ນັກສິລະປະການດັ້ງວັນເຮົ້າກັບເລື່ອງລາວຍົກຄຸນຄ່າຕໍ່ແຮ່ ຫວຽດນາມ

(VOVWORLD) -ກວ່າ 20 ປີທີ່ຜ່ານມາອ້າຍດັ້ງວັນເຮົ້າຢູ່ບ້ານຊວັນລາຕາແສງເຟື້ອງຢຶກ ເມືອງຝູຊວຽນຮ່າໂນ້ຍໄດ້ຮຽນຮູ້ ແລະຄົ້ນຄວ້າ, ປັບປຸງບັນດາຜະລິດຕະພັນຕໍ່ແຮ່ ເຊິ່ງແມ່ນຮູບປັ້ນເຄື່ອງຫຼິ້ນພື້ນເມືອງຂອງເດັກຢູ່ ຫວຽດນາມດ້ວຍສັດປະເພດຕ່າງໆຖືກປັ້ນດ້ວຍແປ້ງ. ບໍ່ພຽງແຕ່ຮັກສາອາຊີບທີ່ມີມາແຕ່ດົນນານຂອງໝູ່ບ້ານຕໍ່ແຮ່ ຊວັນລາ ດ້ວຍຄວາມເກັ່ງກ້າສາມາດແລະຄວາມເມົາມົວ, ນັກສິລະປະການໜຸ່ມດັ້ງວັນເຮົ້າຍັງນຳອາຊີບປັ້ນຮູບດ້ວຍແປ້ງມາສູ່ພໍ່ແມ່ພີ່ນ້ອງ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ
ນັກສິລະປະການດັ້ງວັນເຮົ້າກັບເລື່ອງລາວຍົກຄຸນຄ່າຕໍ່ແຮ່ ຫວຽດນາມ - ảnh 1ນັກສິລະປະການດັ້ງວັນເຮົ້າ ກັບຮູບປັ້ນຕໍ່ແຣ່

      ນັກສິລະປະການດັ້ງວັນເຮົ້າໄດ້ກຳເນີນຂຶ້ນໃນຄອບຄົວທີ່ມີຫຼາຍລຸ້ນຄົນຜູກພັນກັບອາຊີບປັ້ນຕໍ່ແຮ່  ພື້ນເມືອງຢູ່ ຊວນລາ. ຍ້ອນເຫດນັ້ນເອງ ລາວໄດ້ເຂົ້າເຖິງອາຊີບນີ້ນັບແຕ່ຄາວຍັງນ້ອຍ.ໃນໄລຍະຮຽນວິຊາຊີບກໍ່ຄືໃນໄລຍະປະກອບອາຊີບ ລາວໄດ້ຮັບຫຼາຍລາງວັນຈາກງານຕະຫຼາດນັດທີ່ສະຫງວນໃຫ້ແກ່ບັນດາໝູ່ບ້ານອາຊີບ. ປີ 2014 ອ້າຍເຮົ້າໄດ້ຮັບນາມມະຍົດ “ນັກສິລະປະການຮ່າໂນ້ຍ” ຈາກນະຄອນ ່ຮາໂນ້ຍ, ພະແນກອຸດສາຫະກຳການຄ້າຮ່າໂນ້ຍ ແລະ ໄດ້ກາຍເປັນໜຶ່ງໃນບັນດານັກສິລະປະການໜຸ່ມແໜ້ນທີ່ສຸດ. ນັກສິລະປະການດັ້ງວັນເຮົ້າໃຫ້ຮູ້ວ່າ:

     “ມີຮູບປັ້ນສັດສາມຊະນິດທີ່ຂ້າພະເຈົ້າໄດ້ຟື້ນຟູນັ້ນແມ່ນນົກຍາງຂອງຝູຊວຽນເຊິ່ງແມ່ນຕົ້ນກຳເນີດຂອງອາຊີບປັ້ນຕໍ່ແຮ່ໃນປັດຈຸບັນ ແລະ ຮູບປັ້ນສັດຂອງດົ່ງຊວັນແລະໂຝແຂັກ. ຈຸດປະສົງຕົ້ນຕໍຂອງພວກຂ້າພະເຈົ້າ ແມ່ນຍາມໃດກໍ່ມຸ່ງໄປສູ່ຜະລິດຕະພັນທີ່ເປັນເອກະລັກທາງດ້ານວັດທະນະທຳພື້ນເມືອງຂອງຫວຽດນາມແທນທີ່ຜະລິດຕະພັນທີ່ມາຈາກຕ່າງປະເທດ”.

     ນັບແຕ່ນັ້ນເປັນຕົ້ນມາດ້ວຍຫົວຄິດປະດິດສ້າງ, ອ້າຍເຮົ້າໄດ້ໃຫ້ກຳເນີດບັນດາຜະລິດຕະພັນຕໍ່ແຮ່ທີ່ເປັນເອກະລັກເຂັ້ມຂົ້ນໄປດ້ວຍລັກສະນະພື້ນເມືອງມີເຕັກນິກແລະມີຄວາມປານີດສູງຄືຮູບປັ້ນສິງໂຕ, ປາຄຳ... ບໍ່ພຽງແຕ່ໃນຂອບເຂດໂຄສະນາຕໍ່ແຮ່ ຫວຽດນາມຢູ່ໝູ່ບ້ານເຂດບ້ານນາເທົ່ານັ້ນນັກສິລະປະການດັ້ງວັນເຮົ້າຍັງນຳບັນດາຜະລິດຕະພັນຕໍ່ແຮ່ຂອງຕົນມາວາງສະແດງຢູ່ບັນດາເຂດທ່ອງທ່ຽວງານຕະຫຼາດນັດຫັດຖະກຳຢູ່ບັນດາແຂວງແລະນະຄອນໃນທົ່ວປະເທດ. ຫວ່າງແລ້ວນີ້ ທີ່ງານຕະຫຼາດນັດເຄື່ອງສິລະປະຫັດຖະກຳໂດຍອົງການ Unesco ຫວຽດນາມ ແລະ ສະມາຊິກໜຶ່ງຂອງກຸ່ມພັດທະນາສະຫະປະຊາຊາດໄດ້ຈັດຕັ້ງຢູ່ເຮືອນເລກທີ 22 ຖະໜົນຮ່າງບ່ວມຮ່າໂນ້ຍໃນນັ້ນຮ້ານວາງສະແດງຕໍ່ແຮ່ຂອງຫວຽດນາມທີ່ວາງສະແດງບັນດາຜະລິດຄະພັນຮູບປັ້ນຕໍ່ແຮ່ ໂດຍນັກສິລະປະການດັ້ງວັນເຮົ້າເປັນຜູ້ປະດິດຄິດສ້າງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຄົນທັງຫຼາຍ. ມີບາງຄົນມາຊົມງານຕະຫຼາດນັດໃຫ້ຮູ້ວ່າ:

      “ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນຜະລິດຕະພັນຮູບປັ້ນຕໍ່ແຮ່ ທີ່ເປັນເອກະລັກເຊັ່ນນີ້,ຮູບຊົງກໍ່ງາມຕາທັງມີລັກສະນະພື້ນເມືອງທັງມີຄວາມປານີດສູງ”.

      “ໃນຮ້ານວາງສະແດງຕໍ່ແຮ່ຂອງຫວຽດນາມນ້ອງຊົມຊອບທີ່ສຸດແມ່ນພາໝາກໄມ້ 5 ຊະນິດແລະພາດອກໄມ້. ເຖິງວ່າຮູບປັ້ນກໍ່ນ້ອຍກໍ່ຕາມແຕ່ກໍ່ມີຄວາມລະອຽດອ່ອນທີ່ສຸດ”.

     ຕີລາຄາສູງຕໍ່ຜົນສະທ້ອນຂອງຜະລິດຕະພັນຮູບປັ້ນຕໍ່ແຮ່ ໂດຍນັກສິລະປະການດັ້ງວັນເຮົ້າປະດິດຄິດສ້າງໃນການຮັກສາ ແລະ ເຮັດໃຫ້ວັດທະນະທຳພື້ນເມືອງຫວຽດນາມເພີ່ມຄວາມອຸດົມສົມບູນ, ນາງ ເຈິ່ນທິງອກເຮິນ ພະນັກງານສັງກັດໂຄງການຂອງ Unesco ຫວຽດນາມຖືວ່າ:

      “ຮູບປັ້ນຕໍ່ແຮ່ໃນປັດຈຸບັນບໍ່ພຽງແຕ່ແມ່ນເຄື່ອງຫຼິ້ນຂອງເດັກເທົ່ານັ້ນ, ປັດຈຸບັນມັນໄດ້ມີການປ່ຽນແປງແລະມັນໄດ້ແທດເໝາະກັບໄລຍະປັດຈຸບັນຫຼາຍຂຶ້ນ. ບັນດາຜະລິດຕະພັນນີ້ສາມາດຄົງຕົວດົນນານກວ່າແລະສີສັນກໍ່ສົດໃສສາມາດມີຄວາມທົນທານໄດ້ເຖິງສາມປີ”.

      ຖ້າຫາກວ່າເມື່ອກ່ອນນີ້ ບັນດາຜະລິດຕະພັນຮູບປັ້ນຕໍ່ແຮ່ທຳມະດາມີລາຄາຂາຍພຽງ 20.000 ຫາ 30.000 ດົ່ງເທົ່ານັ້ນ. ແຕ່ໃນປັດຈຸບັນດ້ວຍຄວາມລະອຽດອ່ອນແລະສັບສົນກວ່າດັ່ງນັ້ນມີບາງຜະລິດຕະພັນຂອງດັ້ງວັນເຮົ້າກໍ່ມີລາຄາເກືອບ 500.000 ຫາ 1.000.000 ດົ່ງ. ການອະນຸລັກຮັກສາອາຊີບກໍ່ໄດ້ຍາກຢູ່ແລ້ວແຕ່ການຍົກລະດັບຄຸນຄ່າຂອງຜະລິດຕະພັນພື້ນເມືອງໃນຊີວິດຍຸກທັນສະໄໝກໍ່ຍິ່ງຫຍຸ້ງຍາກກວ່າອີກ. ນັກສິລະປະການໜຸ່ມດັ້ງວັນເຮົ້າໄດ້ມີບັນດາບາດກ້າວເດີນທຳອິດໃນຂະບວນວິວັດນີ້ ເຖິງວ່າເລື່ອງຍົກລະດັບຄຸນຄ່າຂອງຮູບປັ້ນຕໍ່ແຮ່ ຫວຽດນາມຍັງຕ້ອງໃຊ້ເວລາຍາວນານແລະຜ່ານຄວາມທົດສອບຫຼາຍຢ່າງກໍ່ຕາມແຕ່ສຳລັບຜູ້ມີຄວາມຮັກແລະມີຄວາມເມົາມົວກັບອາຊີບນັ້ນເບິ່ງຄືວ່າເສັ້ນທາງນີ້ຈະບໍ່ມີຍາມຢຸດເຊົາ.

ຕອບກັບ

ຂ່າວ/ບົດ​ອື່ນ