ນິງທ້ວນບູລະນະປະຕິສັງຂອນ, ອະນຸລັກຮັກສາເຂດປູສະນີຍະສະຖານເຜົ່າຈຳ

 (vovworld)-  ນິງທ້ວນ​ແມ່ນ​ແຂວງ​ມີ​ຊາວ​ເຜົ່າ​ຈຳ​ດຳລົງ​ຊີວິດ​ຫຼາຍ​ກ່ວາ​ໝູ່​ເມື່ອ​ທຽບ​ກັບ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ວັດທະນະທຳ​ຈຳ​ໄດ້​ສະ​ແດງ​ອອກ​ຜ່ານ​ຕົວ​ໜັງສື, ຊຸດ​ອາພອນ​ສະ​ໄໝ, ສິລະ​ປະ​ສະຖາປັດຕະຍະກຳ, ​ແກະຄວັດ​ສະຫຼັກ, ອາຊີ​ບປັ້ນດິນ​ເຜົາ ​ແລະ ຕ່ຳ​ແຜ່ນ. ​ໃນ​ຫຼາຍ​ປີຜ່າ​ນມາ, ນິງທ້ວນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ຈຳ, ພິ​ເສດ, ປະຊາ​ຄົມເຜົ່າຈຳ​ຢູ່​ແຂວງ​ນິງທ້ວນ ​ໄດ້​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ປະຕິບັດ​ການ​ບູລະນະປະຕິສັງຂອນ, ອະນຸລັກ​ຮັກສາ​ລະບົບ​ວິຫານທາດ​ຂອງ​ເຜົ່າ​ຕົນ​ໃນ​ບໍລະ​ເວນ​ແຂວງ.

ນິງທ້ວນບູລະນະປະຕິສັງຂອນ, ອະນຸລັກຮັກສາເຂດປູສະນີຍະສະຖານເຜົ່າຈຳ - ảnh 1

ທາດ Po Klong Giarai

(ພາບ​: vi.wikipedia.org )

​   ປະຈຸ​ບັນ, ແຂວງ​ນິງທ້ວນ ມີ​ເຂດ​ສະຖາປັດຕະຍະ​ກຳ​​ເຜົ່າ​ຈຳ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພາະ, ​ໄດ້​ຖືກ​ກໍ່ສ້າງ​ນັບ​ແຕ່​ສັດຕະວັດ​ທີ 13-14, ​ໃນ​ນັ້ນມີ​ກຸ່ມ​ທາດ​ທີ່​ລື​ຊື່​ຄື: Po Klong Giarai, Po Rome  ​ແລະ Hoa Lai. ບັນດາ​ກຸ່ມ​ທາດ​ນີ້ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ແຫ່ງ​ຊາດ​ແລ້ວ. ບັນດາ​ກິດຈະ ກຳ​ສະຖາປັດຕະຍາ​ກຳ​ດັ່ງກ່າວ​ໄດ້​ຕິດ​ພັນ​ກັບ​ການ​ດຳ​ເນີນຊີວິດ​ເຫຼື້​ອມ​ໃສ​ສາສະໜາ​ຂອງ​ຊາວ​ເຜົ່າ​ຈຳ​ນິງທ້ວນ ນັບ​ແຕ່​ພັນ​ປີ​ມາ​ນີ້ ​ແລະ ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຄຸນຄ່າ​ໄວ້​ເໝືອ​ນເດີມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ຖືກ​ກໍ່ສ້າງ​ນັບ​ແຕ່​ນົນ​ນານມາ​ແລ້ວ, ວິຫານ, ທາດ​ຈຳ​ຈຳນວນ​ໜຶ່ງ​ຖືກ​ເປ່​ເພ. ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ລັດ, ອຳນາດ​ກາ​ປົກຄອງ​ທ້ອງ​ຖິ່ນ, ປະຊາຊົນ​ໄດ້​ປະກອບ​ເງິນ​ທອງ ​ແລະ ກຳລັງ​ເຫື່ອ​ແຮງ​ເພື່ອ​ບູລະນະປະຕິສັງຂອນ, ອະນຸລັກ​ຮັກສາ​ບັນດາ​ວິຫານ, ທາດ​ຈຳ ​ໃຫ້​ນັບ​ມື້​ນັບ​ໃຫ່ຍ​ໂຕ, ສວຍ​ງາມ, ຮັບ​ໃຊ້​ຄວາມ​ຕ້ອງການ​ໃນ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ພື້ນ​ເມືອງ, ການ​ເຫຼື້ອມ​ໃສ​ຂອງ​ຊາວ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ. ທ່ານ ດ່າງ​ນັງບິງ ຢູ່​ບ້ານ​ເບົ່າ​ຈຸກ, ​ເທດສະບານ​ເມືອງ​ເຟືອ​ກ​ເຢີ​ນ, ​ເມືອງ​ນິງ​ເຟືອ​ກ ​ໃຫ້​ຮູ້​ວ່າ:

   “​​​​​​​​​ເມື່ອກ່ອນວິຫານ Po Klong Chanh ຕັ້ງຢູ່ກາງທົ່ງນາ, ປະຊາຊົນເຄີຍເອີ້ນວ່າ Po Klong Hamu. ປີ 1954 ວິຫານແຫ່ງນີ້ຖືກ​​ເປ່ເພ, ທາງລັດແລະແຂວງໄດ້ຊ່ວຍ​​ເຫຼືອດ້ານການເງິນນຳນວນໜຶ່ງດ້ວຍທິດນຳ: ລັດແລະ ປະຊາຊົນເຮັດພ້ອມກັນ. ມາຮອດປະຈຸບັນ, ວິຫານແຫ່ງນີ້ໄດ້ຮັບການກໍ່ສ້າງຢ່າງໃຫ່ຍໂຕເພື່ອທະຫວາຍບູຊາເຈົ້າ Po ​ໃນແຕ່ລະປີ“.

 ນິງທ້ວນບູລະນະປະຕິສັງຂອນ, ອະນຸລັກຮັກສາເຂດປູສະນີຍະສະຖານເຜົ່າຈຳ - ảnh 2

(ພາບ​: www.ninhthuan.gov.vn )

   ຫວ່າງ​ແລ້ວ​ນີ້, ຊາວ​ເຜົ່າ​ຈຳ​ຢູ່ 11 ບ້ານ​​ໃນ 5 ຕາ​​ເສ​ງຂອງ​​ເມືອງ​ທາ​ດຈາມ ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ຂົນຂວາຍ​ຊາ​ວທ້ອງ​ຖິ່ນ, ຊາວ​ທ້ອງ​ຖິ່ນ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດປະກອບ​ເງິນຈຳນວນ​ກ່ວາ 500 ລ້ານ​ດົ່ງ​ເພື່ອ​ກໍ່ສ້າງ​ວິຫານ Po Klong Giirai ​ໃໝ່ ຊື່​ງມີ​ເນື້ອ​ທີ່ 70 ມ2 ​ໃນ​ພື້ນ​ດິນ 800 ມ2 ​ແລະ ບັນດາ​ກິດຈະກຳ​ສຳຮອງ​ແທນ​ໃຫ້​ວິຫານ​ເກົ່າ​ຖືກ​ເປ່​ເພ. ວິຫານ Po Klong Giirai ມີ​ຄວາມ​ໝາຍທີ່​ສຸດ​ສຳລັບ​ຊາວ​ເຜົ່າ​ຈຳ​ຢູ່​ບັນດາ​ທ້ອງ​ຖິ່ນ ຍ້ອນ​ວ່າ​ນີ້​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຊາວ​ເຜົ່າ​ຈຳ​ປະຕິບັດ​ພິທີການ​ເຫຼື້ອມ​ໃສ​ສາສະໜາ​ຕ່າງໆ….      ດົງ​ບາ ຢູ່​ບ້ານ​ເຟືອ​ກດົ່ງ, ຕາ​ແສງ​ເຟືອກ​ເຮົ້າ, ​ເມືອງ​ນິງ​ເຟືອ​ກ ​ແຂວງ​ນິງທ້ວນ ​ໃຫ້​ຮູ້​ວ່າ:

  “​​ທາງແຂວງອະນຸຍາດແລະເຮົາເອງປະກອບເງິນເພື່ອກໍ່ສ້າງວິຫານ. ກ່ອນການກໍ່ສ້າງກໍ່ໄດ້ເຊີນຄະນະຮັບຜິດຊອບ້ານຮີດຄອງປະເພນີຂອງ 11 ບ້ານມາປຶກສາຫາລື, ປະກອບເງິນທອງ​. ບັນດາທາດ, ວິຫານລ້ວນແຕ່ມີພິທີການເຫຼື້ອມໃສແຕກຕ່າງກັນ“.

​ ​  ພ້ອມ​ກັບ​ວິຫານ​ສອງ​ແຫ່ງ​ດັ່ງກ່າວ, ​ໃນ​ຊຸມ​ປີຜ່ານມາ, ວິຫານ​ຈຳ​ຫຼາຍ​ແຫ່ງ​ຢູ່​ບັນດາ​ຫມູ່ບ້ານ​ຈຳ ລ້ວນ​ແຕ່​ໄດ້​ຮັບ​ການ​ບູລະນະປະຕິສັງຂອນຕາມ​ຈິດ​ໃຈ​ປະກອບ​ເງິນ​ດ້ວຍ​ຄວາມ​ສະໝັກ​ໃຈ​ຂອງ​ປະຊາຊົນ. ນອກຈາກ​ນັ້ນ​ແລ້ວ, ຈາກ​ແຫຼ່ງທຶນ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະຕິສັງຂອນ, ບູລະນະ​ສ້ອມ​ແປງ, ຕ້ານ​ການ​ຫລຸດ​ລະດັບ​ເຂດ​ປູ​ສະ​ນີຍະສະ​ຖານ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ນິງທ້ວນ ກໍ່​ໄດ້​ຜັນ​ຂະຫຍາຍ​ການ​ບູລະນະ​ປະຕິສັງຂອນ 3 ກຸ່ມ​ທາດ​ຈຳ​ໃຫ່ຍຄື: ທາດ ວິຫານ Po Klong Giirai ຖືກ​ກໍ່ສ້າງ​ໃນ​ລະຫວ່າງ​ກາງ​ສັດຕະວັດ​ທີ 12, ຕົ້ນສັດຕະວັດ​ທີ 13, ທາດ Prômêtê ກໍ່ສ້າງ​ໃນ​ສັດຕະວັດ​ທີ 17 ​ແລະ ທາດ Hòa Lai ກໍ່ສ້າງ​ໃນ​ສັດຕະວັດ​ທີ 19. ນີ້​ແມ່ນ​ວຽກ​ງານ​ທີ່​ແທດ​ຈິງ, ອັນ​ໄດ້​ຕອບ​ສະໜອງ​ຄວາມຕ້ອງການ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ​ການ​ເຫຼື້ອມ​ໃສ​ຂອງ​ຊາວ​ເຜົ່າ​ຈຳ. ທ່ານ​ຟານ​ກວກ​ແອ​ງ ຫົວໜ້າພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ນິງທ້ວນ ​ໃຫ້​ຮູ້​ວ່າ:

  “ພວກຂ້າພະເຈົ້າ​​ໄດ້ກໍ່ສ້າງຣົ້ວ, ປະຕູໂຂງ, ຂັ້ນໃດສາມຂັ້ນ…​ເພື່ອຮັກສາຕີນທາດ…​ແຕ່ຍັງມີຄວາມເປັນຫ່ວງກັງວົນວ່າ: ບັນດາເຂດປູສະນີຍະສະຖານລະດັບແຂວງຄຶວິຫານ Po Inư Nưgar ຖືກ​​ເປ່ເພ. ປະຊາຊົນບ້ານຫີ້ວດຶກ ພວມສະເໜີລັດຖະບານໜູນຊ່ວຍ 50% ສ່ວນປະຊາຊົນຈະປະກອບສ່ວນ 50% ພ້ອມກັນນັ້ນກໍ່ຂົນຂວາຍບັນດາວິສາຫະກິດເພື່ອກໍ່ສ້າງວິຫານ 2 ​ແຫ່ງ

  ປະຈຸ​ບັນ, ​ແຂວງ​ນິງທ້ວນ ຍັງ​ສືບ​ຕໍ່​ດຳ​ເນີນ​ການ​ບູລະນະ​ປະຕິສັງຂອນ​ບັນດາ​ອະນຸສາວະລີ, ທາດ​ເກົ່າ, ​ເຮືອນ​ປະ​ເພນີ 4 ຫຼັງຄາ​ເຮັດດ້ວຍ​ດິນ​ເຜົາ​ ​ແລະ ກໍ່ສ້າງ​ ​ບັນດາ​ສະຖານ​ທີ່​ຈັດ​ພິທີການ​ໃຕ້​ຕີນ​ທາດຕື່ມ​ອີກ ​ເພື່ອ​ແນ​ໃສ່​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ຕື່ມ​ອີກ. ຄຽງຄ້າງ​ນັ້ນ, ທາງ​ແຂວງ​ຍັງ​ສົມທົບ​ກັບ​ບັນດາ​ແຂວງ, ນະຄອນ​ທາງ​ພາກ​ກາງ​ທີ່​ມີ​ມໍລະດົກ​ວັດທະນະທຳ​ຈຳ​ຄື​ບິ່ງ​ດິ້ງ, ຍາ​ຈາງ, ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ​ບ້ານ​ຈຳ, ນຳ​ດ້ານການທ່ອງທ່ຽວ​ວັດທະນະທຳ​ຈຳ ກາຍ​ເປັນ​ຜະລິດ​ຕະພັນ​ສຳຄັນ​ໃນ​ບັນດາ​ຜະລິດ​ຕະພັນ​ທ່ອງທ່ຽວ​ຢູ່​ນິງທ້ວນ​./.

ຕອບກັບ

ຂ່າວ/ບົດ​ອື່ນ