ການພັດທະນາສິລະປະດົນຕີປະສານສຽງໃຫ້ແກ່ເດັກນ້ອຍຫວຽດນາມ

(VOVWORLD) - ໃນລາຍການວັດທະນະທຳ ຫວຽດນາມ ສັບປະດາກ່ອນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳວົງດົນຕີປະສານສຽງ ຫວຽດນາມ ຢູ່ງານປະກວດ ແລະ Festival ດົນຕີປະສານສຽງສາກົນ.

ເລື່ອງສອນດົນຕີປະສານສຽງໃຫ້ແກ່ເດັກນ້ອຍ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ບັນດາສູນສິລະປະ ແລະ ໂຮງຮຽນນັ້ນ ໄດ້ປະກອບສ່ວນນຳດົນຕີປະສານສຽງ ຫວຽດນາມ ເຊື່ອມໂຍງເຂົ້າກັບໂລກ.

ການພັດທະນາສິລະປະດົນຕີປະສານສຽງໃຫ້ແກ່ເດັກນ້ອຍຫວຽດນາມ - ảnh 1 (ພາບປະກອບ)

        ນັ້ນແມ່ນສຽງດົນຕີຈາກຫ້ອງຮຽນດົນຕີປະສານສຽງຢູ່ສູນສິລະປະ Solart, ໃນເມືອງ ບາດິ່ງ, ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນສອງຫ້ອງຮຽນດົນຕີປະສານສຽງຂອງ ສູນສິລະປະ Solart ຢູ່ ຮ່າໂນ້ຍ. ກ່ຽວກັບການເຄື່ອນໄຫວໃນຊົ່ວໂມງຮຽນ. ເອື້ອຍຄູ ຟ້າມຢາງເຮືອງ, ໃຫ້ຮູ້ວ່າ:

        “ທຳອິດແມ່ນມີການລະຫຼິ້ນທີ່ກ່ຽວຂ້ອງເຖິງດົນຕີ, ຫຼັງຈາກນັ້ນແມ່ນໃຫ້ພວກນ້ອງແອບສຽງການຮ້ອງເພງ, ອ່ານຈັງຫວະດົນຕີ ແລະ ແອບຮ້ອງເພງພ້ອມກັບດົນຕີປະສານສຽງ. ຫຼືອາດສາມາດຝຶກແອບບົດເພງໃດໜຶ່ງ. ໃນສັບປະດາລະຮຽນສອງວັນ, ແມ່ນໃນວັນອັງຄານ ແລະ ວັນພະຫັດ. ອາຍຸຮຽນແມ່ນເລີ່ມແຕ່ 5 ປີຂຶ້ນໄປ. ພວກຫຼານໄດ້ຮັບການຮຳ່ຮຽນໃນເງື່ອນໄຂສະດວກທີ່ສຸດ. ສິ່ງດັ່ງກ່າວໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ພວກຫຼານກວ່າ“.

        ໃນເວລາພຽງໜຶ່ງກວ່າຊົ່ວໂມງເທົ່ານັ້ນ, ແຕ່ພວກຫຼານໄດ້ມີການເຄື່ອນໄວຫຼາຍຢ່າງຕາມຄວາມຮຽກຮ້ອງຂອງຄູອາຈານ, ແຕ່ເບິ່ງຄືວ່າພວກຫຼານກໍ່ບໍ່ຮູ້ອິດເມື່ອນ, ບໍ່ຮູ້ເບື່ອໜ່າຍເທື່ອ.

        ໃນຫ້ອງຮຽນອື່ນຂອງ ສູນສິລະປະ Solart, ມີພໍ່ແມ່ນັກຮຽນຫຼາຍຄົນພວມລໍຖ້າຮັບລູກພາຍຫຼັງຊົ່ວໂມງຮຽນ. ເອື້ອຍ ເລທິມິງຄາຍ, ແມ່ຂອງຫຼານ ມິງເຈົາ, ໃຫ້ຮູ້ວ່າ:

        “ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ພາລູກໄປຮຽນຢູ່ສະໂມສອນອື່ນໆ. ແຕ່ເມື່ອຮູ້ວ່າ ສູນສິລະປະ Solart ໄດ້ຮັບການສ້າງຕັ້ງຂຶ້ນ, ພວກຂ້າພະເຈົ້າກໍ່ຊອກຮູ້  ແລະ ພາລູກມາຮຽນນັບແຕ່ຊຸມມື້ທຳອິດຢູ່ທີ່ນີ້. ປັດຈຸບັນ, ລູກຂອງຂ້າພະເຈົ້າໄດ້ເຂົ້າຮ່ວມການຮຽນສິລະປະທຸກວິຊາຢູ່ທີ່ນີ້. ພາຍຫຼັງເຂົ້າຮ່ວມ Solart  ຫຼານສາມາດຟ້ອນ, ດົນຕີ, ແລະ ຂັບຮ້ອງໄດ້ດີກວ່າ, ທັງມີຄວາມເຊື່ອໝັ້ນຕົນເອງກວ່າ“.

        ຢູ່ ຮ່າໂນ້ຍ, ເລື່ອງກໍ່ສ້າງດົນຕີປະສານສຽງວິທະຍາ ຖືກຈັດຕັ້ງຢູ່ວິທະຍາຄານດົນຕີແຫ່ງຊາດ ຫວຽດນາມ ແລະ ໂຮງຮຽນສິລະປະບາງແຫ່ງ. ດົນຕີປະສານສຽງເດັກນ້ອຍພຽງແຕ່ມີຢູ່ສູນສິລະປະ Solart ແລະ ໃນລະບົບໂຮງຮຽນປະຖົມ Vinschool. ທ່ານນາງ ໂດ້ທິທູຮ່ວຽນ, ຮອງຫົວໜ້າອຳນວຍການໂຮງຮຽນ Vinschool, ໃຫ້ຮູ້ວ່າ:

        “ດົນຕີປະສານສຽງແມ່ນຮູບການດົນຕີຍາກສຳລັບນັກຮຽນປະຖົມ. ແຕ່ Vinschool ພັດສອນວິຊານີ້ຍ້ອນມີພື້ນຖານດ້ານວັດຖຸຢ່າງພຽງພໍສາມາດຕອບສະໜອງຄວາມຕ້ອງການຮຳ່ຮຽນສິລະປະຂອງພວກຫຼານໄດ້. ຄຽງຂ້າງນັ້ນ, ພວກເຮົາຍັງມີຖັນແຖວຄູອາຈານທີ່ມີຄວາມສຸດຈິດສຸດໃຈ, ມີບົດຮຽນ ແລະ ມີຄວາມຮັກຕໍ່ຮູບແບບດົນຕີປະສານສຽງ. ຜ່ານນັ້ນພວກຂ້າພະເຈົ້າກໍ່ຫຼໍ່ຫຼອມໃຫ້ພວກຫຼານກ່ຽວກັບທັກສະ, ຄວາມສາມາດ, ຄວາມເຄົາລົບກົດລະບຽບວິໃນ ແລະ ການຮ່ວມມື“.

        ເລື່ອງສິດສອນດົນຕີປະສານສຽງໃນລາຍການຮຳ່ຮຽນທາງການຂອງພວກນ້ອງນັກຮຽນຢູ່ Vinschool ໄດ້ສ້າງປະສິດທິຜົນອັນແທດຈິງໃນການສຶກສາດ້ານຈິດວີນຍານໃຫ້ແກ່ເດັກນ້ອຍ. ທ່ານນາງ ໂດ້ທິທູຮ່ວຽນ, ໃຫ້ຮູ້ຕື່ມອີກວ່າ:

        “ກ່ອນອື່ນໝົດພວກຫຼານຈະຮັບຮູ້ ແລະ ເຫັນໄດ້ຄວາມງາມຂອງດົນຕີປະສານສຽງ. ນອກນັ້ນ, ພວກຫຼານກໍ່ມີໂອກາດສຳຜັດກັບດົນຕີ ກໍ່ຄືບັນດານັກສິລະປິນແຖວໜ້າຂອງໂລກ, ໄດ້ພົບປະກັບເພື່ອນມິດສາກົນ ແລະ ໄດ້ໄປຫຼາຍເຂດພາກຂອງປະເທດ. ຜ່ານການເຄື່ອນໄຫວຄືດັ່ງກ່າວ, ພວກຫຼານຈະໄດ້ຮຽນວັດທະນະທຳທີ່ເປັນເອກະລັກສະເພາະຂອງດົນຕີປະສານສຽງຕື່ມອີກ“.

        ປັດຈຸບັນ, ບັນດານັກຮ້ອງໃນວົງດົນຕີປະສານສຽງຂອງລະບົບການສຶກສາ Vinschool ແລະ ສູນສິລະປະ Solart ແມ່ນບັນດາປັດໃຈຕັ້ງໜ້າໃນວົງດົນຕີປະສານສຽງຂອງ ຫວຽດນາມ ທີ່ເຂົ້າຮ່ວມງານປະກວດດົນຕີປະສານສຽງແຫ່ງຊາດ, ສາກົນ ແລະ ລາຍການສະແດງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ. ຈາກບັນດາຫ້ອງຮຽນນ້ອຍໆຢູ່ Solart ແລະ Vinschool, ບັນດາຄູອາຈານ ໄດ້ ແລະ ພວມສ້າງບັນດາວົງດົນຕີປະສານສຽງປະຊາຄົມ, ເປັນແກ່ນສານເພື່ອພັດທະນາສິລະປະດົນຕີປະສານສຽງ ຫວຽດນາມ ໃຫ້ເທົ່າທຽມກັບລະດັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ