ຈຸດວັດທະນະທຳຂອງຊາວ ຮວາທີ່ນະຄອນເຈົາດົກແຂວງອານຢາງ

(VOVWORLD) -ຢູ່ແຂວງອານຢາງ ຊາວຮວາເຕົ້າໂຮມສ່ວນຫຼາຍຢູ່ນະຄອນເຈົາດົກນະຄອນລອງຊວຽນ, ເທດສະບານເມືອງເຕິນເຈົາ. ໂດຍແມ່ນເຜົ່າໜຶ່ງໃນຊົນຊາດຫວຽດນາມ ພໍ່ແມ່ພີ່ນ້ອງຊາວ ຮວາ ຢູ່ແຫ່ງນີ້ຍັງເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກປະກອບສ່ວນເຮັດໃຫ້ສາງວັດທະນະທຳຂອງວົງຄະນາຍາດບັນດາເຜົ່າຢູ່ທາງເຂດທາງທິດຕາເວັນຕົກພາກໃຕ້ ເພີ່ມຄວາມອູດົມສົມບູນຫຼາຍຂຶ້ນ.
ຈຸດວັດທະນະທຳຂອງຊາວ ຮວາທີ່ນະຄອນເຈົາດົກແຂວງອານຢາງ - ảnh 1ຮ້ານຂອງຢາຂອງຊາວຮວາ

     ຊາວຮວາມີຫຼາຍພິທີກຳທີ່ສຳຄັນ. ນັບແຕ່ເມື່ອກຳເນີດຂຶ້ນເດັກແຕ່ລະຄົນກໍ່ຖືກຈັດພິທີຕັ້ງຊື່. ເດັກມີຊື່ຢ່າງເປັນທາງການຈະໃສ່ຕະກຸນຂອງພໍ່.ລຸງເຈິ່ນບິ່ງຮວ່າຊາວຮວາ ຢູ່ເມືອງເຈົາດົກແຂວງອານຢາງໃຫ້ຮູ້ວ່າ:

     “ຊາວຮວາມີປຶ້ມບັນທຶກວົງຕະກຸນ, ຮອດລຸ້ນຄົນໃດກໍ່ອີງໃສ່ຄຳເຊື່ອມຕໍ່ໃນລາຍຊື່, ຍົກຕົວຢ່າງຄື ຄຳເຊື່ອມຕໍ່ໃນລາຍຊື່ຂອງຂ້າພະເຈົ້າແມ່ນ ບິ່ງ ດັ່ງນັ້ນພວກອ້າຍນ້ອງ ຍາດພີ່ນ້ອງກັບຂ້າພະເຈົ້າກໍ່ມີຄຳເຊື່ອມຕໍ່ໃນລາຍຊື່ແມ່ນ ຫວິງບິ່ງ. ລຸ້ນຕ່າງໆກໍ່ມີຄຳເຊື່ອມຕໍ່ໃນລາຍຊື່ແຕກຕ່າງກັນ”.

     ຕາມປະເພນີແລ້ວ ຄອບຄົວຊາວ ຮວາ ຢູ່ແຂວງ ອານຢາງ ຈະເລືອກເອົາຜູ້ໜຶ່ງ ເຊິ່ງໄດ້ຮັບຄວາມຮັກແພງຈາກພໍ່ແມ່ພີ່ນ້ອງ ທັງຜູ້ມີສຸກຂະພາບແຂງແຮງ ມີຄຸນສົມບັດ ແລະ ມີຄວາມເກັ່ງກ້າ ເພື່ອເພິ່ງຄວາມຊ່ວຍເຫຼືອໃຫ້ຕັ້ງຊື່ແກ່ເດັກ. ຖືວ່ານີ້ແມ່ນການຂໍຄວາມໂຊກດີ, ລຸງ ເຈິ່ນບິ່ງຮວ່າ ໃຫ້ຮູ້ວ່າ:

      “ເມື່ອຕັ້ງຊື່ ບາງຄັ້ງໃນຄອບຄົວກໍ່ຊອກຫາບັນດາຜູ້ທີ່ທຳມາຄ້າຂາຍໄດ້ດີ ມີສຸຂະພາບແຂງແຮງເພື່ອເພິ່ງຄວາມຊ່ວຍເຫຼືອໃຫ້ເຂົາຕັ້ງຊື່ໃຫ້. ຊາວຮວາສ່ວນຫຼາຍມີສອງຊື່.ຊື່ໜຶ່ງແມ່ນໃຊ້ໃນໜັງສືນອກຈາກນັ້ນກໍ່ຍັງມີຊື່ຫຼິ້ນເຊິ່ງເຄີຍເອີ້ນຢູ່ບ້ານຖ້າຫາກລ້ຽງຍາກ”.

     ເມື່ອເດັກມີອາຍຸເຕັມໜຶ່ງເດືອນ ຄອບຄົວຈະທຳພິທີເຕັມເດືອນໄຫວ້ບູຊາເທວະດາຟ້າແຖນ ບັນພະບູລຸດ ປຽບເໝືອນການປະກາດຢ່າງເປັນທາງການວ່າ ມີສະມາຊິກຄົນໃໝ່ໃນຄອບຄົວ. ລຸງ ຮວ່າ ອະທິບາຍວ່າ:

      “ການທຳພິທີເຕັມເດືອນໃຫ້ເດັກ ກໍ່ອີງຕາມຄອບຄົວເພື່ອຈັດຕັ້ງ. ບາງຄອບຄົວກໍ່ຈັດຕັ້ງໃນຂອບເຂດຄອບຄົວ, ໄຫວ້ບູຊາບູຍ່າຕາຍາຍບັນພະບູລຸດ. ມີບາງຄອບຄົວກໍ່ຈັດຕັ້ງເພື່ອເຊື້ອເຊີນຍາດຕິພີ່ນ້ອງມາມອບຂອງຂວັນ”.

      ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ ການທຳພິທີເຕັມເດືອນໃຫ້ເດັກກໍ່ແມ່ນການທຳພິທີກຳທີ່ສຳຄັນສຳລັບເດັກຊາວ ຮວາ. ພ້ອມກັບການທຳພິທີເຕັມເດືອນໃຫ້ເດັກ, ພິທີອວຍພອນອາຍຸຍືນກໍ່ໄດ້ຮັບຖືເປັນສຳຄັນຈາກຊາວ ຮວາຢູ່ ອານຢາງ. ນີ້ອາດໄດ້ຮັບຖືວ່າແມ່ນພິທີໃຫຍ່ໃນຄອບຄົວ, ວົງຕະກຸນປະກອບສ່ວນເຮັດໃຫ້ຊີວິດທາງດ້ານຈິດໃຈຂອງຊາວ ຮວາຢູ່ແຂວງອານຢາງມີຄວາມອຸດົມສົມບູນຂຶ້ນຕື່ມ. ລຸງ ຖາຍຫວີມິງ ຊາວຮວາຢູ່ແຂວງອານຢາງໃຫ້ຮູ້ວ່າ:

     “ໂດຍທົ່ວໄປແລ້ວ ສຳລັບເພດຊາຍກໍ່ທຳພິທີອວຍພອນອາຍຸຍືນເມື່ອມີອາຍຸຄົບ 60 ປີ, ສ່ວນເພດຍິງແມ່ນຄົບ 61 ປີ. ຖ້າຫາກມີເງື່ອນໄຂຮອດອາຍຸ 80 ປີ, 81 ປີ ກໍ່ທຳພິທີອວຍພອນອາຍຸຍືນດ້ວຍເຂດຂະໜາດໃຫຍ່ ເຊິ່ງໄດ້ເຊື້ອເຊີນຫຼາຍຄົນມາຮ່ວມນຳ ບໍ່ສະເພາະໃນຄອບຄົວເທົ່ານັ້ນ”.

     ໂດຍແມ່ນວັນມ່ວນຊື່ນຂອງຄອບຄົວ, ວົງຕະກຸນ ດັ່ງນັ້ນໃນວັນນີ້ຄອບຄົວຊາວຮວາ ໄດ້ຈັດຕັ້ງພິທີນີ້ຢ່າງສົມກຽດ. ເຄື່ອງຂອງທຸກໆຢ່າງ ໂດຍແມ່ນລູກຫຼານໃນຄອບຄົວກຽມ, ພິທີດ້ວຍຂອບຂະໜາດໃຫຍ່ນ້ອຍ ກໍ່ຂຶ້ນກັບເງື່ອນໄຂຂອງແຕ່ລະຄອບຄົວ ແຕ່ອາຫານສອງຢ່າງທີ່ຂາດບໍ່ໄດ້ ແມ່ນໝີ່ຂົ້ວ ແລະ ສະລາເປົາ. ລຸງ ຖາຍຫວີມິງ ອະທິບາຍວ່າ :

       ”ຖ້າຫາກມີອາຍຸຄົບ 61 ປີ ຕ້ອງເຮັດສະລາເປົາ 61 ກ້ອນ. ໃນຄຳອວຍພອນ ຊາວ ຮວາ ເຄີຍບວກຕື່ມ 10 ປີ. ໝາຍຄວາມວ່າ ອວຍພອນອາຍຸຍືນ 61 ປີ ແຕ່ເຂົາເຈົ້າເວົ້າວ່າ 71 ປີ.ແຕ່ເມື່ອມີອາຍຸ 81 ປີ ແມ່ນອວຍພອນ 81 ປີເທົ່ານັ້ນ ບໍ່ແມ່ນວ່າ ອວຍພອນອາຍຸຍືນ 91 ປີ”.

       ບັນດາຈຸດວັດທະນະທຳໃນການດຳເນີນຊີວິດທີ່ເປັນປະເພນີ ເຊິ່ງພໍ່ແມ່ພີ່ນ້ອງຊາວ ຮວາຍັງເກັບຮັກສາໄວ້ນັ້ນ ໄດ້ສະແດງໃຫ້ເຫັນບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກ ເຊິ່ງພໍ່ແມ່ພີ່ນ້ອງຊາວ ຮວາໄດ້ອະນຸລັກຮັກສາອັນໄດ້ປະກອບສ່ວນເຮັດໃຫ້ສາງວັດທະນະທຳບັນດາເຜົ່າຢູ່ເຂດທາງທິດຕາເວັນຕົກພາກໃຕ້ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ