ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ໃຫ້​ເປັນ​ຢ່າງ​ດີ

(VOVWORLD) -ກ່ວາ 60 ປີຜ່ານມາ, ການຮ່ວມມືຮອບດ້ານລະຫວ່າງກຳລັງຕຳຫຼວດປະຊາຊົນສອງປະເທດ ຫວຽດນາມ ແລະ ລາວສືບຕໍ່ໄດ້ຮັບການຮັກສາ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ເພື່ອໃຫ້ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ ແລະ ສະຫງົບສຸກ, ເພື່ອສັນຕິພາບ, ເອກະລາດຂອງທັງສອງປະເທດ. ການຮ່ວມມືລະຫວ່າງກຳລັງຕຳຫຼວດຂອງທັງ 2 ຊາດ ຍັງແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.



ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ໃຫ້​ເປັນ​ຢ່າງ​ດີ - ảnh 1ກອງປະຊຸມພົບປະລະຫວ່າງສອງຝ່າຍ 

ດ້ວຍຈິດໃຈສາກົນກຳມະຊີບ ແລະ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ “ຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ”, ວັນທີ 23 ມີນາ 1961, ກຸ່ມນັກຊ່ຽວຊານທຳອິດຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງໄປຊ່ວຍເຫຼືອປະເທດລາວ ໃນການສ້າງສາ ແລະ ພັດທະນາກຳລັງ, ສ້າງຂີດໝາຍເບື້ອງຕົ້ນໃນການຮ່ວມມືລະຫວ່າງຕຳຫຼວດສອງປະເທດ.

ໃນຊຸມວັນທຳອິດ, ບັນດານັກຊ່ຽວຊານບໍ່ຫວາດຫວັ່ນຕໍ່ຄວາມທຸກຍາກລຳບາກ, ຍອມເສຍສະຫຼະ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ຮ່ວມມືກັບບັນດາກຳລັງປະຕິບັດໜ້າທີ່ຂອງລາວຢ່າງແໜ້ນແຟ້ນ, ພິເສດແມ່ນກຳລັງຕຳຫຼວດປະຊາຊົນລາວ ໃນວຽກງານກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ, ພະລາທິການເຕັກນິກ, ຕຳຫຼວດປ້ອງກັນ, ພິທັກຮັກສາ… ແລະ ໃນຫຼາຍການຮ່ວມມືຕ່າງໆເພື່ອແນໃສ່ກໍ່ສ້າງກຳລັງຕຳຫຼວດລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນວຽກງານຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມຂອງລາວຜ່ານແຕ່ລະສະໄໝ.

ທ່ານພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຢັ້ງຢືນວ່າ ບັັນດາຜົນງານທີ່ກຳລັງຕຳຫຼວດລາວ ບັນລຸໄດ້ໃນໄລຍະຜ່ານມາ ບໍ່ອາດຂາດຄວາມເອົາໃຈໃສ່, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງກຳລັງຕຳຫຼວດ ຫວຽດນາມ ໄດ້. ສອງຝ່າຍກໍ່ຮຽງບ່າຮຽງໄຫຼ່, ຮ່ວມທຸກຮ່ວມສຸກ ເພື່ອພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ. ທ່ານພົນເອກ ວິໄລ ຫຼ້າຄຳຟອງ ເນັ້ນໜັກວ່າ:

 
 

ການປະກອບສ່ວນທີ່ສຳຄັນຂອງຕຳຫຼວດຫວຽດນາມ ໄດ້ຕິດພັນກັບການເຕີບໃຫຍ່ທີ່ນັບມື້ນັບເຂັ້ມແຂງຂອງກຳລັງຕຳຫຼວດປະຊາຊົນລາວ ໃນໄລຍະກ່ວາ 60 ປີຜ່ານມາ. ໝາກຜົນໃນການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ຫວຽດນາມ - ລາວ.

ໃນໄລຍະຜ່ານມາ, ສະພາບການຢູ່ພາກພື້ນ ແລະ ໂລກ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຜົນກະທົບຈາກໄພທຳມະຊາດ, ພະຍາດຄຸກຄາມ. ເຖິງຢ່າງໃດກໍຕາມ, ກຳລັງຕຳຫຼວດຂອງສອງປະເທດກໍໄດ້ຜັນຂະຫຍາຍເປັນຢ່າງດີບັນດາບົດບັນທຶກຊ່ວຍຈຳ, ຂໍ້ຕົກລົງສະບັບຕ່າງໆທີ່ໄດ້ຮັບການລົງນາມກ່ຽວກັບການຮ່ວມມືໃນການປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ລາວ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນໃນວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ, ເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານ, ຕໍ່ສູ້, ສະກັດກັ້ນອາດຊະຍາກຳທຸກປະເພດ, ເດັດຂາດບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກທຳລາຍຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ບໍ່ປະໃຫ້ເກີດບັນດາກໍລະນີເກີດຂຶ້ນແບບບັງເອີນ. ເມື່ີອຕີລາຄາກ່ຽວກັບໝາກຜົນຂອງການຮ່ວມມືລະຫວ່າງກະຊວງຕຳຫຼວດສອງປະເທດ, ທ່ານພົນເອກ ໂຕເລິມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:

ດ້ວຍນ້ຳໃຈເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ກຳລັງຕຳຫຼວດປະຊາຊົນສອງປະເທດ ໄດ້ພ້ອມກັນທັບາງທຸກກົນອຸບາຍທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ພິເສດແມ່ນກົມອຸບາຍແບ່ງແຍກນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ. ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະວ່າງກຳລັງຕຳຫຼວດປະຊາຊົນສອງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບຂອງແຕ່ລະປະເທດກໍ່ຄືໃນພາກພື້ນ.

ບໍ່ພຽງແຕ່ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ແລະ ຮອບດ້ານ, ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ຍັງມີການພົບປະກັນເປັນປະຈຳ, ແລກປ່ຽນຄະນະການນຳທຸກຂັ້ນ; ປຶກສາຫາລື, ເຫັນດີເປັນເອກະພາບ ແລະ ເປັນເສນາທິການໃຫ້ແກ່ການນຳຂັ້ນສູງກ່ຽວກັບວິທີການແກ້ໄຂ ແລະ ພ້ອມກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງໃນສະພາບການໃໝ່, ພ້ອມກັນເຮັດຫຼ້ອນໜ້າທີ່ອັນສູງສົ່ງເຊິ່ງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ມອບໝາຍໃຫ້, ສົມເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາພັກ, ປົກປ້ອງລະບອບ, ປົກປັກຮັກສາການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ.

ເພື່ອສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ຢ່າງມີປະສິດທິຜົນ, ໃນໄລຍະຈະມາເຖິງ, ສອງຝ່າຍຕັ້ງໜ້າເພີ່ມທະວີການຮ່ວມມືລະຫວ່າງບັນດາກົມກອງວິຊາສະເພາະ ແລະ ຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ, ໜູນຊ່ວຍວັດຖຸອຸປະກອນ, ພາຫະນະຮັບໃຊ້ວຽກງານ ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ປ້ອງກັນ, ຕ້ານຜົນກະທົບຈາກບັນດາໄພນາບຂູ່ຂອງອາດຊະຍາກຳແບບໃໝ່, ກໍ່ຜົນກະທົບຕໍ່ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ແລະ ກະຊວງຕຳຫຼວດສອງປະເທດ ເວົ້າສະເພາະ. ພ້ອມທັງ, ສົມທົບກັນຢ່າງແໜ້ນແຟ້ນທັດສະນະ, ຫຼັກໝັ້ນຂອງສອງປະເທດຢູ່ເວທີປາໄສຮ່ວມມືປ້ອງກັນຄວາມໝັ້ນຄົງສາກົນ ແລະ ພາກພື້ນ, ຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ ຂອງບັນດາປະເທດອາຊຽນ.

ປິ 2022 ແມ່ນປີມີຄວາມໝາຍສຳຄັນຕໍ່ທັງສອງປະເທດ ຫວຽດນາມ ແລະ ລາວ. ຕາມນັ້ນແລ້ວ, ສອງປະເທດພ້ອມກັນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ. ເພາະສະນັ້ນ, ຕຳຫຼວດສອງປະເທດຄວນເພີ່ມທະວີການຮ່ວມມືຮັບປະກັນປອດໄພຄວາມໝັ້ນຄົງໃຫ້ແກ່ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”.

ຕອບກັບ

ຂ່າວ/ບົດ​ອື່ນ