ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ​ຢ້ຽມ​ຢາມ​​ສັນ​ທະ​ວະ​ໄມ​ຕີ ສ​ປ​ປ ລາວ ແຕ່​ວັນ​ທ​ີ 24 – 26/11 ຢ່າງ​ເປັນ​ທາງ​ການ. ຕໍ່​ໄປ​ນີ້, ນັກ​ຂ່າວ VOV ຂໍ​ແນະ​ນ​ຳ​ຮູບ​ບາງ​ແຜ່ນ​ກ່ຽວ​ກັບ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ​້ອງ ຢູ່ນະ​ຄອນຫຼວງ ວຽງ​ຈັນ.
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 1
ເວ​ລາ 10 ໂມງ 15 ນາ​ທີ​ວັນ​ທີ 24/11, ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ​ຢ່າງ​ເປັນ​ທາງ​ການ. 
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 2
ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ໋​ຈ້ອງ ຢູ່ ວຽງ​ຈັນ ມີ​ການ​ນຳ​ຂັ້ນ​ສູງ​ລາວຫຼາຍ​ທ່ານ
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 3
ປະ​ຊາ​ຊົນ​ລາວ, ນັກ​ຮຽ​ນ, ນັກ​ສຶກ​ສາ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ​້ອງ.
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 4
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 5
ຢູ່ 2 ພາກ​ທາງ​ແຕ່​ສະ​ໜາມ​ບິ​ນ​ຮອດ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ແມ່ນ​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ, ສະ​ໜິດ​ສະ​ໜົມ​ຂອງ​ປະ​ຊາ​ຊົນ​ລາວ ສະ​ຫງວນ​ໃຫ້​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 6
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 7
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສູງ​ສ​ຸດ​ສຳ​ລັບ​ປະ​ມຸກ​ລັດ
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ຢູ່​ວຽ​ງ​ຈັນ - ảnh 8
ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເຈ​ລະ​ຈ​າ​ກັບ​ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ ລາວ ບຸນ​ຍັງ ວໍ​ລະ​ຈິດ

ຕອບກັບ

ຂ່າວ/ບົດ​ອື່ນ