ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນໜ້ອຍ

(VOVWORLD) -ດ້ວຍຄວາມມານະພະຍາຍາມຂອງຂະແໜງວັດທະນະທຳ, ຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງບັນດາເຜົ່າຢູ່ຫວຽດນາມ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ ແລະ ພັດທະນາ. ບັນດາຄຸນຄ່າວັດທະນະທຳຂອງວົງຄະນະຍາດ 53 ຊົນເຜົ່າສ່ວນໜ້ອຍໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາດ້ວຍຫຼາຍຮູບການ, ໃນນັ້ນມີການໝູນໃຊ້ວິທະຍາສາດເຕັກໂນໂລຢີ
ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນໜ້ອຍ - ảnh 1ຫໍພິພິທະພັນແຂວງຖາຍງວຽນຫັນຂໍ້ມູນວັດຖຸພັນເປັນດີຈີຕອນ

    ປະຈຸບັນ, ວົງຄະນະຍາດ 53 ຊົນເຜົ່າສ່ວນໜ້ອຍຫວຽດນາມ ມີຈຳນວນປະຊາກອນ ກວ່າ14 ລ້ານ ຄົນ, ດຳລົງຊີວິດຢູ່ 52 ແຂວງ, ນະຄອນ, ເຕົ້າໂຮມຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ. ວັດທະນະທຳບັນດາເຜົ່າສ່ວນໜ້ອຍແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງພື້ນຖານວັດທະນະທຳທີ່ເປັນເອກະພາບ ແລະ ມີຄວາມຫຼາກຫຼາຍສີສັນຂອງຫວຽດນາມ.

ວຽກງານອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍນັບມື້ນັບໄດ້ຮັບການຍູ້ແຮງ. ມາຮອດປະຈຸບັນ, ມີຫຼາຍກ່ວາ 150 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງບັນດາເຜົ່າສ່ວນໜ້ອຍ  ໄດ້ຖືກນຳເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ( ໃນຈຳນວນທັງໝົດ 300 ມໍລະດົກໃນທົ່ວປະເທດ)… ດ້ວຍການນຳໃຊ້ເຕັກໂນໂລຊີໃໝ່ແມ່ນເໝາະສົມກັບການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ , ໃນຂະນະທີ່ເຕັກໂນໂລຊີດີຈີຕອນ ອະນຸຍາດໃຫ້ປະກອບສຽງ, ຮູບພາບ, ໂດຍສະເພາະແມ່ນຮູບພາບ 3 ມິຕິທີ່ມີຊີວິດຊີວາ. ພ້ອມກັນນັ້ນ, ບັນດາມໍລະດົກວັດທະນະທຳໃນຮູບແບບດີຈີຕອນກໍ່ໄດ້ຮັບການໂຄສະນາຢ່າງວ່ອງໄວ ແລະ ກວ້າງຂວາງຜ່ານອິນເຕີເນັດ ບໍ່ຖືກຈຳກັດທາງດ້ານເວລາ, ສະຖານທີ່ ຫຼື ພາສາ. ທ່ານ ຫງວຽນກວາງດຶກ, ຫົວໜ້າ ກົມທ້ອງຖິ່ນ 1, ຄະນະກຳມະການບັນດາເຜົ່າ ໃຫ້ຮູ້ວ່າ:

“ການຫັນເປັນດີຈີຕອນເພື່ອແປອອກເປັນພາສາຕ່າງໆແມ່ນຈຳເປັນເພື່ອໃຫ້ພວກເຮົາໂຄສະນາເຖິງວົງຄະນາຍາດບັນດາເຜົ່າຫວຽດນາມຢູ່ຕ່າງປະເທດສາມາດເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ, ຮ່ວມແຮງຮ່ວມໃຈພ້ອມກັບພວກເຮົາ ປະຕິບັດບັນດາໂຄງການວັດທະນະທຳໂດຍລັດຊີ້ນຳແລະຜັນຂະຫຍາຍ.ຜ່ານນັ້ນເພື່ອນມິດສາກົນສາມາດເຂົ້າໃຈກ່ຽວກັບວັດທະນະທຳເປັນວັດຖຸແລະບໍ່ເປັນວັດຖຸຂອງຫວຽດນາມ”.

ໃນໄລຍະທີ່ຜ່ານມາຄະນະກຳມະການຊົນເຜົ່າແລະກະຊວງວັດທະນະທຳກິລາແລະທ່ອງທ່ຽວ ຫວຽດນາມໄດ້ມີການສົມທົບກັນຢ່າງແໜ້ນ ແຟ້ນໃນວຽກງານສຳຫຼວດກວດກາ, ຢັ້ງຢືນແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ. ຜົນມີຢູ່ວ່າມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳແລະທິວທັດທຳມະຊາດຫຼາຍກວ່າ 600 ແຫ່ງຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ຮັບການສຳຫຼວດກວດກາ.ໃນຈຳນວນມໍລະດົກວັດທະນະທຳບໍ່ເປັນວັດຖຸ 13 ຢ່າງເຊິ່ງ Unesco ໄດ້ຮັບຮອງນັ້ນມີມໍລະດົກສາມຢ່າງແມ່ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ. ນາງ ເລທິທູຮ່ຽນຫົວໜ້າກົມມໍລະດົກໃຫ້ຮູ້ວ່າ:

  “ແຕ່ລະປີພວກຂ້າພະເຈົ້າໄດ້ຍື່ນສະເໜີຕໍ່ລັດຖະມົນຕີກ່ຽວກັບບັນຊີລາຍຊື່ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເພື່ອນຳເຂົ້າບັນຊີລາຍຊື່ສາງພູມປັນຍາພື້ນເມືອງກໍ່ຄືອາຊີບຫັດຖະກຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ.ມີເກືອບ 400 ມໍລະດົກໃນນັ້ນມີມໍລະດົກພູມປັນຍາພື້ນເມືອງຫຼາຍຢ່າງ, ບັນດາອາຊີບຫັດຖະກຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ”.

 ແຕ່ລະປີກະຊວງວັດທະນະທຳກິລາແລະທ່ອງທ່ຽວໄດ້ຈັດບັນດາການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຮູບຫຼາຍແບບເພື່ອຂ່ຳຊົມເຊີຍວັນວັດທະນະທຳບັນດາເຜົ່າຫວຽດນາມຄືວັນທີ 19 ເມສາຈາກສູນກາງລົງຮອດທ້ອງຖິ່ນ.ທາງກະຊວງໄດ້ຟື້ນຟູວາດພາບເຖິງບັນດາງານບຸນປະເພນີຂອງບັນດາເຜົ່າສ່ວນໜ້ອຍ ຢູ່ບ້ານວັດທະນະທຳ - ທ່ອງທ່ຽວຫວຽດນາມ. ທ່ານຈິ້ງງອກຈຸງ, ຮັກສາການຫົວໜ້າຄະນະຄຸ້ມຄອງບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມໃຫ້ຮູ້ວ່າ:

 “ພໍ່ແມ່ພີ່ນ້ອງມາເຄື່ອນໄຫວໃນບ້ານຢ່າງເປັນປະຈຳກໍ່ລ້ວນແຕ່ແມ່ນນັກສິລະປະການທີ່ໄດ້ກຳແໜ້ນພູມປັນຍາຂອງບັນດາເຜົ່າ. ພວກຂ້າພະເຈົ້າມີຄວາມຫວັງວ່າໃນໂຄງການເປົ້າໝາຍແຫງຊາດມຸ່ງໄປສູ່ການຫັນຄຸນຄ່າວັດທະນທຳຂອງ 54 ຊົນເຜົ່າ ຫວຽດນາມເປັນດີຈີຕອນເພື່ອຮັບໃຊ້ການຄົ້ນຄວ້າວາງນະໂຍບາຍກໍ່ຄືການອະນຸລັກບັນດາຄຸນຄ່າວັດທະນະທຳນີ້”.

ແຂວງຖາຍງວຽນແມ່ນປະຕູແຫ່ງການພົວພັນແລກປ່ຽນທາງດ້ານເສດຖະກິດ - ສັງຄົມລະຫວ່າງເຂດພູດອຍກັບເຂດທົ່ງພຽງພາກເໜືອແລະມີ 46 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ມີບັນດາມໍລະດົກວັດທະນະທຳໃຫຍ່ ແລະຫຼາຍຮູບຫຼາຍສີ. ຢູ່ຫໍພິພິທະພັນແຂວງຖາຍງວຽນ, ບັນດາວິທີການເຕັກໂນໂລຊີທີ່ແຕກຕ່າງກັນຄື ກຣາຟິກ, ສາມມິຕິ, ຫັນຂໍ້ມູນວັດຖຸພັນເປັນດີຈີຕອນທົດແທນວິທີຄຸ້ມຄອງເປັນປະເພນີເທື່ອລະກ້າວ. ນາງເລືອງທິຢວຽນ  ຮອງຜູ້ອຳນວຍການຫໍພິພິທະພັນແຂວງຖາຍງວຽນໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ ການຫັນເປັນດີຈີຕອນແມ່ນວຽກງານທີ່ຈຳເປັນທີ່ສຸດເຊິ່ງເປັນການຊ່ວຍຫໍພິພິທະພັນແນະນຳໃຫ້ແກ່ແຂກມາຢ້ຽມຊົມຢ່າງຫຼວງຫຼາຍ ພ້ອມກັນນັ້ນກໍ່ຊ່ວຍໃຫ້ຫໍພິພິທະພັນເຄື່ອນໄຫວຢ່າງລຸລ່ວງ”.

ໄລຍະ 2021 – 2030 ລັດຖະບານໄດ້ຕົກລົງລົງທຶນ5.900  ຕື້ດົ່ງໃຫ້ແກ່ໂຄງການອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍຕິດພັນກັບການພັດທະນາການທ່ອງທ່ຽວ. ນີ້ແມ່ນຄັ້ງທຳອິດທີ່ໄດ້ມີໂຄງການໃຫຍ່ເຊັ່ນນັ້ນທີ່ສະຫງວນໃຫ້ແກ່ຂົງເຂດວັດທະນະທຳຊົນເຜົ່າ. ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີ ຂໍ້ມູນຂ່າວສານເຂົ້າໃນການອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ້ວນໜ້ອຍ ປະກອບສ່ວນຫຼຸດຜ່ອນຄວາມແຕກໂຕນການພັດທະນາລະຫວ່າງບັນດາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍກັບບັນດາທ້ອງຖິ່ນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ