UNESCO ເຊີດຊູ ຫງວຽນຢູ, ນັກກະວີຜູ້ຍິ່ງໃຫຍ່ຂອງຫວຽດນາມ

UNESCO ເຊີດຊູ ຫງວຽນຢູ, ນັກກະວີຜູ້ຍິ່ງໃຫຍ່ຂອງຫວຽດນາມ - ảnh 1
ຮູບປັ້ນນັກ​ກະວີ​ຍິ່ງ​ໃຫຍ່ ຫງວຽນ​ຢູ ທີ່ເມືອງງີຊວນແຂວງຮ່າຕິ້ງ

     ຫວ່າງ​ແລ້ວ​ນີ້, ທີ່​ກອງ​ປະຊຸມຄັ້ງທີ 37 ຊຶ່ງຖືກຈັດຂຶ້ນຢູ່ ປາຣີ, ສະມັດຊາໃຫຍ່   ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ​ແຫ່ງສະຫະປະຊາຊາດ UNESCO ໄດ້ອອກມະຕິ​ເຊີດ​ຊູ ຫງວຽນ​ຢູ ນັກ​ກະວີຜູ້​ຍິ່ງ​ໃຫຍ່ຂອງ​ຫວຽດນາມ​ພ້ອມ​ກັບ​ນັກ​ວັດທະນະທຳ​​ທີ່​ມີ​ຊື່​ສຽງຄົນອື່ນໆ​ໃນ​ໂລກ. ນີ້​ແມ່ນ​ຄວາມ​ເ​ປັນ​ກຽດຢ່າງ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ຫວຽ​ດນາມ ​ແລະ ​ທັງແມ່ນ​ເຫດການທີ່​ມີ​ລະດັບ​ການ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງພິທີ​ສະ​ເຫຼີມສະຫຼອງ 250 ປີ​ແຫ່ງວັນ​ຫວຽດນາມ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ຈາກ​ພາລະກິດ ​ແລະ ຊີວິດ​ຂອງ​ນັກ​ກະວີ​ຍິ່ງ​ໃຫຍ່ ຫງວຽນ​ຢູ.

     ຫງວຽນ​ຢູ ນັກ​ກະວີຜູ້​ຍິ່ງ​ໃຫຍ່ຂອງ​ຫວຽດນາມ ( ​ໄລຍະ​ທ້າຍ​ສະຕະວັດ​ທີ 18 ​ແລະ ຕົ້ນ​ສະຕະວັດ​ທີ 19 ). ​ໃນ​ຊີວິດ​ການ​ປະພັນ​ຂອງ​ຕົນ, ຫງວຽນ​ຢູ ​ໄດ້​ປະ​ໄວ້​ໃຫ້​ຄົນ​ລຸ່ນຫຼັງ ຫຼາຍ​ບົດ​ປະພັນ​ທີ່​ມີ​ຄຸນຄ່າ, ​ແຕ່​ເມ​ື່ອ​ເວົ້າ​ເຖິງ ຫງວຽນ​ຢູ ນັ້ນ, ຜູ້​ຄົນ​ທັງຫຼາຍ​ກໍ​ເລີຍ​ເວົ້າ​ເຖິງ​ເລື່ອງ​ກ່ຽວ. ເລື່ອງ​ກ່ຽວ ​ແມ່ນ​ບົດ​ກະວີ​ທີ່​ມີ​ຫຼາຍ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ​ຢ່າງ​ເລິກ​ເຊິ່ງ, ອັນ​ໄດ້​ຊຶມ​ເລິກ​ເຂົ້າ​ສູ່​ວັດທະນະທຳ​ຂອງ​ຊາດ, ​ໃນ​ບົດ​ເພງ, ຄວາມ​ຊົງ​ຈຳ, ວິຖີ​ຊີວິດ​ຂອງ​ຊາວ​ຫວຽດນາມ. ກ່ວາ 200 ປີ​ທີ່​ຜ່ານ​ມາ, ​​ມີ​ນັກ​ຄົ້ນ​ຄ້ວາ​ຫຼາຍ​ຄົນ​ໄດ້​ອະທິບາຍ​ຄວາມ​ໝາຍ, ​​ໄຈ້​ແຍກ​ເນື້ອ​ໃນເລື່ອງ​ກ່ຽວດ້ວຍ​ບັນດາແງ່​ມຸມທີ່​ແຕກ​ຕ່າງ​ກັນ. ມາ​ຮອດ​ປະຈຸ​ບັນ, ຍາກ​ທີ່​ຈະ​ສາ​ມາດ​ສະ​ຖີຕິ​ຈົນ​ສຸດ​ກ່ຽວ​ກັບ​ລະດັບ​ການ​ສົ່ງ​ຜົນ​ສະທ້ອນ​ຂອງ ເລື່ອງ​ກ່ຽວ​ທີ່​ມີ​ຕໍ່ຊີວິດ​ວັດທະນະທຳ​ຫວຽດນາມ. ບົດ​ກະວີເລື່ອງ​ກ່ຽວຖືກ​ແຕ່ງ​ເປັນ​ຕົວ​ອັກສອນ​ພາສາ​ຫວຽດ​ເດີມ ລວມມີ 3.254 ຄຳ​ກອນ ​ປະ​ເພດ 6/8. ເນື້ອ​ໃນເລື່ອງ​ກ່ຽວ​ໄດ້​ສ່ອງ​ແສງ​ເຖິງ​ສັງຄົມ​ຍຸກ​ນັ້ນ​ໂດຍ​ຜ່ານ​ຊີວິດ​ດ້ວຍ​ຊາຕາອາພັບຂອງ​ຕົວ​ລະຄອນ​ເອກ​ຍິງ ​ເວື​ອງຖຸ້ຍກ່ຽວ. ​ເນື້ອ​ໃນ​ທັງ​ໝົດ​ຂອງເລື່ອງ​ກ່ຽວ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮັກ​ແພງ​ມະນຸດ​ດ້ວຍ​ກັນ, ​ສ່ອງ​ແສງ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຊາຕາກຳ​ເປັນ​ມະນຸດ, ຄວາມ​ມຸ່ງ​ຫວັງ​ຢາກ​ມີ​ຄວາມສຸກ, ຄວາມ​ເສລີ ​ແລະ ຍຸຕິ​ທຳ, ພ້ອມ​ທັງກ່າວ​ປະນາມ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ລະບອບ​ຢ່າງ​ເລິກ​ເຊິ່ງ. ເລື່ອງ​ກ່ຽວ​ແມ່ນ​ຍອດ​ສູງ​ຂອງ​ພື້ນຖານ​ກາບກອນ​ຫວຽດນາມ, ຊຶ່ງ​ໃນ​ນັ້ນ, ​ຊ້ອນ​ແຝງບັນດາ​ແນວ​ຄິດ​ວັດທະນະທຳ​ມະນຸດ ​ແລະ ບັນລຸ​ສິ່ງ​ທີ່​ຍອດ​ຍິ່ງ​ທາງ​ດ້ານ​ສິລະ​ປະ, ການ​ໃຊ້​ຄຳສັບ. ທ່ານ​ຮອງ​ສາດສະດາ​ຈານ, ດຣ ​ໂງ​ວັນ​ຢ້າ ອາຈານ​ສອນ​ສັງກັດ​ມະຫາວິທະຍາ​ໄລ​ວັດທະນະທຳ​ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

   “ຫງວຽນ​ຢູ ​ໄດ້​ປະ​ໄວ້​ໃຫ້​ຄົນ​ລຸ່ນຫຼັງ ມໍລະດົກ​ອັນ​ໃຫຍ່​ຫຼວງ, ບໍ່​ພຽງ​ແຕ່​ກ່ຽວ​ກັບ​ດ້ານ​ແນວ​ຄິດ​ເທົ​່ານັ້ນ, ຫາກ​ຍັງ​ແມ່ນ​ດ້ານ​ເນື້ອ​ໃນສະ​ແດງ ​ແລະ ສິລະ​ປະການ​ແຕ່ງ​ອີກ​ດ້ວຍ. ​ເພິ່ນ​ໄດ້​ປະກອບສ່ວນ​ບໍ່ພຽງ​ແຕ່​ເຂົ້າ​ໃນ​ຂົງ​ເຂດ​ວັນນະຄະດີ ກາບກອນ​ເທົ​່ານັ້ນ,​ ຫາກ​ຍັງ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ​ອີກ​ດ້ວຍ. ສິ່ງ​ນີ້​ໄດ້​ຮັບ​ການຢັ້ງຢືນ​ຜ່ານ​ດ້ານ​ຄວາມ​ງາມ​ຂອງ​ພາສາ​ຫວຽດ, ​ເມື່ອ​ເພິ່ນ​ໄດ້​ຊອກ​ຫາ, ປະກອບສ່ວນ​ໃຫ້​ແກ່​ການພັດທະນາ​ທີ່​ອຸດົມສົມບູນ​ຂອງ​ພາສາ​ຫວຽດອີກ​ດ້ວຍ. ຫງວຽນ​ຢູ ​ແຕ່ງເລື່ອງ​ກ່ຽວ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ​ຢ່າງ​ໃຫຍ່​ຫຼວງ, ຄວາມ​ສາມາດ​ປະດິດ​ຄິດ​ແຕ່​ງທີ່​ມະຫັດສະຈັນ. ຊາດ​ໜຶ່ງ​ມີ​ບຸກຄົນ​ດີ​ເລີດ​ພຽງ 2-3 ຄົນເທົ່າ​ນັ້ນ ​ທີ່​ເຮັດ​ໃຫ້​ທັງ​ຊາດ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ເຂົາ​ເຈົ້າ​, ຫງວຽນ​ຢູ ກໍ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບຸກຄົນ​​ເຊັ່ນ​ນັ້ນ”

    ເລື່ອງ​ກ່ຽວ​ໃນ​ວັນ​ນີ້ ​ໄດ້​ຖືກ​ນຳ​ເຂົ້າ​ຫຼັກສູດ​ຮຽນ​ໃນ​ຊັ້ນ​ຮຽນ​ຕ່າງໆ, ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ​ໃນ​ຂົງ​ເຂດ​ອັກສອນສາດ, ພາສາ​ສາດ, ກາບກອນ, ປັດ​ຊະ​ຍາ.... ເລື່ອງ​ກ່ຽວກໍ​ຖືກ​ນຳ​ເຂົ້າ​ຮ່ວມ​ເວ​ທີ່​ການສະ​ແດງ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮູບ​ເງົາ. ຊາວ​ຫວຽດນາມ​​​ໃຜໆກໍ​ສາມາດ​ໃຊ້​ຄຳ​ກອນ​ທີ່​ຊ້ອນ​ແຝງ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃນເລື່ອງ​ກ່ຽວ​ເພື່ອ​ວິຈານ, ອະທິບາຍ​ໃຫ້​ແກ່​ແຕ່​ລະສະ​ພາວະ​, ​ໃນ​ຊີ​ວິ​ພື້ນ​ເມືອງ​ມີ​ທັງ​ການ​ດູ​ມໍ​ດ້ວຍ​​ເລື່ອງ​ກ່ຽວ, ສ່ວນ​ໃນ​ຊີວິດ​ປະຈຳ​ວັນ, ປະຊາຊົນ​ນຳ​ເອົາ​ຄຸນ​ລັກສະນະ​ຂອງ​ບັນດາ​ຕົວ​ລະຄອນ​ໃນເລື່ອງ​ກ່ຽວ​ເພື່ອ​ຍ້ອງຍໍ​ຊົມ​ເຊີຍສິ່ງ​ທີ່​ດີ ຫຼື ຕຳ​ໜິຕິຕຽນ​ສິ່ງ​ທີ່​ຊົວ​ຮ້າຍ . ປະຈຸ​ບັນ​ຢູ່​ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ສະມາຄົມ​ຜູ້​ຊົມ​ຊອບເລື່ອງ​ກ່ຽວ. ທ່ານ​ຫງວຽນ​ຄັກ​ບາ​ວ, ທ່ານໝໍ​ຢູ່​ແຂວງ​ບັກ​ນິງ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ສະມາຊິກ​ຂອງ​ສະມາຄົມ ​ແລະ ທ່ານ ບາ​ວ ພວມ​ເກັບ​ຮັກສາ​ເອກະສາ​ນ​ເລື່ອງ​ກ່ຽວ​ຫຼາຍ​ສະບັບ​ຊຶ່ງພິມ​ດ້ວຍ​ພາສາ​ຫວຽດ​ເດີມ. ທ່ານ​ຫງວຽນ​ຄັກ​ບາ​ວ ​ເປີດ​ເຜີຍ​ວ່າ : 

                 “ ​ເມື່ອ​ເຫັນວ່າບັນດາເອກະສາ​ນ​ເລື່ອງ​ກ່ຽວ​ຊຶ່ງພິມ​ດ້ວຍ​ພາສາ​ຫວຽດ​ເດີມຂອງຄອບຄົວ ຂ້າພະເຈົ້າແຕກຕ່າງກັບບັນດາເອກະສານເລື່ອງກ່ຽວທີ່ພິມເປັນຕົວໜັງສືລາຕິນ, ຂ້າພະເຈົ້າໄດ້ມີ ແຜນເກັບ​ກຳເອກະສາ​ນ​ເລື່ອງ​ກ່ຽວ​ຫຼາຍ​ສະບັບ​ຊຶ່ງພິມ​ດ້ວຍ​ພາສາ​ຫວຽດ​ເດີມ. ທຳອິດຂ້າພະເຈົ້າໄດ້ເກັບ ກຳໃນຂອບເຂດແຂວງ ບັກນິງ, ຕໍ່ຈາກນັ້ນ ກໍຄ່ອຍເປີດກ້ວາງການເກັບກຳອອກສູ່ຂອບເຂດ ທົ່ວປະເທດ, ແລ້ວກໍຍັງຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນຢູ່ຝະລັ່ງ, ການາດາ, ອາເມລິກາ... ໃຫ້ເຂົາເຈົ້າອັດສຳເນົາ ຝາກມາໃຫ້ຂ້າພະເຈົ້າ ”

   ບົດ​ກະວີເລື່ອງ​ກ່ຽວຂອງ ຫງວຽນ​ຢູ ຖືກ​ແປ​ເປັນກ່ວາ 20 ພາສາ ຖືກ​ເຜີຍ​ແຜ່​ຢູ່​ຝະລ່ັງ, ອາ​ເມ​ລິ​ກາ ​ແລະ ​​ເປັນ​ບົດປະພັນ​ທີ່ຮູ້ຈັກ​ກັນ​ດີ​ຈາກ​ບັນດາ​ຜູ້​ນິຍົມ​ວັນນະຄະ​ດີ​​ໃນທົ່ວ​ໂລກ. ​ເລື່ອງກ່ຽວ​ຍັງ​ມີ​ຊື່​ສຽງ​ເຖິງ​ຂັ້ນ​ວ່າ ​ໃນ​ການ​ເດີນທາງ​ມາ​ຢ້ຽມ​ຢາມ​ຫວຽດນາມ​ເມື່ອ​ປີ 2000, ​ອະດີດ​ປະທານາທິບໍດີ ອາ​ເມລິ​ກາ Bill Clinton ​ໄດ້​ຄັດອ່ານ​ຄຳ​ກອນ​ໃນ​ເລື່ອງກ່ຽວທີ່​ວ່າ :   “ ​ເມື່ອ​​ບົວ​ຫ່ຽວ, ເບັນ​ຈະ​ມາດພັດ​ບານ​ສະພັ່ງ” ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ບົດ​ກະວີ​ນີ້.

   ທີ່​ພິທີ​ເຊີດ​ຊູ, ອົງການ UNESCO ໄດ້ຕີລາຄາສູງສຳເນົາເອກະສານກ່ຽວກັບ​ນັກ​ກະວີ​ຍິ່ງ​ໃຫຍ່ ຫງວຽນ​ຢູຍ້ອນຜົນສະທ້ອນຂອງທ່ານໃນປະຫວັດສາດ ວັດທະນະທຳຫວຽດນາມ ແລະ ໃນພາກພື້ນ. ບັນດາບົດປະພັນຂອງ​ ຫງວຽນ​ຢູ ໄດ້ສະແດງໃຫ້ເຫັນຈີນຕະນາການເປັນເອກະລາດ, ມີຫົວຄິດປະດິດສ້າງ, ນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດໄດ້ຊ່ວຍທ່ານຜ່ານຜ່າ ຮົ້ວກີດຂວາງ​ດ້ານ​ວັນນະຄະດີ​ຂອງ​ຈີນ​ເພື່ອ​ແຕ່ງ​ບົດ​ປະພັນ​ເປັນ​ພາສາ​ຫວຽດ​ເດີມ. ດ້ວຍ​ເຫດການ​ນີ້, UNESCO ​ໄດ້​ຮັບ​ຮູ້​ບັນດາ​ສິ່ງ​ທີ່​ຍອດ​ຍິ່ງ, ບັນດາ​ຄຸນຄ່າ​ຂອງ​ພາສາ​ຫວຽດ, ຂອງ​ວັດທະນະທຳ​ຫວຽດ ດ້ວຍ​ການ​ເຊີດ​ຊູ​ນັກ​ກະວີ​ຍິ່ງ​ໃຫຍ່ ຫງວຽນ​ຢູ ​ເປັນ​ນັກ​ວັດທະນະທຳ​ຜູ້​ມີ​ຊື່​ສຽງ​ຂອງ​ໂລກ 

ຕອບກັບ

ຂ່າວ/ບົດ​ອື່ນ