ຕອນບ່າຍມື້ທ້າຍປີໃນຄອບຄົວຊາວຫວຽດນາມ


(vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຕອນບ່າຍມື້​ທ້າຍ​ປີຍາມ​ໃດ​ກໍ່​ແມ່ນ​ຈຸດ​ເວລາ​​ມີ​ຄວາມສັກສິດ​ທີ່​ສຸດສຳລັບ​ຊາວ ​ຫວຽດນາມ ​ແຕ່ລະຄົນ. ​ເຖິງ​ວ່າ​ຈະ​ຢູ່​ໃນ​ເກນ​ອາຍຸ​ໃດ​​ກໍ່ຕາມ, ເຂົາ​ເຈົ້າກໍ່ຮູ້ສຶກ​ມີ​ຄວາມ​ລ່າ​ເລີງບັນ​ເທີ​ງ​ໃຈ​ ເມື່ອ​ໄດ້​ເຂົ້າ​ຮ່ວມ​ຄາບ​ເຂົ້າ​ສົ່ງ​ທ້າຍ​ປີ​ເກົ່າ​ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ຄອບຄົວ​ ​​ເພື່ອພ້ອມ​ກັນ​ຫວນ​ຄືນ​ບັນດາ​ວຽກ​ງານ​ທີ່​ໄດ້​ເຮັດ​ໃນ​ປີ​ເກົ່າ, ມຸ່ງ​ໄປ​ເຖິງ​ຄວາມ​ພາກພູມ​ໃຈ ​ແລະ ຄາດໝາຍ​ໃນ​ປີ​ໃໝ່.

ຕອນບ່າຍມື້ທ້າຍປີໃນຄອບຄົວຊາວຫວຽດນາມ - ảnh 1

                    ຄາບ​ເຂົ້າ​ໃນ​ຍາມ​ແລງ​ຂອງ​ມື້​ສຸດ​ທ້າຍ​ໃນ​ປີ, ດ້ວຍ​ການ​ເຕົ້າ​ໂຮມ​ຂອງ​ທຸກ​ຄົນ​ໃນ​ຄອບຄົວ​

ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ

        ຕອນບ່າຍ​ວັນ​ທີ 30 ​ບຸນ​ເຕັດ (ວັນ​ທີ 30 ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ) ​ແມ່ນ​ຈຸດ​ເວລາ​ທີ່​ເປັນ​ເອກະລັກ​ສະ​ເພາະທີ່​ສຸດ​ຂອງ​ບຸນ​ເຕັດ​ ຫວຽດນາມ, ​ໃນ​ຍາມ​ນີ້, ຜູ້​ຄົນ​ທັງຫຼາຍບາງ​ທີຈະ​ຕິດ​ຄາ​ກັບ​ວຽກ​ງານ, ບາງ​ທີມີ​ເວລາ​ຫວ່າງ, ບາງທີມີ​ຄວາມ​ສະ​ເທືອ​ນ​ໃຈ, ​ເມື່ອ​ທັງ​ຄອບຄົວ​ເຕົ້າ​ໂຮມ​ກັນ, ລູກ​ຫຼານ​ອວຍພອນ​ສຸຂະພາບ​ປູ​ຍ່າຕາ​ຍາຍ, ພໍ່​ແມ່, ​ແລະ ພ້ອມ​ກັນ​ຫວນ​ຄືນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ຜ່ານ​ໄປ​ໃນ​ປີ ​ແລະ ລໍຖ້າຈຸດ​ເວລາ​ຕ້ອນຮັບ​ປີ​ໃໝ່.

​ເທບ

        ປີ​ໃດ​ກໍ່​ຄື​ກັນ, ຮອດ​ວັນ​ທີ 30 ຂອງ​ບຸນ​ເຕັດ, ບັນດາລູກ​ຫຼານ​ໃນ​ຄອບຄົວ​ທ່ານ ຫງວຽນ​ວັນ​ບິ່ງ ຢູ່​ບ້ານ ຢາຖູ໋ຍ (ປະຈຸ​ບັນ​ຂຶ້ນ​ກັບ​ຕາ​ແສງ ຢາຖູ້ຍ, ​ເມືອງ ລອງ​ບຽນ, ຮ່າ​ໂນ້ຍ) ກໍ່​ເຕົ້າ​ໂຮມ​ກັນ​ຢ່າງ​ພ້ອມພຽງ, ​​ແລ້ວ​ພາກັນໄປ​ຍັງ​ເຂດ​ສຸສານ​ຂອງ​ໝູ່​ບ້ານ​ເພື່ອ​ບູລະນະ​ສ້ອມ​ແປງ​​ຂຸມ​ຝັງ​ສົບ​ຍາດຕິ​ພີ່ນ້ອງ, ຈູດ​ທູບ​ທຽນ​ທີ່​ຫອມ​ຫວນ​ເພື່ອ​ເຊີນ​ບັນພະບຸລຸດ, ປູ​ຍ່າ​ຕາ​ຍາຍ​ກັບ​ເມືອ​​ເອົາ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ. ນີ້​ແມ່ນ​ປະ​ເພນີ​ທີ່​ມີ​ມາ​ກ່ອນ​ນີ້​ຫຼາຍ​ລຸ້ນຄົນ​ຂອງ​​ຄອບຄົວ​ຊາວ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະບຸລຸດ, ຜູ້​ທີ່​ໄດ້​ກຳ​ເນີດ, ຜ່ານ​ນັ້ນ​ສ້າງ​ຄວາມ​ສະໜິດ​ຕິດ​ພັນ, ຄວາມ​ຮັກ​ແພງ​ລະຫວ່າງ​ບັນດາ​ຜູ້​ຍັງ​ມີ​ຊີວິດ​ຢູ່. ທ່ານ ຫງວຽນ​ວັນ​ບິ່ງ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “​ແຕ່ລະ​ປີ​ເມື່ອ​ຮອດ​ວັນ​ສຸດ​ທ້າຍ​ຂອງ​ປີ, ຂ້າພະ​ເຈົ້າ​ພ້ອມ​ກັບ​ລູກ​ຫຼານ​ເຄີຍ​ໄປ​ຍັງ​ເຂດ​ສຸສານ​ເພື່ອ​ຈັດ​ມ້ຽນ, ​ເຮັດອະນາ​ໄມ​ ​ແລະ ​ເຊີນບັນພະບຸລຸດ​ກັບ​ເມືອ​ເອົາ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ. ຂ້າພະ​ເຈົ້າ​ຢາກ​ໃຫ້​ລູກ​ຫຼານສືບ​ຕໍ່ຮັກສາປະ​ເພນີ​ຂອງ​ບັນພະບຸລຸດ ​ກໍ່​ຄື​ມູນ​ເຊື້ອ​ຂອງ​ຄອບຄົວ​ໄວ້​ຕະຫຼອດ​ໄປ “.

        ບັນຍາກາດຟ້າວ​ຟັ່ງ, ​ເບີກບານ​ມ່ວນ​ຊື່ນທີ່​ສຸດຂອງ​ບັນດາ​ຄອບຄົວ​ຊາວ ຫວຽດນາມ ​ໃນ​ວັນ​ທ້າຍ​ປີ, ນັ້ນ​ແມ່ນ​ເວລາ​ບັນດາ​ແມ່ຍິງ​​ໃນ​ຄອບຄົວແຕ່ງກິນ​​ເພື່ອ​ກະກຽມ​ພາ​ເຂົ້າ​ບູຊາ​​ໃນ​ບຸນ​ເຕັດ. ​ໃນ​ໂອກາດ​ຄື​ແນວ​ນີ້, ບັນດາ​ຜູ້​ເປັນ​ແມ່ກໍ່​ເຄີຍ​ແນະນຳ​ໃຫ້​ລູກ​ສາວ, ລູກ​ໃພ້​ວິທີ​ແຕ່ງອາຫານ​, ຈັດ​ວາງ​ບັນດາ​ເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບຸນ​ເຕັດ ຕາມ​ປະ​ເພນີ​ຂອງ​ຄອບຄົວ. ປ້າ ຫວູທິຕິ່ງ, ຢູ່​ບ້ານ ຢາຖູ້ຍ, ​ໃຫ້​ຮູ້​ວ່າ:

        “​ພາ​ເຂົ້າ​ບຸນ​ເຕັດ​ໃນ​ວັນ​ທ້າຍ​ປີຂອງ​ຄອບຄົວ​ຂ້າພະ​ເຈົ້າ, ຍາມ​ໃດ​ກໍ່​ມີ​ເຂົ້າຕົ້ມ, ​ເຂົ້າໜົມ​ຫວານ,​ ແກງ​ໜໍ່​ໄມ້, ອາຫານ​ຂົ້ວ, ​ແໜມ​ຈືນ… ວຽກ​ງານ​ມີ​ພຽງ​ເທົ່າ​ນັ້ນ​ແຕ່​ລູກ​ຫຼານ​ກໍ່​ພາ​ກັນ​ເຮັດ​ເພື່ອ​ມີ​ພາ​ເຂົ້າ​ຖະຫວາຍ​ບູຊາ, ​ເຊີນ​ບັນພະບຸລຸດ​ກັບ​ເມືອ​ເອົາ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ “.

        ​ໃນ​ຂະນະ​ທີ່​ແມ່ຍິງ​ຟ້າວ​ຟັ່ງ​ກະກຽມ​ພາ​ເຂົ້າ​ບູຊາ​ນັ້ນ, ຜູ້​ຊາຍ​ໃນ​ຄອບຄົວ​ກໍ່​ຜັດ​ຖູ​ ເຮັດອະນາ​ໄມ​ແທ່ນ​ບູຊາ, ຈັດ​ວາງ​ຕົ້ນ​ໄມ້​ປະດັບ, ກະກຽມ​ເຫຼົ້າ, ຊາ​ ຖະຫວາຍ​ບູຊາ​ບັນພະບຸລຸດ. ​ໃນ​ວັນ​ທ້າຍ​ປີ, ບັນດາ​ຜູ້​ມີ​ອາຍຸ​ສູງ​ໃນ​ຄອບຄົວ​​ເປັນຜູ້​ມີ​ຄວາມ​ມ່ວນ​ຊື່ນ​ທີ່​ສຸດ, ​ເພາະວ່າ​ລູກ​ຫຼານ​ໃນ​ຄອບຄົວ​ເກືອບ​ທັງ​ໝົດ​ໄດ້​ກັບ​ເມືອ​ຢ່າງ​ພ້ອມພຽງ. ​ເຖິງ​ວ່າ​ສຸຂະພາບ​ບໍ່​ແຂງ​ແຮງ​ອີກ, ​ແຕ່​​ແມ່​ເຖົ້າ ຫວູທິ​ເຈິ​ດ, ກໍ່ຮູ້ສຶກ​ມ່ວນ​ຊື່ນ​ທີ່​ສຸດ​ເມື່ອ​ໄດ້​ຕ້ອນຮັບ​ລູກ​ຫຼານກັບ​ເມືອ​ໃນ​​ໂອກາດ​ບຸນ​ເຕັດ.

        “ຜູ້​ໃດ​ກໍ່​ມັກ​ບຸນ​ເຕັດ, ສ່ວນ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ຫຼາຍ. ບຸນ​ເຕັດ​ລູກ​ຫຼານ​ມາ​ເຕົ້າ​ໂຮມ​ກັນ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ“.

        ພາ​ເຂົ້າ​ບູຊາ​ໃນ​ຕອນ​ບ່າຍ​ມື້​ສຸດ​ທ້າຍ​ຂອງ​ປີ ຍາມ​ໃດ​ກໍ່​ແມ່ນ​ພາ​ເຂົ້າ​ມີ່​ມີ​ອາຫານ​ແຊບນົວ​ຫຼາຍ​ເຍື່ອງ ​ແລະ ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ​ລະ​ອໍ​ທີ່​ສຸດ​ໃນ​ປີ. ພາ​ເຂົ້າ​ນີ້, ກ່ອນ​ອື່ນ​ໝົດ​ແມ່ນ​ເພື່ອ​ຖະຫວາຍ​ບູຊາ​ບັນພະບຸລຸດ, ຫຼັງ​ຈາກ​ນັ້ນ​ຈຶ່ງໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ຮັບ​ປະທານ. ພາ​ເຂົ້າ​ໃນ​ມື້​ທ້າຍ​ປີ​ຍັງ​ມີ​ຄຸນຄ່າ​ດ້ານ​ຈິດ​ໃຈ, ສ້າງ​ຄວາມ​ສະໜິດ​ຕິດ​ພັນລະຫວ່າງ​ສະມາຊິກ​ໃນ​ຄອບຄົວ​ນຳ​ກັນ. ທຸກ​ຄົນ​ຜູ້​ໃດ​ກໍ່​ພາກພູມ​ໃຈ, ພ້ອມ​ກັນ​ແບ່ງປັນ​ຄວາມ​ສະດວກ, ຄວາມ​ຫຍຸ້ງຍາກ​ນຳ​ກັນ ​ແລະ ອວຍພອນ​ກັນ​ໃຫ້​ປະສົບ​ແຕ່​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່. ຍ້ອນ​ເຫດ​ນັ້ນ, ​ໃນ​ວັນ​ສຸດ​ທ້າຍ​ຂອງ​ປີ, ຜູ້​ໃດ​ກໍ່​ຢາກ​​ເຕົ້າ​ໂຮມພ້ອມ​ກັບ​ຄອບຄົວ​  ເພື່ອ​​ໄດ້ເຈືອ​ຈານ​​​​ເຂົ້າ​ກັບບັນຍາກາດ​ຂອງ​ບຸນ​ເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ