ກະຈາຍສຽງພາສາຕ່າງປະເທດ: ເຊື່ອມຕໍ່ປະເທດຊາດຊາວ ຫວຽດນາມ ກັບໂລກ

(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບວິທະຍຸກະຈາຍສຽງ ຫວຽດນາມ ຄືວັນທີ 7 ກັນຍາ ປີ 1945, 77ປີທີ່ຜ່ານມາ ກະຈາຍສຽງພາສາຕ່າງປະເທດ ໄດ້ເຮັດສຳເລັດໜ້າທີ່ຢ່າງດີເດັ່ນ ແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບໂລກ.  ບັນດາຂ່າວ ແລະ ບົດຂອງນັກຂ່າວບັນນາທິການພະແນກ ລາຍການກະຈາຍສຽງພາກພາສາຕ່າງປະເທດ ໄດ້ສົ່ງເຖິງວົງຄະນາຍາດສາກົນ ກ່ຽວກັບພາບພົດເຕັມສ່ວນກ່ຽວກັບ ຫວຽດນາມ ຈາກການເມືອງເສດຖະກິດ ຕະຫຼອດຮອດວັດທະນະທຳ ຊີວິດສັງຄົມກໍ່ຄືບັນດາໝາກຜົນຄວາມຫຍ້ງຍາກ ເຊິ່ງ ຫວຽດນາມ ໄດ້, ພວມ ແລະ ຈະຕ້ອງຜ່ານຜ່າ
ກະຈາຍສຽງພາສາຕ່າງປະເທດ: ເຊື່ອມຕໍ່ປະເທດຊາດຊາວ ຫວຽດນາມ ກັບໂລກ          - ảnh 177ປີທີ່ຜ່ານມາ ກະຈາຍສຽງພາສາຕ່າງປະເທດ ໄດ້ເຮັດສຳເລັດໜ້າທີ່ຢ່າງດີເດັ່ນ ແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບໂລກ

     ດ້ວຍໜ້າທີ່ໂຄສະນາພາບພົດ ຫວຽດນາມ ອອກສູ່ໂລກພາຍນອກ ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບປະເທດຊາດ ຊາວຫວຽດນາມ ບັນດາຄວາມເປັນເອກະລັກສະເພາະຂອງວັດທະນະທຳ ຫວຽດນາມ,  ຈາກລາຍການກະຈາຍສຽງສີ່ພາກໃນມື້ທຳອິດໄດ້ຮັບການສ້າງຕັ້ງຄື ລາຍການກະຈາຍສຽງພາກພາສາ ອັງກິດ, ຝຣັ່ງ, ກວາງຕຸງປະເທດຈີນ ແລະ ພາສາແອັດສະເປຣັນໂຕ, ພາຍຫຼັງ 77 ປີ ແຫ່ງການຂະຫຍາຍຕົວ, ພະແນກລາຍການກະຈາຍພາກພາສາຕ່າງປະເທດ ໄດ້ຜະລິດບັນດາລາຍການກະຈາຍສຽງເປັນ 13 ພາສາ ເຊິ່ງໄດ້ອອກອາກາດທາງລະບົບຄື້ນ AM ແລະ FM. ມີຜູ້ຟັງຊາວອິນໂດເນເຊຍ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າແມ່ນຜູ້ຟັງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງ  VOV. ຜ່ານບັນດາລາຍການຈາກຂ່າວຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາລາຍການຄົ້ນຫາ, ຊົນນະບົດ, ວັດທະນະທຳ ຫຼື ຊາວຫວຽດນາມ ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບຊາວຫວຽດນາມ, ການພັດທະນາຂອງປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ ດ້ວຍບັນດາຈຸດທີ່ຄ້າຍຄືກັນກັບ ອິນໂດເນເຊຍ”.

      ເມື່ອວິທະຍາສາດເຕັກໂນໂລຊີພັດທະນາ, ເພື່ອນຳພາບພົດ ຫວຽດນາມ ຍັບເຂົ້າໃກ້ເພື່ອນມິດສາກົນນັ້ນ, ເດືອນ ມັງກອນ ປີ 2012 ເວັບໄຊ vovworld.vn ຂອງພະແນກກະຈາຍສຽງພາສາຕ່າງປະເທດ ໄດ້ເປີດຕົວແນະນຳຕໍ່ຜູ້ອ່ານ ເຊິ່ງເປັນຂີດໝາຍບາດກ້າວເດີນໃນພາລະກິດກະຈາຍສຽງ ເປັນພາສາຕ່າງປະເທດ. ທ່ານ ໂຊນີອານໂຕນີໂອ ຣາມີເຣໂລເປ ຜູ້ຟັງຊາວ ເປຣູ ແບ່ງປັນວ່າ:

      “ເວັບໄຊຂອງ VOV ມີເທບບັນທຶກພາບ, ຮູບຖ່າຍ, ຂ່າວ ແລະ ບົດຄວາມຢ່າງຫຼວງຫຼາຍ ນີ້ແມ່ນບ່ອນທີ່ຂ້າພະເຈົ້າມີເອກະສານຕື່ມອີກ ເພື່ອຊອກຮູ້ບັນດາແງ່ມູມທີ່ສຳຄັນຂອງ ຫວຽດນາມ ເຊິ່ງຂ້າພະເຈົ້າຍັງບໍ່ທັນໄດ້ຮູ້ຈັກທາງພາຫະນະສື່ມວນຊົນຈາກປະເທດຂ້າພະເຈົ້າ. ເວັບໄຊນີ້ຂ້າພະເຈົ້າສາມາດຊອກຮູ້ບັນດາຂໍ້ມູນຂ່າວສານອັນລ້ຳຄ່າກ່ຽວກັບບັນດາເຫດການປະຫວັດສາດ ພູມມີສາດ ແລະ ຂໍ້ມູນກ່ຽວກັບບຸກຄະລິກກະພາບອັນຍິ່ງໃຫຍ່ຂອງ ຫວຽດນາມ”.

      ປີ 2015 ຊ່ອງພາສາ ອັງກິດ ອອກອາກາດຕະຫຼອດວັນ ແລະ ຄືນໄດ້ຮັບການສ້າງຕັ້ງຂຶ້ນ. ອັນໄດ້ປະກອບສ່ວນໂຄສະນາ ເຜີຍແຜ່ພາບພົດປະເທດຊາດ ວັດທະນະທຳ ແລະ ຊາວຫວຽດນາມ ໃຫ້ແກ່ເພື່ອນມິກສາກົນ.  ທ່ານ ດິງເຖລົກ ອະດີດຫົວໜ້າພະແນກກະຈາຍສຽງພາກພາສາຕ່າງປະເທດ VOV ເປີດເຜີຍວ່າ:

     “ຂ້າພະເຈົ້າພາກພູມໃຈທີ່ສຸດ ເມື່ອເຫັນວ່າລາຍການກະຈາຍສຽງພາກພາສາຕ່າງປະເທດ ໄດ້ສືບຕໍ່ເປີດກວ້າງ ອອກອາກາດຕະຫຼອດວັນ ແລະ ຄຶນ. ນີ້ແມ່ນເສັ້ນທາງກ້າວເດີນຢ່າງທັນການສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນຂອງຜູ້ຟັງ ພິເສດແມ່ນຊາວຕ່າງປະເທດ ພວມດຳລົງຊີວິດຢູ່ ຫວຽດນາມ. ພວກຂ້າພະເຈົ້າຖືວ່າ ນັບແຕ່ບາດກ້າວທຳອິດ, VOV ພິເສດແມ່ນບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ ແລະ ພວມມີບັນດາບາດກ້າວເດີນ ສືບຕໍ່ຂະຫຍາຍຕົວເປັນຢ່າງດີ ເພື່ອນຳຂຶ້ນສູ່ລະດັບສູງໃໝ່”.

      ຕອບສຳພາດນັກຂ່າວ ພະແນກກະຈາຍສຽງພາກພາສາຕ່າງປະເທດ ກ່ຽວກັບປະສິດທິຜົນໃນການໂຄສະນາ ຖະແຫຼງຂ່າວໃຫ້ເພື່ອນມິດສາກົນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ຢືນຢັນວ່າ ກະຈາຍສຽງແມ່ນຂົວເຊື່ອມຕໍ່ແນະນຳໂຄສະນາປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກພາຍນອກ,  ສ່ວນທ່ານ ເລຫ໋າຍບິ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຕີລາຄາວ່າ:

      “ຜ່ານການຟັງ ຣາດີໂອ, ຜ່ານລະບົບອິນເຕີເນັດ, ຜູ້ຄົນທັງຫຼາຍສາມາດຮູ້ຈັກເຖີງຂໍ້ມູນຂ່າວສານຈາກ VOV.  ເຂົາເຈົ້າຮູ້ດີວ່າ ນັ້ນແມ່ນແຫຼ່ງຂ່າວເປັນທາງການ. ຮັບຮູ້ ຫວຽດນາມ ແມ່ນປະເທດເຄົາລົບກົດໝາຍສາກົນ ຮັກຫອມສັນຕິພາບ ແມ່ນຜ່ານບັນດາຂໍ້ມູນຂ່າວສານຂອງ VOV”.

       ໂດຍເຈືອຈານເຂົ້າກັບທ່າອ່ຽງພັດທະນາຂອງຍຸກສະໄໝ ໃນໄລຍະທີ່ຈະມາຖິງ ພະແນກກະຈາຍສຽງພາກພາສາຕ່າງປະເທດ ຈະສືບຕໍ່ມີບັນດາການປັບປຸງທາງດ້ານເນື້ອໃນ ຮູບການສະແດງຂ່າວ ແລະ ບົດ, ຍູ້ແຮງການນຳໃຊ້ບັນດາພື້ນຖານດີຈີຕອນ ເພື່ອເພີ່ມປະສິດທິຜົນການໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ສົມເປັນຂົວເຊື່ອມຕໍ່ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບກັບຜູ້ຟັງໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ