ການອະນຸລັກຮັກສາເອກະສານມໍລະດົກ ມາຍາຍ ຢູ່ພູຫງູແຮັ່ງເຊີນ

(VOVWORLD) -ລະບົບ ມາຍາຍ ໝາຍເຖິງເອກະສານທີ່ຄວັດສະຫຼັກຢູ່ຕາມຜາຫີນ, ຖຳ້ ໃນປູຊະນີຍະສະຖານລະດັບຊາດພິເສດພູຫງູແຮັ່ງເຊີນ ທີ່ນະຄອນດ່າໜັງ ທີ່ໄດ້ຮັບການຮັບຮອງຈາກອົງການ Unesco ວ່າ ແມ່ນມໍລະດົກເອກະສານຂຶ້ນກັບໂຄງການຊົງຈຳໂລກ ພາກພື້ນອາຊີປາຊີຟິກ ເດືອນ ພະຈິກ ປີ 2022. ນະຄອນ ດ່າໜັງ ໄດ້ຍູ້ແຮງວຽກງານອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງມໍລະດົກ ມາຍາຍ
ການອະນຸລັກຮັກສາເອກະສານມໍລະດົກ ມາຍາຍ ຢູ່ພູຫງູແຮັ່ງເຊີນ - ảnh 1ຜູ້ຕາງໜ້າ Unesco ມອບໃບຢັ້ງຢືນລະບົບ ສີລາ ມາຍາຍ ແມ່ນມໍລະດົກເອກະສານຂຶ້ນກັບໂຄງການຊົງຈຳໂລກ ພາກພື້ນອາຊີປາຊີຟິກ

     ລະບົບ ມາຍາຍ ລວມມີເອກະສານ 78 ເລື່ອງ ຖືກຄວັດສະຫຼັກດ້ວຍໜັງສື ຈີນ ແລະ ໜັງສືຫວຽດເດີມ ຢູ່ຕາມຜາຫີນ ແລະ ຖ້ຳ ໃນປູຊະນີຍະສະຖານລະດັບຊາດພິເສດພູຫງູແຮັ່ງເຊີນ ທີ່ນະຄອນ ດ່າໜັງ. ເນື້ອໃນຂອງມໍລະດົກອັນລ້ຳຄ່ານີ້ ແມ່ນມີຫຼາຍຮູບຫຼາຍແບບເປັນເອກະລັກ ກ່ຽວກັບຮູບການດ້ວຍວັນນະຄະດີຫຼາຍປະເພດ ຂອງບັນດາເຈົ້າຊີວິດ, ເສນາອາມາດໃນລາດຊະວົງ ຫວຽນ ແລະ ບັນດານັກບວດທີ່ມີພັນສາສູງ, ປັນຍາຊົນ ຊຶ່ງໄດ້ມີມາແຕ່ສະຕະວັດທີ XVII ຫາ XX. ພາຍຫຼັງທີ່ອົງການ Unesco ໄດ້ຮັບຮອງແມ່ນມໍລະດົກເອກະສານຂຶ້ນກັບໂຄງການຊົງຈຳໂລກພາກພື້ນອາຊີ-ປາຊີຟິກນັ້ນ, ວຽກງານອະນຸລັກຮັກສາ  ລະບົບມາຍາຍ ຍິ່ງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດກວ່າເກົ່າ. ທ່ານ ຫງວຽນວັນຮ່ຽນ ຫົວໜ້າຄະນະຄຸ້ມຄອງທິວທັດທຳມະຊາດພູຫງູແຮັ່ງເຊີນ ໃຫ້ຮູ້ວ່າ:

     “ວຽງການໂຄສະນາເຜີຍແຜ່ ຍິ່ງໄດ້ຮັບການຜັນຂະຫຍາຍຢ່າງກວ້າງເລິກທັງຢູ່ພາຍໃນ ແລະ ຕ່າງປະເທດ.ວຽກງານຮັກສາຢ່າງເຄ່ງຄັດ ປົກປັກຮັກສາຢ່າງເດັດຂາດ ຮັກສາລະບົບ ມາຍາຍ ເໝືອນເດີມ, ຫຼີກລ້ຽງສະພາບຮ່ອງຮອຍສະຖານຖືກທຳລາຍ”.

    ລະບົບ ມາຍາຍ ຢູ່ພູຫງູແຮັ່ງເຊີນ ແມ່ນມໍລະດົກຕິດພັນກັບປູຊະນີຍະສະຖານລະດັບຊາດພິເສດພູຫງູແຮັ່ງເຊີນ, ດັ່ງນັ້ນວຽກງານວາງແຜນຜັງ ອະນຸລັກຮັກສາຟື້ນຟູ ເສີມຂະຫຍາຍຄຸນຄ່າມໍລະດົກ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ນະຄອນ ດ່າໜັງ. ທ່ານ ຫງວຽນຮວ່າ ປະທານຄະນະກຳມະການປະຊາຊົນ ເມືອງ ຫງູແຮັ່ງເຊີນ ໃຫ້ຮູ້ວ່າ:

      “ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າສົມທົບກັບບັນດາຫົວໜ່ວຍ ກົມມໍລະດົກ ຈະຫັນລະບົບ ມາຍາຍ, ຮູບປັ້ນ, ວັດຖຸບູຮານຂອງພູຫງູແຮັ່ງເຊີນ ເປັນດີຈີຕອນ. ແຂກທ່ອງທ່ຽວເມື່ອມາທ່ຽວຊົມ ພຽງແຕ່ໃຊ້ໂທລະສັບມືຖືກວດຜ່ານລະຫັດ QR ຈຶ່ງຈະຮູ້ວ່າ ນັ້ນແມ່ນຫຍັງ ມີເນື້ອໃນຄືແນວໃດ ເຊິ່ງບໍ່ຕ້ອງການໂຄສະນາຜ່ານໂທລະໂຄ່ງ ຫຼື ຟັງຄຳອະທິບາຍ”.

      ຫໍພິພິທະພັນ ດ່າໜັງ ພວມສົມທົບກັບກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຄົ້ນຄວ້າແຜນອະນຸລັກຮັກສາ ຜະລິດຕະພັນ ມາຍາຍ 78 ເລື່ອງຢູ່ພູຫງູແຮັ່ງເຊີນ. ເຕັກໂນໂລຊີແສງສີທີ່ທັນສະໄໝ ຈະຖືກນຳໃຊ້ ເພື່ອຮັບໃຊ້ແຂກມາຢ້ຽມຊົມ. ທ່ານ ຮ່າຫວີ  ຮອງຫົວໜ້າພະແນກ ວັດທະນະທຳ ກິລາ ນະຄອນ ດ່າໜັງ ໃຫ້ຮູ້ວ່າ:

     “ມາຍາຍ ມີຄຸນຄ່າຂອງມໍລະດົກແຫ່ງຄວາມຊົງຈຳ ດັ່ງນັ້ນຮຽກຮ້ອງໃຫ້ຕ້ອງຮັບປະກັນມາດຖານ ລັກສະນະສຳຜັດຂອງມໍລະດົກທີ່ມີຕໍ່ມວນຊົນ. ຖ້າຫາກພວກເຮົາບໍ່ລະມັດລະວັງ, ສຳຜັດໃນເງື່ອນໄຂບໍ່ແທດເໝາະ ຈະເຮັດໃຫ້ແຫຼ່ງເອກະສານນີ້ຖືກເປ່ເພ. ພວກຂ້າພະເຈົ້າຈະຫັນລະບົບມໍລະດົກນີ້ເປັນດີຈີຕອນ ເຊິ່ງຈະມີບັນດາຫົວເລື່ອງສະເພາະ ສຳລັບຖັນແຖວຜູ້ແນະນຳ ນັກຮຽນ ນັກສຶກສາ”.

     ແຫຼ່ງມໍລະດົກເອກະສານ ມາຍາຍ ມີຄຸນຄ່າໃນຫຼາຍດ້ານ ເຊິ່ງໄດ້ສ່ອງແສງ ຫຼາຍຂົງເຂດໃນທ້ອງຖິ່ນ ແລະ ປະເທດຊາດ ພາຍໃຕ້ສະໄໝສັກດີນາຄື ປະຫວັດສາດ ພູມສາດ ວັນນະຄະດີ, ສິລະປະ, ສາສະໜາ, ພາສາສາດ, ວັດທະນະທຳ, ການສຶກສາ. ດັ່ງນັ້ນທາງ ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຍັງຈະເອົາໃຈໃສ່ອະນຸລັກ ເສີມຂະຫຍາຄຸນຄ່າມໍລະດົກເອກະສານມາຍາຍ.       ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

       “ໃນໄລຍະທີ່ຈະມາເຖິງ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ສະເໜີໃຫ້ນະຄອນ ດ່າໜັງ ສ້າງ ແລະ ຜັນຂະຫຍາຍ ການສຳຫຼວດກວດກາ, ເກັບກຳເອກະສານທີ່ມີຄຸນຄ່າ ໃນທົ່ວນະຄອນ, ສ້າງແຜນຄຸ້ມຄອງເອກະສານ, ໂຄສະນາມໍລະດົກ. ພ້ອມທັງເພີ່ມທະວີຄວາມຮັບຜິດຊອບຂອງວົງຄະນາຍາດ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກເອກະສານ ມາຍາຍ ຢູ່ພູຫງູແຮັ່ງເຊີນ”.

      ເລື່ອງລະບົບ ມາຍາຍ ໄດ້ຮັບການຮັບຮອງຈາກອົງການ Unesco ແມ່ນມໍລະດົກເອກະສານພາກພື້ນອາຊີ - ປາຊີຟິກ ແມ່ນບໍ່ພຽງແຕ່ຊ່ວຍຍົກລະດັບປູຊະນີຍະສະຖານລະດັບຊາດພິເສດພູຫງູແຮັ່ງເຊີນ ເທົ່ານັ້ນ ຫາກຍັງໝັ້ນໝາຍ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທິວທັດທຳມະຊາດແຫ່ງນີ້ອີກດ້ວຍ. ທາງນະຄອນ ດ່າໜັງ ຈະຕັ້ງໜ້າຍູ້ແຮງວຽກງານໂຄສະນາເຜີຍແຜ່ ປະກອບສ່ວນແຜ່ກະຈາຍ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກທີ່ຫາຍາກ ໃຫ້ແກ່ປະຊາຊົນແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຊົມທິວທັດທຳມະຊາດແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ