ຂີດໝາຍບັນດາບົດປະພັນວັນນະຄະດີສິລະປະ ໄດ້ຮັບລາງວັນ ໂຮ່ຈີມິນ, ລາງວັນລັດ

(VOVWORLD) -ວັນທີ 19 ພຶດສະພາ ທີ່ຜ່ານມາຢູ່ ຮ່າໂນ້ຍ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ເປັນເຈົ້າພາບຈັດພິທີມອບລາງວັນ ໂຮ່ຈີມິນ, ລາງວັນລັດກ່ຽວກັບວັນນະຄະດີສິລະປະປີ 2022 ໃຫ້ແກ່ນັກປະພັນ ຜູ້ຮ່ວມປະພັນ 128 ຄົນ. ບາງບົດປະພັນວັນນະຄະດີສິລະປະທີ່ໄດ້ຮັບລາງວັນໃນຄັ້ງນີ້ ແມ່ນດີເດັ່ນເປັນພິເສດມີຄຸນຄ່າສູງທາງດ້ານວັນນະຄະດີສິລະປະ ເປັນຂີດໝາຍໃນຈິດໃຈຂອງມວນຊົນ
ຂີດໝາຍບັນດາບົດປະພັນວັນນະຄະດີສິລະປະ ໄດ້ຮັບລາງວັນ ໂຮ່ຈີມິນ, ລາງວັນລັດ - ảnh 1ບັນດານັກປະພັນໄດ້ຮັບລາງວັນໂຮ່ຈີມິນກ່ຽວກັບວັນນະຄະດີ - ສິລະປະ

     ປີນີ້ລາງວັນໂຮ່ຈີມິນ, ລາງວັນລັດກ່ຽວກັບວັນນະຄະດີ - ສິລະປະ ໄດ້ເຊີດຊູນັກປະພັນ ຜູ້ຮ່ວມປະພັນ 8 ຄົນ ແລະ ໄດ້ມອບລາງວັນ ໂຮ່ຈີມິນ ໃຫ້ແກ່ນັກປະພັນ ຜູ້ຮ່ວມປະພັນ 8 ຄົນທີ່ໄດ້ເຖິງແກ່ມໍລະນະກຳ; ມອບລາງວັນລັດໃຫ້ແກ່ນັກປະພັນ, ຜູ້ຮ່ວມປະພັນ 87 ຄົນ ແລະ ມອບລາງວັນລັດໃຫ້ແກ່ນັກປະພັນ ແລະ  ຜູ້ຮ່ວມປະພັນ  25 ຄົນທີ່ໄດ້ເຖິງແກ່ມໍລະນະກຳ. ໃນຂົງເຂດຖ່າຍຮູບ, ສິລະປິນ ຈູຈີ໊ແທັ່ງ  ມີກຽດໄດ້ຮັບລາງວັນ ໂຮ່ຈີມິນ ໄດ້ແກ່ຊຸດຮູບຖ່າຍລວມມີ 4 ແຜ່ນດ້ວຍຫົວຂໍ້ “ທະຫານສອງຄົນ” ທີ່ໄດ້ຖ່າຍເມ່ືອປີ 1973. ໂດຍແມ່ນໜຶ່ງໃນຈຳນວນບັນດາອະດີດນັກຂ່າວສະໜາມຮົບຂອງສຳນັກຂ່າວສານ ຫວຽດນາມ, ທ່ານໄດ້ມີຮູບຖ່າຍຫຼາຍແຜ່ນທີ່ໂດດເດັ່ນກ່ຽວກັບຫົວຂໍ້ສົງຄາມປະຕິວັດ. ນັກສິລະປິນ ຈູຈີ໊ແທັ່ງ ໃຫ່ຮູ້ວ່າ:

      “ເມື່ອສັນຍາ ປາຣີ ກະກຽມລົງນາມ, ຂ້າພະເຈົ້າ ແລະ ອ້າຍ ເຈິ່ນມາຍເຮື໋ອງ ໄດ້ຮັບການແຕ່ງຕັ້ງເຂົ້າໄປສະໜາມຮົບ. ຂ້າພະເຈົ້າມີຄວາມຕົກສະເງິ ຍ້ອນວ່າໄດ້ເຫັນປະຈັກຕາຮູບພາບອ້າຍທະຫານລຸງ ໂຮ່ ແລະ ທະຫານຂອງຝ່າຍກົງກັນຂ້າມໄດ້ຈັບມືກັນ ແລະ ຍີ້ມຫົວໃສ່ກັນ, ໃນທັນທີຂ້າພະເຈົ້າຢາກຖ່າຍເອົາຮູບພາບເຫຼົ່ານັ້ນ. ຂ້າພະເຈົ້າໄດ້ມີການສັງເກດເຊັ່ນນັ້ນ ກໍ່ຍ້ອນຄອບຄົວ, ຍ້ອນມະຫາວິທະຍາໄລສັງລວມໄດ້ຊ່ວຍໃຫ້ເຮົາມີການສັງເກດທີ່ເຕັມໄປດ້ວຍວັດທະນະທຳມະນຸດ ລະຫວ່າງມະນຸດດ້ວຍກັນ”.

     ສິລະປະຟ້ອນກໍ່ ໄດ້ຮັບການຮັບຮູ້ຈາກພັກ ແລະ ລັດ ຍ້ອນວ່າໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມສ້າງ ຄວາມງາມທາງດ້ານຈິດວິນຍານຂອງມະນຸດ. ໃນນັ້ນຕ້ອງເວົ້າເຖິງທ່ານຮອງສາດສະດາຈານ ປອ ສິລະປິນປະຊາຊົນ ອຶ໊ງຢຸຍທິ້ງ ຜູ້ຮ່ວມປະພັນໄດ້ຮັບລາງວັນ ໂຮ່ຈີມິນ ສຳລັບບົດລະຄອນຟ້ອນ: “ປະເທດຊາດ”; “ແປວໄຟ”ແລະ ກິດຈະກຳຄົ້ນຄວ້າ “ເສັ້ນທາງພື້ນເມືອງຕະຫຼອດຮອດການປະດິດຄິດແຕ່ງຟ້ອນອາຊີບ”. ສິລະປິນປະຊາຊົນ ອຶ໊ງຢຸຍທິ້ງ ໃຫ້ຮຸ້ວ່າ:

     “ບົດລະຄອນຟ້ອນ “ປະເທດຊາດ” ແມ່ນພິເສດທີ່ສຸດ. ນີ້ແມ່ນບົດລະຄອນຍາວເວົ້າເຖິງຕະຫຼອດເສັ້ນທາງປົດປ່ອຍຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມໃນນັ້ນຂ້າພະເຈົ້າໄດ້ຝາກຝັງຫຼາຍສິ່ງຫຼາຍຢ່າງ ກ່ຽວກັບຊາຕາກຳຂອງທະຫານຢູ່ສະໜາມຮົບ ແລະ ຊາຕາກຳຂອງຜູ້ຢູ່ແນວຫຼັງ. ພື້ນຖານຂອງບັນດາຊາຕາກຳເຫຼົ່ານັ້ນ ກໍ່ແມ່ນຄວາມຮັກແພງຕໍ່ກັນ”.

    ສຳລັບຂົງເຂດວັນນະຄະດີ, ລາງວັນລັດໃນປີນີ້ ແມ່ນມອບໃຫ້ນັກປະພັນ ນັກກະວີ 9 ຄົນ. ໃນນັ້ນ ນັກປະພັນວັນນະຄະດີ ຫງວຽນຈ້ອງບ໋າວ ໄດ້ຮັບການເຊີດຊູຈາກພັກ ແລະ ລັດ ດ້ວຍບົດນະວະນິຍາຍ “ເທື້ອງດຶກ” ສ່ວນນັກປະພັນວັນນະຄະດີ ຫງວຽນວັນເຖາະ ໄດ້ຮັບການເຊີດຊູດ້ວຍປຶ້ມນະວະນິຍາຍ “ຫຼົງລືມ” ເຊິ່ງໄດ້ສ່ອງແສງກ່ຽວກັບຫົວເລື່ອງຊາວອົບພະຍົບ. ນັກປະພັນວັນນະຄະດີ ຫງວຽນວັນເຖາະ ໃຫ້ຮຸ້ວ່າ:

       “ຖານະບົດບາດຂອງ ຊາວຫວຽດນາມ ຢູ່ແດນໄກຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກທຸກໆຄົນ. ໃນບັນຫາຊາວອົບພະຍົບ,  ຊາວຫວຽດນາມ ເມື່ອອອກຈາກດິນແດນແຫ່ງບ້ານເກີດເມືອງນອນ ກໍ່ມີຈຸດເດັ່ນ ຈຸດອ່ອນ ແລະ ກໍສະແດງໃຫ້ເຫັນຄວາມຫຍຸ້ງຍາກ ເມື່ອອອກຈາກວັດທະນະທຳບ້ານເກີດເມືອງນອນ. ປຶ້ມນະວະນິຍາຍ “ຫຼົງລືມ” ສ່ອງແສງເຖິງການດຳລົງຊີວິດນັບໝື່ນຄົນ ພວມຕ້ອງທຳມາຫາກິນຢູ່ແດນໄກ. ຄວາມສຸກບໍ່ແມ່ນວ່າພວກເຮົາຈະໄດ້ໄປບ່ອນໃດບ່ອນໜຶ່ງ ໄດ້ດຳລົງຊີວິດ ແລະ ຮ່ຳຮຽນຢູ່ປະເທດສີວິໄລ, ຄວາມສຸກແມ່ນຕ້ອງສູ້ຊົນໂດຍຕົນເອງ ເພື່ອມີການປະກອບສ່ວນຢ່າງມີຄວາມໝາຍໃຫ້ແກ່ປະເທດຊາດບ້ານເກີດເມືອງນອນ, ນັ້ນຈຶ່ງແມ່ນຄຸນຄ່າແຫ່ງຊີວິດຂອງແຕ່ລະຄົນ”.

       ແຕ່ລະບົດປະພັນທີ່ໄດ້ຮັບລາງວັນ ໂຮ່ຈີມິນ ຫຼື ລາງວັນລັດກ່ຽວກັບວັນນະຄະດີສິລະປະ ລ້ວນແຕ່ມີຄວາມຫຼາກຫຼາຍສີສັນ, ອຸດົມສົມບູນທາງດ້ານຫົວເລື່ອງ ແລະ ວິທີການສະແດງ, ການປະກອບສ່ວນເສີມສ້າງ ແລະ ຍົກສູງຄຸນທາດຂອງພົນລະເມືອງ, ຄຸນທາດຂອງຊາວຫວຽດນາມ ໃນຍຸກສະໄໝໃໝ່, ຈາກນັ້ນແຜ່ກະຈາຍຍົກລະດັບບັນດາຄຸນຄ່າອັນດີງາມ, ປຸກລຸກຄວາມເອກອ້າງທະນົງໃຈ, ເຊີດຊູຊາດໂດຍຕົນເອງ, ປະກອບສ່ວນເສີມຂະຫຍາຍກຳລັງແຮງທາງດ້ານວັດທະນະທຳ ແລະ ຊາວຫວຽດນາມ,ນຳພາບພົດປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກພາຍນອກ. 

ຕອບກັບ

ຂ່າວ/ບົດ​ອື່ນ