ຄວາມງາມຂອງສາງພູມປັນຍາມະຫຶມາ

(VOVWORLD) -ໃນອາທິດແລ້ວນີ້ ພວກຂ້າພະເຈົ້າໄດ້ແນະນຳບົດທີໜຶ່ງ ໃນຈຳນວນບົດແນະນຳກ່ຽວກັບກອນລຳຂອງບັນດາເຜົ່າຢູ່ເຂດໄຕງວຽນ, ໄດ້ແນະນຳກ່ຽວກັບ ນັກສິລະປະການ ອາອາ ຊຶ່ງແມ່ນນັກສິລະປະການໂດດເດັ່ນຂອງຊາວເຜົ່າ ເຊີດັງເຕີເດີຣາ, ແມ່ນຜູ້ໄດ້ເກັບຮັກສາ ແລະ ສະໜອງບັນດາເນື້ອໃນ ກອນລຳເຊີດັງທັງໝົດ ໃນຊຸດປຶ້ມທີ່ມີຄ່າຫາຍາກ: “ສາງກອນລຳໄຕງວຽນ”. 
ຄວາມງາມຂອງສາງພູມປັນຍາມະຫຶມາ  - ảnh 1ຊຸດປຶ້ມທີ່ມີຄ່າຫາຍາກ: “ສາງກອນລຳໄຕງວຽນ” 

ກອນລຳຂອງຊາວເຜົ່າ ເຊີດັງ ກຸ່ມເຕີເດີຣາ ຫຼື ເອີ້ນວ່າ ເຮີມວນ, ຖືກຄົ້ນພົບໃນປີ 2001-2002 ໂດຍຮອງສາດສະດາຈານ ປອ ຫວໍກວາງຈ້ອງ, ຜູ້ອຳນວຍການ ພິພິທະພັນຊົນເຜົ່າວິທະຍາ ຫວຽດນາມໄດ້ກຳນົດ. ໃນບໍລິເວນບັນດາ ເມືອງ ດັກຮ່າ, ດັກໂຕ ຢູ່ແຂວງ ກອນຕູມ, ທ່ານ ຫວໍກວາງຈ້ອງ ພ້ອມກັບເພື່ອນຮ່ວມງານ ໄດ້ເກັບກຳກອນລຳໄດ້ 106 ບົດ. ກອນລຳຂອງຊາວເຜົ່າ ຊັງດັງ ແມ່ນກອນລຳຍາວ ຂັບຮ້ອງຕິດຕໍ່ກັນ, ແຕ່ລະບົດປະພັນກໍ່ແມ່ນເລື່ອງລາວຕ່າງຫາກ, ແຕ່ບັນດາເລື່ອງລາວ ພັດມີສາຍກ່ຽວພັນ ຢ່າງສະໜິດແໜ້ນນຳກັນ. ເລື່ອງລາວໂດຍໝູນອ້ອມ ຕົວລະຄອນດຳດວງດ້ວຍຄວາມໃຝ່ຝັນ, ຄວາມຄາດຫວັງອັນສູງສົ່ງຂອງວົງຄະນະຍາດ. ທ່ານ ຫວໍກວາງຈ້ອງ ໃຫ້ຮູ້ວ່າ: 

     “ດຳດວງແມ່ນຕົວລະຄອນເອກ. ນີ້ແມ່ນຕົວລະຄອນທີ່ໂດດເດັ່ນ ຂອງຊາວເຜົ່າ ເຊີດັງ. ຊາວເຜົ່າ ເຊີດັງ ໄດ້ຝາກຝັງທັງໝົດຄຸນທາດ ອັນສູງສົ່ງທີ່ສຸດ ເຂົ້າໃນຕົວລະຄອນທີ່ໂດດເດັ່ນຂອງເຜົ່າຕົນ. ກ່ອນອື່ນໝົດ, ນີ້ແມ່ນອ້າຍບ່າວທີ່ແຂງແຮງ ເຮັດວຽກຫຍັງກໍ່ເດັ່ນ ຈາກການຈັກສານ, ລ່າເນື້ອ, ປຸກເຮືອນ, ບຸກເບີກພື້ນທີ່… ທຸກສິ່ງທຸກຢ່າງໃນການດຳລົງຊີວິດ, ອ້າຍບ່າວຄົນນີ້ ກໍ່ລ້ວນແຕ່ສາມາດເຮັດໄດ້ດີ. ນີ້ກໍແມ່ນບຸກຄົນທີ່ກ້າຫານທີ່ສຸດ. ກ້າຫານເພື່ອຕໍ່ຕ້ານກັບສັດຮ້າຍ, ຕໍ່ຕ້ານກັບສັດຕູຜູ້ຮຸກຮານ…”

     ວິທີສົມທຽບ, ຊ້ອນແຝງ ແລະ ຂະຫຍາຍເປັນໃຫ່ຍໄດ້ຖືກນຳໃຊ້ຊ້ຳແລ້ວຊ້ຳອີກ ເມື່ອນັກສິລະປະການຂັບກອນລຳ, ອັນໄດ້ເຮັດໃຫ້ບັນດາປັດໄຈ ວິເສດໃນກອນລຳມີຊີວິດຊີວາ ແລະ ດູດດື່ມ. ທ່ານ  ຫວໍກວາງຈ້ອງ ໃຫ້ຮູ້ວ່າ: 

    “ນອກຈາກຕົວລະຄອນເອກ, ກໍ່ຍັງມີຫຼາຍຕົວລະຄອນທີ່ເປັນຕົວແທນໃຫ້ແກ່ອຸດົມການຂອງປະຊາຊົນ, ຊ່ວຍໜູນໃຫ້ແກ່ຕົວລະຄອນເອກ ໃນການດຳລົງຊີວິດ, ໃນການຕໍ່ສູ້. ຍົກຕົວຢ່າງຄື ໄດ້ຖ່າຍທອດໃຫ້ກັນ ກ່ຽວກັບວິທີປຸກສາລາບ້ານຄືແນວໃດ, ວິທີໄປລ່າເນື້ອຄືແນວໃດ. ຂ້າພະເຈົ້າຖືວ່າ ນີ້ແມ່ນຕົວລະຄອນທີ່ໂດດເດັ່ນ, ເປັນນັກວິລະຊົນເຊິ່ງຊາວເຜົ່າ ເຊີດັງ ໄດ້ສ້າງຂຶ້ນເປັນຕົວລະຄອນວິລະຊົນ ໃນກອນລຳເພື່ອເປັນຕົວແທນໃຫ້ແກ່ຊົນເຜົ່າຕົນ ໃນການພິຊິດໂລກເມື່ອກ່ອນນີ້ ເພື່ອປົກປັກຮັກສາຊົນເຜົ່າຕົນ, ປົກປັກຮັກສາ ແລະ ພັດທະນາບ້ານເມືອງຂອງຕົນ ”.

     ກອນລຳເຊີດັງ ກໍ່ຍັງເລົ່າເຖິງກ່ຽວກັບການປະທະກັນ ສຳລັບສ່ວນບຸກຄົນ, ບັນດາສົງຄາມລະຫວ່າງຊົນເຜົ່າ ເຊີດັງ ກັບຊົນເຜົ່າອື່ນໆ ໃນໄລຍະປົກປັກຮັກສາບ້ານເມືອງ, ປົກປັກຮັກສາວົງຄະນະຍາດ. ໃນໄລຍະອອກແຮງງານ ທຳການຜະລິດ, ຮິດຄອງປະເພນີ, ສີສັນວັດທະນະທຳ,  ບັນດາບົດຮຽນ ໃນການດຳລົງຊີວິດຂອງຊາວເຜົ່າ ເຊີດັງ ກໍ່ໄດ້ຖືກສ່ອງແສງຢ່າງຈະແຈ້ງ ໃນບັນດາບົດປະພັນກອນລຳ. ທ່ານ ຫວໍກວາງຈ້ອງ ໃຫ້ຮູ້ຕື່ມອີກວ່າ: 

    “ມີຫຼາຍຄົນໄດ້ເວົ້າວ່າ ກອນລຳແມ່ນປຶ້ມຊັບພະວິຊາ, ທຸກສິ່ງທຸກຢ່າງ ທີ່ມີໃນການດຳລົງຊີວິດ ກໍ່ລ້ວນແຕ່ບັນທຶກໃນປຶ້ມຊັບພະວິຊານີ້. ມີຫຼາຍບົດປະພັນກອນລຳ ໄດ້ໃຫ້ຮູ້ກ່ຽວກັບວິທີ ສ້າງບ້ານແປງເມືອງຂອງຊາວເຜົ່າ ເຊີດັງ ຄືແນວໃດ, ວິທີເລືອກເອົາການສ້າງບ້ານຢູ່ຈຸດໃດ. ຄືຢູ່ໃກ້ກັບແຫຼ່ງນ້ຳ, ທີ່ດິນອຸດົມສົມບູນ, ການໄປມາສະດວກສະບາຍ. ຍົກຕົວຢ່າງຄື ວິທີການຈັບຫາປາ. ນັບທັງຕົວລະຄອນເອກໃນກອນລຳ ກໍ່ຍັງຖ່າຍທອດໃຫ້ກັນຮູ້ກ່ຽວກັບວິທີ ເຮັດໄຮ່ຄືແນວໃດ, ວິທີລ່າເນື້ອຄືແນວໃດ, ວິທີເອົາໜໍ່ໄມ້ໃນປ່າຄືແນວໃດ… ທັງໝົດເລົ່ານັ້ນ ກໍ່ລ້ວນແຕ່ມີໃນບົດປະພັນກອນລຳ”

     ຖ້າຫາກເພື່ອນມາຢ້ຽມຢາມໜູ່ບ້ານຂອງຊາວເຜົ່າ ເຊີດັງເຕີເດີຣາ ເປັນຄັ້ງທຳອິດ, ກອນລຳເຊີດັງຈະແມ່ນ ປຶ້ມຊັບພະວິຊາ ຊ່ວຍໃຫ້ບັນດາເພື່ອນຮູ້ໄດ້້ຫຼາຍສິ່ງຫຼາຍຢ່າງ ໃນການເດີນທາງຄົ້ນຫາວັດທະນະທຳ ຂອງຊົນເຜົ່ານີ້. 

ຕອບກັບ

ຂ່າວ/ບົດ​ອື່ນ