ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“

(VOVWORLD) - ໃນຊຸມວັນເດືອນ 6 ປີ 1957, ຊາວບ້ານແຊນ (ບ້ານພໍ່ປູ່), ບ້ານຮ່ວາງຈູ່ (ບ້ານພໍ່ຕາ), ປະຊາຊົນເມືອງ ນາມດ່ານ ແລະ ທົ່ວແຂວງ ເງ້ອານ ເປັນກຽດໄດ້ຕ້ອນຮັບປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມເປັນຄັ້ງທຳອິດ, ພາຍຫຼັງຫ່າງຈາກບ້ານເກີດມາເປັນເວລາຫຼາຍປີ.

ເວລານັ້ນ, ການນຳຜູ້ຍິ່ງໃຫຍ່ຂອງຊາດ, ໃນຊຸດໂສ້ງເສື້ອກາກີໄດ້ຕົກສີ, ຄູ່ເກີບຢາງພາລາຫຼຸ້ຍສົ້ນ, ຍີ້ມຫົວສົດໃສໂບກມືຄຳນັບປະຊາຊົນຜູ້ທີ່ພວມຄຳນັບຮັບຕ້ອນ. ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມບ້ານເກີດ (16/6/1957-16/6/2017), ເຊິ່ງດຳເນີນຢູ່ ເງ້ອານ, ໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກສິລະປິນໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບເຫດການພິເສດນີ້.

ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ - ảnh 1 ບັນດາການນຳເຂົ້າຮ່ວມລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“

ເປັນຫ່ວງເປັນໃຍຕໍ່ປະເທດຊາດ, ຕໍ່ປະຊາຊົນຢ່າງລົ້ນເຫຼືອ, ພາຍຫຼັງເດີນທາງອອກຈາກບ້ານເກີດເມືອງນອນເປັນເວລາເຄິ່ງສະຕະວັດ, ປະທານ ໂຮ່ຈີມິນ ຈິ່ງມີໂອກາດກັບເມືອຢ້ຽມຢາມບ່ອນຝັງສາຍແຮ່ແຜ່ສາຍບືຢູ່ບ້ານເກີດເມືອງນອນ ເງ້ອານ. ສາຍໃຈຕໍ່ບ້ານເກີດເມືອງນອນ, ຍິ່ງກວ່ານັ້ນແມ່ນບຸກຄະລິກພາບອັນສູງສົ່ງ, ສວຍງາມຂອງການນຳທີ່ແສນເຄົາລົບຮັກ ໄດ້

ສ້າງເປັນກຳລັງໃຈໃຫ້ບັນດານັກຮ້ອງ, ນັກສິລະປິນສະແດງລາຍການ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“. ຮອງສາສະດາຈານ, ປະລິຍາເອກ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ,ຫົວໜ່ວຍຈັດຕັ້ງລຍການດັ່ງກ່າວ, ໃຫ້ຮູ້ວ່າ:

“ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ ຫວນຄືນເຫດການກ່ອນນີ້ 60 ປີ, ເມື່ອປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ດ້ວຍບັນດາບົດເພງທີ່ຍືນຍົງຄົງຕົວພ້ອມກັບການເວລາ, ດ້ວຍວິທີຈັດວາງປະດັບປະດາເວທີສະແດງ, ແລະ ການຈັດທຳລາຍການສິລະປະເພື່ອສະແດງໃຫ້ເຫັນອາລົມຈິດຂອງ ລຸງ ທີ່ມີຕໍ່ບ້ານເກີດເມືອງນອນ, ກໍ່ຄືຂອງບ້ານເກີດເມືອງນອນທີ່ມີຕໍ່ ລຸງໂຮ່. ບັນດາຜູ້ຈັດທຳລາຍການຫວັງວ່າ, ນີ້ແມ່ນລາຍການທີ່ເປັນເອກະລັກສະເພາະ, ສ້າງຂີດໝາຍ, ຄວາມປະທັບໃຈ, ພິເສດແມ່ນອາລົມຈິດອັນເລິກເຊິ່ງໃນຈິດໃຈຂອງຊາວຫວຽດນາມປະຈຸບັນນີ້, ໂດຍສະເພາະແມ່ນປະຊາຊົນຢູ່ບ້ານເກີດເມືອງນອນຂອງເພິ່ນທີ່ມີຕໍ່ລຸງໂຮ່ຜູ້ແສນເຄົາລົບຮັກ“

ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ - ảnh 2 ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“

ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ນັບແຕ່ເວລາອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ຈົນຮອດເວລາປະເທດໄດ້ຮັບເອກະລາດ, ແລ້ວເຖິງຊຸມປີທ້າຍຊີວິດຂອງຕົນ, ປະທານ ໂຮ່ຈີມິນ ພຽງແຕ່ກັບເມືອຢ້ຽມຢາມບ້ານເກີດເມືອງນອນໄດ້ສອງເທື່ອເທົ່ານັ້ນ, ເຖິງວ່າໃນຈິດໃຈຂອງເພີ່ນຍາມໃດກໍ່ຄຳນຶງ, ຄິດຮອດຄິດເຖິງບ້ານເກີດເມືອງນອນ, ແລະ ຄອບຄົວທີ່ແສນຮັກຂອງຕົນ. ບັນດານັກສິລະປິນ, ນັກຮ້ອງທີ່ສະແດງໃນລາຍການສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມບ້ານເກີດເມືອງນອນ ໄດ້ສຸມຈິດສຸມໃຈເພື່ອຍ້ອງຍໍອາລົມຈິດ, ບຸກຄະລິກພາບຂອງປະທານ ໂຮ່ຈີມິນ ກໍ່ຄືບັນດາອາລົມຈິດເຊິ່ງບ້ານເກີດເມືອງນອນໄດ້ສະຫງວນໃຫ້ເພິ່ນ. ບັນດານັກສິລະປິນໄດ້ປະດິດສ້າງບົດເພງໃນລາຍການ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ ຢ່າງລະອຽດລະອໍ, ເພື່ອເຮັດໃຫ້ລາຍການທັງມີລັກສະນະທຳມະດາລຽບງ່າຍ, ທັງໃກ້ຊິດສະໜິດສະໜົມ ແຕ່ເຕັມໄປດ້ວຍອາລົມຈິດ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ແລະ ຜູ້ຟັງ. ນັກສິລະປິນດີເດັ່ນ ຮົ່ງເຢືອງ, ຜູ້ຈັດວາງ, ປະດັບປະດາຮູບຈຳລອງ “ລຸງໂຮ່ກັບເມືອຢາມບ້ານເກີດເມືອງນອນ“, ເວົ້າຄວາມໃນໃຈສູຟັງວ່າ:

ປະທານ ໂຮ່ຈີມິນ ເດີນທາງອອກຈາກບ້ານເກີດເມືອງນອນນັບແຕ່ເວລາຍັງນ້ອຍ, ແຕ່ປະຈຸບັນກັບເມືອຜົມພັດຫງອກໄປແລ້ວ, ຫວນຄືນບັນດາອະນຸສອນໃນຍາມຍັງເປັນເດັກນ້ອຍຢູ່ບ້ານເກີດເມືອງນອນ, ແຫ່ງທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມີທັງນຳ້ໃຈຂອງພໍ່ ແລະ ແມ່, ຂອງອ້າຍ, ເອື້ອຍ, ຂອງໝູ່ບ້ານ, ຂອງບ້ານເກີດເມືອງນອນ. ການສະແດງດ້ວຍນຳ້ໃຈ, ດ້ວຍກິລິຍາທ່າທາງຂອງນັກສິລະປະໃນທຳນອງດົນຕີໂດຍບໍ່ມີສຽງເພງນັ້ນ, ໄດ້ຮຽກຮ້ອງໃຫ້ນັກສິລະປິນຕ້ອງກະກຽມຢ່າງລະອຽດລະອໍ. ພິເສດແມ່ນຕ້ອງເຮັດໃຫ້ຜູ້ຊົມ, ຜູ້ຟັງຮູ້ສຶກໄດ້ອາລົມຈິດຢ່າງເລິກເຊິ່ງຂອງລຸງທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ພິເສດແມ່ນຕໍ່ຊາວ ເງ້ອານ“

ໂດຍບໍ່ຫົວຊາຕໍ່ອາກາດທີ່ຮ້າຍແຮງ, ນັກສິລະປິນ, ນັກສະແດງກວ່າ 100 ຄົນໄດ້ພະຍາຍາມເພື່ອໃຫ້ ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ ດຳເນີນໄປສຳເລັດຜົນ. ບັນດານັກສິລະປະບໍ່ພຽງແຕ່ຂັບຮ້ອງບັນດາບົດເພງອະມະຕະ, ທີ່ຍືນຍົງຄົງຕົວພ້ອມກັບການເວລາ, ຄື: “ຈາກບ້ານແຊນ“, “ສຽງເພງກາງປ່າ ປັກປໍ໋“, “ບົດເພງຍ້ອງຍໍລຸງໂຮ່“, “ພາກກາງຄິດຮອດລຸງໂຮ່“, “ນ້ອງຝັນເຫັນລຸງໂຮ່“ … ເທົ່ານັ້ນ, ຫາກຍັງຂັບຮ້ອງບັນດາບົດເພງກ່ຽວກັບປະທານ ໂຮ່ຈີມິນ, ເຊິ່ງໄດ້ແນະນຳເປັນເທື່ອທຳອິດເຖິງມະຫາຊົນ, ນັ້ນແມ່ນບົດເພງ “ຫວນຄືນວັນ ລຸງໂຮ່ ກັບເມືອຢ້ຽມຢາມບ້ານເກີດເມືອງນອນ“ ຂອງອະດີດນັກປະພັນດົນຕີ ຟ້ານຫຼາກຮວາ. ນັກກາວີ ຟານຮວ່ຽນທື, ຜູ້ແຕ່ງລະຄອນ ລາຍການ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“, ແບ່ງປັນວ່າ

 “ບົດເພງອີງໃສ່ກິ່ນຫອມຫວນຂອງດອກບົວເພື່ອເວົ້າເຖິງອາລົມຈິດຂອງບ້ານເກີດເມືອງນອນທີ່ສະຫງວຽນໃຫ້ປະທານ ໂຮ່ຈີມິນ ແລະ ປະທານ ໂຮ່ຈີມິນ ສະຫງວນໃຫ້ບ້ານເກີດເມືອງນອນ, ກໍ່ຄືຂອງຊາວ ຫວຽດນາມ ຫຼາຍຄົນທີ່ສະຫງວນໃຫ້ເພິ່ນ. ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າມີໂອກາດ, ມີສາຍແນນກັບບ້ານເກີດເມືອງນອນຂອງລຸງ ໂຮ່, ກັບ ເງ້ອານ, ຂ້າພະເຈົ້າໄດ້ນຳເອົາບົດເພງທີ່ຍັງມ້ຽນໄວ້ຂອງພໍ່ເພື່ອຂັບຮ້ອງເປັນຄັ້ງທຳອິດຕໍ່ມະຫາຊົນ“

ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ - ảnh 3 ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“


ໂດຍບໍ່ນຳໃຊ້ຮູບເງົາເອກະສານຄືປົກກະຕິ, ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“ ໄດ້ວາດພາບຮູບພາບ, ເຫດການປະຫວັດສາດ ປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມບ້ານເກີດເມືອງນອນຜ່ານການຈັດວາງ, ປະດັບປະດາເວທີສະແດງ, ອີງໃສ່ບັນດາເພງເພື້ນເມືອງ ເງ້ອານ, ຜ່ານນັ້ນໄດ້ສ້າງຄວາມປະທັບຢ່າງຈິງໃຈ, ເລິກເຊິ່ງທີ່ສຸດໃຫ້ແກ່ຜູ້ຊົມ, ຜູ້ຟັງ. ຜູ້ກຳກັບການສະແດງ ລາຍການສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“, ນັກສິລະປິນ ຟ້າມວຽດແທງ, ແບ່ງປັນວ່າ:

  ນີ້ແມ່ນເທື່ອທຳອິດທີ່ໄດ້ເຂົ້າຮ່ວມລາຍການສະເຫຼີມສະຫຼອງ 60 ປີ, ແຫ່ງວັນປະທານ ໂຮ່ຈີມິນກັບເມືອຢ້ຽມຢາມ ບ້ານແຊນ, ລາຍການພິເສດແທ້ໆ. ເຊິ່ງໄດ້ວາດພາບ ຮູບພາບລຸງໂຮ່ ນັບແຕ່ ຊຸມປີຍັງເປັນເດັກນ້ອຍທີ່ຂ້າມກີ່ວ ງາງ ເຂົ້ານະຄອນ ເຫວ໋ ພ້ອມກັບພໍ່, ຕະຫຼອດຮອດເວລາທີ່ໄດ້ຢືດເອົາປະເທດຄືນໃໝ່ແລ້ວກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ຢ້ຽມຢາມໝູ່ເພື່ອນພາຍຫຼັງເດີນທາງໄປຊອກຫາເສັ້ນທາງກູ້ຊາດຢູ່ຫຼາຍປະເທດໃນໂລກມາຫຼາຍປີ “.

ຜູ້ຊົມລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“, ບໍ່ພຽງແຕ່ໄດ້ຮັບຟັງທຳນອງດົນຕີ, ສຽງເພງ, ຄຳກອນທີ່ອອນຊອນ, ກໍ່ຄືຄວາມງາມຂອງເວທີສະແດງເທົ່ານັ້ນ, ຫາກຍັງຮູສຶກໄດ້ຄວາມອົບອຸ່ນ, ຄວາມສັກກະລະບູຊາຂອງທີ່ດິນ, ນຳ້ໃຈຂອງຊາວທ້ອງຖີ່ນທີ່ມີຕໍ່ລູກຜູ້ທີ່ໄດ້ເດີນທາງອອກຈາກບ້ານເກີດເມືອງນອນ, ກໍ່ຄືນຳ້ໃຈເຄົາລົບຮັກຂອງປະຊາຊົນທີ່ມີຕໍ່ປະທານ ໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ