ບຸນເຕັດໃນຫນ້າຫນັງສືພິມລະດູບານໃຫມ່ປີກຸນ 2019

(VOVWORLD) - ບັນຍາກາດຕ້ອນຮັບລະດູບານໃຫມ່ຢ່າງເບີກບານມ່ວນຊື່ນຂອງປະຊາຊົນຫວຽດນາມໃນທຸກແຖບຖິ່ນຂອງປະເທດຊາດກໍ່ຄືການຕ້ອນຮັບບຸນເຕັດຊາວຫວຽດນາມຢູ່ຕ່າງປະເທດ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາໃນບັນດາຫນ້າຫນັງສືພິມລະດູບານໃຫມ່ປີ 2019. ຮີດຄອງປະເພນີຕ້ອນຮັບບຸນເຕັດ, ບັນດາງານບຸນໃນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດກໍ່ໄດ້ສ່ອງແສງຢ່າງລະອຽດແລະຄົບຖ້ວນໃນຫນັງສືພິມລະດູບານໃຫມ່ປີນີ້.

ເມື່ອໂອກາດບຸນເຕັດວຽນມາ, ທຸກແຂວງ, ນະຄອນ ໃນທົ່ວປະເທດໄດ້ຈັດຕັ້ງວັນບຸນຫນັງສືພິມລະດູບານໃຫມ່ ເພື່ອວາງສະແດງບັນດາຫນັງສືພິມບຸນເຕັດຂອງທ້ອງຖິ່ນ ແລະ ສູນກາງ. ທ່ານ ຫງວຽນວຽມຮ່ວາງ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ນະຄອນ ຮ່າໂນ້ຍ, ຫົວຫນ້າ ຄະນະຈັດຕັ້ງວັນບຸນຫນັງສືພິມລະດູບານໃຫມ່ ຮ່າໂນ້ຍ ປີ 2019 ໃຫ້ຮູ້ວ່າ:

“ປີນີ້ ວັນບຸນຫນັງສືພິມລະດູບານໃຫມ່ ຮ່າໂນ້ຍ ໄດ້ດຶງດູດ 25 ຫົວຫນ່ວຍເຂົ້າຮ່ວມ. ເຖິງວ່າປະຈຸບັນ ພາຫະນະສື່ມວນຊົນແມ່ນທັນສະໄຫມ ແຕ່ຍັງມີຫລາຍຄົນຍັງຢາກອ່ານຫນັງສືພິມລະດູບານໃຫມ່. ສຳລັບຜູ້ສູງອາຍຸ, ຫນັງສືພິມລະດູບານໃຫມ່ ແມ່ນຂອງຂວັນທີ່ຂາດບໍ່ໄດ້ໃນຊີວິດ.”

ບຸນເຕັດໃນຫນ້າຫນັງສືພິມລະດູບານໃຫມ່ປີກຸນ 2019 - ảnh 1ວັນບຸນຫນັງສືພິມລະດູບານໃຫມ່  ຈັດຂຶ້ນປະຈໍາປີ ຢູ່ຮ່າໂນ້ຍ (ພາບ:Toquoc)

ບັນຍາກາດຕ້ອນຮັບລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ ໄດ້ສ່ອງແສງຢ່າງມີຊີວິດຊີວາໃນຫນັງສືພິມລະດູບານໃຫມ່ 2019. ພາບສາລະຄະດີ “ສີສັນລະດູບານໃຫມ່ຢູ່ຫວຽດນາມ” ຊື່ງລົງພິມໃນຫນັງສືພິມ ລາວດົ້ງ (ແຮງງານ) ໄດ້ພັນລະນາໃຫ້ເຫັນງານບຸນທີ່ພົ້ນເດັ່ນໃນລະດູບານໃຫມ່, ບັນຍາກາດຕ້ອນຮັບລະດູບານໃຫມ່ ແລະ ການເຂົ້າຮ່ວມງານບຸນຕ່າງໆຂອງຊາວຫວຽດນາມ. ບັນດາງານບຸນລະດູບານໃຫມ່ຢູ່ ຮ່າໂນ້ຍຄື: ງານບຸນ ກໍ່ດົງດາ, ງານບຸນ ໂກ໋ລວາ, ງານບຸນນະມັດສະການວັດເຮືອງ…. ລ້ວນແຕ່ໄດ້ພັນລະນາຢ່າງລະອຽດໃນບົດຂຽນ “ລະດູບານໃຫມ່ໃນງານບຸນເຂດດິນແດນ ທັງລອງ” ຂອງຫນັງສືພິມ ຮ່າໂນ້ຍເມີຍ (ຮ່າໂນ້ຍໃຫມ່). “ໄປທ່ຽວໃນລະດູບານໃຫມ່ຢູ່ຫນອງ ບາເບ໋” ໄດ້ລົງພິມໃນຫນັງສືພິມຂອງວິທະຍຸກະຈາຍສຽງຫວຽດນາມ ແມ່ນແນະນຳກ່ຽວກັບງານບຸນໃນລະດູບານໃຫມ່ ຢູ່ ຫນອງ ບາເບ໋ ຂອງຊາວເຜົ່າໄຕ່ ທີ່ດຳລົງຊີວິດຢູ່ອ້ອມຫນອງ ບາເບ໋ ຢູ່ ແຂວງ ບັກກ້ານ.  ນອກນັ້ນ ຫນັງສືພິມຂອງວິທະຍຸກະຈາຍສຽງຫວຽດນາມ ຍັງມີບົດຂຽນພັນລະນາເຖິງລະດູບານໃຫມ່ຢູ່ເຂດ ໄຕບັກ ຫວຽດນາມ ເຕັມໄປດ້ວຍຄວາມສວຍສົດງົດງາມຂອງທິວທັດທຳມະຊາດຢູ່ເຂດພູຜາປ່າໄມ້ ພ້ອມດ້ວຍຮີດຄອງປະເພນີຕ້ອນຮັບລະດູບານໃຫມ່ຂອງພໍ່ແມ່ພີ່ນ້ອງຊາວຊົນເຜົ່າ.

ຫນັງສືພິມລະດູບານໃຫມ່ ແມ່ນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ຂອງປະຊາຊົນຫວຽດນາມ ເມື່ອບຸນເຕັດ ລະດູບານໃຫມ່ ວຽນມາ ເປັນຕົ້ນແມ່ນຜູ້ສຸງອາຍຸ. ທ່ານ ບຸ່ຍດຶກທ້ຽນ ສະມາຊິກ ສະໂມສອນ ທັງລອງ - ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າແມ່ນຜູ້ມັກອ່ານຫນັງສືພິມ. ເມື່ອໂອກາດບຸນເຕັດວຽນມາ ຄອບຄົວຂ້າພະເຈົ້າລ້ວນແຕ່ໄດ້ຮັບ ຫນັງສືພິມລະດູບານໃຫມ່ຈາກລັດ. ເນື້ອໃນໃນ ຫນັງສືພິມລະດູບານໃຫມ່ ຊື່ງຂ້າພະເຈົ້າສົນໃຈ ນັ້ນແມ່ນ ມູນເຊື້ອປະຫວັດສາດ, ຮີດຄອງປະເພນີຕ້ອນຮັບບຸນເຕັດຂອງຊົນເຜົ່າ, ງານບຸນນະມັດສະການວັດເຮືອງ, ວັດແກວ, ອຽນຕື໋… ຜ່ານນັ້ນປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ.”

ໃນວັດທະນະທຳຂອງຝ່າຍ ຕາເວັນອອກ, ປີກຸນແມ່ນປີໂຕໝູ ສະນັ້ນ ໃນ ຫນັງສືພິມລະດູບານໃຫມ່ສະບັບຕ່າງໆລ້ວນແຕ່ລົງພິມພາບໂຕໝູ ແລະ ບັນດາເລື່ອງລາວກ່ຽວກັບໂຕໝູທີ່ມ່ວນໆ. ຢູ່ ບ້ານ ລາຟູ່ ປະຊາຊົນເຊີດຊູໂຕໝູ ແມ່ນສັດມົງຄຸນ. ສະນັ້ນ ການລ້ຽງໝູ ຮັບໃຊ້ງານບຸນໃນບ້ານລ້ວນແຕ່ໄດ້ຈັດຂຶ້ນຢ່າງລອບຄອບຖີ່ຖ້ວນ. ຫນັງສືພິມຂ່າວສັບປະດາຂອງ ສຳນັກຂ່າວສານຫວຽດນາມ ມີບົດຂຽນ “ການອະນຸລັກຮັກສາບັນດາແນວພັນໝູທີ່ຫາຍາກຂອງຫວຽດນາມ”. ຫນັງສືພິມ ໄຊງ່ອນປົດປ່ອຍ ໄດ້ຮຽບຮຽງບັນດາຂີດໝາຍຂອງປີກຸນຕ່າງໆໃນປະຫວັດສາດຂອງຊາດ.

ບຸນເຕັດໃນຫນ້າຫນັງສືພິມລະດູບານໃຫມ່ປີກຸນ 2019 - ảnh 2 ວັນບຸນຫນັງສືພິມລະດູບານໃຫມ່  ຈັດຂຶ້ນປະຈໍາປີ ຢູ່ແຂວງກວາງນິງ

ຫນັງສືພິມລະດູບານໃຫມ່ ກໍໄດ້ສ່ອງແສງໃຫ້ເຫັນບັນຍາກາດຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງລະອຽດ.  ບົດຂຽນ “ບຸນເຕັດຫວຽດນາມ ຢູ່ Cali” ລົງພິມໃນຫນັງສືພິມ ໄຊງ່ອນປົດປ່ອຍ ໄດ້ເວົ້າເຖິງບັນຍາກາດຕ້ອນຮັບລະດຸບານໃຫມ່ຂອງຊາວຫວຽດນາມ ຢູ່ນະຄອນ San Jose  ລັດ Califonia.  ຫນັງສືພິມ ຕ໋ວຍແຈ໋ (ໄວຫນຸ່ມ) ແມ່ນເວົ້າເຖິງຊຸມມື້ຕ້ອນຮັບບຸນເຕັດຂອງບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ ຢູ່ ສາທາລະນະລັດ ອາຟຼິກາກາງ. ນີ້ແມ່ນບຸນເຕັດພິເສດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ.

ນອກນັ້ນ ຫນັງສືພິມລະດູບານໃຫມ່ ຍັງລົງພິມຂ່າວ, ບົດຕ່າງໆ ກ່ຽວກັບການຄາດຄະເນໃນປີໃຫມ່, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນທຸກຊັ້ນວັນນະເມື່ອລະດູບານໃຫມ່ວຽນມາ. ຮີດຄອງປະເພນີໄປວັດວາອາຮາມ ແລະ ການເຄື່ອນໄຫວຕ່າງໆໃນຊ່ວງເວລາຕົ້ນປີໃຫມ່.

ຫນັງສືພິມລະດູບານໃຫມ່ ແມ່ນສະບັບພິເສດສະຫງວນໃຫ້ແກ່ໂອກາດບຸນປີໃຫມ່ປະຈຳຊາດ ແມ່ນການສະແດງໃຫ້ເຫັນພື້ນຖານວັດທະນະທຳຫວຽດນາມ ທີ່ອຸດົມສົມບູນ, ເຂັ້ມຂົ້ນໄປດ້ວຍສີສັນຊາດ. ຫນັງສືພິມລະດູບານໃຫມ່ ປີ 2019 ໄດ້ສ່ອງແສງໃຫ້ເຫັນບັນຍາກາດຕ້ອນຮັບລະດູບານໃຫມ່ ຢ່າງເບີກບານມ່ວນຊື່ນ ມີຄວາມຜາສຸກ ຂອງປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ