ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ

(vovworld)- ຍາມ​ຕົ້ນ​ລະ​ດູ​ບານ​ໃຫມ່ ນັກ​ທ່ອງ​ທ່ຽວ​ເຄີຍ​ໄປ​ຖະ​ຫ​ວາຍ​ທູບ​ທຽນ​ຢູ່ ອຽນ​ຕ​ື ຊື່ງ​ແມ່ນ​ແຫ່ງ​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ “​ດິນ​ແດນ​ຂອງພຸດ​ທະ​ສາ​ສະ​ຫນາ ຫວຽດ​ນາມ” ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ. ມີ​ຫລາຍ​ຄົນ​ໄດ້​ເລືອກ​ເຟັ້ນ​ວິ​ທີ​​ຂຶ້ນ​ພູ ອຽ​ນ​ຕື໋ ມາ​ແຕ່​ເຊົ້າ, ​ເພື່ອຮັບ​ແສງ​ອາ​ລຸນ​​ວັນ​ໃຫມ່​ຢູ່​ເຂດ​ດິນ​ແດນ​ຂອງ​​ພະພຸດ​ທະ​ເຈົ້າ - ວັດ​ດົງ.

ອຽນ​ຕື ແມ່ນ​​ຈອມພູມີ​ຄວາມ​ສູງ 1068 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ, ຂຶ້ນ​ກັບ​ ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ຫວຽດ​ນາມ. ພູ ອຽນ​ຕື໋ ປະ​ຈຸ​ບັນ ຍັງ​​ຄົງຮັກ​ສາ​ລະ​ບົບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ ຕິດ​ພັນ​ກັບ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງນິ​ກາຍຈຸກ​ເລີມ​ອຽນ​ຕ​ື໋.

ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ ພາ​ຍ​ຫລັງ​ສະ​ຫລະ​ບັນ​ລັງໃຫ້​ລູກ​ຂອງ​ຕົນ ຕັດ​ສິນ​​ໃຈອອກ​ຈາກ​ພະ​ລາດ​ຊະ​ວັງ​ເພື່ອໄປບວດຢູ່ ພູ​ອຽນ​ຕ​ື໋. ເຈົ້າ​ຊີ​ວິດ ເຈີນ​ເຍີນ​ຕົງ (1258-1308) ແມ່ນ​ຜູ້​ສ້າງ​ຕັ້ງນິ​ກາຍຈຸກ​ເລີມ​ອຽນ​ຕ​ື໋. ​ເ​ພິ່ນໄດ້​ໃຫ້​ກໍ່​ສ້າງ​ກິດ​ຈະ​ກຳ​ໃຫຍ່​ນ້ອຍ​ນັບ​ຮ້ອຍ​ແຫ່ງ​ຢູ່ ພູ​ອຽນ​​ຕື໋ ເພື່ອ​ເປັນ​ບ່ອນເຜີຍ​ແຜ່​ສາ​ສະ​ຫນາ.

ປະ​ຈຸ​ບັນ, ອຽນ​ຕ​ື໋ ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ດ້ານ​ຈິດ​ວິນ​ຍານ, ຊີ​ວະ​ພາບ, ​ທັດ​​ສະ​ນີ​ຍະ​ພາບ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນຕ​ະ​ຫລອດ​ປີ. 

ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 1
ໄຟ​ເຍືອງ​ທາງ​ຂຶ້ນ​ພູ, ສະ​ຖານ​ີກະ​ເຊົ້າ​ລອຍ​ຟ້າ ໄດ້​ເປີດ​ມາ​ແຕ່​ເຊົ້າ. ໃນ​ຈຸດ​ເວ​ລານີ້, ກະ​ເຊົ້າ​ລອຍ​ຟ້າ ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຍ້ອນ​ປະ​ຢັດ​ເວ​ລາ ແລະ ມີຄວາມ​ປອດ​ໄພກ​ວ່າ​.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 2ເຖິງ​ຢ່າງ​ໃດ​ກໍ​ຕາມ ເພື່ອ​ຂຶ້ນຈອມພູ ອຽນຕື໋, ນັກ​ທ່ອງ​ທ່ຽວ​ຕ້ອງ​ຍ່າງ​ໃນ​ໄລ​ຍະ​ທາງ​ຫນຶ່ງ ພາ​ຍ​ຫລັງ​ລົງ​ຈາກ​ກະ​ເຊົ້າ​ລອຍ​ຟ້າ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 3 ​ແຜ່ນສາ​ລາ “ຈອມ​ພູ​ສັກ​ກະ​ລະ​ບູ​ຊາ ອຽນ​ຕື໋”
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 4ຮູບ​ປັ້ນ​ເຈົ້າ​ຊີ​ວິດ ຮ່​ວາງ​ເຍີນ​ຕົງ ໃຫຍ່​ສຸດ​ຢ່​ູ​ຫວຽດ​ນາມ ຕັ້ງ​ຢູ່​ເທິງ​ຈອມ​ພູ ອຽນ​ຕື໋. ຮູບ​ປັ້ນ​ນີ້​ຖືກ​ຫລອມ​ດ້ວຍ​ທອງ, ມີ​ຄວາມ​ສູງ 15 ແມັດ, ນ້ຳ​ຫນັກ 138 ໂຕນ, ຕັ້ງ​ຢູ່​ເທິງ​ຈອມ​ພູ ອານ​ກີ​ຊີງ (ອຽນ​ຕື໋) ມີ​ຄວາມ​ສູງ 900 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 5ຢູ່​ລຽບ​ຕາມ​ເສັ້​ນ​ທາງມ​ີ​ປ້າຍ​ແນະ​ນຳທາງ​ຫລາຍ​ແຜ່ນ
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 6
ພາຍ​ຫລັງ​​ຂຶ້ນ​ພູໃນ​ເວ​ລາ​ເຄິ່ງ​ຊົ່ວ​ໂມງ, ນັກ​ທ່ອງ​ທ່ຽວ​ໄດ້​ໄປ​ຮອດ ທຽນ​ຈຸກ​ຕື້ ຫລື ເອີ້ນ​ວ່າ ວັດ​ດົງ(ທອງ). ວັດ​ແຫ່ງນີ້​ຕັ້ງ​ຢູ່​ຈຸດ​ສູງ​ສຸດ​ຂອງ​ພູ ອຽນ​ຕື໋ ດ້ວຍ​ຄວາມ​ສູງ 1.068 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ. ເບື້ອງ​ຫລັງ​ຂອງວັດ​ແມ່ນ​ເຫວ​ເລິກ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 7ວັດ​ດົງ - ອຽນ​ຕື໋ໄດ້ຮັບ​ການກໍ່​ສ້າງ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ເລ. ຮອດ​ປີ 2007 ວັດ​ໄດ້​ກໍ່​ສ້າງ​ໃຫມ່​ແທນ​ໃຫ້​ວັດ​ເກົ່າ
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 8ຢູ່​ໃນ​ວັດ​ປະ​ກອບ​ມີ ພະ​ພຸດ​ທະ​ຮູບ ທິກ​ກາ 1 ຮູບ ແລະ ພະ​ພຸດ​ທະ​ຮູບ ຕາມ​ໂຕ​ຈຸກ​ເລີມ 3​ຮູບ. ຮູບ​ປັ້ນ​ມີ​ຄວາມ​ສູງ 0,45 -0, 87 ແມັດ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 9ກິດ​ຈະ​ກຳ​ທັງ​ໝົດ​ນີ້ ລວມ​ມີ​ວັດ, ພະ​ພຸດ​ທະ​ຮູບ, ລະ​ຄັງ​ມີ​ນ້ຳ​ຫນັກ​ກວ່າ 70 ໂຕນ, ຫລໍ່​ດ້ວຍ​ທອງ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 10ແຕ່​ດົນ​ນານ​ມາ​ແລ້ວ, ວັດ​ດົງ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເທົ່າ​ນັ້ນ ຫາກ​​ໃນ​ການ​ເຫລື້ອມ​ໃສ ແມ່ນມີ​ຄວາມ​ໝາຍ​ດ້ານ​ຈິດ​ວິນ​ຍານ​ພິ​ເສດ​ອີກ​ດ້ວຍ. ສະ​ນັ້ນ ແຕ່​ລະ​ປີ ໃນ​ຍາມ​ຕົ້ນ​ລະ​ດູ​ບານ​ໃຫມ່ ມີ​ນັກ​ທ່ອງ​ທ່ຽວ, ພະ​ສົງ​ສຳ​ມະ​ເນນ​ນັບ​ໝື່ນໆ​ຄົນ​ໄດ້ພາ​ກັນ​ມານີ້​ເພື່ອ​ຖະ​ຫວາຍ​ທູບ​ທຽນ.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 11ຮຸ່ງ​ເຊົ້າ​ສັງ​ເກດ​ຈາກ ຈອມ​ພູ ອຽນ​ຕື໋
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 12ບັນ​ດາ​ທັດ​ສະ​ນີ​ຍະ​ພາບ ແລະ ປະ​ຫວັດ​ສາດແຫ່ງ​ການ​ສ້າງ​ຕັ້ງ ໄດ້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 13ຫ​ລັງ​ຄາ​ວັດ ຮ​ວາ​ອຽນ. ວັດ​ຮ​ວາ​ອຽນ ແມ່ນ​ວັດ​ໃຫຍ່ ແລະ​ສວຍ​ງາມ​ທີ່​ສຸດ​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋. 
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 14ບັ​ນ​ດາ​ຫລັງ​ຄາ​ວັດ​ທີ່​ເກົ່າ​ແກ່​ແມ່ນ​ບ່ອ​ນ​ຮັບ​ແສງ​ແດດ​ທຳ​ອິດ
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 15ນອກ​ນັ້ນ ຍັງ​ມີ​ບັນ​ດາ​ສະ​ຖານ​ທີ່​ຄື: ວັດ ຢ໋າຍອ​ວານ, ວັດ​ຫລັງ​ຄາ​ດຽວ, ວັດ ບາວ​ຊາຍ, …ກໍ​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ໄປ​ທັດ​ສະ​ນີ​ຍະ​ພາບ ຊື່ງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມັກ​ໄປ​ຢ້ຽມ​ຊົມ​ເມື່ອ​ມາ​ຢ້ຽມ​ຢາມ ອຽນ​ຕື໋.
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 16ນອກ​ຈາກ​ບັນ​ດາ​ປູ​ຊ​ະ​ນີ​ຍະ​ສະ​ຖານ​ສາ​ສະ​ຫນາ​ພຸດ, ອຽນ​ຕື໋ ແມ່ນ​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ທີ່​ສຸດ ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ແລະ ຮົກ​ເຮື້ອ​ເປົ່າ​ຫວ່າງ.

ອຽນ​ຕື໋ ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາຍ​ເປັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ດ້ວຍ​ຕົ້ນ​ໄມ້​ນັບ​ຮ້ອຍໆ​ປະ​ເພດ​ແມ່ນ​ມໍ​ລະ​ດົກ.

ປ້າຍ: “ປ່າ​ສະ​ຫງວນ​ແຫ່ງ​ຊາດ ອຽນ​ຕື໋- ຕົ້ນ​ໄມ້​ມໍ​ລະ​ດົກ​ຫວຽດ​ນາມ: ຕົ້ນ​ດອກ​ຈຳ​ປາ​ສີ​ຂາວ”

ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 17
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 18ຕົ້ນ​ແປກ​​ໃນ​ທ່າມ​ກາງ​ແສງ​​ແດ 
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 19ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມຄື​ດັ່ງ​ຮູບ​ແຕ້ມ
ອຽນຕື໋: ດິນແດນແຫ່ງພຸດທະສາສະຫນາ - ảnh 20ພາຍ​ຫລັງ​ໄປ​ຢ້ຽມ​ຊົມໃນ​ເວ​ລາມື້​ຫນຶ່ງ,ນັກ​ທ່ອງ​ທ່ຽວ​ກັບ​ເມືອ​ໃນ​ຍາມ​ແລງ

 ຖ້າ​ຫາກ​ນຳ​ໃຊ້​ກະ​ເຊົ້າ​ລອຍ​ຟ້າ​ເພື່ອ​ໄປ​ທ່ອງ​ທ່ຽວ ອຽນ​ຕື໋,  ສະ​ຖາ​ນີ​ກະ​ເຊົ້າ​ລອຍ​ຟ້າ​ພຽງ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຮອດ ​ເວ​ລາ 18 ໂມງ.

ໃນລະ​ຫວ່າງ​ເສັ້ນ​ທາງ​ກັບ​ຄືນ​ເມືອ ຈາກ​ກະ​ເ​ຊົ້າ​ລອຍ​ຟ້າ​ຫລຽວ​ລົງ​ໄປ, ທົ່ວ​ເຂດ​ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ ​ຊ້ອນ​ຕົວ​ໃນ​ສີ​ຂຽວ​ຂອງ​ພູ​ຜາ​ປ່າ​ໄມ້.


ຕອບກັບ

ຂ່າວ/ບົດ​ອື່ນ