ບັນດາເລື່ອງລາວທີ່ຍັງບໍ່ທັນເລົ່າເຖິງຈາກການສູ້ຮົບ 2 ຄັ້ງ

​ຫວ່າງ​ແລ້ວນີ້, ສະ​ຫະ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມໄດ້​ຈ​ັດພິ​ທີ​ມອບ​ລາງວັນ ວັນ​ນະ​ຄະ​ດີ - ​ສິ​ລະ​ປະ ການ​ເສັງ​ປະ​ດິດ​ຄ​ິດ​ແຕ່ງ​ກ່ຽວ​ກັບ​ຫົວ​ເລື່ອງ​ປະ​ຕິ​ວັດ ແລະ ການ​ຕໍ່​ຕ້ານ​ໄລ​ຍະ 1930 – 1975. ໃນ​ຈຳ​ນວ​ນ 80 ຜະ​ລິດ​ຕະ​ພັນວັນ​ນະ​ຄະ​ດີ​ສິ​ລະ​ປະທີ່​ໄດ້​ຮັບ​ລາງວັນ​ທີ່​ໄດ້​ສ່ອງ​ແສງ​ກ່ຽວ​ກັບ​ແຫຼ່ງ​ອາ​ລົມ​ຂອງ​ຫົວ​ເລື່ອງນີ້​ທີ່​ມີ​ຕໍ່ຜູ້​ເຮັດ​ວຽກ​ງານວັນ​ນະ​ຄະ​ດີ​ສິ​ລະ​ປະ, ມີ 2 ຜະ​ລິດ​ຕະ​ພັນວັນ​ນະ​ຄະ​ດີ​ສິ​ລະ​ປະ ​ກ່ຽວ​ກັບ​ຫົວ​ເລື່ອງ​ສົງ​ຄາມ​ປະ​ຕິ​ວັດໄດ້​ຮັບ​ລາງວັນ​ສູງ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ, ແຕ່​ຍັງ​ປະ​ກົດ​ມີ​ຄວາມ​ເຈັບ​ປວ​ດ, ຄຳ​ຖາມ​ກ່ຽວ​ກັບ​ຊາ​ຕະ​ກຳ​ຂອງ​ມະ​ນຸດ​ພັດ​ໄດ້​ສະ​ແດງ​ອອກ​ຜ່ານວັນ​ນະ​ຄະ​ດີ​ສິ​ລະ​ປະ​ທີ່​ມີ​ຫົວ​ຄິດ​ປະ​ດິ​ດສ້າງ.

ບັນດາເລື່ອງລາວທີ່ຍັງບໍ່ທັນເລົ່າເຖິງຈາກການສູ້ຮົບ 2 ຄັ້ງ  - ảnh 1
ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ

     “ບັນ​ດາ​ໃບ​ໄມ້​ກ່ອນ​ທີ່ຈະຫຼົ່ນລົງ​ກັບ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ ກໍ​ມີ​ຊີ​ວິດ, ຄວາມ​ຮັກ​ຂອງ​ມັນ. ມະ​ນຸດ​ກໍ​ເຊັ່ນ​ດຽວ​ກັນ, ຊີ​ວິດ ແລະ ຊາ​ຕະ​ກຳ​ຂອງ​ແຕ່​ລະ​ຄົນ​ກໍແມ່ນ​ເລື່ອງ​ລາວ​ທີ່ບໍ່​ອາດຫຼົງ​ລືມ​ໄດ້”. ນັ້ນ​ແມ່ນ​ຄວາມ​ໃນ​ໃຈ​ຂອງ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ ເມື່ອ​ເວົ້າ​ເຖິງ​ເລື່ອງ​ນະ​ວະ​ນິ​ຍາຍ “ ລົມ​ໃຕ້​ຝຸ່ນ”ຊຶ່ງ​ຫາ​ກໍ​ໄດ້​ຮັບ​ລາງວັນ A ໃນການ​ເສັງ​ປະ​ດິດ​ຄ​ິດ​ແຕ່ງ​ກ່ຽວ​ກັບ​ຫົວ​ເລື່ອງ​ປະ​ຕິ​ວັດ ແລະ ການ​ຕໍ່​ຕ້ານ​ໄລ​ຍະ 1930 – 1975. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ ຊຶ່ງ​ໃນປະ​ຈຸ​ບັນເປັນ​ຫົວ​ໜ້າ​ພະ​ແນກ​ສື່​ສານ, ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງ​ພາກ​ໃຕ້ ເລົ່າ​ສູ່ຟັງ​ວ່າ : ໂດຍ​ເລີ່ມ​ມາ​ຈາກ​ຄວ​າມຫຼອກຫຼອນ​ເມ​ື່ອ​ໄດ້​ຮັບ​ຟັງ​ເລື່ອງ​ຄວາມ​ຮັກ​​ລະ​ຫວ່າງ ​ນາງ​ສາວ​​ເປັນ​ລູກຊອດ ຊຶ່ງ​ມີພໍ່ເປັນ​ນາຍ​ທະ​ຫານ​ຝະ​ລັ່ງ ກັບ​ອ້າຍ​ບາວ​ຫວຽດ​ນາມ​ຄົນ​ໜຶ່ງ​ທີ່​ກຳ​ເນີດ​ຈາກ​ຄອບ​ຄົວ​ທຸກ​ຍາກ. ຄວາມ​ຮັກ​ຂອງ​ພວກ​ເຂົາ​ໄດ້​ເກີດ​ຂຶ້ນ​ຈາກ​ການ​ພົບ​ປະ​ກັນ​ໃນ​ຊຸມມື້​ທຳ​ການ​ປະ​ຕິ​ວັດ​ເດື​ອນ​ສິງ​ຫາ ແລະ ໄດ້​ຜ່ານ​ຄວາມ​ສຸກ, ຄວາມ​ທຸກ, ການ​ພັດ​ພາກ​ຈາກ​ກັນ ແລະ ຮອດ​ວັນ​ສິ້ນ​ສຸດ. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ ເວົ້າ​ວ່າ  : 

     “ ຕະຫຼອດ​ໄລ​ຍະ 10 ປີ, ເຮົາ​ໄດ້​ແຕ່ງ​ປຶ້ມ​ນະ​ວະ​ນິ​ຍາຍນີ້​ສຳ​ເລັດ​ຊຶ່ງ​ປະ​ກອບ​ດ້ວຍ 2 ຫົວ, ຖ້າ​ຫາກ​ພິມ​ອອກ​ເຈ້ຍກໍ​ແມ່ນ 1000 ໜ້າ. ເມື່ອ​ແຕ່ງ​ສຳ​ເລັດ, ເຮົາ​ຮູ້​ສຶກວ່າ ມີ​ຄວາມ​ສຸກ​ ເພາະ​ເກືອບ​ຄື​ວ່າ ເຮົາ​ສາ​ມາດ​ຊຳ​ລະ​ບ້ວງ​ໜີ້​ໄດ້ ຫາກ​ຕົນ​ເອງບໍ່​ຄິດ​ວ່າ ຈະ​ໄດ້​ຮັບ​ລາງວັນ. ເຮົາ​ພຽງ​ແຕ່​ຄິດວ່າ ເຮັດ​ແນວ​ໃດ​ເພື່ອ​ແຕ່ງ​ປຶ້ມນີ້​ສຳ​ເລັດ​ເທົ່າ​ນັ້ນ ເພາະ​ນີ້​ກໍ​ເປັນ​ລາງວັນ​ໃຫຍ່​ຂອງ​ຕົນ​ແລ້ວ. ບັນ​ຫາ​ແມ່ນ​ຢູ່​ບ່ອນ​ວ່າ ເຮ​ົ​າ​ສາ​ມາດ​ຈະແຕ່ງຮອດ​ໃສ​ເພາະ​ເທິ່ງ​ບ່າຂອງ​ຕົນ ຍັງ​ຄົງ​ຕ້ອງ​ແບກ​ຫາບ​ບ້ວງ​ໜີ້​ທີ່​ໜັກ​ໜ່ວງ​ໃນ​ສະ​ເພາ​ະ​ໜ້າ”

        ສຳ​ລັບ​ເລື່ອງ​ນະ​ວະ​ນິ​ຍາຍ “ ລົມ​ໃຕ້​ຝຸ່ນ”, ການ​ສູ້​ຮົບ​ດ້ວຍ​ຄວາມ​ເປັນ​ຕາຍ ໄດ້​ຖືກນັກ​ປະ​ພັນ​ວັນ​ນະ​ຄະ​ດີວາດ​ພາບ​ດ້ວຍຫຼາຍ​ແງ່​ມຸມ. ນັ້ນ​ບໍ່​ພຽງ​ແຕ່​ເປັນ​ການ​ສູ້​ຮົບ​ລະ​ຫວ່າງ​ສັດ​ຕູ ແລະ ເຮົາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ຕໍ່​ສູ້​ທາງ​ດ້ານ​ຈິດ​ໃຈ​ຂອງ​ແຕ່​ລະ​ຄົນ​ໃນ​ທ່າມ​ກາງ​ການ​ເລືອກ​ເຟັ້ນ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຊຶ່ງ​ເສັ້ນ​ຂີດ​ຂັ້ນ​ລະ​ຫວ່າງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ຜິດ​ແມ່ນມໍ່ໆ​ກັນ. ບັນ​ດາ​ຢາດ​ນ້ຳ​ຕາ​ໄດ້​ຕົກ​ລົງ, ຄວາມ​ເສຍ​ສະຫຼະ​ຊີ​ວິດ​ແບບ​ມິດ​ງຽບ​ໄດ້​ຖືກ​ທົດ​ແທນ​ໄປ​ດ້ວຍ​ບັນ​ດາ​ໜ້າ​ທີ່ອັນ​ສູງ​ສົ່ງເພື່ອ​ອຸ​ດົມ​ການ​ປະ​ຕິ​ວັດ. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ ຍັງ​ຄົງ​ຮັກ​ສາ​ແບບ​ຕົວ​ລະ​ຄອນ​ເອກ​ດັ້ງ​ເດີມ ດ້ວຍ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ, ຫວນ​ຄືນ​ໄລ​ຍະ​ທີ່​ເຈັບ​ແສບ, ສູນ​ເສຍ ແລະ ຖືກ​ພັດ​ພາກຈາກ​ກັນ​ຊຶ່ງ​ຜູ້​ເປັນ​ແມ່​ຍິງ​ຕ້ອງ​ແບກ​ຫາບ​ໃນສົງ​ຄາມ 2 ຄັ້ງ. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງໄດ້​ແຕ່ງ​ເລື່ອງນີ້ ປຽບ​ເໝືອນ​ການ​ທົດ​ແທນ​ຄວາມ​ເຈັບ​ປວດ, ສູນ​ເສຍ, ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ສະ​ຫງວນ​ໃຫ້ແກ່​ບັນ​ດາ​ຢາດນ​້ຳ​ຕາ​ຕົກ​ລົງ​ຢ່າງ​ມິດ​ງຽບ​ຂອງ​​ບໍ່​ຈັກ​ວ່າ​ເທົ່າໃດ​ຄົນ​ໃນ​ສົງ​ຄາມ, ພິ​ເສດ​ແມ່ນ​ແມ່​ຍິງ.

    ກໍແມ່ນ​ຫົວ​ເລື່ອງປະ​ຕິ​ວັດ​ເຊັ່ນ​ກັນ​ກ່ຽວ​ກັບແມ່​ຍິງ, ແຕ່​ໂດຍ​ແມ່ນ​ຄົນ​ທີ່​ກຳ​ເນີດ ແລະ ເຕີບ​ໃຫຍ່​ຂຶ້ນ​ໃນ​ສັນ​ຕິ​ພາບ, ນັກ​ຟ້ອນ ຫງວຽນ​ທິ​ຕວຽດ​ມິງ ຢູ່​ຮ່າ​ໂນ້ຍ ໄດ້​ວາດ​ພາບ​ເຖິງ​ນັກ​ວິ​ລະ​ຊົນ​ ວໍ​ທິ​ເສົາ ຜ່ານ​ບົດ​ລະ​ຄອນ​ຟ້ອນ “ຈຸດ​ເວ​ລາ​ອະ​ມະ​ຕະ” . ດ້ວຍ​ການ​ສະ​ແດງພາ​ສາ​​ຜ່ານ​ຮູບ​ຮ່າງ, ຮູບ​ພາບ​ນັກ​ຮົບ​ຕຳຫຼວດ​ຍິງ​ຄົນ​ທຳ​ອິດ​ໄດ້​ປະ​ກົດ​ຕົວ​ດ້ວ​ສຍ​ເຈດ​ຈຳ​ນົງ​ອັນ​ແຮງ​ກ້າ​, ການ​ຍອມເສຍ​ສະຫຼະ​ຊີ​ວິດທີ່​ພິ​ລ​ະອາດ​ຫານ, ໄດ້​ກາຍ​ເປັນ​ການ​ສົ່ງ​ເສີມ, ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ປະ​ຕິ​ວັດ​ພວມ​ຖ​ືກ​ຈຳ​ຄຸກ ສາ​ມັກ​ຄີ​ກັນ​ເພື່ອຕໍ່​ສູ້. ເພື່ອ​ແຕ່ງ​ ບົດ​ລະ​ຄອນ​ຟ້ອນ “ຈຸດ​ເວ​ລາ​ອະ​ມະ​ຕະ”, ນັກ​ຟ້ອນ ຫງວຽນ​ທິ​ຕວຽດ​ມິງ ໄດ້​ນຳ​ໃຊ້​ຮູບ​ພາບ​ສຸ​ສານ​ຮ່າງເຢືອງ​ຢູ່​ເກາະ​ກົນ​ດາວເປັນ​ຮູບ​ພາບ​ຕົ້ນ​ຕໍ​ໃນ​ບົດ​ລະ​ຄອນ​ຟ້ອນ ແລະ ຕ້ອງ​ມີສິ​ລະ​ປະຈັດ​ວາງ​ເພື່ອ​ສ້າງ​ເປັນ​ຮູບ​ຕ່າງໆ​ທີ່​ຊ້ອນ​ແຝງຫຼາຍ​ຄວາມ​ໝາຍ. ນັກ​ຟ້ອນ ຫງວຽນ​ທິ​ຕວຽດ​ມິງ ເວົ້າ​ວ່າ : 

    “ ເມື່ອ​ຈັດ​ວາງ​ໃນ​ຮູບ​ພາບ​ຂອງ​ບົດ​ລະ​ຄອນ, ດ້ວຍ​ສິ​ລະ​ປະ​ການ​ຈັດ​ວາງ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ເຫັນ​ໄດ້​ເຖິງ​ຄວາມ​ໂຫດຮ້າຍໃນ​ຄຸກ, ແຕ່​ມີ​ບາງ​ຄັ້ງ​ບາງຄາວ, ຄຸກ​ແຫ່ງນີ້​ກໍ​ປຽບ​ເໝືອນ​ແດນ​ສະ​ຫວັນ. ແດນ​ສະ​ຫວັນ​ຢູ່ນີ້ ແມ່ນ​ໝາຍ​ເຖິງ​ຄວາມ​ໃຝ່​ຝັນ, ນ້ຳ​ໃຈ​ສູ້​ຮົບ​ຂອງ​ບັນ​ດາ​ນັກ​ກອມ​ມູ​ນິດ​ຢູ່ໃນ​ຄຸກ ”

       ເລື່ອງ​ນະ​ວະ​ນິ​ຍາຍ “ ລົມ​ໃຕ້​ຝຸ່ນ” ແລະ ບົດ​ລະ​ຄອນ​ຟ້ອນ “ຈຸດ​ເວ​ລາ​ອະ​ມະ​ຕະ” ​ແມ່ນ 2 ຜະ​ລິດ​ຕະ​ພັນວັນ​ນະ​ຄະ​ດີ​ສິ​ລະ​ປະໄດ້​ຮັບ​ລາງວັນ A ຈາກ​ການ​ຂົນ​ຂວາຍ​ປະ​ດິດ​ຄິດ​ແຕ່ງບັນ​ດາ​ຜະ​ລິດ​ຕະ​ພັນ​ວັນ​ນະ​ຄະ​ດີ​ສິ​ລະ​ປະກ່ຽວ​ກັບ​ຫົວ​ເລື່ອງ​ສົງ​ຄາມ​ປະ​ຕິ​ວັດຂອງສະ​ຫະ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ. ນັກ​ຟ້ອນ ຫງວຽນ​ທິ​ຕວຽດ​ມິງ ແລະ ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຈຳ​ເຮືອງ, ເຂົາ​ເຈົ້າ​ໄດ້​ກຳ​ເນີດ​ຂຶ້ນ​ຢູ່ 2 ໄລ​ຍະ​ປະ​ຫວັດ​ສາດ​ທີ່​ແຕກ​ຕ່າງ​ກັນ, ການ​ສັງ​ເກດກ່ຽວ​ກັບ​ສົງ​ຄາມ​ຂອງ​ແຕ່​ລະ​ຄົນ​ກໍ​ແຕກ​ຕ່າງ​ກັນ, ແຕ່​ຄວາມ​ຮູ້​ສຶກ ແລະ ບັນ​ດາ​ແນວ​ຄວາມ​ຄິດ​ປະ​ດິດ​ຄິດ​ສ້າງ​ສິ​ລະ​ປະ ຍາມ​ໃດ​ກໍ​ຖືກ​ຄັດ​ເລືອກ​ເພື່ອ​ປະ​ຕ​ິ​ບັດ​ຕາມ​ການ​ເວ​ລາ, ດ້ວຍ​ປະ​ສົບ​ການ ແລະ ເໜືອກວ່າ​ສິ່ງ​ໃດ​ໝົດ ແມ່ນ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ພ້ອມ​ກັບ​ຈີນ​ຕະ​ນາ​ການ​ພາ​ວະ​ວິ​ໄສ, ວັດ​ທະ​ນະ​ທ​ຳ​ມະ​ນຸດ​ແມ່ນ​ສິ່ງ​ເໜືອກວ່າ​ຊາ​ຕະ​ກຳ​ມະ​ນຸດ .

ຕອບກັບ

ຂ່າວ/ບົດ​ອື່ນ