ຂະແໜງຖ່າຍຮູບຫວຽດນາມ - ບັນດາສິ່ງທ້າທາຍ ຕໍ່ຄວາມຮຽກຮ້ອງຕ້ອງການສ້າງເປັນມືອາຊີບ

(VOVWORLD) -ປະຈຸບັນ,ການຖ່າຍຮູບໄດ້ຮັບການຕີລາຄາວ່າເປັນໜຶ່ງໃນອາຊີບ ທີ່ມີຄວາມ ສາມາດບົ່ມຊ້ອນເພາະສິລະປະການຖ່າຍຮູບໄດ້ເຂົ້າສູ່ ຫຼາຍດ້ານ ຂອງຊີວິດ ແລະ ສັງຄົມ. ເຖິງຢ່າງໃດກໍຕາມ, ອາຊີບຖ່າຍຮູບພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນບັນຫາລິຂະສິດ, ຄວາມຊຳນານ... ຫວ່າງແລ້ວນີ້, ທີ່ Hanoi Studio Gallery ໄດ້ຈັດຕັ້ງການໂອ້ລົມສົນທະນາ ແນໃສ່ຊອກຫາວິທີແກ້ໄຂທີ່ເໝາະສົມເພື່ອໃຫ້ຂະແໜງຖ່າຍຮູບຫວຽດນາມສາມາດ ພັດທະນາໃຫ້ດີຂຶ້ນ
ຂະແໜງຖ່າຍຮູບຫວຽດນາມ - ບັນດາສິ່ງທ້າທາຍ ຕໍ່ຄວາມຮຽກຮ້ອງຕ້ອງການສ້າງເປັນມືອາຊີບ - ảnh 1ພາບປະກອບ

     ໂດຍຊີ້ໃຫ້ເຫັນບັນດາສິ່ງທ້າທາຍປະຈຸບັນ ໃນສິລະປະການຖ່າຍຮູບ ຂອງຫວຽດນາມ, ນັກຊ່ຽວຊານ ຫຼາຍຄົນຖືວ່າ ຫວຽດນາມ ຍັງບໍ່ທັນມີຕະຫຼາດ ທີ່ແທ້ຈິງຂອງຂະແໜງນີ້ ເມື່ອບັນດາການເຄື່ອນໄຫວໂຄສະນາ, ວາງສະແດງ ຍັງຂາດເຂີນ, ເຮັດໃຫ້ປະຊາຊົນ ບໍ່ມີໂອກາດໄດ້ຊອກຮູ້ບັນດາຜົນງານຖ່າຍຮູບ. ຄຽງຄູ່ກັນນັ້ນ, ນັກສິລະປະການຖ່າຍຮູບ ຍັງປະສົບກັບຄວາມຫຍຸ້ງຍາກໃນ ບັນຫາລິຂະສິດ, ເມື່ອຜູ້ອື່ນ ຖ່າຍເອົາຮູບຄ້າຍຄືກັບຮູບຕົ້ນສະບັບ ແລະ ຈ້າວຂາຍດ້ວຍລາຄາທີ່ ສູງກວ່າ. ຍິ່ງໄປກວ່ານັ້ນ, ການປະກົດຕົວຂອງ ຊອບແວ ທີ່ໃຊ້ປັນຍາປະດິດ (AI) ເພື່ອແຕ້ມ ສໍາເນົາ ຮູບຖ່າຍ ພວມແມ່ນໄພນາບຂູ່ຕໍ່ ນັກຖ່າຍຮູບ. ທ່ານນາງ ເລເຮືອງມີ, ອາຈານສອນວິຊາສິລະປະ ແລະ ທ່ານ ຟ້າມແມ້ງຈິງ ຜູ້ມີຄວາມເມົາມົວກັບສິລະປະການຖ່າຍຮູບ, ໃຫ້ຮູ້ວ່າ:

       “ ຄົນເຮົາເຄີຍຖືກຫຼົງລືມໄດ້ງ່າຍ ລະຫວ່າງຮູບພາບ ແລະ ຜົນງານ ການຖ່າຍຮູບ. ສຳລັບຮູບພາບນັ້ນ, ພາຍຫຼັງທີ່ໄດ້ ຖ່າຍແລ້ວ, ກໍສາມາດເບິ່ງຜ່ານ ໜ້າຈໍກ້ອງຖ່າຍກໍພໍແລ້ວ ແຕ່ສຳລັບຜົນງານສຸດທ້າຍທີ່ສ້າງສຳເລັດແລ້ວ, ເຮົາຄິດວ່າ ຜູ້ປະຕິບັດ ຫຼື ຜູ້ຢາກປະຕິບັດ ກໍຕ້ອງຄິດຢ່າງຮອບຄອບ.”

       “ໃນເມື່ອກ່ອນ, ຮູບຖ່າຍເປັນຮູບຂາວດຳ, ດັ່ງນັ້ນເຂົາເຈົ້າເຮັດດ້ວຍຄວາມລະມັດລະວັງ, ຂາກຂອດເລືອກເຟັ້ນ, ດັດປັບໃນກ້ອງ ຕະຫຼອດຮອດການພິມ, ຂະຫຍາຍ ລ້າງຟິມ ຢ່າງລະມັດລະວັງ. ເຂົາເຈົ້າຖະຫນຸຖະໜອມ ຮູບຖ່າຍແທ້ໆ, ແຕ່ດຽວນີ້ມັນມີຫຼາຍເກີນໄປ, ດັ່ງນັ້ນຈະເປັນຄືແນວໃດກໍດີ”

       ສຳລັບໄວໜຸ່ມທີ່ເດີນຕາມສິລະປະການຖ່າຍຮູບເປັນມືອາຊີບ, ເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ, ດັ່ງທີ່ນັກຖ່າຍຮູບໜຸ່ມຄົນໜຶ່ງແບ່ງປັນວ່າ:

    “ເມື່ອກ້າວເຂົ້າສູ່ເສັ້ນທາງປະກອບອາຊີບ ຖ່າຍຮູບ, ຄວາມຫຍຸ້ງຍາກທຳອິດຂອງຂ້າພະເຈົ້າແມ່ນດ້ານອຸປະກອນ, ກ້ອງຖ່າຍຮູບແມ່ນສິ່ງໜຶ່ງ, ແຕ່ເຮົາຍັງບໍ່ມີເງື່ອນໄຂທີ່ຈະເປັນເຈົ້າຂອງກ້ອງຖ່າຍຮູບ ແລະ ອຸປະກອບທີ່ມີຄຸນນະພາບສູງເພື່ອຮັບໃຊ້ການເຄື່ອນໄຫວຖ່າຍຮູບຂອງຕົນ. ຄວາມຫຍຸ້ງຍາກອີກ ອັນຫນຶ່ງແມ່ນ ປະສົບການ. ຖ້າຫາກວ່າ ມີປະສົບການບໍ່ເທົ່າໃດ ແລະ ຄວາມຮູ້ຖືກຈໍາກັດນັ້ນ, ເຮົາກໍບໍ່ສາມາດຖ່າຍເອົາຮູບທີ່ຫນ້າພໍໃຈໄດ້.”

    ຕາມທ່ານນາງເຢືອງທູຮັ່ງ, ຜູ້ອຳນວຍການ Hanoi Studio Gallery ແລ້ວ, ເພື່ອຖ່າຍເອົາຮູບທີ່ມີຄຸນຄ່າດ້ານສິລະປະ ແລະ ວັດທະນະທຳມະນຸດ, ນັກຖ່າຍຮູບຕ້ອງໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ພັດທະນາທັກສະ ເປັນເວລາຍາວນານ. ສະນັ້ນ, ເພື່ອສ້າງຖັນແຖວ ຊ່າງພາບອາຊີບ, ຕ້ອງເປີດຊຸດຮຽນ ພື້ນຖານ, ຊຸດຮຽນຖ່າຍທອດວິຊາຊີບ, ແລກປ່ຽນ ແລະ ຮຽນຮູ້ ລະຫວ່າງບັນດາ ນັກຖ່າຍຮູບລຸ້ນຕ່າງໆ. ນາງເຢືອງທູຮັ່ງໃຫ້ຮູ້ວ່າ :

     “ຕ້ອງເປີດຊຸດຮຽນ, ງານປະກວດຮູບຖ່າຍຫຼາຍຂຶ້ນ. ຕ້ອງເປີດຊຸດຮຽນ ພື້ນຖານ, ຊຸດຮຽນຖ່າຍທອດວິຊາຊີບ, ຊຸດຮຽນສ້າງ ແຫຼ່ງບັນດານໃຈ. ມີການແນະນຳໃຫ້ບັນດາເພື່ອນໜຸ່ມເພື່ອຍົກສູງທັກສະ, ວິທີ່ສັງເກດ, ໃຊ້ຈີນຕະນາການຂອງຕົນ ເພື່ອມີຮູບຖ່າຍ ສິລະປະອັນຍອດຍິ່ງ”.

      ຄຽງຄູ່ກັບວິທີແກ້ໄຂທີ່ໄດ້ກ່າວມາຂ້າງເທິງ, ເພື່ອໃຫ້ສິລະປະການຖ່າຍຮູບ ພັດທະນາ, ຄວາມມານະພະຍາຍາມຂອງນັກຖ່າຍຮູບ ແຕ່ ລະຄົນ ແມ່ນເງື່ອນໄຂຕັດສິນຊີ້ຂາດ ນັກ ຖ່າຍຮູບຕ້ອງມີບັນດາຮູບການ ປະດິດ ຄິດສ້າງ ຖ່າຍຮູບທີ່ມີຫຼາຍຮູບຫຼາຍແບບ. ແທນທີ່ຄວາມເປັນຫ່ວງຕໍ່ປັນຍາປະດິດ (AI) ຜະລິດເອົາສໍາເນົາຮູບຖ່າຍນັ້ນ, ນັກຖ່າຍຮູບຄວນຮຽນຮູ້ ແລະ ກຳແໜ້ນ ແນວໂນ້ມເຕັກໂນໂລຢີ ເພື່ອໝູນໃຊ້ເຂົ້າໃນວຽກງານຂອງຕົນ. ຍ້ອນການ ຮອງຮັບ ແລະ ພັດທະນາຮູບການສະແດງ ທີ່ຫຼາຍຮູບຫຼາຍແບບໃນ ການ ຖ່າຍຮູບນັ້ນ, ຈະຊ່ວຍໃຫ້ນັກຖ່າຍຮູບສາມາດເຮັດໄດ້ສິ່ງທີ່ຄາດວ່າບໍ່ ສາມາດ ເຮັດໄດ້ ດ້ວຍພາສາຂອງ ການຖ່າຍຮູບ.

ຕອບກັບ

ຂ່າວ/ບົດ​ອື່ນ