ປື້ມ “ບົດບັນທຶກສົງຄາມ 1-2-3-4.75”: ສະບັບພາສາອັງກິດຈະ​ຊື້ຢູ່ໃສ?

(VOVWORLD) -ປື້ມເອກະສານປະຫວັດສາດ “ບົດບັນທຶກສົງຄາມ” 1-2-3-4.75 ໂດຍໄດ້ ຮັບການກວດກາຢັ້ງຢືນ, ພິມຈຳຫນ່າຍເປັນຄັ້ງທຳອິດເມື່ອເດືອນ 4/2014 ຈາກສຳນັກພິມຈຳຫນ່າຍການເມືອງ - ຄວາມຈິງ. 
ປື້ມ “ບົດບັນທຶກສົງຄາມ 1-2-3-4.75”: ສະບັບພາສາອັງກິດຈະ​ຊື້ຢູ່ໃສ? - ảnh 1

ໃນໄລຍະ 2 ປີລຽນຕິດ, ປື້ມຫົວນີ້ ຍາດໄດ້ບັນດາລາງວັນທີ່ມີຊື່ສຽງຢູ່ພາຍໃນປະເທດ ແລະ ພາກພື້ນ ຄື: “ລາງວັນວັນນະຄະດີປີ 2014” ຂອງສະມາຄົມນັກປະພັນວັນນະຄະດີຫວຽດນາມ”, “ລາງວັນວັນນະຄະດີປີ 2015 ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).ໃນໄລຍະ 2 ປີ, ປື້ມ     “ບົດບັນທຶກສົງຄາມ” ໄດ້ຮັບການພິມຈຳຫນ່າຍເຖິງ 3 ຄັ້ງ ແລະ ພິມເປັນຈຳນວນຫລາຍຫົວ.

ກ້າວເຂົ້າສູ່ປີທີ 3, ຮອດເດືອນ 4/2017 ປື້ມຫົວນີ້ຖືກແປ ແລະ ສະເຫນີຕົວສະບັບພາສາອັງກິດ “A WAR ACCOUNT 1-2-3-4.75”.

ຄະນະບໍລິຫານງານສະມາຄົມນັກປະພັນວັນນະຄະດີຫວຽດນາມ ຕົກລົງແປ ບົດບັນທຶກສົງຄາມ 1-2-3-4.75  ເປັນພາສາ ອັງກິດ ເພື່ອແນະນຳ, ໂຄສະນາບັນດາບົດປະພັນວັນນະຄະດີ ຂຽນກ່ຽວກັບພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາ, ປົດປ່ອຍປະເທດຊາດ ແລະ ຄວາມມຸ້ງຫວັງສັນຕິພາບຂອງປະຊາຊົນເຖິງທ່ານຜູ້ອ່ານໃນໂລກ.

ນີ້ແມ່ນປື້ມສະບັບພາສາອັງກິດເປັນຄັ້ງທຳອິດໄດ້ຮັບລາງວັນນະຄະດີຈາກສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຈັດຕັ້ງການແປເປັນພາສາ ອັງກິດ ແລະ ໄດ້ຮັບການພິມຈຳຫນ່າຍຢູ່ພາຍໃນປະເທດ.

ປື້ມ “ບົດບັນທຶກສົງຄາມ” ໄດ້ວາດພາບ ແລະ ສ່ອງແສງຄວາມຈິງການລົ້ມລະລາຍຂອງອຳນາດການປົກຄອງ ໄຊງ່ອນໂດຍ ຫງວຽນວັນທ້ຽວ ເປັນປະທານາທິບໍດີ ໃນເວລາ 4 ເດືອນສຸດທ້າຍຂອງສົງຄາມ, ແຕ່ເດືອນ 1 ເຖິງໝົດເດືອນ 4/1975. ລວມມີ 520 ຫນ້າ, 19 ພາກ.

ມີຜູ້ອ່ານຫລາຍຄົນສົນໃຈຢາກຖາມກ່ຽວກັບວິທີຊື້ປື້ມຫົວນີ້. VOV5.VN ແຈ້ງໃຫ້ຊາບດັ່ງນີ້:

- ລາຄາປື້ມ: 460.000 ດົງ/ຫົວ

- ປື້ມຈະໄດ້ຮັບຢູ່ເຮືອນສ່ວນຕົວຂອງນັກປະພັນວັນນະຄະດີ ເຈີນມາຍແຫ້ງ, ເຮືອນເລກທີ 25, ຮ່ອມທາງ 18, ຖະຫນົນ ຫງວຽນດີງຈ໋ຽວ - ຮ່າໂນ້ຍ

- ໂທລະສັບ:0904601943

- ອີແມວ: tmh1143@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ