ຂະແຫນງວິຈິດສິນຫວຽດນາມ ຮ່ວມເດີນທາງກັບ 30 ປີແຫ່ງການປ່ຽນແປງໃຫມ່ ຂອງປະເທດຊາດ

(vovworld)- ນັບ​ແຕ່​ປີ 1986, ພາຍ​ຫລັງ​ທີ່​ໄດ້ປະ​ຕິ​ບັດ​ກິ​ດ​ຈະ​ການ​ປ່ຽນ​ແປງ​ໃຫມ່​​ປະ​ເທດ​ຊາດ ໂດຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ລິ​ເລີ່ມ ແລະ ຊີ້​ນຳ​ນຳ​ພາ, ພື້ນ​ຖານ​ວິ​ຈິດ​ສິນ​ຫວຽດ​ນາມ​ໄດ້​ພັດ​ທະ​ນາດີສົມ​ຄວນ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຫລາຍ​​ເປັນ​ຫນ້າ​ຊື່ນ​ຊົມ. ບັນ​ດາ​ການ​ປະ​ກອບ​ສ່ວນ​ກ່ຽວ​ກັບ​ດ້ານ​ສິ​ລະ​ປະ, ດ້ານ​ແນວ​ຄິດ​ຂອງ​ບັນ​ດາ​ນັກ​ຈິດ​ຕະ​ກອນ​ເຂົ້າ​ໃນສິ​ລະ​ປະ​ວັນ​ນະ​ຄະ​ດີ​ລ​ວມ​ຂອງ​ປະ​ເທດ​ຊາດ​ໃນ ​ໄລ​ຍະ 30 ປີ​ຜ່ານ​ມາ ແມ່ນ​ບັນ​ດາ​ຄຸນ​ຄ່າ​ໄດ້​ຮັບ​ການຢັ້ງ​ຢືນ. 30 ປີ​ແມ່ນ​ໄລ​ຍະ​ທາງບໍ່​ສັ້ນ​ແລະ​ກໍ່​ບໍ່​ຍາວ, ແຕ່​ພື້ນ​ຖານ​ວິ​ຈິດ​ສິນ ຫວຽດ​ນາມ​ ທັນ​ສະ​ໄຫມ​ໄດ້​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ, ບັນ​ລຸ​ໄດ​້​ຜົນ​ງານ​ຫລາຍ​ຢ່າງ​ກ່ຽວກັບ​ດ້ານ​ແນວ​ຄິດ, ສິ​ລະ​ປະ​ ວັນ​ນະ​ຄະ​ດີ. ບົດ​ຂຽນຂອງ​ນັກ​ຂ່າວ ລານ​ແອງ.

ຂະແຫນງວິຈິດສິນຫວຽດນາມ ຮ່ວມເດີນທາງກັບ 30 ປີແຫ່ງການປ່ຽນແປງໃຫມ່ ຂອງປະເທດຊາດ - ảnh 1
ຮູບ​ພາບ​ໃນ​ໄລ​ຍະ​ສົງ​ຄາມ
ພາບ:cinet.vn


        ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ, ພື້ນ​ຖານ​ວິ​ຈິດ​ສິນ​ຫວຽດ​ນາມ ໄດ້ມີ​ບາດ​ກ້າວ​​ພັດ​ທະ​ນາ​ຢ່າງບຸກ​ທະ​ລຸ​ກ່ຽວ​ກັບ​ດ້ານ​ຈີນ​ຕະ​ນາ​ການ, ສິ​ລະ​ປະ ແລະ ການ​ເຕີບ​ໃຫຍ່​ກ່ຽວ​ກັບ​ຖັນ​ແຖວ​ນັກ​ຈິດ​ຕະ​ກອນ​ປະ​ດິດ​ຄິດ​ແຕ່ງ ແລະ ​ນັກ​ຄົ້ນ​ຄ້​ວາ​ດ້ານ​ວິ​ຈິດ​ສິນ. ສາດ​ສະ​ດາ​ຈານ, ນັກ​ຈິດ​ຕະ​ກອນ ເຈີນ​ແຄງ​ເຈືອງ, ປະ​ທານ​ສະ​ມາ​ຄົມ​ວິ​ຈິດ​ສິນ​ຫວຽດ​ນາມ ໃຫ້​ຮູ້​ວ່າ: 30 ປີ​ຜ່ານ​ມາ, ຂະ​ແຫນງວິ​ຈິດ​ສິນ​ຫວຽດ​ນາມ ໄດ້​ມີ​ລະ​ດັບ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ນັບ​ທັງ​ລະ​ບົບ​ບຳ​ລຸງ​ສ້າງ ແລະ ຖັນ​ແຖວ​ນັກ​ຈິດ​ຕະ​ກອນ​ທີ່​ເຂົ້າ​ຮ່ວມ​ການ​ປະ​ດິດ​ຄິດ​ແຕ່ງ. ພິ​ເສດ, ໃນ​ໄລ​ຍະ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ນອກ​ຈາກ​ຖັນ​ແຖວ​ນັກ​ຈິດ​ຕະ​ກອນ​ເກົ່າ​ແລ້ວ, ໄດ້​ມີ​ນັກ​ຈິດ​ຕະ​ກອນ​ໃຫມ່​ຕື່ມ​ອີກ​ຫລາຍ​ຄົນ​ທີ່​ໄດ້​ຮັບ​ການບ​ຳ​ລຸງ​ສ້າງ​ເປັນ​ລະ​ບົບ. ປີ 2013, ມີ​ປະ​ມານ 10.000 ຄົນ​ເຂົ້າ​ຮຽນ​ຂະ​ແຫນງວິ​ຈິດ​ສິນ. ປະ​ຈຸ​ບັນ, ຫວຽດ​ນາມ ຮາກ​ຖານ​ບຳ​ລຸງ​ສ້າງ​ດ້ານ​ວິ​ຈິດ​ສິນ  ກວ່າ 80 ແຫ່ງ, ໃນ​ນັ້ນ ມີ​ບັນ​ດາ​ໂຮງ​ຮຽນໃຫຍ່​ທີ່​ມີ​ຊື່​ສຽງ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ ນະ​ຄອນ​ໂຮ່​ຈິ​ມີນ, ມະ​ຫາ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກ​ຳ, ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ… ສາດ​ສະ​ດາ​ຈານ, ນັກ​ຈິດ​ຕະ​ກອນ ເຈີນ​ແຄງ​ເຈືອງ ໃຫ້​ຮູ້​ວ່າ:

        “ເມື່ອ​ທົບ​ທວນ​ຄືນ​ບັນ​ດາ​ປະ​ເພດ​ສິ​ລະ​ປະ​ຄື​ແນວນັ້ນ, ກ່ອນ​​ທີ່ດຳ​ເນີນ​ການ​ປ່ຽ​ນ​ແປງ​ໃຫມ່, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ປະ​ຈຸ​ບັນ ຂະ​ແຫນງວິ​ຈິດ​ສິນມ​ີ​ບາດ​ກ້າວ​ພັດ​ທະ​ນາ​​​ຢ່າງກະ​ໂດດ​ຂັ້ນ. ເປັນ​ອັນ​ວ່າ ສິ​ລະ​ປະ​ສ້າງ​ພາບ​ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່​ມີ​ສອງ​​ຢ່າງ​ທີ່​ພວກ​ເຮົາ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ທີ​ຫນຶ່ງ ແມ່ນ​ການ​ພັດ​ທະ​ນາ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ສິ​ລະ​ປະ​ສ້າງ​ພາບ, ທີ​ສອງ ແມ່ນ​ການ​ພັດ​ທະ​ນາ​ກະ​ໂດ​ດ​ຂັ້ນ​ຂອງ​ວິ​ຈິດ​ສິນ​ໝູນ​ໃຊ້, ສິ​ລະ​ປະ​ທີ່​ໄດ້​ນຳໃຊ້​ເຂົ້າໃນ​ຊີ​ວິດ ແລະ  ປະ​ກອບ​ສ່ວນ​ເຂົ້າ​ໃນພື້ນ​ຖານ​ເສດ​ຖະ​ກິດ.”

        ບໍ່​ພຽງ​ແຕ່​ພັດ​ທະ​ນາ​ກ່ຽວ​ກັບ​ລະ​ບົບ​ບຳ​ລຸງ​ສ້າງ ຈຳ​ນວນ​ສະ​ມາ​ຊິກ​ສະ​ມາ​ຄົມ​ວິ​ຈິດ​ສິນເທົ່າ​ນັ້ນ ຫາກ​ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຂອງ​ບັນ​ດາ​ນັກ​ຈິ​ດ​ຕະ​ກອນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ​ອີກ​ດ້ວຍ. ຖ້າ​ຫາກ​ພາຍ​ຫລັງ​ ​ພາກ​ໃຕ້​ຫວຽດ​ນາມໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ແຕ່​ລະ​ປີ ສະ​ມາ​ຄົມ​ວິ​ຈິດ​ສິນ​ຫວຽດ​ນາມ ​ໄດ້ຈັດ​ຕັ້ງ​ງານ​ວາງ​ສະ​ແດງພຽງແຕ່ 20 – 30 ຄັ້ງ ແລະ ສ່ວນ​ຫລາຍ​ແມ່ນ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມີນ, ສະ​ເພາະ​ປີ 1990, ມີ​ງານ​ວາງ​ສະ​ແດງ 200 ຄັ້ງ​ໄດ້​ດຳ​ເນີນ​ຢູ່​ພາຍ​ໃນ​ປະ​ເທດ. ພາຍ​ຫລັງປີ 1990 ໄດ້​ຈັດ​ຕັ້ງງານ​ວາງ​ສະ​ແດງກວ່າ 300 ຄັ້ງ. ແຕ່​ລະ​ປີ ມີ​ ​ປະ​ມານ 2500 ຜະ​ລິດ​ຕະ​ພັນ​ວິ​ຈິດ​ສິນ​ໄດ້​ສົ່ງ​ເຖິງ​ບັນ​ດາ​ງານ​ວາງ​ສະ​ແດງ ແລະ ທັງ​ໝົດ​ ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດິດ​ຄິດ​ແຕ່ງ​ໃຫມ່. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ປະ​ດິດ​ຄິດ​ແຕ່ງ​ນັບ​ມ​ື້​ນັບ​ຫລາຍ​ຂຶ້​ນ. ບັນ​ດາ​ງານ​ວາງ​ສະ​ແດງນີ້​ມີ​ຄຸນ​ປະ​ໂຫຍດ​ໄດ້​ຊ່ວຍ​ໃຫ້​ນັກ​ຈິດ​ຕະ​ກອນ​ພັດ​ທະ​ນາ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ນ​ຳ​ເອົາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫມ່, ພະ​ລັງ​ຊີ​ວິດ​ໃຫມ່​ຂອງ​ສິ​ລະ​ປະ​ມາ​ສູ່​ສາ​ທາ​ລະ​ນະ​ຊົນ.

ຂະແຫນງວິຈິດສິນຫວຽດນາມ ຮ່ວມເດີນທາງກັບ 30 ປີແຫ່ງການປ່ຽນແປງໃຫມ່ ຂອງປະເທດຊາດ - ảnh 2
ແຕ່​ລະ​ປີ ມີ​ ​ປະ​ມານ 2500 ຜະ​ລິດ​ຕະ​ພັນ​ວິ​ຈິດ​ສິນ​ໄດ້​ສົ່ງ​ເຖິງ​ບັນ​ດາ​ງານ​ວາງ​ສະ​ແດງ 
ພາບ: internet


        ໂດຍ​ສືບ​ທອດ ແລະ ພັດ​ທະ​ນາ​ຫົວ​ເລື່ອງ​ເກົ່າ, ຊອກ​ຫາ​ຫົວ​ເລື່ອງ​ໃຫມ່ ແມ່ນ​ຈຸດ​ທີ່​ພົ້​ນ​ເດັ່ນ​ຂອງ​ພື້ນ​ຖານ​ວິ​ຈິດ​ສິນ​ຫວຽດ​ນາມ​ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່. ເມື່ອ​ປະ​ເທດ​ຊາດ​ມີ​ການ​ປ່ຽນ​ແປງ​ໃຫມ່, ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ​ກໍ​ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ໄປ​ນຳ. ໄລ​ຍະ​ໃຫມ່ ສະ​ນັ້ນ ດ້ານ​ແນວ​ຄິດ, ວິ​ທີ​ການ​ສະ​ແດງ​ກໍ​ຄວນ​ມີ​ການ​ເຊື່ອມ​ໂຍງ​. ນັກ​ຈິດ​ຕະ​ກອນ ເລ​ຈ້ອງ​ເລີນ, ປະ​ທານ​​ສະ​ພາສະ​ມາ​ຄົ​ມ​ວິ​ຈິດ​ສິນ​ຈິດ​ຕະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: ກ​ອ່ນນີ້ ຫົວ​ເລື່ອງ​ກ່ຽວ​ກັບ​ສົງ​ຄາມ​ແມ່ນ​ຄວາມ​ດຶງ​ດູດ​ການ​ປະ​ດິດ​ຄິດ​ແຕ່ງ​​ຂອງນັກ​ຈິດ​ຕະ​ກອ​ນ ແລະ ນີ້​ແມ່ນ​ຫົວ​ເລື່ອງ​ຮຽກ​ຮ້ອງ​ວົງ​ການ​ນັກ​ຈິດ​ຕະ​ກອນ​ຕ້ອງ​ມີ​ດ້ານ​ສິ​ລະ​ປະ​ສູງ​ສຸດ.ໃນ​ຈຳ​ນວນ​ຜະ​ລິດ​ຕະ​ພັນ​ວິ​ຈິດ​ສິນນັ້ນ ມີ 60-70% ແມ່​ນຫົ​ວ​ເລື່ອງ​ກ່ຽວ​ກັບ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ປະ​ເທ​ດ​ຊ​າດ. ແຕ່​ປະ​ຈຸ​ບັນ, ບັນ​ດາ​ນັກ​ຈິດ​ຕະ​ກອນ​ຫນຸ່ມ​ໄດ້​ເປີດກວ້າງ​ຕື່ມ​ອີກ, ມີ​ບັນ​ດາ​ຮູບ​ການ ແລະ ວິ​ທີ​ການ​ສະ​ແດງ​ໃຫ້​ເຫັນ​ຫົວ​ເລື່ອງ​ທີ່​ອຸ​ດົມ​ສົມ​ບູນ​ ແລະ ເໝາ​ະ​ສົມ​ກັບ​ຊີ​ວິດ​ທັນ​ສະ​ໄຫມ. ນັກ​ຈິດ​ຕະ​ກອນ ເລ​ຈ້ອງ​ເລີນ ໃຫ້​ຮູ້​ວ່າ:

        “ຕົວ​ຢ່າງ ເມື່ອ​ເວົ້າ​ເຖິງ​ບັນ​ດາ​ຈີນ​ຕະ​ນາ​ການ​ ​ກ່ອນນີ້​ສັງ​ເກດ​ດ້ວຍ​ຮູບ​ພາບຊື່ງ​ນັກ​ຈິດ​ຕະ​ກອນ​ອະ​ວຸ​ໂສ​ກ່ອນນີ້​ໄດ້​ນຳ​ໃຊ້​ຮູບ​ພາບ​ລະ​ອຽດ​ເພື່ອ​ເວົ້າ​ເຖິງ​ການ​ຕໍ່​ສູ້​ຢ່າງ​ສະ​ຫງ່າ​ອົງ​ອາດນັ້ນ.  ແຕ່​ມາ​ເຖິງ​ປະ​ຈຸ​ບັນ ນັກ​ຈິດ​ຕະ​ກອນ​ໄດ້​ນຳ​ໃຊ້​ແນວ​ຄິດ, ຫາກບໍ່​ນຳ​ໃຊ້​ຮູບ​​ພາບ​ໂດຍ​ກົງ​ເພື່ອ​ສ້າງ​ການ​ພົວ​ພັນ​ກ່ຽວ​ກັບ​ດ້ານ​ອາ​ລົມ​ຈິດ​ກໍ​ຄື​ການ​ແຕ້ມ​ພາບ, ມີ​ຮູບ​ການ ແລະ ວິ​ທີ​ສະ​ແດງ​ແຕກ​ຕ່າງ​ກັນ.”

        ໃນ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ກໍ​ເປັນ​ຂີດ​ໝາຍ​ຂະ​ແຫນງ​ວິ​ຈິດ​ສິນທັນ​ສະ​ໄຫມ​ຂອງ​ຫວຽດ​ນາມ ໄດ້​ມີ​ການ​ປ່ຽນ​ແປງ​​ຢ່າງ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ຄຸນ​ນະ​ພາບ, ມຸ່ງ​ໄປ​ເຖິງ​ການ​ໝູນ​ໃຊ້​ວິ​ຈິດ​ສິນ ແລະ ຮັບ​ເອົາ​ບັນ​ດາ​ການ​ໝູນ​ໃຊ້​ດ້ານ​ວິ​ຈິດ​ສິນ​ທັນ​ສະ​ໄຫມ​ຂອງ​ໂລກ. ນັກ​ຈິດ​ຕະ​ກອນ ເລ​ຮູຍ​ຕຽບ, ປະ​ທານ ສະ​ພາ​ສິ​ລະ​ປະ​ແຕ້ມ​ພາບ, ສະ​ມາ​ຄົມ​ວິ​ຈິດ​ສິນ ຫວຽດ​ນາມ ໄດ້​ຍົກ​ຕົວ​ຢ່າງວ່າ: ຖ້າ​ຫາກ​ການ​ພັດ​ທະ​ນາ​ຂອງ​ສິ​ລະ​ປະ​ການ​ແຕ້​ມ​​ຮູບ​ໃສ່​ຜະ​ລິດ​ຕະ​ພັນ​ຫຸ້ມ​ຫໍ່ປະ​ກົດ​ອອກ​ແຕ່​ຊຸມ​ປີ 1985, ສິ​ລະ​ປະ​ແຕ້ມ​ພາບປະ​ກົດ​ອອກ​ຫລາຍ​ສຸດ​ນັບ​ແຕ່​ປີ 1990 ມາ​ຮອດ​ປະ​ຈຸ​ບັນ. ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ logo, ການ​ແຕ້ມ​ພາບ​ໃນ​ການ​ອອກ​ແບບ​ ກໍ່​ອາດ​ ​ເວົ້າ​ໄດ້​ວ່າ ໃນໄລ​ຍະ 15-20 ປີ​ມານີ້ ກໍ​ ໄດ້​ຮັບ​ການພັດ​ທະ​ນາ​ຢ່າງ​ເຫັນ​ໄດ້​ຊັດ. ນັກ​ຈິດ​ຕະ​ກອນ ເລ​ຮູຍ​ຕຽບ ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ອາດ​ຈະ​ເວົ້າ​ໄດ້​ວ່າ ສິ​ລະ​ປະ​ແຕ້ມ​ຮູບ ຫວຽດ​ນາມ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ດີ​ສົມ​ຄວນ. ນັ້ນ​ແມ່ນ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ຮູບ​ການ, ເນື້ອ​ໃນ ແລະ ຄຸນ​ນະ​ພາບ. ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ, ຂອງ​ເຕັກ​ໂນ​ໂລ​ຊີ, ຕະ​ຫລາດ, ໃນ​ສິ​ລະ​ປະ​ແຕ້ມ​ຮູບ​ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ສິ​ລະ​ປະ​ແຕ້ມ​ຮູບ​ໂຄ​ສະ​ນາ, ການອອກ​ແບບ, ແຕ້ມ​ກາ​ໝາຍ, logo ແລະ​ອ​ື່ນໆ​ລ້ວນ​ແຕ່​ມີ​ການ​ພັດ​ທະ​ນາ​ດີ​ສົມ​ຄວນ.”

        ອາດ​​ເວົ້າ​ໄດ​ວ່າ ກິ​ດ​ຈະ​ການ​ປ່ຽນ​ແປງ​ໃຫ​ມ່ ໄດ້​ເຮັດ​ໃຫ້​ຂະ​ແຫນງວິ​ຈິດ​ສິນ​ຫວຽດ​ນາມ ພັດ​ທະ​ນາ​ນັບ​ທັງ​ປະ​ລິ​ມານ​ກໍ​ຄື​ຄຸນ​ນະ​ພາບ. ຍ້ອນ​ເຫດນັ້ນ ໃນ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ຂ​ະ​ແຫນງ ວິ​ຈິດ​ສິນ​ຫວຽດ​ນາມ ມີ​ຄວາມເຊື່ອ​ໝັ້ນ​ ​ເພື່ອ​ ເຊື່ອມ​ໂຍງ​ກັບ​ວິ​ຈິດ​ສິນ​ທັນ​ສະ​ໄຫມ​ຂອງ​ໂລກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິ​ດ​ຈະ​ການ​​ກໍ່​ສາ້ງ ແລະ ພັດ​ທະ​ນາ​ມະ​ນຸດຫວຽດ​ນາມ ຢ່າງ​ທັນ​ສະ​ໄຫມ​ຮອບ​ດ້ານ​.


ຕອບກັບ

ຂ່າວ/ບົດ​ອື່ນ