“ດອກເບນຈະມາດຂຽວ”-ຄ່ຳຄືນກາບກອນ-ດົນຕີ- ລະຄອນພິເສດດ້ວຍຫຼາຍປັດໄຈໃໝ່

(VOVWORLD) -ສອງຜົວເມຍຜູ້ແຕ່ງບົດລະຄອນລິວກວາງຫວູແລະ ນັກກະວີຊວັນກວິ່ງໄດ້ຮັບຄວາມນິຍົມຊົມຊອບຈາກວົງການນັກສິລະປິນກໍ່ຄືມວນຊົນທັງຫຼາຍຍ້ອນຄວາມເກັ່ງກ້າສາມາດຕິດພັນກັບບັນດາບົດປະພັນທີ່ເຂົາເຈົ້າໄດ້ສ້າງໃຫ້ແກ່ຊີວິດມະນຸດ. ປີນີ້ເນື່ອງໃນໂອກາດລະນຶກ 80 ປີ ແຫ່ງວັນຄ້າຍວັນເກີດຂອງນັກກະວີຊວັນກວິ່ງຄື ວັນທີ 6 ຕຸລາ ປີ 1942 - ວັນທີ 6 ຕຸລາປີ 2022, ຄ່ຳຄືນກາບກອກ -ດົນຕີ-ລະຄອນພິເສດຈະຖືກຈັດຂຶ້ນຍ້ອນຊື່ສຽງຮຽງນາມຂອງຄູ່ຜົວເມຍນີ້. ຫວັງວ່າລາຍການຈະນຳບັນດາມູມມອງໃໝ່ ມາໃຫ້ມວນຊົນ ກ່ຽວກັບຊີີວິດກໍ່ຄືພາລະກິດຂອງນັກະວີທີ່ເກັ່ງກ້າສາມາດນີ້. 
“ດອກເບນຈະມາດຂຽວ”-ຄ່ຳຄືນກາບກອນ-ດົນຕີ- ລະຄອນພິເສດດ້ວຍຫຼາຍປັດໄຈໃໝ່ - ảnh 1ການພົບປະຖະແຫຼງຂ່າວກ່ຽວກັບຄ່ຳຄືນກາບກອນ- ດົນຕີ - ລະຄອນ “ດອກເບເບນຈະມາດຂຽວ” 

      ຫົວຂໍ້ຂອງຄ່ຳຄືນກາບກອນ- ດົນຕີ - ລະຄອນ “ດອກເບເບນຈະມາດຂຽວ” ແມ່ນໄດ້ສ້າງແນວຄວາມຄິດຈາກບົດກາບກອນທີ່ມີແນວຄິດອັນດຽວກັນຂອງນັກກະວີຊວັນກວິ່ງແລະບົດລະຄອນທີ່ມີຊື່ສຽງ “ດອກເບນຈະມາດຂຽວຢູ່ບຶງຕົມ” ຂອງຜູ້ຂຽນ ລິວກວາງຫວູ. ໂດຍຖືເອົາຊວັນກວິ່ງແມ່ນຈຸດສຸມ, ຄ່ຳຄືນກາບກອນ - ດົນຕີ - ລະຄອນ “ດອກເບນຈະມາດຂຽວ” ປະກອບດ້ວຍສີ່ພາກຄື:  “ທ້ອງຟ້າໃນໄຂ່”, “ຂັບຮ້ອງເອງ”, “ຄື້ນຟອງ” ແລະ “ດອກເບນຈະມາດຂຽວ”. ໃນນັ້ນພາກສະແດງ “ຂັບຮ້ອງເອງ” ໄດ້ວາດພາບເຖິງຮູບພາບຂອງຊວັນກວິ່ງໂດຍຜ່ານບັນດາສີສັນດົນຕີທີ່ໃໝ່ອ່ຽມແລະຮູບເງົາເອກະສານທີ່ບັນທຶກສຽງເວົ້າຂອງລິວກວາງຫວູ ແລະ ຊວັນກວິ່ງ; ສ່ວນພາກ “ຄື້ນຟອງ” ຈະແນະນຳຮູບພາບຂອງແມ່ຍິງຄົນໜຶ່ງທີ່ແຮງກ້າ ແລະ ອ່ອນໂຍນໃນຄວາມຮັກ.  ນັກກຳກັບການສະແດງ ຮວ່າງດຽບ ແບ່ງປັນວ່າ:

     “ນັກດົນຕີກວັກຈຸງແມ່ນຜູ້ອຳນວຍການຈັດການດ້ານດົນຕີ, ຜູ້ກຳກັບການສະແດງເຈິ່ນລຶກ ພ້ອມກັບເວທີສະແດງລຶກແຕມ ຈະຈັດສ້າງບົດລະຄອນທີ່ໃໝ່ອ່ຽມດ້ວຍພາສາໃໝ່. ເປັນອັນວ່າລາຍການດອກເບນຈະມາດຂຽວປີນີ້ ຈະມີຄວາມແຕກຕ່າງກັນກ່ຽວກັບຈິດໃຈ ພ້ອມກັບຮູບການຄືດັ່ງທຸກໆຄົນໄດ້ເຫັນໃນໄລຍະທີ່ຜ່ານມາ".

     ຈຸດທີ່ພົ້ນເດັ່ນຂອງລາຍການແມ່ນບົດລະຄອນໂດຍຜູ້ກຳກັບການສະແດງ ຫງວຽນຮວ່າງດຽບ ແຕ່ງບົດລະຄອນແລະເວທີສະແດງລຶກແຕມ ຂອງເຈິ່ນລຶກເປັນຜູ້ຈັດສ້າງ. ບົດລະຄອນຄືດັ່ງການເຊື່ອມຕໍ່ແນວຄວາມຄິດຈາກບົດກາບກອນ “ດອກເບນຈະມາດຂຽວ”ຂອງນັກກະວີຊັວນກວິ່ງ ແລະ ບົດລະຄອນທີ່ມີຊື່ສຽງ “ດອກເບນຈະມາດຂຽວຢູ່ບຶງຕົມ” ຂອງຜູ້ຂຽນບົດລະຄອນລິວກວາງຫວູເພື່ອໃຫ້ສອງບົດປະພັນນີ້ ຄືດວ່າຄືບໍ່ກ່ຽວຂ້ອງ ແລະປະສານເຂົ້າກັນ. ການປະສານເຂົ້າກັນນີ້ ກໍ່ແມ່ນ ຄວາມໃນໃຈທີ່ເຕັມໄປດ້ວຍລັກສະນະເພີນຈິດຂອງຄວາມຮັກລິວກວາງຫວູ - ຊັວນກວິ່ງ. ຜູ້ກຳກັບການສະແດງເຈິ່ນລຶກໃຫ້ຮູ້ວ່າ:

    “ນີ້ກໍ່ແມ່ນບົດລະຄອນທີ່ແກ່ຍາວຂອງ “ດອກເບນຈະມາດຂຽວຢູ່ບຶງຕົມ” ແຕ່ກໍ່ບໍ່ຕ້ອງຈັດສ້າງຄືນລະຄອນຕອນໃດຢູ່ໃນນັ້ນ. ແຕ່ແນວຄິດຍັງຄົງເຊັ່ນນັ້ນ ແນ່ນອນວ່າ ຂ້າພະເຈົ້າຈະຈັດສ້າງຕາມເວທີສະແດງ ລຶກແຕມ”.

    ວັນທີ 6 ຕຸລາປີ 2019 ກົງກັບໂອກາດວັນຄ້າຍວັນເກີດເທື່ອທີ 77, ຮູບພາບຂອງນັກກະວີຊັວນກວິ່ງໄດ້ປາກົດຂຶ້ນໃນ Google.ຮູບພາບຂອງນາງໄດ້ປາກົດຕົວໃນທົ່ວໂລກແລະຖືກ Google ເຊິດຊູຄືດັ່ງສັນຍາລັກດີເດັ່ນຂອງວົງການນັກປະພັນວັນນະຄະດີ ນັກສິລະປິນຫວຽດນາມ. ນາງເປັນຜູ້ທີ່ສາມຂອງຫວຽດນາມຖັດຈາກນັກດົນຕີ ຈິ້ງກົງເຊີນ ແລະ ນັກຈິດຕະກອນ ບຸ່ຍຊວັນຝາຍ ໄດ້ຮັບການເຊີດຊູຈາກ Google ຄືດັ່ງການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ,ໃນລາຍການນັກດົນຕີ ຫວິງຕ໊ຽນ ຈະສະເໜີຕໍ່ຜູ້ຊົມແລະຜູ້ຟັງບົດເພງ “ຮວາກວິ່ງ” ເຊິ່ງໄດ້ພັນລະນາເຖິງຮູບພາບຂີດໝາຍດ້ານກາບກອນຂອງນັກກະວີຊັວນກວິ່ງ ດ້ວຍທຳນອງດົນຕີ.  ນັກດົນຕີ ຫວິງຕ໊ຽນໃຫ້ຮູ້ວ່າ:

      “ບົດເພງກ່ຽວກັບ ຮວາກວິ່ງ ຈະເລົ່າເຖິງຮູບພາບກໍ່ຄືຄວາມງາມທີ່ສຸດຂອງນັກກະວີຊວັນກວິ່ງ. ໃນນັ້ນກໍ່ໄດ້ເຕື້ອງເຖິງຊີວິດ ແລະ ກາບກອນ.  ຂ້າພະເຈົ້າປາຖະໜາວ່າຈະຊອກຫາໄດ້ດົນຕີທີ່ທັນສະໄໝມີລັກສະນະເພີນຈິດ ແລະ ແທດເໝາະກັບຄຸນລັກສະນະຂອງນັກກະວີຊວັນກວິ່ງ”.

      ຄ່ຳຄືນ ກາບກອນ- ດົນຕີ - ລະຄອນ “ດອກເບເບນຈະມາດຂຽວ” ຈະຖືກທຳການສະແດງໃນວັນທີ 5 ແລະວັນທີ 6 ຕຸລາຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍເຊິ່ງບໍ່ພຽງແຕ່ແນະນຳຮູບພາບທຸກດ້ານຂອງຊວັນກວິ່ງໃຫ້ແກ່ຜູ້ຊົມເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເຂົາເຈົ້າມີການສັງເກດຢ່າງຈະແຈ້ງກວ່າກ່ຽວກັບຈິດວິນຍານຂອງນັກກະວີ, ກ່ຽວກັບຄວາມຮັກທີ່ເພີນຈິດຂອງຊວັນກວິ່ງນັກກະວີທີ່ເກັ່ງກ້າສາມາດອີກດ້ວຍດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ