UNESCO ເຊີດຊູລາຍການນຳປື້ມລົງສູ່ເຂດຊົນນະບົດ

(vovworld)- ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO) ຫາ​ກໍ​ມອບ​ລາງວັນ​ທີ່​ມີ​ຊື່​ວ່າ ພະ​ເຈົ້າມະ​ຫາ​ຊີ​ວິດ Sejong ໃຫ້​ແກ່ ລາຍ​ການ​ “ນຳ​ປື້ມລົງ​ສູ່​ເຂດ​ຊົນ​ນະ​ບົດ” ຂຶ້ນ​ກັບ​ສູນ​ພູມ​ປັນ​ຍາ ແລະ ພັດ​ທະ​ນາ​ປະ​ຊາ​ຄົມ ໂດຍ​ທ່ານ ຫງວຽນ​ກວາງ​ແທກ ເປັນ​ຜູ້ລິ​ເລີ່ມ ແລະ ຮັບ​ຜິດ​ຊອບ. ລາງວັນ​ດັ່ງ​ກ່າວບໍ່​ພຽງ​ແຕ່​ເຊີດ​ຊູ​ລາຍ​ການ​ນຳ​ປື້ມ​ລົງ​ສູ່​​ເຂດ​ຊົນ​ນະ​ບົດ​ເທົ່າ​ນັ້ນ ຫາກ​ແມ່ນ​ການ​ຮັບ​ຮູ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ຂອງ​ຮູບ​ແບບ​ຮ່ຳ​ຮຽນ​ໃນ​ສັງ​ຄົມ​ຂອງ​ຫວຽດ​ນາມອີກ​ດ້ວຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

UNESCO ເຊີດຊູລາຍການນຳປື້ມລົງສູ່ເຂດຊົນນະບົດ - ảnh 1
ທ່ານ ຫງວຽນ​ກວາ​ງ​ແທກກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄດ້​ຮັບ​ລາງວັນ​ຈາກ
UNESCO

        ​ຄວາມ​ໄຝ່​ຝັນ​​ຢາກນຳ​​ປື້ມ​ລົງສູ່ບັນ​ດາ​ເຂດ​ບ້ານ​ນາໃຫ້​​ເດັກ​ນ້ອຍ​​ຜູ້​ທີ່ຂາດ​ແຄນ ​ປື້ມ​, ສ້າງ​​ບັນ​ດາ​ຕູ້​ປື້ມ​ຢູ່​ໂຮງ​ຮຽນ​ຕ່າງໆ​ໃນ​ເຂດ​ຊົນ​ນະ​ບົດ ນັ້ນແມ່ນ​ຄວາມ​ນຶກ​ຄິດ​ຂອງ​ທ່ານ ຫງວຽນ​ກວາງ​ແທກ ເມື່ອທ່ານ​ມີ​​ອາ​ຍຸພຽງ 18-20 ປີ. ໂດຍ​ແມ່ນ​ຜູ້​ທີ່​ໄດ້​ຮັບ​ການ​ກຳ​ເນີດ​ຢູ່​ເຂດ​ດິນ​ແດນ ຮ່າ​ຕີ້ງ ທີ່​ມີ​ຈິດ​ໃຈ​ມັກ​ຮ່ຳ​ມັກ​ຮຽນ ແລະ ໄດ້​ສຳ​ພັດ​ກັບ​ປື້ມ​​ແຕ່​ຄາວ​ຍັງ​ນ້ອຍ ສະ​ນັ້ນ ທ່ານ ຫງວຽນ​ກວາ​ງ​ແທກ ມີ​ຄວາມ​ເຂົ້າ​ໃຈ​ເຖິງ​ຄຸນ​ຄ່າ​ຊື່ງ​ບັນ​ດາ​ຫົວປື້ມ​ນຳ​ມາ​ໃຫ້. ຕະ​ຫລອດ​ໄລ​ຍະ 20 ປີ, ທ່ານ ຫງວຽນ​ກວາງ​ແທກ ໄດ້​ປະ​ລະ​ຫລາຍ​ວຽກ​ງານ​ທີ່​ນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ ເພື່ອ​ລົງ​ທຶນ​ຊອກ​ຮູ້​​ກ່ຽວ​ກັບການ​ສ້າງ​ລາຍ​ການ​ນຳ​ປື້ມ​​ລົງ​ສູ່​ເຂດ​ຊົນ​ນະ​ບົດ, ສ້າງວັດ​ທະ​ນະ​ທຳ​ອ່ານ​ຢູ່​ເຂດ​ຊົນ​ນະ​ບົດ​ຫວຽດ​ນາມ. ທ່ານ ຫງວຽນ​ກວາງ​ແທກ ແບ່ງ​ປັນ​ວ່າ:

        “ເບື້ອງ​ຕົ້ນ​ແມ່ນ​ສ້າງ​ຕູ້​ປື້ມ​​ໃຫ້ວົງ​ຕະ​ກຸນ​ຢູ່ ຮ່າ​ຕີ້ງ. ຫລັງ​ຈາກນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ແຂວງ ທາຍ​ບີງ ເພື່ອ​ປະ​ຕິ​ບັດທົດ​ລອງ. ປະ​ຈຸ​ບັນ, ລາຍ​ການ​ນຳ​ປື້ມ​ລົງສູ່​ເຂດ​ຊົນ​ນະ​ບົດໄດ້​ແຜ່​ລາ​ມ​ອອກ​ຈາກ ແຂວງ ທາຍ​ບີງ ​ຮອດ ນະ​ຄອນ​ຫາຍ​ຟ່ອງ, ນາມດີ້ງ, ຫາຍ​ເຢືອງ, ຮືງ​ອຽນ, ບັກ​ຢາງ, ບັກ​ນີງ, ເຊີນ​ລາ, ແທງ​ຮ​ວາ, ເຫງ້​ອານ ແລະ   ຮ່າ​ຕີ້ງ. ກ່ອນນີ້ ຂ້າ​ພະ​ເຈົ້າ​ສ້າງ​ຕູ້​ປື້ມ​ຂອງວົງ​ຕະ​ກຸນ​ຢູ່ ຮ່າ​ຕີ້ງ ໄດ້ 8 ຕູ້ ແລ້ວ​ຢຸດ​ຕິ​ໄວ້​. ປະ​ຈຸ​ບັນ ບັນ​ດາ​ເມືອງ​​ເຫ​ລົ່ານັ້ນ​​   ສ້າງ​ ຕູ້​ປື້ມໄດ້​ກວ່າ 400 ​ຕູ້ແລ້ວ.”

UNESCO ເຊີດຊູລາຍການນຳປື້ມລົງສູ່ເຂດຊົນນະບົດ - ảnh 2
ທ່ານ ຫງວຽນ​ກວາ​ງ​ແທກກັບ​ນັກ​ຮຽນ​ຢູ່​ແຂວງ​ທາຍ​ບີງ
ພາບ:thanhnien.vn

        ລາຍ​ການ​ນຳ​ປື້ມ​​ລົງ​ສູ່​ເຂດ​ຊົນ​ນະ​ບົດ ແມ່ນ​ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ສະ​ພາບ​ຂາດ​ແຄນ​ປື້ມ​ທີ່​ແກ່​ຍາວ​ໃນ​ຫລາຍ​ປີ​ຢູ່​ເຂດ​ຊົນ​ນະ​ບົດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ​ໃນ​​ທົ່ວ​ປ​ະ​ເທດ ແລະ ສ້າງ​ຈິດ​ໃຈ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຢູ່​ຫວຽດ​ນາມ. ນອກ​ຈາກ​ສ້າງ​ຕູ້​ປື້ມ​ແລ້ວ, ລາຍ​ການ​ດັ່ງ​ກ່າວ​ຍັງ​ບຳ​ລຸງ​ສ້າງ​ຖັນ​ແຖວ​ຜູ້​​ຮັບ​ຜິດ​ຊອບ​ໃຫ້​ຕູ້​ປື້ມ​ເຄື່ອນ​ໄຫວ ແລະ ສ້າງ​ການ​ເຄື່ອນ​ໄຫວ​ຫລາ​ຍ​ຢ່າງເພື່ອນ​ສົ່ງ​ເສີມ​ການ​ອ່ານ, ແລກ​ປ່ຽນ​ປື້ມ​ຢູ່​ບັນ​ດາ​ໂຮງ​ຮຽນ. ທ່ານ Toshiyuki Matsumoto, ຜູ້​ຊ່ຽວ​ຊານ​ລາຍ​ການ​ສຶກ​ສາ​ຂອງ UNESCO ໃຫ້​ຮູ້​ວ່າ: ດ້ວຍ​ແຫລ່​ງ​ງົບ​ປະ​ມານ​ຫນ້ອຍ ແລະ ອີງ​ໃສ່​ຈາກ​ແຫລ່ງ​ເງິນ​ປະ​ກອບ​ຈາກ​ການ​ກຸ​ສົນ, ລາຍ​ການດັ່ງ​ກ່າວ​ໄດ້​ນຳ​ປື້ມ​ມາ​ໃຫ້​ຜູ້​ອ່ານ​ຢູ່​ເຂດ​ຊົນ​ນະ​ບົດ​ໄດ້​ກວ່າ 400.000 ຄົນ ພ້ອມ​ທັງ​ສ້າງ​ຫໍ​ສະ​​ໝຸດກວ່າ 9000 ແຫ່ງ ຢູ່ 26 ແຂວງ, ນະ​ຄອນ​ໃນ​ໄລ​ຍະ 10 ປີ​ມານີ້, ນັ້ນແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ທີ່​ສຸດ.

        “ວິ​ທີ​ສຳ​​ຜັດ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ່ນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຫວຽດ​ນາມ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ສ້າງ​ຫໍ​ສະ​ໝຸດ​ຢູ່​ບັນ​ດາ​ເຂດ​ຊົນ​ນະ​ບົດ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ. ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ພຽງ​ແຕ່​ຮູ້​ຫນັງ​ສື ຮັກ​ສາ​ ຄວາມ​ສາ​ມາດ​ອ່ານ​ປື້ມ​ ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ຍ້ອງ​ຍໍ.”

        ໝາກ​ຜົນ ແລະ ຄວາມ​ໝາຍ​ຂອງ​ ລາຍ​ການ​ນຳ​ປື້​ລົງ​ສູ່​ເຂດ​ຊົນ​ນະ​ບົດ ໄດ້​​ຂ້າມ​ຊາຍ​ແດນ​ຫວຽດ​ນາມ, ກາຍ​ເປັນ​ຮູບ​ແບບ​ເພື່ອ​ໃຫ້​ໂລກ​ທາບ​ທາມ, ທະ​ວີ​ຄູນ. ທ່ານ ຟ້າມ​ແຊງ​ເຈົາ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ UNESCO ຫວຽດ​ນາມ ປະ​ຈຳ ປາ​ຣີ ຕີ​ລາ​ຄາ​ວ່າ:

        “ລາຍ​ການ​ນຳ​ປື້ມ​ລົງສູ່​ເຂດ​ຊົນ​ນະ​ບົດ ແມ່ນ​ລາຍ​ການ​ປະ​ສົບ​ຜົນ​ສຳ​ເລັດ, ມີ​ປະ​ສິດ​ທິ​ຜົນ ແລະ ສ້າງ​ຄວາມ​ປ​ະ​ທັບ​ໃຈ​ທີ່​ສຸດ. ຍ້ອນ​ປະ​ສິດ​ທິ​ຜົນ​ຂອງ​ລາຍ​ການ ແລະ ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ອ່ານ ແລະ ​ການຂຽນ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ນັ້ນ ລາຍ​ການນີ້​ຈຶ່ງ​ໄດ້​ຮັບ​ລາງວັນ​ຈາກ UNESCO. ເລື່ອງ​ໄດ້​ລາງວັນ​ຂອງ UNESCO ບໍ່​ແມ່ນ​ເລື່ອງ​ງ່າຍ. ລາງວັນ​ນີ້​ມີ​ມາ​ແຕ່​ປີ 1989 ແລະ ແມ່ນ​ລາງວັນ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ລົບ​ລ້າງ​ການ​ກືກ​ຫນັງ​ສື​ໃນ​ທົ່ວ​ໂລກ.”

        ທ່ານ ຟ້າມ​ແຊງ​ເຈົາ ຖື​ວ່າ ລາຍ​ການ​ນຳ​ປື້ມ​​ລົງ​ສູ່​ເຂດ​ຊົນ​ນະ​ບົດ ມີ​ລັກ​ສະ​ນະ​ ສຳ​ຜັດ​ດີ​ທີ່​ສຸດ ດ້ວຍ​ຮູບ​ແບບ​ສັງ​ຄົມ​ຮ່ຳ​ຮຽນ ແລະ ສ້າງ​​ເປັນປະ​ຖົມ​ປັດ​ໄຈ ແລະ ຄວາມ​ສະ​ອອນ​ໃຈ​​ເພື່ອໃຫ້​​ຜູ້​ຮຽນ ມີ​ໂອ​ກາດ​ໄດ້​ສຳ​​ຜັດ​ກັບ​ພູ​ມ​ປັນ​ຍາ.

        “ລາງວັນ​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ຫວຽດ​ນາມ ນັ້ນ​ແມ່ນ​ສ້າງ​ຄວາມ​ສະ​ອອນ​ໃຈ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ. ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈວ່າ ​ຫວຽດ​ນາມແມ່ນ​ປະ​ເທດ​ມັກ​ຮ່ຳ​ມັກ​ຮຽນ, ແມ່ນ​ປະ​ເທດ​ມີ​ຄວາມ​ຮັກ​ແພງ​​ຊ່ວຍ​ເຫລືອຄົນ​ທຸກ​ຍາກ, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ລາຍ​ການ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ບ່ອນ​ວ່າ ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ ​ຈະມີ​ຫລາຍ​ຄົນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ຜູ້​ອື່ນ​ໄດ້​ອ່ານ​ປື​້ມ.”

        ປະ​ຈຸ​ບັນ ມ​ີ​ຕູ້​ປື້ມກວ່າ 5000 ຕູ້ ໄດ້​ຮັບ​ການ​ສ້າງ​ຂຶ້​ນ ເປັນ​ການ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ນັກ​ຮຽນ​ຊົນ​ນະ​ບົດ​ປະ​ມານ 200.000 ຄົນ​ໄດ້​ອ່ານ​ປື້ມ.  ທ່ານ ຫງວຽນ​ກວາງ​ແທກ, ຜູ້​ອຳ​ນວຍ​ການ​ສູນ​ພູມ​ປັນ​ຍາ ແລະ ພັດ​ທະ​ນາ​ປະ​ຊາ​ຄົມ ໄດ້​ວາງ​ຄາດ​ໝາຍ ຈະ​ທະ​ວີ​ຄູນ ລາຍ​ການ​ນຳ​ປື້ມ​​ລົງ​ສູ່​ເຂດ​ຊົນ​ນະ​ບົດ ໄປ​ທົ່ວ​ປະ​ເທດ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ປະ​ມານ 20 ລ້ານ​ຄົນ ຮອດ​ປີ 2020.

        “ຂ້າ​ພະ​ເຈົ້າ​ຢາກ​ສ້າງ​ຕູ້​ປື​້ມ ປະ​ມານ 300.000 ຕູ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ພຽງ​ໃນ​ໄລ​ຍະ ​ອີກ 3 ປີ, ບັນ​ດາ​ເຂດ​ຊົນ​ນະ​ບົດໃນ​ທົ່ວ​ປະ​ເທດ​ ລ້ວນ​ແຕ່ມີ​ຕູ້​ປື້ມ, ຫາກບໍ່​ຕ້ອງ​ເສຍ​ເວ​ລາ​ເຖິງ 20 ປີ​ຈຶ່ງ​ສ້າງ​ ຕູ້​ປື້ມ ໄດ້ 12.000 ຕູ້​ຄື​ໄລ​ຍະ​ທຳ​ອິດ​ແຫ່ງ​ການ​ສ້າງ​ຕູ້​ປື້ມ.”

        ຫວຽດ​ນາມ ມີ​ມູນ​ເຊື້ອ​ມັກ​ຮ່ຳ​ມັກ​ຮຽນ. ມູນ​ເຊື້ອນັ້ນ​ຍິ່ງ​ໄດ້​ຮັບ​ການ​ຮັກ​ສາ ແລະ ເຊີດຊູ ຂະ​ນະ​ທີ່​ທົ່ວ​ປະ​ເທດ​ພ້ອມ​ກັນ​ມຸ້ງ​ໄປ​ເຖິງ​ບັນ​ດາ​ຄຸນ​ຄ່າ​ມາດ​ຕະ​ຖານ​ຂອງ​ໂລກ ເພື່ອ​ສ້າງ​ປະ​ເທດ​ຊາດ ແລະ ເຊື່ອ​ມ​ໂຍງ​ກັບ​ໂລກ. ບັນ​ດາ​ຮູບ​ແບບ​ຄື​ ລາຍ​ການ​ນຳ​ປື້ມ​​ລົງ​ສູ່​ເຂດ​ຊົນ​ນະ​ບົດ ຈະ​ສ້າງ​ກຳ​ລັງ​ຫນູນ ແລະເພີ່ມ​ກຳ​ລັງ​ແຮງ​ໃຫ້​ຮູບ​ແບບ​ສັງ​ຄົມ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ