ນັກປະພັນເລລິ້ວ- ບຸກຄົນພິເສດຂອງວັນນະຄະດີຫວຽດນາມ

(VOVWORLD) -ໃນມື້ມໍ່ໆມານີ້ ນັກປະພັນເລລິ້ວຜູ້ທີ່ມີຊື່ສຽງໃນພື້ນຖານວັນນະຄະດີຫວຽດນາມຫາກໍ່ເຖິງແກ່ມໍລະນະກຳ.  ໃນຄາວຍັງມີຊີວິດຢູ່ ເພື່ອນຮ່ວມອາຊີບໄດ້ເອີ້ນທ່ານວ່າແມ່ນນັກປະພັນກອງທັບ, ນັກປະພັນປະຊາຊົນ ແລະ ຖືທ່ານເປັນຕົ້ນໂພປົກຄຸມຄວາມເຢັນໃຫ້ແກ່ວັນນະຄະດີຫວຽດນາມໃນຕະຫຼອດຊຸມປີທ້າຍສະຕະວັດທີ XX ແລະຕົ້ນສະຕະວັດທີ XXI. ທ່ານໄດ້ຮັບຖືວ່າແມ່ນບຸກຄົນພິເສດຂອງວັນນະຄະດີຫວຽດນາມເພາະວ່າໃນແຕ່ລະບົດປະພັນວັນນະຄະດີຂອງເລລິ້ວຜູ້ອ່ານສາມາດເຫັນໄດ້ເຖິງການຜັນແປໃນຊີວິດ ຊາຕາກຳຂອງທ່ານ. ດ້ວຍລັກສະນະຊື່ສັດດັ່ງກ່າວບັນດາ ບົດປະພັນວັນນະຄະດີຂອງນັກປະພັນເລລິ້ວ ໄດ້ສ້າງຂີດໝາຍອັນເລິກເຊິ່ງໃຫ້ແກ່ຜູ້ອ່ານທັງຫຼາຍ. 
ນັກປະພັນເລລິ້ວ- ບຸກຄົນພິເສດຂອງວັນນະຄະດີຫວຽດນາມ - ảnh 1ນັກປະພັນເລລິ້ວໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 9 ພະຈິກທີ່ຜ່ານມາ

     ດ້ວຍປຶ້ມວັນນະຄະດີຫຼາຍກວ່າ 40 ຫົວໃນໄລຍະເກືອບ 50 ປີເປັນນັກປະພັນວັນນະຄະດີ, ນັກປະພັນເລລິ້ວໄດ້ສ້າງສາງວັນນະຄະດີທີ່ໃຫຍ່ໂຕໃຫ້ແກ່ພື້ນຖານວັນນະຄະດີຫວຽດນາມ. ນັກປະພັນເລລິ້ວເຄີຍໄດ້ຮັບລາງວັນວັນນະຄະດີ ພິເສດທ່ານໄດ້ຮັບລາງວັນແຫ່ງລັດກ່ຽວກັບວັນນະຄະດີສິລະປະໄລຍະທີໜຶ່ງປີ 2001. ສັງເກດກ່ຽວກັບຜົນງານທາງດ້ານວັນນະຄະດີ, ເລລິ້ວແມ່ນນັກປະພັນທີ່ດີເດັ່ນແຖວໜ້າຂອງສະຕະວັດທີ XX  ແລະຊຸມປີຕົ້ນສະຕະວັດທີ XXI. ບັນດາບົດປະພັນວັນນະຄະດີຂອງທ່ານໄດ້ຕິດພັນກັບລົມຫາຍໃຈຂອງຍຸກສະໄໝ ແມ່ນບັນດາບົດປະພັນມີຄຸນຄ່າທາງດ້ານສິລະປະໄດ້ຮັບຄວາມຊົມຊອບຕະຫຼອດເວລາ. ນັກປະພັນ ຟອງດຽບ ຖືວ່າ:

   “ວັນນະຄະດີໃນໄລຍະຕົ້ນຂອງການປ່ຽນແປງໃໝ່  ພ້ອມກັບບັນດາຜູ້ມີຊື່ສຽງອື່ນໆ ກໍ່ບໍ່ອາດບໍ່ເຕື້ອງເຖິງບົດບາດຂອງນັກປະພັນເລລິ້ວດ້ວຍບັນດາບົດປະພັນມີສີສັນເຂັ້ມຂົ້ນ. ການປະກອບສ່ວນຂອງນັກປະພັນເລລິ້ວກໍ່ແມ່ນທ່ານໄດ້ເຂົ້າສູ່ຊາຕາກຳບໍ່ໂຊກດີໃນບັນດາບົດປະກພັນຂອງຕົນ. ນັກປະພັນເລລິ້ວດ້ວຍຄວາມຮັກແພງມະນຸດຂອງຕົນໄດ້ເຂົ້ົ້າໃຈເລິກເຊິ່ງກ່ຽວກັບຊາຕາກຳດັ່ງກ່າວ”.

  ນັກປະພັນເລລິ້ວເກີດປີ 1942 ຢູ່ຕາແສງ ເຕິນເຈົາເມືອງຂວາຍເຈົາແຂວງຮຶງອຽນ.ທ່ານເຂົ້າຮ່ວມຖັນແຖວກອງທັບແລະເຄີຍເປັນນັກຂ່າວຂອງທະຫານເຂດສາມ, ນັກຂ່າວສະໜາມຮົບຢູ່ສະໜາມຮົບ 559, ທາງເຈື່ອງເຊີນ.ພາຍຫຼາຍສົງຄາມທ່ານໄດ້ເຂົ້າເຮັດວຽກຢູ່ວາລະສານວັນນະສິນກອງທັບ. ບາງບົດປະພັນທີ່ດີເດັ່ນຂອງທ່ານຄືຜູ້ຈັບປືນ, ທິດດວງຕາເວັນ, ຖາງປ່າ... ແຕ່ບົດປະພັນດີເດັ່ນທີ່ສຸດຂອງທ່ານແມ່ນປຶ້ມນະວະນິຍາຍ “ໄລຍະຢູ່ຫາງໄກຈາກກັນ” ແລະ “ຄື້ນຟອງຢູ່ພື້ນແມ່ນ້ຳ”.  ສອງບົດປະພັນນີ້ໄດ້ຖືກຈັດສ້າງເປັນຮູບເງົາແລະມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຜູ້ອ່ານຫວຽດນາມລຸ້ນຕ່າງໆ.ນາງບຸຍເຟືອງຖາວຢູ່ ຮ່າໂນ້ຍໃຫ້ຮູ້ວ່າ:

  “ນ້ອງກໍ່ເຄີຍອ່ານບັນດາບົດປະພັນຂອງທ່ານ, ພິເສດນ້ອງຊົມຊອບທີ່ສຸດແມ່ນບົດປະພັນຄື້ນຟອງຢູ່ພື້ນແມ່ນ້ຳ, ນັກປະພັນເລລິ້ວເຄີຍແຕ່ງບັນດາບົດປະພັນກ່ຽວກັບຊາຕາກຳຂອງຊາວຊົນນະບົດ, ແຕ່ບົດປະພັນຂອງທ່ານມີກຳລັງຄວາມດຶງດູດໃຈສຳລັບຜູ້ອ່ານຢູ່ຕົວເມືອງ”.

 ສຳລັບນັກປະພັນລຸ້ນຕ່າງໆຂອງຫວຽດນາມແລ້ວ, ເລລິ້ວ ແມ່ນບຸກຄົນທີ່ລຽບງ່າຍມີຄຸນລັກສະນະຂອງບັນດາຜູ້ຢູ່ຊົນນະບົດຫວຽດນາມ. ທ່ານ ປອ. ໂດ໊ແອັງຫວູ ສັງກັດພະແນກວັນນະຄະດີສິລະປະ VOV6 ຖືວ່າ:

 “ຜ່ານບັນດາບົດປະພັນວັນນະຄະດີຂອງທ່ານ ອາດຈະວາດນຶກເຖິງເລລິ້ວແມ່ນບຸກຄົນມັກມ່ວນມີຄວາມເມດຕາກະລຸນາ. ຜູ້ອ່ານທັງຫຼາຍຍັງຄົງຈື່ດີກ່ຽວກັບບັນດາຕົວລະຄອນໃນບົດປະພັນຂອງທ່ານຄືຢາງມິງຊ່າຍຫຼືຟ້າມວັນນຸ່ຍ”.

 ເລລິ້ວຍັງໄດ້ຮັບການຕີລາຄາວ່າແມ່ນນັກປະພັນພິເສດໃນວຽກງານການທູດ. ທ່ານແມ່ນນັກປະພັນປະຕິວັດຫວຽດນາມ ຄົນທຳອິດໄດ້ຮັບການເຊື້ອເຊີນຈາກທາງຝ່າຍອາເມລິກາມາຮ່ວມກັບບັນດານັກປະພັນນັກຮົບເກົ່າຫວຽດນາມແລະອາເມລິກາຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ຍົກເລີກຄຳສັ່ງຂວ້ຳບາດແລະສ້າງການພົວພັນກັບຫວຽດນາມເປັນປົກກະຕິ.

    ວັນທີ 9 ພະຈິກທີ່ຜ່ານມາ ນັກປະພັນເລລິ້ວໄດ້ເຖິງແກ່ມໍລະນະກຳ ຢູ່ບ້ານເກີດຂອງທ່ານທີ່ເມືອງຂວາຍເຈົາແຂວງຮຶງອຽນພາຍຫຼັງເຈັບເປັນໃນເວລາຫຼາຍປີ. ທ່ານໄດ້ລ່ວງລັບໄປແລ້ວ ແຕ່ຊື່ສຽງຮຽງນາມຂອງທ່ານພ້ອມກັບບັນດາຕົວລະຄອນທີ່ມີຊື່ສຽງໃນບົດນະວະນິຍາຍຂອງທ່ານ ຍັງຍືນຍົງຄົງຕົວໃນຈິດໃຈຂອງຜູ້ອ່ານຢ່າງຫຼວງຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ