ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ​ຮ່າ​ໂນ້ຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) - ຫວ່າງແລ້ວນີ້, ຄະນະປະຕິບັດງານມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ໄດ້ມີການແລກປ່ຽນ ແລະ ເຊັນຂໍ້ຕົກລົງຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ລາວ (National University of Laos, NUOL). ການຮ່ວມມືນີ້ຈະເປີດຫຼາຍກາລະໂອກາດຮ່ວມມືແບ່ງປັນລະຫວ່າງສອງປະເທດໃນຂົງເຂດບຳລຸງສ້າງບຸກຄະລາກອນ ໃຫ້ແກ່ຂະແໜງກໍ່ສ້າງ, ຂົວທາງ, ສິ່ງແວດລ້ອມຂອງສອງປະເທດ.

ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ​ຮ່າ​ໂນ້ຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ພິທີລົງນາມລະຫວ່າງການນຳສອງຝ່າຍ

ຄະນະປະຕິບັດງານຂອງ ມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ໂດຍທ່ານຮອງສາດສະດາຈານ ປ.ອ ຟ້າມຢຸຍຮວ່າ ອະທິການບໍດີເປັນຫົວໜ້າຄະນະພ້ອມກັບບັນດາສະມາຊິກຄະນະອະທິການບໍດີໂຮງຮຽນ ໄດ້ເຮັດວຽກກັບມະຫາວິທະຍາໄລແຫ່ງຊາດລາວ ໂດຍທ່ານ ສາດສະດາຈານ ປ.ອ ອຸດົມ ພອນຄຳເພັງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ລາວ ເປັນຫົວໜ້າຄະນະ ແລະ ຜູ້ຕາງໜ້າບັນດາມະຫາວິທະຍາໄລສະມາຊິກຄື: ຄະນະວິສະວະກຳສາດ, ຄະນະສະຖາປັດຕະຍາກຳສາດ.

ການນຳສອງຝ່າຍໄດ້ສະແດງຄວາມດີໃຈເມື່ອໄດ້ຮູ້ວ່າ ຂໍ້ຕົກລົງທີ່ໄດ້ຮັບການລົງນາມ ຈະເປັນພື້ນຖານເພື່ອໃຫ້ສອງໂຮງຮຽນສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືບຳລຸງສ້າງ, ແລກປ່ຽນນັກສຶກສາ - ຄູສອນ, ແລກປ່ຽນວິຊາການ, ຮ່ວມມືກັນໃນການຄົ້ນຄ້ວາ, ພ້ອມກັນເຂົ້າຮ່ວມບັນດາໂຄງການສາກົນດ້ວຍແຫຼ່ງເງິນລົງທຶນວິທະຍາສາດເຕັກໂນໂລຢີຈາກສອງປະເທດ ຫຼື ແຫຼ່ງກອງທຶນຈາກສະຫະພາບເອີລົບ, ຍີ່ປຸ່ນ, ສ.ເກົາຫຼີ… ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ສາດສະດາຈານ ປ.ອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ລາວ ຢັ້ງຢືນວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບບັນດາຂົງເຂດເຄື່ອນໄຫວນັບແຕ່ການສຶກສາ, ບຳລຸງສ້າງຕະຫຼອດຮອດການຄົ້ນຄ້ວາແມ່ນໃຫຍ່ຫຼວງທີ່ສຸດ. ພິເສດ, ການພົວພັນຮ່ວມມື ຍິ່ງມີຄວາມສະໜິດຕິດພັນກວ່າອີກຍ້ອນນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ລາວ.

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງສາດສະດາຈານ ປ.ອ ສາຍຂອງ ສາຍນະສິນ, ຫົວໜ້າກົມສຶກສາຊັ້ນສູງ, ກະຊວງສຶກສາ ແລະ ກິລາ ລາວ ໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງຂອງມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດລາວ, ທ່ານຕີລາຄາສູງແຜນການຮ່ວມມືລະຫວ່າງສອງໂຮງຮຽນ ແລະ ຢັ້ງຢືນວ່າ ກະຊວງສຶກສາ ແລະ ກິລາ ລາວ ຍາມໃດກໍ່ຈະສະໜັບສະໜູນ ແລະ ໜູນຊ່ວຍບັນດາການເຄື່ອນໄຫວທີ່ຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ.

ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ​ຮ່າ​ໂນ້ຍ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 2ເຮັດວຽກກັບກຸ່ມບໍລິສັດ  Toyo

ເນື່ອງໃນໂອກາດຄະນະປະຕິບັດງານມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກນຳກຸ່ມບໍລິສັດ Toyo ເຊິ່ງແມ່ນກຸ່ມບໍລິສັດແຖວໜ້າຂອງລາວ ກ່ຽວກັບການສະໜອງວັດຖຸອຸປະກອນຂະແໜງນ້ຳປະປາ. ຄະນະປະຕິບັດງານຂອງໂຮງຮຽນໄດ້ໄປຢ້ຽມຢາມໂຮງງານຜະລິດຂອງກຸ່ມບໍລິສັດ, ໃນນັ້ນ ເລື່ອງມາດຕະການເລືອກເອົາໂຮງງານ, ລະບົບຄຸ້ມຄອງ ແລະ ອອກແບບຜະລິດຕະພັນ, ລະບອບຫ້ອງທົດລອງ R&D ກໍລ້ວນແຕ່ມີການໃຫ້ຄຳປຶກສາຈາກນັກຊ່ຽວຊານຂອງມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ.

ໂດຍແບ່ງປັນທີ່ການເຮັດວຽກກັບກຸ່ມບໍລິສັດ Toyo, ທ່ານສາດສະດາຈານ ປ.ອ ຟ້າມຢຸຍຮວ່າ ໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ບັນດານັກຄົ້ນຄ້ວາຂອງມະຫາວິທະສາໄລກໍ່ສ້າງ ຮ່າໂນ້ຍ - ທ່ານ ລັງກອນ ໄຊຍະວົງ ດ້ວຍເລື່ອງນອກຈາກການປະຕິບັດໜ້າທີ່ຄົ້ນຄ້ວາແລ້ວ ຍັງຕັ້ງໜ້ານຳໃຊ້ບັນດາຄວາມຮູ້ທີ່ຮຽນມາໄດ້ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງບ້ານເກີດເມືອງນອນ, ເຊິ່ງບັນລຸໄດ້ຜົນສຳເລັດທີ່ຕັ້ງໜ້າຫຼາຍຢ່າງ ໂດຍພັກ, ລັດລາວ ຮັບຮູ້. ທ່ານ ລັງກອນ ແລະ ທ່ານນາງ ດາລາຄຳ ກໍ່ແມ່ນສະມາຊິກຂອງຄະນະກຳມະການໃຫ້ຄຳປຶກສາດ້ານເສດຖະກິດໃຫ້ແກ່ສະມາຄົມອຸດສາຫະກຳການຄ້າແຫ່ງຊາດລາວ. ທ່ານຮອງສາດສະດາຈານ ປ.ອ ຟ້າມຢຸຍຮວ່າ ປາດຖະໜາຢາກເປີດຫຼາຍໂຄງການຮ່ວມມືຄົ້ນຄ້ວານຳໃຊ້, ໜູນຊ່ວຍດ້ານເຕັກນິກໃຫ້ຫຼາຍກ່ວາອີກ, ສ້າງມາດຖານພື້ນຖານກັບຖັນແຖວນັກຊ່ຽວຊານຂອງມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ແລະ ເປົ້າໝາຍແມ່ນບັນດາວິສາຫະກິດຂອງປະເທດລາວ ເຊິ່ງກຳລັງຫຼັກແຫຼ່ງແມ່ນອະດີດນັກສຶກສາ, ນັກສຳມະນາກອນຂອງໂຮງຮຽນ.

ສ່ວນກຸ່ມບໍລິສັດ Toyo, ທ່ານນາງ ດາລາຄຳ ສະແດງຄວາມດີໃຈເມື່ອໄດ້ຕ້ອນຮັບຄະນະປະຕິບັດງານຂອງມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ. ທ່ານນາງຢັ້ງຢືນວ່າ ບັນດາບົດຮຽນປະສົບການຂອງນັກຊ່ຽວຊານຫວຽດນາມ ເວົ້າລວມ ແລະ ມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ໃນຂົງເຂດເຕັກນິກ ເວົ້າສະເພາະ ແມ່ນລ້ຳຄ່າທີ່ສຸດຕໍ່ປະເທດລາວ, ກໍ່ຄືສຳລັບບັນດາວິທະຫະກິດລາວ. ກຸ່ມບໍລິສັດ Toyo ມີຄວາມສົນໃຈທີ່ສຸດຕໍ່ການເຄື່ອນໄຫວເຊິ່ງທ່ານອະທິການບໍດີຍົກອອກມາ ແລະ ຫວັງວ່າຈະສືບຕໍ່ມີການຮ່ວມມືກັບບັນດານັກຊ່ຽວຊານຂອງໂຮງຮຽນໃນໄລຍຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ