ​ສັງຄົມ” ​ໃນ​ປີ 2015, ​ໂດຍ​ອີງ​ໃສ່ 3 ​ເສົ້າ​ຄ້ຳ​ຕົ້ນ​ຕໍ່​ນັ້ນແມ່ນ: ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດ​ທະນະ​ທຳ - ສັງຄົມ. ​ໃນ 3 ​ເສົ້າ​ຄ້ຳ​ຕົ້ນ​ຕໍ່​ຂອງ​ປະຊາ​ຄົມ​ອາ​ຊຽນນັ້ນ, ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ແມ່ນ​ຂໍ້​ລິ​ເລີ່ມຂອງ​ຫວຽດນາມ. ດ້ວຍ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີຄວາມ​ຮັບຜິດຊອບ​ພ້ອມ​ກັບ​ບັນດາ​ປະ​ເທດສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ໝັ້ນຄົງ​​ເຂັ້ມ​ແຂງ”. ປີ 2014 ຜ່ານ​ມາ, ຫວຽດນາມ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານປະຕິບັດ​ແຜນ​ຮ່າງ “ທິດ​ທາງ ​ແລະ ມາດ​ຕະການ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ຮອດ​ປີ 2015”.

        ​​ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ VOV5 ທົບ​ທວນຄື​ນບາງ​ຂີດ​ໝາຍສຳຄັນ​ໃນ​ປະຊາຄົນ​ອາ​ຊຽນ ຄື: ຫວຽດນາມ - ອີນ​ໂດ​ເນ​ເຊຍ, ຫວຽດນາມ - ລາວ, ຫວຽດນາມ - ​ໄທ ​ແລະ ຫວຽດນາມ - ກຳປູ​ເຈຍ ​ໃນ​ປີ 2014.

ຫວຽດນາມ - ອີນໂດເນເຊຍ

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 1
ໂດຍໄດ້ຮັບຄຳເຊີນຂອງພົນໂທ ໂດ້ບ໋າຕີ້, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ພົນເອກ Moeldoko, ຜູ້ບັນຊາການໃຫຍ່ກອງທັບແຫ່ງຊາດອີນໂດເນເຊຍ ນຳໜ້າຄະນະຜູ້ແທນ ທະຫານຂັ້ນສູງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 15/02.

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 2
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາເຈລະຈາປະຊາຊົນ ສ.ອີນໂດເນເຊຍ ໂດຍທ່ານ Sidarto Danusubroto, ປະທານສະພານຳໜ້າ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 01 – 05/03.

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 3
ວັນທີ 13/01/2014, ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດອີນໂດເນເຊຍ (RRI) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ເພື່ອແນໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ວັດທະນະທຳລະຫວ່າງ 2 ວິທະຍຸກະຈາຍສຽງເວົ້າສະເພາະ ແລະ 2 ປະເທດເວົ້າລວມ.

ຫວຽດນາມ - ໄທ

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 4
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄທ ຟຣະວິດ ວົງສຸວັນ ພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມຫວຽດນາມ ເມື່ອກາງເດືອນ 01/2015. ໃນໂອກາດນີ້ 2 ຝ່າຍໄດ້ເຫັນດີຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ປ້ອງກັນຊາດ, ການຄ້າ, ການລົງທຶນ, ທ່ອງທ່ຽວ…

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 5
ທ່ານເອກອັກຄະລັດຖະທູດຫວຍດນາມ ຫງວຽນເຕີດແທ່ງ ພົບປະກັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ຟຣະວິດ ວົງສຸວັນ ຢູ່ບາງກອກ ໃນວັນທີ 08/01.

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 6
ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ມອບຈຳນວນເງິນ 200 ລ້ານດົງ, ທີ່ເກັບມາໄດ້ຈາກການຈັດຕັ້ງການເຄື່ອນໄຫວ Thailand day ໃຫ້ກອງທຶນປົກປ້ອງເດັກຫວຽດນາມ ເພື່ອແນໃສ່ຊ່ວຍເຫຼືອເດັກທຸກຍາກ, ເດັກຢູ່ເຂດປະສົບກັບຄວາມຫຍຸ້ງຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພື່ອໃຫ້ພວກນ້ອງມີເງື່ອນໄຂເຊື່ອມຕົວໃຫ້ດີກວ່າ.

ຫວຽດນາມ - ກຳປູເຈຍ

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 7
(ພາບ: TTXVN)
ພະບາດສົມເດັດພະມະຫາກະສັດກຳປູເຈຍ Norodom Sihamoni
ພົບປະເຈລະຈາກັບທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ (12/2014).

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 8
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຕັດແຖບຜ້າເປີດສະຫຼອງໂຮມໝໍ ເຈ້ໄຣ້ - ພະນົມເປັນ, ກິດຈະກຳຮ່ວມມືທຳອິດລະຫວ່າງຫວຽດນາມ - ກຳປູເຈຍ ໃນຂົງເຂດພັດທະນາຮາກຖານກວດ, ປິ່ນປົວພະຍາດທີ່ທັນສະໄໝໃຫ້ປະຊາຊົນກຳປູເຈຍ (01/2014).

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 9
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Samrin (08/2014).

ຫວຽດນາມ - ລາວ

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 10
ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - ລາວ ກ່ຽວກັບການເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງ 2 ປະເທດ (21/08/2014).

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 11
ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ - ລາວ.

ບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ - ảnh 12
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ນຳໜ້າເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35.



​ເພື່ອ​ໃຫ້​ປະຊາຄົມ​ອາ​ຊຽນ ປະຕິບັດ​ສຳ​ເລັດ​ຄາດໝາຍ​ທີ່​​ໄດ້​ວາງ​ອອກ, ຮຽກຮ້ອງໃຫ້ມີ​​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ສະຫະ​ສະມາຄົມ​ໃນ​ໄລ​ຍະ​ຍາວ. ດ້ວຍ​ບົດບາດ​ຂອງ​ຕົນ, ຫວຽດນາມ ພວມ​ມານະ​ພະຍາຍາມ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ ​ເພື່ອ​ປະຕິບັດສຳ​ເລັດ​ຄາດໝາຍ​ສ້າງ​ຕັ້ງ​ປະຊາຄົມອາຊຽນນ​ໃນ​ປີ 2015 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ