ຈຸດໜຶ່ງຂອງບຸນເຕັດເມື່ອກ່ອນນີ້ຝາກໄວ້ ໃນເຄື່ອງຫຼິ້ນພື້ນເມືອງຫຼາກຫຼາຍສີສັນ

(VOVWORLD) -              ເມື່ອບຸນເຕັດວຽນມາໃນແຕ່ລະຄັ້ງພ້ອມກັບບັນດາເຄື່ອງຫຼິ້ນທັນສະໄໝນັ້ນ, ຊາວນະຄອນເກິ່ນເທີກໍ່ໄປຊອກຫາເຄື່ອງຂາຍຫຼືສະຖານທີ່ເຮັດເຄື່ອງຫຼິ້ນພື້ນເມືອງ. ເຄື່ອງຫຼິ້ນພື້ນເມືອງແມ່ນອຸດົມສົມບູນຫຼາຍຮູບຫຼາຍແບບ ແລະ ຫຼາກຫຼາຍສີສັນ ໄດ້ກາຍເປັນຄວາມຊົງຈຳທີ່ຍາກຈະລືມໄດ້  ແລະເຮັດໃຫ້ຄົນເຮົາຄຳນຶງເຖິງຫຼາຍສິ່ງກ່ຽວກັບບຸນເຕັດທີ່ອົບອຸ່ນເມື່ອກ່ອນນີ້
ຈຸດໜຶ່ງຂອງບຸນເຕັດເມື່ອກ່ອນນີ້ຝາກໄວ້ ໃນເຄື່ອງຫຼິ້ນພື້ນເມືອງຫຼາກຫຼາຍສີສັນ - ảnh 1ສອງຜົວເມຍທ່ານຫງວຽນວັນເຮົ້າ ແລະ ຫງວຽນທິແບ໊ລາພວມເຮັດເຄື່ອງຫຼິ້ນດ້ສຍສັດຫຼາຍປະເພດ

     ຮາກຖານຜະລິດເຄື່ອງຫຼິ້ນພື້ນເມືອງ “ອຸດຈວ່ຽນ” ຢູ່ຕາແສງລອງຕວ່ຽນເມືອງບິ່ງຖຸ໋ຍນະຄອນເກິ່ນເທີ ໃນຊຸມມື້ໃກ້ຈະຮອດບຸນເຕັດປີແມວ 2023, ຫຼາຍລຸ້ນຄົນປະກອບອາຊີບຫັດຖະກຳພວມນັ່ງເຮັດວຽກເຂົາເຈົ້າລົມກັນເວົ້ານົວຫົວມ່ວນໃນທ່າມກາງສີສັນຫຼາກຫຼາຍຂອງບັນດາເຄື່ອງຫຼິ້ນພື້ນເມືອງດ້ວຍຮູບສັດປະເພດຕ່າງໆຄືໜູ, ເຕົ່າ, ນົກ, ປາແຂ້...ເຈົ້ົ້າຂອງຮາກຖານເຄື່ອງຫຼິ້ນພື້ນເມືອງ ມີຊື່ວ່າດັ້ງທິລີ. ສ່ວນອຸດຈວ່ຽນແມ່ນຊື່ຂອງຜົວນາງແລະກໍ່ແມ່ນຜູ້ຖ່າຍທອດອາຊີບໃຫ້ແກ່ນາງດັ້ງທິລີ. ຈັບໂຕໜູສີບົວໃນມື ນາງດັ້ງທິລີ ແບ່ງປັນວ່າ:

       “ຄາວນັ້ນຜົວຂ້າພະເຈົ້າປະກອບອາຊີບນີ້ ແລ້ວກໍ່ຖ່າຍທອດຄືນໃຫ້ຂ້າພະເຈົ້າ. ອາຊີບຫັດຖະກປຳນີ້ຜົວຂອງເຮົາເຮັດເກັ່ງທີ່ສຸດ.  ໃນເບື້ອງຕົ້ນລາວໂຕເຕົ່າຫຼັງຈາກນັ້ນກໍ່ເຮັດໂຕໜູແລະຄ່ອຍໆເຮັດໂຕແຂ້, ໂຕໝູ. ໄລຍະຕໍ່ມາບັນດາອ້າຍນ້ອງໃນຄອບຄົວກໍ່ໄດ້ແບ່ງກັນເຮັດຜູ້ລະສັດປະເພດໜຶ່ງເພື່ອຂາຍໄດ້ຢ່າງສະບາຍ. ເມື່ອກ່ອນນີ້ໄປຂາຍເຄື່ອງຫຼິ້ນມ່ວນຫຼາຍນັບແຕ່ກ່ອນມາຮອດປັດຈຸບັນກໍ່ຍັງຂາຍດີຢູ່”.

      ມາຮອດປັດຈຸບັນ ນາງລີກໍ່ໄດ້ປະກອບອາຊີບເປັນເວລາ 25 ປີແລ້ວ. ຜ່ານສອງຝາມືອັນຄ່ອງແຄ້ວ ແລະ ຄວາມຊຳນານໃນການເຮັດອາຊີບຂອງນາຍຊ່າງຫັດຖະກຳແຕ່ລະຄົນໃນຮາກຖານຜະລິດ “ອຸດຈວ່ຽນ” ໄດ້ກາຍເປັນສັດຕ່າງໆທີ່ເປັນໜ້າຮັກ. ອ້າຍຫງວຽນວັນເຮົ້າ ຜູ້ເປັນອ້າຍຂອງທ່ານເລວັນຈວ່ຽນໄດ້ຮຽນອາຊີບຈາກລູກຊາຍຂອງຕົນ. ໄລຍະຕໍ່ມາສອງຜົວເມຍທ່ານເຮົ້າໄດ້ປະດິດຄິດສ້າງສັດປະເພດຕ່າງໆອີກຫຼາຍໂຕຄືແມວ, ຄວາຍ, ເປັດ, ນົກກາງແກ...  ເຊິ່ງສາມາດເຄື່ອນຍ້າຍສ້າງເປັນສຽງທີ່ໜ້າຟັງມ່ວນຫູ. ທ່ານຫງວຽນວັນເຮົ້າເລົ່າສູ່ຟັງ:

      “ຄາວຍັງນ້ອຍ,ຂ້າພະເຈົ້າກໍ່ມັກເຄື່ອງຫຼິ້ນພື້ນເມືອງ, ບັນຍາກາດໃນຄາວນັ້ນຟົດຟື້ນມ່ວນຊື່ນແລະມີຄວາມສຸກທີ່ສຸດ. ເມື່ອບຸນເຕັດວຽນມາສອງຜົວເມຍພວກຂ້າພະເຈົ້າກໍ່ເຮັດເຄື່ອງຫຼິ້ນດ້ວຍຈຳນວນຫຼາຍກວ່າແລະຫວັງວ່າທຸກໆຄົນຈະໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ພິເສດກໍ່ເຮັດໃຫ້ຄົນເຮົາຄິດເຖິງຮູບພາບບຸນເຕັດເມື່ອກ່ອນນີ້ ຜ່ານປະເພດຕ່າງໆ ທີ່ເຮັດແບບຫັດຖະກຳນີ້”.

      ນາງຫງວຽນທິແບ໊ລາ ຜູ້ເປັນເມຍຂອງທ່ານຫງວຽນວັນເຮົ້າໃຫ້ຮູ້ວ່າ ແຕ່ລະວັນ ສອງຜົວເມຍນາງຍັງສາມາດຂາຍເຄື່ອງຫຼິ້ນ ດ້ວຍຮູບສັດປະມານ 20 - 30 ໂຕ ລາຄາໂຕໜຶ່ງປະມານແຕ່ 10.000 ດົ່ງຫາ 20.000 ດົ່ງ.  ຊ່ວງເວລາໃກ້ຈະຮອດບຸນເຕັດ,ສອງຜົວເມຍນາງກໍ່ເຮັດຫຼາຍກວ່າແລະໄປຂາຍຢູ່ສະຖານທີ່ລະຫຼິ້ນບັນເທີງ. ນາງຫງວຽນທິແບ໊ບາເວົ້າວ່າ:

      “ໃນໂອກາດບຸນເຕັດກໍ່ຍັງຂາຍປົກກະຕິຢູ່, ຂາຍຢູ່ຕະຫຼາດຢູ່ໂຮງຮຽນອະນຸບານຫຼື ຖີບລົດເລາະຂາຍຢູ່ຕາມຫົນທາງສາຍຕ່າງໆ. ເຂົາເຈົ້າຍັງຊື້ສັດເຊິ່ງເຮັດແບບຫັດຖະກຳນີ້.ຂ້າພະເຈົ້າເຮັດໃນໂອກາດບຸນເຕັດກໍ່ເຫັນວ່າບັນຍາກາດເບີກບານມ່ວນຊື່ນ ແລະ ຂ້າພະເຈົ້າກໍ່ດີໃຈຍ້ອນຂາຍໄດ້ດີຢູ່”.

     ສ່ວນຢູ່ເກິ່ນເທີ ໃນໂອກາດບຸນເຕັດວຽນມາ,ເຄື່ອງຫຼິ້ນພື້ນເມືອງຖືກວາງຂາຍຢູ່ຕາມສະຖານທີ່ທ່ອງທ່ຽວແລະບໍລິເວນຕ່າງໆ.  ມີຮ້ານຂາຍເຄື່ອງຫຼິ້ນພື້ນເມືອງຢູ່ເຂດ“ສີສັນລະດູບານໃໝ່ ຢູ່ຕາມເຂດສວນ” ທີ່ຫໍພິພິທະພັນນະຄອນ ເກິ່ນເທີ.  ນາງຟານທິທູຖຸ໋ຍ ຢູ່ເມືອງບິ່ງຖຸ໋ຍໃຫ້ຮູ້ວ່າ:

      “ຍາມບຸນເຕັດຫຼືມື້ທຳມະດາ ກໍ່ລ້ວນແຕ່ຂາຍດີຢູ່, ເມື່ອເຮັດສັດປະມານ 300 ຫາ 400 ໂຕສຳເລັດແລ້ວກໍ່ເລີ່ມນຳໄປຂາຍ. ເມື່ອຂາຍໝົດແລ້ວກໍ່ກັບເຮືອນເຮັດອີກເພື່ອຂາຍຕໍ່.”

      ເຄື່ອງຫຼິ້ນພື້ນເມືອງກໍ່ໄດ້ຕິດພັນກັບການລະຫຼິ້ນພື້ນເມືອງມີລັກສະນະວົງຄະນາຍາດເຮັດໃຫ້ຄົນເຮົາເຖິງຄາວເຍົາໄວ.ການດຳລົງຊີວິດນັບມື້ນັບທັນສະໄໝ, ເຄື່ອງຫຼິ້ນເຕັກໂນໂລຊີກໍ່ຖືກຜະລິດອອກຫຼາຍຂຶ້ນ, ແຕ່ເຄື່ອງຫຼິ້ນພື້ນເມືອງຍັງມີທີ່ຕັ້ງບົດບາດສຳຄັນໃນຊີວິດທາງດ້ານຈິດໃຈຂອງປະຊາຊົນເກິ່ນເທີ. ເມື່ອບຸນເຕັດລະດູບານໃໝ່ ໄດ້ວຽນມາໃນແຕ່ລະຄັ້ງ ບັນດາເຄື່ອງຫຼິ້ນພື້ນເມືອງທີ່ເປັນໜ້າຮັກດ້ວຍສີສັນຫຼາກຫຼາຍໄດ້ເຮັດໃຫ້ບັນຍາກາດລະດູບານໃໝ່ເພີ່ມຄວາມພິເສດເຮັດໃຫ້ປະຊາຊົນແຕ່ລະຄົນຄິດເຖິງບຸນເຕັດເມື່ອກ່ອນນີ້ ແລະສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມເພີ່ມຄວາມຮັກວັດທະນະທຳພື້ນເມືອງຂອງຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ