ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ

(VOVWORLD) - ໂດຍນອນຢູ່ໃຈກາງເຂດຕາເວັນອອກສ່ຽງເໜືອແຂວງ ກວາງນິງ, ເມືອງ ຕຽນອຽນ ແມ່ນແຫ່ງເຂດກາງໃນການຈະລາຈອນໄປຍັງສະຖານທີ່ຕ່າງໆຄື: ຫ້າລອງ, ມ໋ອງກ໋າຍ, ເວິນໂດ່ນ… ສິ່ງດັ່ງກ່າວໄດ້ເຮັດໃຫ້ດິນແດນ ແລະ ຊາວ ຕຽນອຽນ ມີສີສັນພິເສດສະເພາະຂອງທ້ອງຖີ່ນ ແລະ ໄດ້ຮັບການຮັກສາໄວ້ຜ່ານຫຼາຍລຸ້ນຄົນ.
ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ - ảnh 1 ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ

ພວກຂ້າພະເຈົ້າມາຢ້ຽມຢາມເທດສະບານ ຕຽນອຽນ, ເມືອງ ຕຽນອຽນ ໃນຍາມແລງລະດູຮ້ອນ, ພາຍຫຼັງຝົນຕົກພາໃຫ້ຖະໜົນຫົນທາງມີຄວາມສະອາດກວ່າ, ບັນດາເຮືອນຊານຕັ້ງຮຽງຂ້າງກັນ ຍິ່ງສ້າງຄວາມເກົ່າແກ່ ດັ້ງເດີມໃຫ້ເທດສະບານແຫ່ງນີ້. ຖະໜົນ ຕຽນອຽນ (ເທດສະບານ ຕຽນອຽນ) ຍັງຄົງຮັກສາລະບົບເຮືອນບູຮານໄວ້ຢູ່, ເຊິ່ງປະກອບມີ: ເຮືອນຢູ່ທຳມະດາຂອງຊາວ ຈີນ ທີ່ໄດ້ຮັບການກໍ່ສ້າງແຕ່ຊຸມປີຕົ້ນສະຕະວັດທີ XX ແລະ ລະບົບເຮືອນທີ່ໄດ້ກໍ່ສ້າງຕາມແບບສະຖາປັດຕະຍະກຳ ຝລັ່ງເດີມ. ເທດສະບານ ຕຽນອຽນ ໃນເມື່ອກ່ອນໄດ້ຮັບການວາງແຜນຜັງຕາມຮູບຕາກະໂລ, ຖະໜົນບໍ່ມີຂ້າງຖະໜົນ ດ້ວຍລະບົບເຮືອນຮູບທໍ່, ສອງຊັ້ນ, ຫຼັງຄາມຸງດ້ວຍດິນຂໍ. ຝາເຮືອນຖືກກໍ່ສ້າງດ້ວຍຫີນ ຫຼືດິນຈີ່, ປູນ, ດິນແດງ, ຂີ້ຊາຍ, ໜາປະມານ 40 cm; ເພດານເຮືອນເຮັດດ້ວຍໄມ້, ສອງຊັ້ນໃນເຮືອນເຊື່ອມຕໍກັນດ້ວຍຂັ້ນໄດໄມ້ນ້ອຍໆ ແລະ ມີລະບຽງນ້ອຍຢູ່ນອກ. ພິເສດ, ເຮືອນແຕ່ລະຫຼັງລ້ວນແຕ່ມີເດີນເຮືອນຢູ່ເບື້ອງຫຼັງເພື່ອຮັບສາຍລົມ ແລະ ແສງສະຫວ່າງທຳມະຊາດ. ຍ້ອນເຫດນັ້ນເຮືອນມີຄວາມປອດໂປ່ງທີ່ສຸດ, ມີຄວາມເຢັນໃນລະດູຮ້ອນ ແລະ ອົບອຸ່ນ ໃນຍາມໜາວ. ຕຽນອຽນ ກໍ່ແມ່ນແຫ່ງທີ່ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນຄື: ຊົນເຜົ່າ ກິງ, ຊົນເຜົ່າ ຮວາ, ຊົນເຜົ່າ ຊ໋ານຈີ, ຊົນເຜົ່າຢ້າວ…, ພ້ອມດ້ວຍຕະຫຼາດທີ່ຄຶກໂຄມໜາແໜ້ນ. ນັກສິລະປິນຖ່າຍຮູບ ເກິ໋ນດິ່ງລວນ, ຜູ້ທີ່ໄດ້ກຳເນີດ ແລະ ສະໜິດຕິດພັນກັບເທດສະບານ ຕຽນອຽນ ຕະຫຼອດຊີວິດ, ແບ່ງປັນວ່າ:

ເທດສະບານ ຕຽນອຽນຕ່າງກັບບັນດາເທດສະບານອື່ນໆ, ຍ້ອນມັນນ້ອຍ ແລະ ນອນຢູ່ແຄມແມ່ນ້ຳທີ່ງາມດັ່ງໃນຝັນ. ບັນດາຊົນເຜົ່າຢູ່ແຫ່ງນີ້ ໄດ້ລົງຕະຫຼາດພົບປະແລກປ່ຽນສິນຄ້າ, ບໍ່ເຄີຍມີເລື່ອງຕໍ່ລາຄາ, ຕະຫຼາດຍາມໃດກໍ່ຄຶກໂຄມໜາແໜ້ນ. ພວກຂ້າພະເຈົ້າດຳລົງຊີວິດຢູ່ທີ່ນີ້ໃນຄວາມສັນຕິສຸກທີ່ສຸດ. ທຸກຄົນໃນເທດສະບານລ້ວນແຕ່ຮູ້ຈັກກັນໝົດ“.

ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ - ảnh 2 ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ

ຜ່ານການຫັນປ່ຽນມາເປັນເວລາຫຼາຍປີ, ຄຸມຖະໜົນໃນເທດສະບານ ຕຽນອຽນ ກໍ່ເກົ່າແກ່, ຊຸດໂຊມລົງເທື່ອລະກ້າວ, ແລະ ກຳລັງໄດ້ຮັບການບຸລະນະປະຕິສັງຂອນ. ປັດຈຸບັນຍັງມີເຮືອນເກົ່າປະມານ 40 ຫຼັງທີ່ນອນຢູ່ກະແຈກກະຈາຍ. ຕາມນັກຖ່າຍຮູບ ເກິນດິ່ງລວນແລ້ວ, ຊາວ ຕຽນອຽນ ຍັງຄົງມີສະຕິຮັກສາວີນຍານຄຸ້ມຖະໜົນເກົ່າໄວ້ຢູ່:

ຂ້າພະເຈົ້າໃຊ້ກ້ອງຖ່າຍຮູບ, ເພື່ອຮັກສາຖະໜົນແຕ່ລະແຈ, ເຮືອນແຕ່ລະຫຼັງ ກໍ່ຄືບັນດາຮ່ອມທາງໃຫ້ຄົນໄປຜ່ານ. ເຖິງວ່າເທດສະບານຈະມີການພັດທະນາ, ແຕ່ກໍ່ຕ້ອງຮັກສາອັນເກົ່າໄວ້. ຕຽນອຽນ ຍັງແມ່ນ ຕຽນອຽນ, ວີນຍານຂອງມັນຄົງໄດ້ຮັບການຮັກສາໄວ້ຢູ່. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າເອກອ້າງທະນົງໃຈ.

ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ - ảnh 3 ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ

ເດີນທາງອອກຈາກເທດສະບານ, ພວກຂ້າພະເຈົ້າສືບຕໍ່ໄປຍັງບັນດາຕາແສງ ດົງຫງູ້, ຟອງຢູ້, ດ້າຍແທ່ງ, ຮ່າເລົາ ຂອງເມືອງ ຕຽນອຽນ. ໂດຍມີພົນລະເມືອງກວ່າເຄິ່ງໜຶ່ງເປັນຊາວເຜົ່າສ່ວນໜ້ອຍ. ເມືອງຕຽນອຽນ ກໍ່ແມ່ນແຫ່ງທີ່ບັນດາເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນຢູ່ຂ້າງບັນດານາຂັ້ນໄດ. ແຕ່ລະສັບປະດາ, ສຽງຂັບແທນ, ສຽງພິນຕິ໋ນຂອງຊາວເຜົ່າໄຕ່, ສຽງຂັບກ່້ຽວຂອງຊາວເຜົ່າຢ້າວ…ຍັງດັງກ້ອງກັງວ່າຢູ່ສະເໝີໃນສະໂມສອນເພງເພງພື້ນເມືອງຕ່າງໆ. ຮອດຕອນຄຳ່ວັນເສົາໃນອາທິດ, ເດັກນ້ອຍເກືອບ 60 ຄົນຂອງສະໂມສອນສິລະປະພື້ນເມືອງຂອງໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນຕົ້ນ ແລະ ຕອນປາຍ ຕຽນອຽນ ກໍ່ພາກັນແອບຟ້ອນລຳທຳເພງ. ນ້ອງ ຈີ໋ວທິຈີ, ຊາວເຜົ່າຢ້າວ, ໃຫ້ຮູ້ວ່າ:

ໃນເບື້ອງຕົ້ນນ້ອງບໍ່ມັກຂັບຮ້ອງດ້ວຍພາສາຊົນເຜົ່າປານໃດ. ແຕ່ຕໍ່ມາກໍ່ມີພວກເພື່ອນຫຼາຍຄົນມາຮຽນ ສະນັ້ນນ້ອງຮູ້ສຶກວ່າມ່ວນ ແລະ ມັກຂັບຮ້ອງທີ່ສຸດ“.

ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ - ảnh 4 ເທດສະບານ ຕຽນອຽນ ເກົ່າ

ຜ່ານທຳນອງ, ສຽງເພງໄດ້ຊ່ວຍໃຫ້ພວກນ້ອງຊົນເຜົ່າຕ່າງໆມີຄວາມໃກ້ຊິດກັນກວ່າ. ຢູ່ທີ່ນີ້ພວກນ້ອງຍັງໄດ້ຮຽນປັກແສ່ວທີ່ເປັນມູນເຊື້ອ ແລະ ໄດ້ເຂົ້າຮ່ວມງານປະກວດຊຸດອາພອນຂອງຊົນເຜົ່າຕົນເອກ. ທ່ານນາງ ຫງວຽນທິແທງຖູຍ, ຫົວໜ້າໜ່ວຍງານ ວັດທະນະທຳ - ສື່ສານ ເມືອງ ຕຽນອຽນ, ຖືວ່າ:

ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳ ສິລະປະ, ການຮຽນ ແລະ ການຮັກສາວັດທະນະທຳຊົນເຜົ່າ, ລຸ້ນໜຸ່ມຈະມີສະຕິ ແລະ ມີຄວາມຮັບຜິດຊອບຕໍ່ຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ“.

ມີຫຼາຍຫ້ອງຮຽນພາສາ ແລະ ເພງພື້ນເມືອງໄດ້ປະກົດຂຶ້ນ. ງານບຸນລົງທົ່ງຂອງຊົນເຜົ່າໄຕ່, ພິທີຢັ້ງຢືນເປັນຄົນເຕີບໃຫຍ່ຂອງຊົນເຜົ່າຢ້າວ… ໄດ້ຮັບຄວາມເອົາໃຈໃສ່ຟື້ນຟູຖືກກັບທາດແທ້ທີ່ມີຢູ່ແລ້ວຂອງມັນ. ທ່ານ ເຈືອງກົງງ່ານ, ເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ ຕຽນ ອຽນ, ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າກຳນົດວ່າບັນດາຄຸນຄ່າວັດທະນະທຳທີ່ຖືກເສື່ອມຫາຍໄປ ແມ່ນຈະດຳເນີນການບຸລະນະປະຕິສັງຂອນ ແລະ ຟື້ນຟູຄືນໃໝ່. ຈາກນັ້ນຈະເສີມຂະຫຍາຍຄຸນຄ່ານັ້ນຢ່າງເລິກເຊິ່ງກວ່າ. ສຳລັບເຮືອນໃນຄຸມຖະໜົນເກົ່າຈະມີນະໂຍບາຍເພື່ອໃຫ້ປະຊາຊົນອະນຸລັກຮັກສາໄວ້. ໝູ່ບ້ານຂອງຊົນເຜົ່າຢ້າວ, ຊົນເຜົ່າໄຕ່ຈະໄດ້ຮັບການກໍ່ສ້າງເປັນໝູ່ບ້ານແບບຢ່າງ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ເພື່ອມຸ່ງໄປເຖິງການທ່ອງທ່ຽວປະຊາຄົມໃນອະນາຄົດ“.

ກວາງນິງອະນຸລັກຮັກສາວັດທະນະທຳບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ - ảnh 5ເທດສະບານ ຕຽນອຽນ 

ໃນຊຸມປີຜ່ານມາ, ເມືອງ ຕຽນອຽນ ໄດ້ມີຫຼາຍວິທີທີ່ດີເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາງານບຸນທີ່ເປັນເອກະລັກສະເພາະຂອງຊົນເຜົ່າສ່ວນໜ້ອຍຢູ່ທີ່ນີ້. ວຽກງານດັ່ງກ່າວປະກອບສ່ວນເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳ, ພ້ອມທັງສ້າງໂອກາດໃຫ້ປະຊາຊົນໄດ້ສຳຜັດ, ຮັບເອົາວັດທະນະທຳທີ່ຍອດຢ້ຽມ. ຍ້ອນເຫດນັ້ນ, ຄວາມງາມໃນງານບຸນຕົ້ນປີຂອງບັນດາເຜົ່າສ່ວນໜ້ອຍ ໄຕ່, ຢ້າວ, ຊ໋າຈີ… ຍັງຄົງໄດ້ຮັບການຮັກສາໄວ້ຄືເກົ່າຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ