ບັນດາຂອງປະເສີດແຫ່ງຊາດຢູ່ດິນແດນ ຮຶງອຽນ

(VOVWORLD) - ຮຶງອຽນ, ເຂດບ້ານນາແຫ່ງອະລິຍະທຳ ແມ່ນແຫ່ງເກັບຮັກສາບັນດາວັດຖຸພັນ ວັດຖຸບູຮານຫຼາຍຢ່າງມີຄຸນຄ່າເປັນເອກະລັກ ໃນນັ້ນມີ 6 ວັດຖຸພັນ, ກຸ່ມວັດຖຸພັນໄດ້ຮັບການຮັບຮອງ ແມ່ນຂອງປະເສີດແຫ່ງຊາດ. ນີ້ແມ່ນບັນດາວັດຖຸພັນເຄົ້າ, ເປັນຂີດໝາຍທາງດ້ານວັດທະນະທຳມີຄຸນຄ່າ ທາງດ້ານຄວາມປານີດຂອງແຕ່ລະໄລຍະປະຫວັດສາດ ໂດຍແຂວງ ຮຶງອຽນ ມີຄວາມເອກອ້າງທະນົງໃຈອະນຸລັກຮັກສາ
ບັນດາຂອງປະເສີດແຫ່ງຊາດຢູ່ດິນແດນ ຮຶງອຽນ - ảnh 1ທາດດິນເຜົາຢູ່ ວິຫານອານສາ

 (ພາບ:Hữu Nghị/ Báo Dân Trí)

 
 

ເດືອນ ພະຈິກ  ປີ 2021 ແຂວງ  ຮຶງອຽນ ໄດ້ມີວັດຖຸພັນຕື່ມອີກໜຶ່ງຢ່າງ ໄດ້ຮັບການຮັບຮອງແມ່ນຂອງປະເສີດແຫ່ງຊາດ ນັ້ນແມ່ນທາດດິນເຜົາຢູ່ ວິຫານອານສາ ໃນສະຕະວັດທີ XVI - XVII ເຊິ່ງໄດ້ເກັບຮັກສາຢູ່ວິຫານອານສາ ຕາແສງ ອານວຽນ ເມືອງ ຕຽນຫຼື ແຂວງ ຮຶງອຽນ. ເປັນອັນວ່າມາຮອດປັດຈຸບັນ ຮຶງອຽນ ມີຄວາມເອກອ້າງທະນົງໃຈ ແມ່ນທ້ອງຖິ່ນເກັບຮັກສາຂອງປະເສີດແຫ່ງຊາດ 6 ຢ່າງ. ຮູບປັ້ນເຈົ້າແມ່ ກວນອິມພັນມື ພັນຕາ ໄດ້ຮັບການຮັບຮອງ ແມ່ນຂອງປະເສີດແຫ່ງຊາດ ເມື່ອປີ 2018, ປັດຈຸບັນຍັງຖືກຮັກສາຢູ່ ວັດເໝເຊີ໋ ຕາແສງ  ເໝເຊີ໋  ເມືອງ ວັນຢາງ. ຮູບປັ້ນນີ້ໄດ້ມີມາແຕ່ຕົ້ນສະຕະວັດທີ XIX. ສ່ວນຢູ່ຕາແສງ ມິງຫ໋າຍ ເມືອງ ວັນເລິມ ກໍ່ມີຄວາມເອກອ້າງທະນົງໃຈ ເມື່ອເກັບຮັກສາຂອງປະເສີດ 2 ຢ່າງ ໃນຈຳນວນຂອງປະເສີດແຫ່ງຊາດ 6 ຢ່າງ. ນັ້ນແມ່ນຮູບປັ້ນສິງໂຕຫີນ ແລະ ລະບົບຂັ້ນໄດຫີນວັດ ເຮືອງຫຼາງ ກໍ່ລ້ວນແຕ່ມີມາແຕ່ທ້າຍສະຕະວັດທີ XI ຫາຕົ້ນສະຕະວັດທີ XII. ຮູບປັ້ນສິງໂຕຫີນ ແມ່ນຜະລິດຕະພັນປະຕິມາກຳທີ່ດີເດັ່ນ ເປັນການຢັ້ງຢືນການພັດທະນາຂອງສິລະປະປະຕິມາກຳຫີນ ໃນສະໄໝລາດຊະວົງ ຫຼີ. ທ່ານ ຮວ່າງຫິວນາມ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ວັນເລິມ ໃຫ້ຮູ້ວ່າ:

 “ມາຮອດປັດຈຸບັນ ນີ້ແມ່ນໜຶ່ງໃນຈຳນວນສາມຮູບປັ້ນທີ່ຍັງເຫຼືອ ໃນສະໄໝລາດຊະວົງ ຫຼີ ປັດຈຸບັນຍັງຖືກເກັບຮັກສາໃນທົ່ວປະເທດ. ສິ່ງນີ້ໄດ້ຢັ້ງຢືນຄຸນຄ່າວັດທະນະທຳພື້ນເມືອງຂອງປູ່ຍ່າຕາຍາຍໃນເມື່ອກ່ອນນີ້  ຜ່ານບັນດາສະໄໝສັກດີນາ”.

ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານສິລະປະວັດທະນະທຳ ປີ 2020 ຮູບປັ້ນສິງໂຕຫີນ ຢູ່ວັດ ເຮືອງຫຼາງ ໄດ້ຮັບການຮັບຮອງແມ່ນຂອງປະເສີດແຫ່ງຊາດ. ສາດສະດາຈານ ເຈິ່ນເລິມບ່ຽນ ນັກຄົ້ນຄວ້າມໍລະດົກວັດທະນະທຳ ຫວຽດນາມ ໃຫ້ຂ້ໍສັງເກດວ່າ:

“ບັນດາຂີດໝາຍທາງດ້ານວັດທະນະທຳ ໃນສະໄໝລັດຊະວົງ ຫຼີ  ເບິ່ງຄືວ່າຢູ່ວັດເຮືອງຫຼາງ ມີຫຼາຍກວ່າໝູ່. ຢູ່ແຫ່ງນີ້ຍັງມີ ໂຕກິເລນ ໂຕຫົງ ເຊີດຊູຄວາມໝາຍປັດຊະຍາ ພຸດທະສາສະໜາສູງທີ່ສຸດ. ນີ້ແມ່ນດິນແດນພະພຸດທະເຈົ້າ ຍ້ອນວ່າມີຮູບປັ້ນພະພຸດທະເຈົ້າຫີນ ນັ່ງເທິງຖ້ານດອດບົວ ແລະ ວາງເທິງສິງໂຕ ນີ້ແມ່ນຮູບປັ້ນໃຫຍ່ທີ່ສຸດໃນທົ່ວປະເທດ”.

ກໍ່ພ້ອມກັບການຮັບຮອງແມ່ນຂອງປະເສີດແຫ່ງຊາດປີ 2020, ລະບົບຂັ້ນໄດຫີນຢູ່ວັດຮືອງຫຼາງ ລວມມີແຂ້ຫີນ 10 ໂຕ ຖືກແກະຄວັດສະຫຼັກຢ່າງລະອຽດອ່ອນ. ທ່ານ ຮວ່າງຫິວນາມ ຢືນຢັນວ່າ:

 “ນັກສິລະປະການໃນສະໄໝລາດຊະວົງ ຫຼີ ໄດ້ຝາກຝັງ ບັນດາສິ່ງທີ່ຍອດຍິ່ງທີ່ສຸດ ຂອງວັດທະນະທຳໃນສະໄໝນັ້ນເຂົ້າໃນບັນດາຮູບປັ້ນ, ຮູບແກະຄວັດສະຫຼັກນີ້. ຕາມບັນດານັກຄົ້ນຄວ້າບູຮານຄະດີແລ້ວ ນີ້ແມ່ນບັນດາຜະລິດຕະພັນຕິມາກຳທີ່ມີຄຸນຄ່າ  ບໍ່ພຽງແຕ່ທາງດ້ານວັດຖຸເທົ່ານັ້ນ ຮາກຍັງມີຄຸນຄ່າທາງດ້ານຈິດໃຈອີກດ້ວຍ”.

ບັນດາຂອງປະເສີດແຫ່ງຊາດຢູ່ດິນແດນ ຮຶງອຽນ - ảnh 2ໂຕສິງຫາຫີນ (ພາບ:Báo Hưng Yên)

 ມີຫຼັກຖານອີກອັນໜຶ່ງສຳລັບສິລະປະປະຕິມາກຳຫີນ ໃນສະໄໝລາດຊະວົງ ຫຼີ ແລະ ການພັດທະນາຂອງພຸດທະສາສະໜາ ຫວຽດນາມ ໃນສະໄໝລາດຊະວົງ ຫຼີ ຢູ່ແຂວງ ຮຶງອຽນ ແມ່ນແຜ່ນສີລາຖືກຕັ້ງຢູ່ວັດ ແກ໋ງເລິມ ຕາແສງ ເຕິນຫວຽດ ເມືອງ ອຽນໝີ. ແຜ່ນສີລາລວມມີສອງດ້ານຍັງຖືກຮັກສາໄວ້ເໝືອນເດີມ ດ້ານໜ້າແກະຄວັດສະຫຼັກຄູ່ນົກຫົງ. ນອກຈາກນັ້ນຊຸດຈານຄຳດອກບົວ ກົ້ງຫວູ ທີ່ຄົ້ນພົບຢູ່ບ້ານ ກົ້ງຫວູ ຕາແສງ ຫວູສາ ເມືອງ ກີມດົ້ງ ໃນປີ 1965 ກໍ່ແມ່ນຂອງປະເສີດແຫ່ງຊາດມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດທີ່ເປັນເອກະລັກ, ປັດຈຸບັນຍັງຄົງຖືກເກັບຮັກສາຢູ່ຄັງເງິນແຫ່ງລັດ ໃນແຂວງ ຮຶງອຽນ. ປັດຈຸບັນຢູ່ ຮຶງອຽນ ຍັງມີວິຫາບູຮານພຽງແຫ່ງດຽວ ເຊິ່ງແມ່ນກິດຈະກຳ ສະຖາປັດຕະຍາກຳມີປັດໄຈວັດທະນະທຳສາສະໜາ. ນັ້ນແມ່ນວິຫານອານສາ ຕັ້ງຢູ່ຕາແສງ ອານວຽນ ເມືອງ ຕຽນຫຼື ແຂວງ ຮຶງອຽນ. ຢູ່ແຫ່ງນີ້ຍັງອະນຸລັກຮັກສາມທາດດິນເຜົາທີ່ເປັນເອກະລັກທີ່ສຸດ. ທາດນີ້ປະກອບດ້ວຍ 12 ຊັ້ນ ແລະ ຍອດທາດໄດ້ຮັບຖືວ່າ ແມ່ນບ່ອນປະສົມກົມກືນລະຫວ່າງດິນ ແລະ ຟ້າ. ທ່ານ ສາດສະດາຈານ ເຈິ່ນເລິມບ່ຽນ ໃຫ້ຮູ້ຕື່ມອີກວ່າ:

“ທາດນີ້ຍັງຮັກສາບັນດາຮູບລວດລາຍໄວ້ຫຼາຍຢ່າງ, ປະດັບປະດາບໍ່ພຽງແຕ່ສ້າງຄວາມງາມໃຫ້ແກ່ທາດເທົ່ານັ້ນ ຮາກຍັງສະແດງໃຫ້ເຫັນຈິດວິນຍານຂອງຊາວ ຫວຽດນາມ ຄວາມຄາດຫວັງຂອງປະຊາຊົນອີກດ້ວຍ”.

 ອາດຈະເຫັນໄດ້ວ່າບັນດາຂອງປະເສີດແຫ່ງຊາດບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ຮຶງອຽນເທົ່ານັ້ນ ຫາກຍັງເປັນການຢັ້ງຢືນບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ   ທີ່ເປັນເອກະລັກຂອງເຂດບ້ານນາແຫ່ງອະລິຍະທຳອີກດ້ວຍ. ນີ້ກໍ່ແມ່ນບັນດາວັດຖຸພັນອັນລ້ຳຄ່າ ເພື່ອໃຫ້ລຸ້ນຄົນໃນອະນາຄົດເຂົ້າໃຈແຈ້ງກວ່າ ກ່ຽວກັບບັນດາໄລຍະພັດທະນາທີ່ຈະເລີນຮຸ່ງເຮືອງຂອງປະເທດຊາດ ຜ່ານປະຫວັດສາດນັບພັນ ປີ ຂອງຊາດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ