ຂີດໝາຍວັດທະນະທຳປີ 2016: “ເປີດປະຕູ”ໂຮງລະຄອນໃຫຍ່ຮ່າໂນ້ຍ

(vovworld)- ແຜນ​ນະ​ໂຍບາຍ​ສົ່ງ​ເສີມ​ບັນ​ດາ​ກອງ​ສິ​ລະ​ປະ​ກອນ​ສະ​ແດງ​ບັນ​ດາ​ບົດ​ລະ​ຄອນ​ທີ່ມີ​ຄຸນ​ນະ​ພາບ​ສູງ​ຢູ່​ໂຮ​ງລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ ແມ່ນ​ຫນຶ່ງ​ໃນ 10 ເຫດ​ການ​ວັດ​ທະ​ນະ​ທຳ​ ກິ​ລາ ແລະ ທ່ອງ​ທ່ຽວ​ດີ​ເດັ່ນ​ໃນປີ 2016. ດ້ວຍ​ແຜນ​ນະ​ໂຍ​ບາຍນີ້, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ເປີດ​ກວ້າງປະ​ຕູເພື່ອ​ໃຫ້​ບັນ​ດາ​ບົດ​ລະ​ຄອນ​ສະ​ແດງ​ບົນ​ເວ​ທີ​ທີ່​ເປັນ​ມູນ​ເຊື້ອ, ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ໂດດ​ເດັ່ນ ມາ​ໃຫ້​ຜູ້​ຊົມ​ໃນ​ໂຮງ​ລະ​ຄອນ​ທີ່​ຫລູ​ຫລາແຖວ​ຫນ້າ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງອກ​ງ່າ ທີ່​ມີ​ຫົວ​ຂໍ້​ວ່າ: ຂີດ​ໝາຍ​ວັດ​ທະ​ນະ​ທຳ​ປີ 2016: “ເປີດ​ປະ​ຕູ”ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ

ຂີດໝາຍວັດທະນະທຳປີ 2016: “ເປີດປະຕູ”ໂຮງລະຄອນໃຫຍ່ຮ່າໂນ້ຍ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ
ພາບ:internet

        ເປີດ​ສາກ​ດ້ວຍ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ພິ​ເສດ ຂອ​ງວົງ​ດົນ​ຕີ​ປະ​ສານ​ສຽງ​ຫວຽດ​ນາມ, ບັນ​ດາ​ບົດ​ລະ​ຄອນ​ເວ​ທີສະ​ແດງ​ທີ່​ຍາດ​ໄດ້​ຫລຽນ​ຄຳ, ຫລຽນ​ເງິນ ​ໃນ ບັນ​ດາ​ງານ​ປະ​ກວດ, ງານແຂ່ງ​ຂັນ​ສິ​ລະ​ປະ​ເວ​ທີ​ສະ​ແດງ​ອາ​ຊີບ​ຂອງ​ໂຮງ​ລະ​ຄອນ​ເວ​ທີຫວຽດ​ນາມ, ໂຮງ​ລະ​ຄອນ​ດົນ​ຕີ ແລະ ໂຮງ​ລະ​ຄອນ​ຂັບ​ກ໋າຍ​ເລືອງ​ຫວຽດ​ນາມ ໄດ້​​ນຳ​ມາ​ສະ​ແດງ​ໃຫ້​ຜູ້​ຊົມ​ຕາມ​ແຜນ​ນະ​ໂຍ​ບາຍ “ເປີດ​ປະ​ຕູ” ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ໃນ​ມື້​ສະ​ແດງ ບົດ​ລະ​ຄອນ “ກອງ​ເສືອ​ດາວ​ດຳ” ຂອງ​ໂຮງ​ລະ​ຄອນ​ເວ​ທີ​ຫວຽດ​ນາມ, ທ່ານ ຫງວຽນ​ເທວີງ ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ເວ​ທີ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ ບົດ​ລະ​ຄອນ “ກອງ​ເສືອ​ດາວ​ດຳ” ໄດ້​ຮັບ​ການ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ໃຫຍ່. ໃນ​ວັນ​ທີ 14/12/2016 ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້ສະ​ແດງ ບົດ​ລະ​ຄອນ ຮຳ​ແລດ ເປັນ​ຄັ້ງ​ທີ 2 ຢູ່​ໂຮ​ງ​ລະ​ຄອນ​ໃຫຍ່. ປີ 2017, ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ບັນ​ດາບົດ​ລະ​ຄອນຕາມ​ແຜນ​ການ​ທີ່​ວາງ​ອອກ​ໃນ​ປີ. ​ຫວັງ​ວ່າ ລາຍ​ການສິ​ລະ​ປະ​ໂດຍ​ມີ​ການ​ຮ່ວມ​ເດີນ​ທາງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຄື​ແນວນີ້ ຈະ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກບໍ່​ພຽງ​ແຕ່​ໃຫ້​ບັນ​ດາ​ໂຮງ​ລະ​ຄອນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ໂຮງ​ລະ​ຄອນ​ໃຫຍ່​ພວມ​ໃນ​ເສັ້ນ​ທາງ​ເປັນ​ເຈົ້າ​ຕົນ​ເອງ​ອີກ​ດ້ວຍ.”

        ໂດຍ​ໄດ້​ຮັບ​ການ​ສະ​ແດງ​ບົນ​ເວ​ທີ​ຂອງ​ໂຮງ​ລະ​ຄອນ​ໃຫຍ່, ​ຊື່ງ​ແມ່ນສັນ​ຍາ​ລັກຂອງ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ແລະ​ກໍແມ່ນ​ຄວາມ​ໄຝ່​ຝັນ​ຂອງ​ນັກ​ສິ​ລະ​ປິນ​ເວ​ທີ​ສະ​ແດງຫລາຍລຸ້ນ​ຄົນ. ເປີດ​ສາກ​ລາຍ​ການ​ສະ​ແດງ​ເປັນ​ປະ​ຈຳ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ໂຮງ​ລະ​ຄອນ​ແຈ່ວ ຫວຽດ​ນາມ ໄດ້​ຄັດ​ເລືອກ​ບັນ​ດາ​ບົດ​ລະ​ຄອນ​ແຈ່ວ​ດີ​ເດັ່ນ​ຊື່ງ​ຕິດ​ພັນ​ກັບ​ຊື່​ສຽງ​ຂອງ​ໂຮງ​ລະ​ຄອນ​ແຈ່ວ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ແທງງວານ, ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ແຈ່ວ​ຫວຽດ​ນາມ ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​​​ສ້າງບັນ​ດາ​ບົດ​ລະ​ຄອນ​​ໃຫ້ດີ​ສຸດ, ຕົວ​ຢ່າງ ປີນີ້ ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ບົດ​ລະ​ຄອນ “ຊູຍ​ເວີນ”, ບົດ​ລະ​ຄອນ “ຜູ້​ໃດ​ຊື້ຫົວ​ຜັກ​ບົວ​ຂອງຂ້ອຍ. ຂ້າ​ພະ​ເຈົ້າຄິດ​ວ່າ ມີ​ບົດ​ລະ​ຄອນ​ແຈ່ວ​ຫລາຍ​ບົດ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ຂອງ​ໂຮງ​ລະ​ຄອນ​ແຈ່ວ​ຫວຽດ​ນາມ. ແຕ່​ລະ​ປີ ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ເພື່ອ​ເຮັດ​ແນວ​ໃດ​ສືບ​ຕໍ່​ຮັກ​ສາ​ສ​ີ​ສັນ​ທີ່​ເປັນ​ມູນ​ເຊື້ອ​ນີ້.”

ຂີດໝາຍວັດທະນະທຳປີ 2016: “ເປີດປະຕູ”ໂຮງລະຄອນໃຫຍ່ຮ່າໂນ້ຍ - ảnh 2
ບົດ​ລະ​ຄອນ ຮຳ​ແລດ
ພາບ:kinhtedothi

       ເລື່ອງ​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ໂດ​ດ​ເດັ່ນຢູ່ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ແມ່​ນ​ພະ​ລັງ​ຊີ​ວິດ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ອາ​ຊີບ​ຂອງ​ປີ 2016. ການ​ເຄື່ອນ​ໄຫວ​ສະ​ແດງ​ສິ​ລະ​ປະ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ​ໄດ້​ຍົກ​​ສູງ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ລາຍ​ການ, ບົດ​ລະ​ຄອນ​ກໍ​ຄື​ສ້າງ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນ​ໃນ​ວົງ​ການ​ນັກ​ສິ​ລະ​ປິນ, ​ດຶງ​ດູດຄວາມ​ສົນ​ໃຈ​ຂອງ​ຫາ​ງ​ສຽງ​ສັງ​ຄົມ. ທ່ານ ເຈືອງ​ຍ້ວນ, ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ຕ໋ວຍ​ແຈ໋ (ໄວ​ຫນຸ່ມ) ແບ່ງ​ປັນ​ວ່າ:

        “ໂຮງ​ລະ​ຄອນ​ໃຫຍ່​ໄດ້​ກາຍ​ເປັນ​ສະ​ຖ​ານ​ທີ່​ສະ​ແດງ​ບັນ​ດາ​ບົດ​​ລະ​ຄອນ​ທີ່​ຍາດ​ໄດ້​ລາງວັນ ສ້າງ​ການ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ,ດຶງ​ດູດຄວາມ​ສົນ​ໃຈ​ຂອງ​ສາ​ທາ​ລະ​ນະ​ຊົນ​ທີ່​ນິ​ຍົມ​ສິ​ລະ​ປະ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ວ່າຢາກ​ໃຫ້​ດ້ານ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ການ​ສະ​ແດງ​ພັດ​ທະ​ນາ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສາ​ທາ​ລະ​ນະ​ຊົນ ຄວນ​ມີ​ການ​ຫນູນ​ຊ່ວຍ​ອັນ​ສຳ​ຄັນຈາກ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ.”

        ໃນ​ແງ່​ມູມ​ອື່ນ, ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຍັງ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ພິ​ເສດ ປະ​ກອບ​ສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ ​ເປັນ​ເວ​ລາ​ດົນນານກວ່າ. ທ່ານ ຫງວຽນ​ວັນ​ຕວນ, ຫົວ​ຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຕີ​ລາ​ຄາ​ວ່າ:

        “ເລື່ອງ​ເປີດ​ປະ​ຕູ​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ບຸກ​ທະ​ລຸ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ. ໃນ​ໄລ​ຍະ​ຜ່ານ​ມາ, ລາຍ​ການນີ້​ພຽງ​ຢູ່​ໃນ​ໄລ​ຍະ​ເລີ​່ມ​ເຄື່ອນ​ໄຫວ​ເທົ່າ​ນັ້ນ. ເພື່ອ​ໃຫ້​ລາຍ​ການນີ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ຄວນ​ເອົາ​ໃຈ​ໃສ່​ສ້າງ​ລາຍ​ການ​ໃຫ້​ເໝາ​ສົມ, ດູດ​ດື່ມ, ມີ​ຄວາມ​ແຕກ​ຕ່າງ ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ແລະ ພວກ​ເຮົ​າ​ຕ້ອງ​ຮັກ​ສາ​ການ​ສະ​ແດງ​ສິ​ລະ​ປະ​ເປັນ​ປະ​ຈຳ.”

        ເລື່ອງ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ສົ່ງ​ເສີມ​ບັນ​ດາ​​ກອງ​ສິ​ລະ​ປະ​ກອນຂຸດ​ຄົ້ນ​ໂຮງ​ລະ​ຄອນ​ໃຫຍ່​ເພື່ອ​ສະ​ແດງ​ບັນ​ດາ​ບົດ​ລະ​ຄອນ​ມີ​ຄຸນ​ນະ​ພາບ​ສູງ, ເປີດ​ປະ​ຕູ​ໃຫ້​ບັນ​ດາ​ບົດ​ລະ​ຄອນ​ເວ​ທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ, ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ໂດດ​ເດັ່ນ​ນຳ​​ມາສະ​ແດງ​​ບົນເວ​ທີຂອງ​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ທ້າຍ​ປີ 2016 ມີ​ເກືອບ 20 ລາຍ​ການ, ບົດ​ລະ​ຄອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໄດ້​​​ນຳ​​ມາສະ​ແດງ​ຢູ່​ໂຮງ​ລະ​ຄອນໃຫ​ຍ່​ຮ່າ​ໂນ້ຍ. ຄວາມ​ຖືກ​ຕ້ອງ​ຂອງ​ແຜນ​ນະ​ໂຍ​ບາຍ​ເປີ​ດ​ປະ​ຕູ​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ໄດ້​ຮັບ​ການຢັ້​ງ​ຢືນ​ຜ່ານ​ຕົວຈິງ. 


ຕອບກັບ

ຂ່າວ/ບົດ​ອື່ນ