ງານສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022 - ຄວາມຄາດຫວັງສ້າງສາປະເທດຊາດ ໃຫ້ວັດທະນາຖາວອນ

(VOVWORLD) -ພາຍຫຼັງຖືກຕັດຕອນເປັນເວລາສອງປີ ຍ້ອນໂລກລະບາດໂຄວິດ - 19, ລາຍການສະແດງດົນຕີປະສານສຽງ “ສິ່ງທີ່ຍັງຍືນຍົງຄົງຕົວຕະຫຼອດການ” ປີ 2022 ໂດຍກະຊວງ ຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຊີ້ນຳນັ້ນ ໄດ້ກັບຄືນສູ່ການເຄື່ອນໄຫວໃນວັນທີ 2 ກັນຍາ ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ດ້ວຍຫົວຂໍ້ “ຄວາມຄາດຫວັງ ຫວຽດນາມ” ລາຍການ ສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022, ນອກຈາກສະແດງໃຫ້ເຫັນຄວາມຄາດຫວັງຢ່າງແຮງກ້າຂອງຊາດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ໄດ້ຟື້ນຕົວ ແລະ ສ້າງສາປະເທດຊາດ ໃຫ້ກາຍເປັນປະເທດຈະເລີນຮຸ່ງເຮືອງ ເຂັ້ມແຂງ ວັດທະນາຖາວອນນັ້ນ, ກໍຍັງມີພາກໜຶ່ງເຊີດຊູຖັນແຖວແພດໝໍ ພາຍຫຼັງການເຄື່ອນໄຫວຕ້ານໂລກລະບາດດ້ວຍຄວາມເຄັງຕຶງ ເປັນເວລາຍາວນານ.
ງານສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022 - ຄວາມຄາດຫວັງສ້າງສາປະເທດຊາດ ໃຫ້ວັດທະນາຖາວອນ - ảnh 1ລາຍການສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022

     ລາຍການສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022 ແມ່ນລາຍການສິລະປະທີ່ສະຫງວນໃຫ້ ປະຊາຊົນນັບລ້ານຄົນ ມຸ່ງໄປສູ່ປະເທດຊາດໃນວັນຊາດ ຫວຽດນາມ ທີ 2 ກັນຍາ. ລາຍການນີ້ແມ່ນການປະສານສົມທົບລະຫວ່າງດົນຕີພື້ນເມືອງ ແລະ ທັນສະໄໝ ເປັນບ່ອນທີ່ບັນດາຄຸນຄ່າ ຍືນຍົງຄົງຕົວພ້ອມກັບຊຸມວັນເດືອນປີ ປະສານເຂົ້າກັບກະແສລົມໃໝ່ ມີລົມຫາຍໃຈຂອງຍຸກສະໄໝ. ໂດຍມີການເຂົ້າຮ່ວມຂອງຫົວໜ້ານັກວົງດົນຕີ ເລຟີຟີ ແລະ ນັກດົນຕີ ກວກຈຸງ ແລະ ຜູ້ອຳນວຍການວົງດົນຕີປະສານສຽງ ຫວຽດນາມ ຈິ້ງຕຸ່ງລິງ ໃນຄະນະໃຫ້ຄຳປຶກສາ ແລະ ການມີໜ້າຂອງນັກຮ້ອງທີ່ມີຊື່ສຽງຫຼາຍຄົນໃນວົງການດົນຕີ. ທ່ານ ຟ້າມແອັງຕ໊ວນ ຫົວໜ້າບັນນາທິການໜັງສືພິມ ຫວຽດນາມເນັດ ແບ່ງປັນວ່າ:

       “ຄວາມຄາດຫວັງແມ່ນພວກເຮົາຜ່ານຜ່າໂລກລະບາດ ເພື່ອຟື້ນຟູ, ພັດທະນາ ແລະ ເລື່ອງນີ້ ພວກເຮົາໄດ້ປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ຄວາມຄາດຫວັງທີສອງ ແມ່ນຄວາມຄາດຫວັງທີ່ໃຫຍ່ກວ່າ ນັ້ນແມ່ນພວກເຮົາມີຄວາມຄາດຫວັງສ້າງສາປະເທດຊາດ ໃຫ້ກາຍເປັນປະເທດພັດທະນາ ໃນປີ 2045. ຫວັງວ່າລາຍການສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022 ຈະປະກອບສ່ວນສ້າງຄວາມຄາດຫວັງໃນຊາວ ຫວຽດນາມ ແຕ່ລະຄົນ ກ່ຽວກັບເລື່ອງພວກເຮົາຈະກາຍເປັນປະເທດພັດທະນາ ກາຍເປັນປະເທດຈະເລີນຮຸ່ງເຮືອງ ເຂັ້ມແຂງ”

      ພາຍຫຼັງພິທີເຄົາລົບທຸງຊາດ ໃນທ່າມກາງສຽງດົນຕີ “ເພງຊາດ” ຫວຽດນາມ, ລາຍການໄດ້ເປີດສາກດ້ວຍບົດດົນຕີ “ເພິ່ນກັບເມືອນຳມາເຊິ່ງຄວາມເບີກບານມ່ວນຊື່ນ” ຂອງນັກດົນຕີ ຈ້ອງບັ່ງ ອັນໄດ້ຊ່ວຍຜູ້ຊົມຄິດເຖິງຈຸດເວລາອັນສັກກະລະບູຊາ ແລະ ມີຄວາມໝາຍຂອງທົ່ວທັງຊາດ ຫວຽດນາມ ເມື່ອວັນທີ 2 ກັນຍາ ປີ 1945 ຢູ່ສະໜາມຫຼວງ ບາດິ່ງ ຮ່າໂນ້ຍ, ປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ແລ້ວກໍ່ເພື່ອສືບຕໍ່ບັນຍາກາດທີ່ສະຫງ່າອົງອາດ ແລະ ຄວາມເອກອ້າງທະນົງໃຈ, ລາຍການຍັງເຕື້ອງເຖິງບັນດາຄວາມຊົງຈຳ ກ່ຽວກັບການສູ້ຮົບໂດຍບໍ່ມີສຽງປືນໃນຕະຫຼອດກວ່າສອງປີທີ່ຜ່ານມາ ຂະນະທີ່ທົ່ວປະເທດພ້ອມກັນຕ້ານໂລກລະບາດໂຄວິດ - 19, ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງ, ການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຖັນແຖວແພດໝໍ ຜ່ານສອງບົດເພງທີ່ມີຊື່ວ່າ “ບົດເພງກ່ຽວກັບນັກຮົບເສື້ອຂາວ” ແລະ “ດອກລີລາຂາວ” ສະເໜີໂດຍນັກຮ້ອງ ເຈິ່ນຈາງ, ຈາງບຸ່ຍ ແລະ ໝູ່ນັກຮ້ອງໂຮງລະຄອນຂັບລຳທຳເພງ. ນີ້ແມ່ນສອງບົດເພງທີ່ນັກດົນຕີ ຮວ່າງເວິນ ໄດ້ປະພັນໃນຊຸມປີ 1960 – 1970 ຂອງສະຕະວັດກ່ອນໃນໄລຍະທີ່ສົງຄາມ ຕ້ານຈັກກະພັດ ອາເມລິກາ ຢ່າງດຸເດືອດທີ່ສຸດ. ທ່ານນາງ ຫງວຽນທິມິງທູ ອະດີດທ່ານໝໍສັງກັດໂຮງໝໍຕາສູນກາງ ແບ່ງປັນວ່າ:

       “ພວກຂ້າພະເຈົ້າເຂົ້າຮ່ວມລາຍການນີ້ ບໍ່ແມ່ນເທື່ອທຳອິດ, ໃນມື້ນີ້ພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມລາຍການນີ້ຄືນໃໝ່, ຂະນະທີ່ສຽງດົນຕີດັງກ້ອງກັງວານຂຶ້ນ, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ພວກຂ້າພະເຈົ້າແມ່ນແພດໝໍ ດັ່ງນັ້ນລາຍການ “ດອກລີລາຂາວ” ເຖິງວ່າໄດ້ປະພັນມາແຕ່ດົນນານແລ້ວກໍ່ຕາມ ແຕ່ເມື່ອໄດ້ຟັງຄືນໃນຈຸດເວລາ ພາຍຫຼັງໂລກລະບາດ ໂຄວິດ - 19 ນັ້ນ ປະເທດເຮົາໄດ້ເຊັ່ນນີ້,  ການເຊີດຊູໃຫ້ຂະແໜງແພດສາດ ກໍ່ແມ່ນສິ່ງທີ່ພວກຂ້າພະເຈົ້າຮູ້ສຶກປະເສີດເລີດລ້ຳທີ່ສຸດ”.

      ດ້ວຍບັນດາທຳນອງເພງ ທີ່ຮ່ວມເດີນທາງພ້ອມກັບການເວລາຄື “ບົດເພງແຫ່ງຄວາມປາດຖະໜາ”; “ຮ່າໂນ້ຍ ໃນວັນກັບຄືນ”; “ປະເທດຊາດແຫ່ງຄວາມຮັກ”;  “ເພິ່ນແມ່ນຄວາມເຊື່ອໝັ້ນ”... ແຕ່ຖືກປະສານດ້ວຍສຽງດົນຕີໃໝ່ ອັນໄດ້ນຳລົມຫາຍໃຈທີ່ສົດຊື່ນ ແລະ ເຕັມໄປດ້ວຍພະລັງຊີວິດມາໃຫ້ບົດເພງ.  ລຸງ ວີຖວດຖັງ ຢູ່ເມືອງ ຮາຍບ່າຈຶງ ຮ່າໂນ້ຍ ແບ່ງປັນວ່າ:

       “ບັນດາບົດເພງທີ່ສະແດງໃນລາຍການດົນຕີປະສານສຽງມື້ນີ້,  ຂ້າພະເຈົ້າກໍ່ໄດ້ເຄີຍຟັງມາແລ້ວ ແຕ່ໃນບັນຍາກາດທົ່ວປະເທດຂ່ຳນັບຮັບຕ້ອນວັນຊາດ ເມື່ອໄດ້ຟັງບັນດາບົດເພງນີ້ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ປຽບເໝືອນເຮົາພວມດຳລົງຊີວິດໃນໄລຍະປະຕິວັດຂອງປູ່ຍ່າຕາຍາຍທີ່ໄດ້ຜ່ານໄປແລ້ວ ແລະ ຮູ້ສຶກວ່າເຮົາມີໜ້າທີ່ສືບຕໍ່ປະຕິບັດ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ໃນກິດຈະການປ່ຽນແປງໃໝ່ປະເທດຊາດ”.

     ລາຍການສະແດງດົນຕີປະສານສຽງລະດັບຊາດ “ສິ່ງທີ່ຍືນຍົງຄົງຕົວຕະຫຼອດການ” ປີ 2022 ໄດ້ປະກອບສ່ວນເຊີດຊູຄວາມຫຼາກຫຼາຍສີສັນຂອງດົນຕີ ຫວຽດນາມ ຢັ້ງຢືນພະລັງຊີວິດອັນແຮງກ້າຂອງດົນຕີ ຫວຽດນາມ ຜ່ານນັ້ນກໍ່ສະແດງໃຫ້ເຫັນຄວາມຄາດຫວັງ ກ່ຽວກັບການສ້າງສາປະເທດ ຫວຽດນາມ ຍືນຍົງຄົງຕົວຕະຫຼອດການ ແລະ ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ