ນະຄອນ ເກິ່ນເທີ ນຳມໍລະດົກເດີ່ນກາຕ່າຍຕືເຊື່ອມໂຍງເຂົ້າກັບໂລກ

vovworld - ຕາມຕົວເລກສະຖິຕິ, ໄລ່ສະເພາະແຂວງ ເກິ່ນເທີ ໄດ້ມີນັກສິລະປະເດີ່ນກາຕ່າຍຕື (ຂັບຮ້ອງ,ດົນຕີພື້ນເມືອງທາງພາກໃຕ້ ຫວຽດນາມ) 1 ພັນກວ່າຄົນ ເຄື່ອນໄຫວໃນສະໂມສອນ, ກອງ, ໜ່ວຍ 170 ແຫ່ງ. ພ້ອມກັບນະໂຍບາຍຂອງທ້ອງຖີ່ນ,

ບັນດາການເຄື່ອນໄຫວສະແດງ, ສືບສອນຂອງຖັນແຖວນັກສິລະປະ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການເສີມຂະຫຍາຍຄຸນຄ່າຂອງເດີ່ນກາຕ່າຍຕື, ມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງຂອງມວນມະນຸດໃນໄລຍະແຫ່ງການເຊື່ອມໂຍງ.

ນະຄອນ ເກິ່ນເທີ ນຳມໍລະດົກເດີ່ນກາຕ່າຍຕືເຊື່ອມໂຍງເຂົ້າກັບໂລກ - ảnh 1
(ພາບປະກອບ / ອິນເຕີແນັດ)

        ນັບແຕ່ກາງເດືອນ 9/2016, ເມື່ອຮອດຕອນເຊົ້າວັນເສົາ ແລະ ວັນອາທິດປະຈຳສັບປະດາ, ໂຮງລະຄອນ ໄຕໂດ ແລະ ສູນວັດທະນະທຳ - ກິລາເມືອງ ກ໋າຍຣັງ, ໂຮງຮຽນວັດທະນະທຳ - ສິລະປະຊັ້ນກາງ ເກິ່ນເທີ ກໍ່ຈັດລາຍການສະແດງເດີ່ນກາຕ່າຍຕືຢູ່ຕະຫຼາດບົນແມ່ນ້ຳ ກ໋າຍຣັງ ແລະ ທ່າເຮືອ ນິງກ່ຽວ ເພື່ອຮັບໃຊ້ປະຊາຊົນ. ບັນດາທຳນອງດົນຕີເດີ່ນກາຕ່າຍຕື, ດ້ວຍສຽງເພງທີ່ອ່ອນຫວານໃນຍາມຮຸ່ງເຊົ້າຕາມແມ່ນ້ຳລຳເຊ ໄດ້ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ. ລາຍການໂດຍພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເກິ່ນເທີ ຈັດຕັ້ງ ໄດ້ກາຍເປັນ “ຜະລິດຕະພັນການທ່ອງທ່ຽວ“ ທີ່ເປັນເອກະລັກສະເພາະຂອງ ເກິ່ນເທີ. ນັກທ່ອງທ່ຽວ ແທງຮ່ວຽນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າດີໃຈຫຼາຍຍ້ອນໄດ້ຊົມລາຍການທີ່ຕົນນິຍົມໂດຍບໍ່ຕ້ອງເສຍເງິນ, ຂ້າພະເຈົ້າຄິດວ່າຄວນຈັດຕັ້ງບັນດາລາຍການຄືແນວນີ້ເພື່ອໃຫ້ລຸ້ນໜຸ່ມຮູ້ໄດ້ກົກເຄົ້າຂອງເດີ່ນກາຕ່າຍຕື“.

        ກ່ອນນີ້, ນັບແຕ່ປີ 2005, ມະຫາວິທະຍາໄລ ເກິ່ນເທີ ໄດ້ຜັນຂະຫຍາຍລາຍການ “ຄວາມຮູ້ກ່ຽວກັບເຂດຮ້ອນ“ ສຳລັບນັກສຶກສາມະຫາວິທະຍາໄລ, ມາດສະເຕີ ຕ່າງປະເທດ ທີ່ເຂົ້າຮ່ວມການຮຳ່ຮຽນ, ຄົ້ນຄ້ວາກ່ຽວກັບວັດທະນະທຳ, ອາຫານ, ຊີວິດການເປັນຢູ່, ກະສິກຳ… ຂອງ ຫວຽດນາມ. ໃນຊຸດຮຽນ, ອາຈານ ເລດິ່ງບິກ, ຜູ້ຮັບຜິດຊອບດ້ານວັດທະນະທຳ ແລະ ດົນຕີພື້ນເມືອງພາກໃຕ້, ໄດ້ນຳເອົາເດີ່ນກາຕ່າຍຕືເຂົ້າໃນຕຳລາຮຽນເພື່ອສິດສອນ. ຄວາມປີຊາສາມາດຂອງອາຈານ ບິກ ໃນການສິດສອນ, ການຂັບ ແລະ ອະທິບາຍ ໄດ້ສ້າງຄວາມດຶງດູດໃຫ້ແກ່ນັກສຶກສາຕ່າງປະເທດ, ອາຈານ ບິກ ໃຫ້ຮູ້ວ່າ:

        “ໃນລາຍການທີ່ຂ້າພະເຈົ້າສອນໃຫ້ນັກສຶກສາ ອົດສະຕາລີ, ຝລັ່ງ, ແລະ ຍີ່ປຸ່ນນັ້ນ, ມີບົດແນະນຳກ່ຽວກັບຄວາມງາມຂອງວັດທະນະທຳ ແລະ ດົນຕີຢູ່ເຂດຍ່ານລຸ່ມແມ່ນນ້ຳຂອງ. ບົດຮຽນນີ້ໄດ້ຮັບຄວາມນິຍົມຈາກນັກສຶກສາຕ່າງປະເທດທຸກຄົນ ແລະ ເຂົາເຈົ້າປາຖະໜາຢາກໄດ້ຮຽນບັນດາເຄື່ອງດົນຕີພື້ນເມືອງຂອງຫວຽດນາມ, ໃນນັ້ນມີເຄື່ອງດົນຕີເດີ່ນກາຕ່າຍຕື“.

        ຢູ່ ເກິ່ນເທີ ຍັງມີບັນດານັກສິລະປະເດີ່ນກາຕ່າຍຕືທີ່ໄດ້ມີຄວາມມານະພະຍາຍາມສອນຮູບການສິລະປະນີ້ໃຫ້ວົງຄະນາຍາດ, ຄື: ນັກສິລະປະ ຮາຍດຶກ, ຢູ່ເມືອງ ກ໋າຍຣັງ; ທ່ານ ຫຼີຮຸ່ງ, ຜູ້ຄ້າຂາຍຢູ່ຕະຫຼາດບົນແມ່ນ້ຳ ກ໋າຍຣັງ. ບັນດາແບບຢ່າງກ່ຽວກັບຄວາມນິຍົມນັບຖືສິລະປະພື້ນເມືອງນັ້ນ ໄດ້ຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈ ແລະ ຕີລາຄາສູງກ່ຽວກັບເດີ່ນກາຕ່າຍຕືຂອງພາກໃຕ້ເວົ້າລວມ ແລະ ແຂວງ ເກິ່ນເທີ ເວົ້າສະເພາະ.

ນະຄອນ ເກິ່ນເທີ ນຳມໍລະດົກເດີ່ນກາຕ່າຍຕືເຊື່ອມໂຍງເຂົ້າກັບໂລກ - ảnh 2
(ພາບປະກອບ)

        ປະຈຸບັນ, ສູນວັດທະນະທຳນະຄອນ ເກິ່ນເທີ ພວມເປີດຊຸດຮຽນເດີ່ນກາຕ່າຍຕືໂດຍພື້ນຖານໃຫ້ນັກສິລະປະ 30 ຄົນທີ່ພວມເຄື່ອນໄຫວຢູ່ບັນດາສະໂມສອນ, ກອງ, ໜ່ວຍເດີ່ນກາຕ່າຍຕືໃນທົ່ວນະຄອນ. ສ່ວນບາງທ້ອງຖີ່ນຄື: ບິ່ງຖູຍ, ເທີ໋ຍລາຍ… ພັດມີຄວາມເອົາໃຈໃສ່ເບິ່ງແຍງ ແລະ ບຳລຸງກ່ຽວກັບເດີ່ນກາຕ່າຍຕືໃຫ້ຜູ້ໜຸ່ມທີ່ມີຄວາມສາມາດ. ໂດຍແມ່ນຜູ້ທີ່ມີຄວາມສະໜິດຕິດພັນກັບການເຄື່ອນໄຫວຈັດຕັ້ງ, ແນະນຳກ່ຽວກັບການສະແດງເດີ່ນກາຕ່າຍຕືໃຫ້ຊາວໜຸ່ມ, ເຍົາວະຊົນ, ນັກສິລະປະດີເດັ່ນ ກ່ຽວງາ, ຮອງຜູ້ອຳນວຍການສູນວັດທະນະທຳເມືອງ ທົດນົດ, ຖືວ່າ:

        “ຖ້ານຳເດີ່ນກາຕ່າຍຕືເຂົ້າສິດສອນໃນໂຮງຮຽນ, ກຳລັງສືບທອດເດີ່ນກາຕາຍຕືໜຸ່ມຈະນັບມື້ນັບຫຼາຍກວ່າ. ຕົວຢ່າງເມື່ອສອນໃຫ້ນັກຮຽນຊັ້ນປະຖົມ, ຂ້າພະເຈົ້າຈະສອນບັນດາບົດເພງງ່າຍໆທີ່ເໝາະສົມກັບອາຍຸຂອງພວກຫຼານ. ສຳລັບນັກຮຽນຊັ້ນມັດທະຍົມຕອນຕົ້ນ, ຂ້າພະເຈົ້າຈະສອນບົດຍາກກວ່ານ້ອຍໜຶ່ງ. ປະຈຸບັນ, ຢູ່ ທົດນົດ, ຂ້າພະເຈົ້າຫາກໍ່ເລືອກເຟັ້ນນັກສະແດງທີ່ມີຄວາມສາມາດຂັບຮ້ອງເດີ່ນກາຕ່າຍຕືໄດ້ພຽງຈຳນວນໜຶ່ງເທົ່ານ້ັນ ເພື່ອແນະນຳໃຫ້ເຂົາເຈົ້າຕື່ມອີກ“.

        ພ້ອມກັບການເຄື່ອນໄຫວສິດສອນ, ແນະນຳເດີ່ນກາຕ່າຍຕືໃນວົງຄະນາຍາດແລ້ວ, ນະຄອນ ເກິ່ນເທີ ໄດ້ປະກາດໃຊ້ແຜນຮ່າງປົກປັກຮັກສາ ແລະ ເສີມຂະຫຍາຍເດີ່ນກາຕ່າຍຕືໄລຍະ 2016 – 2020. ເພື່ອແນໃສ່ຮັກສາສີສັນ, ຄຸນຄ່າເດີມຂອງເດີ່ນກາຕ່າຍຕື; ພ້ອມທັງພັດທະນາບັນດາຄຸນຄ່າໃໝ່ຂອງເດີ່ນກາຕ່າຍຕື ໃຫ້ເໝາະສົມກັບຄວາມນິຍົມຂອງມະຫາຊົນໃນຊີວິດຍຸກປະຈຸບັນ. ຄຽງຂ້າງນັ້ນ, ເລື່ອງນຳເດີ່ນກາຕ່າຍຕືເຖິງຊີວິດທາງດ້ານຈິດໃຈຂອງໄວໜຸ່ມ, ຈະຄ່ອຍໆສ້າງເປັນການເຄື່ອນໄຫວວັດທະນະທຳ, ບັນເທິງປະຈຳວັນ. ໜຶ່ງໃນບັນດາຈຸດໝາຍລະອຽດຂອງແຜນຮ່າງນັ້ນແມ່ນປະກາດໃຊ້ບັນດາຂໍ້ຕົກລົງ, ນະໂຍບາຍສົ່ງເສີມທົ່ວສັງຄົມເຂົ້າຮ່ວມການເຄື່ອນໄຫວເດີ່ນກາຕ່າຍຕື, ເຊີດຊູບັນດາຜູ້ມີຄວາມສຸດຈິດສຸດໃຈຕໍ່ເດີ່ນກາຕ່າຍຕື. ແຜນຮ່າງກໍ່ແມ່ນກຳລັງໜູນເພື່ອໃຫ້ບັນດານັກສິລະປະ ເກິ່ນເທີ ມີຄວາມອຸ່ນອ່ຽນໃຈສືບທອດອາຊີບຂັບເດີ່ນກາຕ່າງຕື, ປະກອບສ່ວນເຮັດໃຫ້ມໍລະດົກເດີ່ນກາຕ່າຍຕືເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ