ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ

(VOVWORLD) - ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ ທີ່ ວາງສະແດງສາມຄັ້ງຢູ່ ສາທາລະນະລັດ ສະຫະພັນ ເຢັຍລະມັນ ນັບແຕ່ເດືອນ ກໍລະກົດ 2016 ເຖິງເດືອນມັງກອນ 2018 ແລະ ງານລາຕີກາບກອນ “ການປະສານສົມທົບລະຫວ່າງກາບກອນເຢັຍລະມັນ ແລະ ດົນຕີພື້ນເມືອງ ຫວຽດນາມ“ ທີ່ຈັດຕັ້ງໃນເດືອນຕຸລາຜ່ານມາຢູ່ສະຖາບັນ Goethe ຮ່າໂນ້ຍ ນັ້ນ, ແມ່ນບັນດາປະກົດການທີ່ມີຊີວິດຊີວາກ່ຽວກັບການຮ່ວມມື ພົບປະແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ເຢັຍລະມັນໃນໄລຍະມໍ່ໆນີ້.
ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ - ảnh 1 ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ (ພາບ: Toquoc)

ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ ໃນງານວາງສະແດງທີ່ຫໍພິພິທະພັນ Reiss-Engelhorn ຢູ່ນະຄອນ Mannheim, ຂຶ້ນກັບລັດ Baden-Wuerttemberg, ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ເຢັຍລະມັນ ຍັງຄົງສ້າງຄວາມດຶງດູດຊາວ ເຢັຍລະມັນຢູ່. ນີ້ແມ່ນງານວາງສະແດງຄັ້ງທີສາມ ແລະ ກໍ່ແມ່ນສະຖານທີ່ສຸດທ້າຍຂອງງານວາງສະແດງ, ໃນຂອບເຂດບັນດາເຫດການຂຳ່ນັບຮັບຕ້ອນ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢັຍລະມັນ (2011-2017), ເພື່ອແນະນຳວັດທະນະທຳ ຫວຽດນາມ ເຖິງສາທາລະນະຊົນ ເຢັຍລະມັນ. ບັນດານັກຊ່ຽວຊານ ດ້ານວັດທະນະທຳຂອງ ຫວຽດນາມ ແລະ ເຢັຍລະມັນ ໄດ້ຮ່ວມເດີນທາງໃນໄລຍະ 9 ປີ ດ້ວຍການແລກປ່ຽນ, ປຶກສາຫາລື, ການຮ່ວມມືຫຼາຍຢ່າງເພື່ອຈັດຕັ້ງງານວາງສະແດງນີ້. ແລະ ເຂົາເຈົ້າຈະຮ່ວມມືນຳກັນຫຼາຍກວ່າອີກໃນການອະນຸລັກຮັກສາ ບັນດາວັດຖຸບູຮານຄະດີຂອງ ຫວຽດນາມ, ກໍ່ຄືຈັດຕັ້ງງານວາງສະແດງກ່ຽວກັບວັດທະນະທຳເຢັຍລະມັນ ຢູ່ ຮ່າໂນ້ຍ. ທ່ານ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

“ນອກຈາກລາຍການນີ້, ຝ່າຍເຢັຍລະມັນ ກໍ່ໄດ້ສ້າງພື້ນຖານ ແລະ ຊ່ວຍພວກເຮົາໃນການນຳໃຊ້ເຕັກໂນໂລຢີ, ເຕັກນິກເພື່ອໄຈ້ແຍກບັນດາແບບຢ່າງວັດຖຸບູຮານຄະດີຂອງພວກເຮົາເພື່ອກຳນົດພາກສ່ວນເຄມີ, ຟີຊິກ, ເປັນພື້ນຖານໃຫ້ແກ່ການຮັກສາບັນດາວັດຖຸບູຮານຄະດີ. ຄຽງຂ້າງນັ້ນຝ່າຍ ເຢັຍລະມັນ ຍັງຊ່ວຍພວກເຮົາໃນການບຳລຸງສ້າງວຽກງານຮັກສາວັດຖຸບູຮານຄະດີ. ຮັກສາວັດຖຸພັນບາງຢ່າງທີ່ມີມາກ່ອນນີ້ນັບພັນປີ ແລະ ພວມຢູ່ໃນສະຖານະການຕ້ອງອະນຸລັກຮັກສາດ່ວນ. ຝ່າຍ ເຢັຍລະມັນ ກໍ່ໄດ້ອຸປະຖຳໃຫ້ລາຍການຮັກສາວັດຖະບູຮານຄະດີຂອງພວກເຮົາອີກ“.

ໃນຂະນະນັ້ນ, ພາຍຫຼັງການສະແດງຢູ່ສະຖາບັນ Goethe ຮ່າໂນ້ຍ ໃນວັນທີ 6 ຕຸລານັ້ນ. ວັນທີ 14 ຕຸລາ, ບັນດານັກສິລະປິນໃນກອງດົນຕີພື້ນ້ມືອງ ດົງກິງ ໄດ້ພ້ອມກັນສະແດງ ແລະ ຖ່າຍທຳລາຍການ “ປະສານສຽງລະຫວ່າງດົນຕີພື້ນເມືອງ ຫວຽດນາມ ກັບກາບກອນ ເຢັຍລະມັນ“ຢູ່ເຮືອນຫຼັງນ້ອຍໆໃນຖະໜົນ ຈົ່ວລ໋າງ, ຮ່າໂນ້ຍ. ສຽງດົນຕີ, ພ້ອມກັບຄຳກ່ອນ ໄດ້ພາໃຫ້ບັນດານັກສິລະປິນກັບຄືນສູ່ບັນຍາກາດທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງການປະສານສົມທົບລະຫວ່າງວັດທະນະທຳສອງປະເທດ ຫວຽດນາມ - ເຢັຍລະມັນ ເຊິ່ງເຂົາເຈົ້າໄດ້ສ້າງຂຶ້ນຢູ່ສະຖາບັນ Goethe ຮ່າໂນ້ຍ ໃນວັນທີ 6 ຕຸລາຜ່ານມາ.

ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ - ảnh 2ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ   (ພາບ: Toquoc)

ສະເພາະໃນຂົງເຂດດົນຕີ, ບັນດານັສິລະປິນ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢັຍລະມັນ ເຄີຍຮ່ວມມືສະແດງດົນຕີປະສານສຽງນຳກັນມາຫຼາຍເທື່ອ ພາຍໃຕ້ການອຸປະຖຳຂອງສະຖາບັນ Goethe ຫວຽດນາມ. ສະຖາບັນ Goethe ຫວຽດນາມ ກໍ່ສາມາດອຸປະຖຳໃຫ້ບັນດາຜະລິດຕະພັນໃໝ່ຂອງນັກສິລະປິນແຕ່ລະຄົນໃນທຸກຂົງເຂດສິລະປະ. ທ່ານ Wilfried Eckstein, ຫົວໜ້າ ສະຖາບັນ Goethe ຫວຽດນາມ, ໃຫ້ຮູ້ວ່າ

         ນັບແຕ່ 20 ປີມານີ້, ສະຖາບັນ Goethe ໄດ້ຈັດຕັ້ງງານວາງສະແດງສິລະປະຫຼາຍຄັ້ງຢູ່ສະຖາບັນ ຫຼືໜູນຊ່ວຍນັກສິລະປິນຈັດງານວາງສະແດງຢູ່ບ່ອນອື່ນ. ພວກຂ້າພະເຈົ້າຍັງຮ່ວມມືນຳກັນໃນການຟ້ອນທັນສະໄໝອີກ. ເພື່ອບໍ່ພຽງແຕ່ແນະນຳສິລະປະຟ້ອນຂອງ ເຢັຍລະມັນ ເທົ່ານັ້ນ, ຫາກຍັງສົມທົບກັນນຳສິລະປະຟ້ອນ ຂອງ ຫວຽດນາມ ຂຶ້ນເວທີສະແດງອີກດ້ວຍ. ພວກຂ້າພະເຈົ້າເຄີຍຈັດຕັ້ງໃຫ້ບັນດານັກສິລະປິນ ເຢັຍລະມັນ ມາສະແດງຢູ່ ຫວຽດນາມ ແລະ ກົງກັນຂ້າມກໍ່ຈັດຕັ້ງໃຫ້ບັນດານັກສິລະປິນ ຫວຽດນາມ ໄປສະແດງຢູ່ເຢັຍລະມັນ ຫຼື ເອີລົບ“.

          ກ່ຽວກັບການຮ່ວມມືແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢັຍລະມັນ ຍັງມີຫຼາຍຮູບຫຼາຍແບບ ແລະ ມີຫຼາຍຂົງເຂດອີກຄື:: ການແປພາສາ, ການແນະນຳບັນດາບົດປະພັນວັນນະຄະດີ, ການສະແດງສະລິປະເວທີ, ການວາງສະແດງຈິດຕະກຳ... ສະຖາບັນ Goethe ຫວຽດນາມ ເຄີຍຈັດຕັ້ງການແລກປ່ຽນ, ແນະນຳຮູບເງົາເຢັຍລະມັນຢູ່ ຫວຽດນາມ ກໍ່ຄືແນະນຳຮູບເງົາ ຫວຽດນາມ ຢູ່ ເຢັຍລະມັນ. ທັງເປັນຂົວຕໍ່ເພື່ອໃຫ້ບັນດານັກຜະລິດຮູບເງົາ ເຢັຍລະມັນ ແລະ ຫວຽດນາມ ແລກປ່ຽນວິຊາການຜະລິດຮູບເງົາ... ອີກດ້ວຍ. ນອກນັ້ນ, ສະຖາບັນ Goethe ຫວຽດນາມ ຍັງມີບັນດາຫ້ອງຮຽນພາສາ ເຢັຍລະມັນ, ຫໍສະໝຸດເພື່ອຮັບໃຊ້ໃຫ້ແກ່ການແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢັຍລະມັນ.

ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ - ảnh 3ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ ໃນງານວາງສະແດງທີ່ຫໍພິພິທະພັນ Reiss-Engelhorn  (ພາບ: Toquoc)

        ດ້ວຍການເຄື່ອນໄຫວຮ່ວມມື ແລກປ່ຽນວັດທະນະທຳ, ສະຖາບັນ Goethe ຫວຽດນາມ ພ້ອມກັບຊາວ ຫວຽດນາມ ແລະ ເຢັຍລະມັນຫຼາຍຮຸ່ນຄົນ ໄດ້ມີບົດບາດສຳຄັນໃນສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢັຍລະມັນ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນນີ້ພວມມານະພະຍາຍາມຮ່ວມເດີນທາງ, ພ້ອມກັນຊຸກຍູ້ການແລກປ່ຽນວັດທະນະທຳ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈ ແລະ ຮ່ວມຈິດຮ່ວມໃຈກັນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ