ການຕິດຕໍ່ວັດທທະນະທຳ - ພື້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ

(VOVWORLD) -ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳ ກັບ ວິສາຫະກິດ” ປີ 2021 ດ້ວຍຫົວຂໍ້ “ການຕິດຕໍ່ວັດທະນະທຳ - ພຶ້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ” ຫາກໍ່ຖືກຈັກຂຶ້ນເມື່ອບໍ່ດົນມານີ້. ເຫດການດັ່ງກ່າວ ໂດຍຄະນະຈັດຕັ້ງຜັນຂະຫຍາຍບັ້ນຂົນຂວາຍ “ສ້າງວັດທະນະທຳວິສາຫະກິດ ຫວຽດນາມ” ແລະ ບັນດາກະຊວງ ຄະນະຂະແໜງການຕ່າງໆທີ່ກ່ຽວຂ້ອງສົມທົບກັນຈັດຕັ້ງຂຶ້ນ, ຜ່ານນັ້ນກໍ່ເປັນການຢັ້ງຢືນທີ່ຕັ້ງບົດບາດ ຂອງວັດທະນະທຳໃນການພັດທະນາເສດຖະກິດແບບຍືນຍົງ.
ການຕິດຕໍ່ວັດທທະນະທຳ - ພື້ນຖານຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ - ảnh 1ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳ ກັບ ວິສາຫະກິດ” ປີ 2021

      ການຕິດຕໍ່ວັດທະນະທຳ ແມ່ນການຮັບເອົາ ແລະ ຫັນປ່ຽນວັດທະນະທຳໃນຂະບວນວິວັດ ແຫ່ງການແລກປ່ຽນສຳຜັດເຊື່ອມໂຍງສາກົນ. ການຕິດຕໍ່ວັດທະນະທຳ ແມ່ນກົດເກນເຄື່ອນເໜັງຂອງທຸກໆພື້ນຖານວັດທະນະທຳ ເຊິ່ງອາດຈະເກີດຂຶ້ນໃນລະດັບຕ່າງໆຄື ລະຫວ່າງບັນດາພື້ນຖານວັດທະນະທຳ ລະຫວ່າງບັນດາວົງຄະນາຍາດບັນດາເຜົ່າ ຫຼື ໃນອົງການຈັດຕັ້ງ, ວິສາຫະກິດໃດໜຶ່ງ. ສາດສະດາຈານ - ປອ ຕື່ທິລວານ ອະດີດຫົວໜ້າສະຖາບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ, ຮອງປະທານສະຫະສະມາຄົມພັດທະນາວັດທະນະທຳ  ວິສາຫະກິດ ຫວຽດນາມ ໃຫ້ຮູ້ວ່າ:

   “ມີຫຼາຍທ່າອ່ຽງຕິດຕໍ່ວັດທະນະທຳ. ທ່າອ່ຽງຕິດຕໍ່ວັດທະນະທຳທີ່ເຜີຍແຜ່ແມ່ນຕາມທິດເຊື່ອມໂຍງ ໝາຍຄວາມວ່າມີຄວາມກົມກຽວລະຫວ່າງ ການຮັບເອົາປັດໄຈວັດທະນະທຳຢູ່ພາຍນອກ, ພ້ອມທັງຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຢູ່ພາຍໃນຂອງຕົນ ອັນໄດ້ສ້າງເປັນສະພາບແວດລ້ອມ ວັດທະນະທຳຫຼາຍຮູບຫຼາຍສີ, ວັດທະນະທຳທັງໝົດກໍ່ລ້ວນແຕ່ ໄດ້ຮັບການປະພຶດຢ່າງສະເໝີພາບ ເພື່ອເສີມຂະຫຍາຍທ່າດີຂອງຕົນ”.

  ສຳລັບວົງການວິສາຫະກິດ ການຕິດຕໍ່ວັດທະນະທຳ ໄດ້ຊ່ວຍໃຫ້ວິສາຫະກິດ  ແລະ ນັກທຸລະກິດ ສາມາດຮັບເອົາພູມປັນຍາບົດຮຽນ ຮູບແບບການຄຸ້ມຄອງທຸລະກິດທີ່ກ້າວໜ້າໃນໂລກ. ເພາະສະນັ້ນ ຄວນເຄົາລົບບັນດາຄຸນຄ່າທີ່ແຕກຕ່າງກັນ ກັ່ນຕອງບັນດາຄຸນຄ່າທີ່ແຕກຕ່າງກັນນັ້ນ, ໝູນໃຊ້ຢ່າງແທດເໝາະມີຫົວຄິດປະດິດສ້າງເຂົ້າໃນເງື່ອນໄຂຂອງ ຫວຽດນາມ. ທ່ານ ປອ ຫວຽນຊີຢຸ໊ງ ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຖືວ່າ:

     “ຫວຽດນາມ ພວມໄປຕາມທ່າອ່ຽງທີ່ວ່າ ທຸກສິ່ງທີ່ນຳມາຊຶ່ງພື້ນຖານການບໍລິຫານວິສາຫະກິດທີ່ດີກວ່າກໍ່ຈະຮັບເອົາ. ຍົກຕົວຢ່າງຄືຖືເປັນສຳຄັນເຄື່ອງໝາຍການຄ້າ, ການສ້າງເຄື່ອງຫມາຍການຄ້າ, ການພົວພັນກັບລູກຄ້າ, ການແນະນຳສິນຄ້າ... ທຸກສິ່ງທຸກຢ່າງກໍ່ຕິດພັນກັບພື້ນຖານການບໍລິຫານທຸລະກິດທີ່ທັນສະໄໝນັ້ນ ກໍ່ຄວນຮັບເອົາ. ການຖືເປັນສຳຄັນນ້ຳໃຈມະນຸດຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທຸກສິ່ງໄດ້ຂຶ້ນກັບສີສັນຂອງຊາດນັ້ນ ພວກເຮົາກໍ່ຄວນຮັກສາໄວ້. ວິທີຕິດຕໍ່ວັດທະນະທຳນີ້ແມ່ນເປັນໜ້າຊົມເຊີຍ ແລະ ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ນັບມື້ນັບເຄື່ອນໄຫວທຸລະກິດເກັ່ງ, ທັນສະໄໝກວ່າເກົ່າ ແຕ່ກໍ່ຍັງຄົງຮັກສາສີສັນວັດທະນະທຳວິນຍານຂອງຊາດ”.

   ດ້ວຍການສ້າງປະເທດຊາດ ວັດທະນາຖາວອນນັ້ນ ໜ້າທີ່ຄວາມຮັບຜິດຊອບປະຊາຄົມປະຊາຄົມວິສາຫະກິດ ແມ່ນນັບມື້ນັບມີຄວາມສຳຄັນ. ຂະບວນວິວັດແຫ່ງການຕິດຕໍ່ ແລະ ຫັນປ່ຽນວັດທະນະທຳທີ່ເດີນຕາມຖືກທິດນັ້ນ ກໍ່ຈະສ້າງກຳລັງແຮງທີ່ອ່ອນໂຍນໃຫ້ແກ່ວິສາຫະກິດ. ທ່ານ ຫງວຽນຈີ໊ທົງ ຮອງປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ PNJ ໃຫ້ຮູ້ວ່າ:

      “ວິສາຫະກິດແຕ່ລະແຫ່ງພວມພັດທະນາວັດທະນະທຳສະເພາະຂອງຕົນ.  ພວກເຮົາຄວນສ້າງການເຊື່ອມຕໍ່ວັດທະນະທຳວິສາຫະກິດນີ້ ກັບວັດທະນະທຳວິສາຫະກິດອື່ນ, ມີໂຄງລ່າງທາງດ້ານວັດທະນະທຳວິສາຫະກິດ”.

   ປັດຈຸບັນ ຫວຽດນາມ ນັບມື້ນັບເຊື່ອມໂຍງຢ່າງກວ້າງເລິກໃນທົ່ວໂລກ. ໃນຂະບວນວິວັດແຫ່ງການຕິດຕໍ່ວັດທະນະທຳນັ້ນ ແນ່ນອນວ່າ ມີຫຼາຍຄຸນຄ່າຖືກທ້າທາຍ, ມີຫຼາຍມາດຖານຖືກຕ່າວປີ້ນ. ຍິ່ງກວ່ານັ້ນ ຫວຽດນາມ ພວມຢູ່ໃນໄລຍະຕິດຕໍ່ຫັນປ່ຽນວັດທະນະທຳໃນລະດັບສູງ.  ບໍ່ວ່າພື້ນຖານວັດທະນະທຳໃດທີ່ມີປະສິດທິຜົນ, ວັດທະນະທຳມະນຸດກໍ່ຕ້ອງຮັກສາໄວ້, ສ່ວນວັດທະນະທຳໃດໄປຝືນວັດທະນະທຳມະນຸດນັ້ນ ກໍ່ຕ້ອງປັດເຂ່ຍອອກຈາກວິສາຫະກິດດ້ວຍທຸກວິທີ. ທ່ານ ປອ ຢານຕືຈຸງ ຫົວໜ້າອຳນວຍການໂຮງຮຽນສ້າງນັກທຸລະກິດ PACE ໃຫ້ຮູ້ວ່າ:

    “ຄວາມຄາດຫວັງ 2045 ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ຍົກອອກມານັ້ນ ແມ່ນຮອດປີ 2045 ຫວຽດນາມກາຍເປັນປະເທດພັດທະນາມີລາຍຮັບສູງ. ເມື່ອຄິດເຖິງຄວາມຄາດຫວັງປີ 2045 ນັ້ນ ປະຊາຄົມວິສາຫະກິດ ຫວຽດນາມ ກໍ່ຕ້ອງຄຳນຶງເຖິງພື້ນຖານການບໍລິຫານໃໝ່. ອາດຈະເອີ້ນຊື່ພື້ນຖານການບໍລະຫານໃໝ່ ຫວຽດນາມ ນັ້ນແມ່ນພື້ນຖານການບໍລິຫານທີ່ມີນ້ຳໃຈ ຫວຽດນາມ ແລະ ສິ່ງທີ່ຍອດຍິ່ງຂອງໂລກ”. 

   ການຕິດຕໍ່ ແລະ ຫັນປ່ຽນວັດທະນະທຳບໍ່ພຽງແຕ່ຮັບເອົາສິ່ງທີ່ໃໝ່ອ່ຽມເທົ່ານັ້ນ, ບົນພື້ນຖານນັ້ນກໍ່ພັດທະນາສ້າງບັນດາຄຸນຄ່າວັດທະນະທຳໃໝ່ ໃນການພົວພັນແລກປ່ຽນ ແລະ ວັດທະນະທຳຫຼາກຫຼາຍສີສັນ. ໃນສະພາບການປະຕິວັດເຕັກໂນໂລຊີ 4.0 ແລະ ພິເສດແມ່ນບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ຄື ໂລກລະບາດໂຄວິດ - 19, ການຕິດຕໍ່ຫັນປ່ຽນວັດທະນະທຳກໍ່ແມ່ນໂອກາດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ຟື້ນຟູ ແລະ ພັດທະນາເສດຖະກິດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ