ປະຊາຊົນບັນດາເຜົ່າໃນແຂວງລາຍເຈົາ ຮັກສາຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີ

(VOVWORLD) -ດ້ວຍຄວາມຫວັງຢາກອະນຸລັກເສີມຂະຫຍາຍສີສັນວັດທະນະທຳອັນດີງາມຂອງບັນດາເຜົ່າ, ບັນດານັກສິລະປະການເຈົ້າກົກເຈົ້າເຫຼົ່ານາຍບ້ານຜູ້ທີ່ມີຄວາມເຂົ້າໃຈທາງດ້ານວັດທະນະທຳໃນແຂວງລາຍເຈົາໄດ້ ແລະພວມຕັ້ງໜ້າເປີດຊຸດຮຽນພາສາ, ຕົວໜັງສືໃຫ້ແກ່ໄວໜຸ່ມ. ບໍ່ພຽງແຕ່ເຊັ່ນນັ້ນບັນດາບົດເພງ ວາດຟ້ອນພື້ນເມືອງ ແລະ ຮີດຄອງປະເພນີກໍ່ໄດ້ຖືກເຜີຍແຜ່ໃຫ້ແກ່ທຸກໆຄົນ
ປະຊາຊົນບັນດາເຜົ່າໃນແຂວງລາຍເຈົາ ຮັກສາຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີ - ảnh 1ບັນດາຈຸດວັດທະນະທຳບັນດາເຜົ່າໄດ້ຖືກນຳເຂົ້າຫຼັກສູດການສອນຢູ່ໂຮງຮຽນຫຼາຍແຫ່ງທີ່ລາຍເຈົາ

     ສະໂມສອນຂັບແທນ - ພິນຕິ໊ງ ຕາແສງເມື່ອງກາງ ເມືອງທານອວຽນ ໃນແຂວງລາຍເຈົາ ໃນຫຼາຍປີມານີ້ຍັງຄົງຮັກສາການຝຶກແອບອາທິດລະສາມຕອນ. ນີ້ແມ່ນສະໂມສອນທີ່ມີປະສົບການທາງດ້ານອະນຸລັກຮັກສາແລະເສີມຂະຫຍາຍສີສັນວັດທະນະທຳເຜົ່າຜູ້ໄທຢູ່ທ້ອງຖິ່ນ. ທ່ານລໍ່ວັນເຈີນ ຫົວໜ້າສະໂມສອນແບ່ງປັນວ່າ ພາຍຫຼັງເຄື່ອນໄຫວເປັນເວລາເກືອບ17 ປີ ມາຮອດປັດຈຸບັນ ສະໂມສອນໄດ້ມີສະມາຊິກເກືອບ 30 ຄົນມີກອງສີລະປະວັນນະຄະດີສອງກອງໃນເກນອາຍຸກາງແລະອາຍຸສູງໄດ້ຮັບການຮັກສາໄວ້. ທ່ານກ່າວວ່າ:

      “ສະໂມສອນພວກຂ້າພະເຈົ້າກໍ່ໄດ້ຮ່ວມຊີວິດຢ່າງສະເໝີຍ້ອນວ່າບັນດາບົດເພງວາດຟ້ອນແທນແມ່ນປປະບໍ່ໄດ້. ປັດຈຸບັນພວກຂ້າພະເຈົ້າພວມພ້ອມກັບພວກອ້າຍເອື້ອຍນ້ອງເພື່ອຂະຫຍາຍໃຫ້ດີກວ່າເກົ່າພ້ອມທັງໄດ້ປະພັນບັນດາບົດເພງອື່ນໆອີກ. ສຳລັບວຽກງານນີ້ ພວກຂ້າພະເຈົ້າພວມປຶກສາເພື່ອພັດທະນາໃຫ້ດີກວ່າເກົ່າ”.

      ສະໂມສອນຂັບແທນ - ພິນຕິ໊ງຕາແສງເມື່ອງກາງ ພຽງແຕ່ແມ່ນໜຶ່ງໃນຈຳນວນັນດາການເຄື່ອນໄຫວອະນຸລັກຮັກສາວັດທະນະທຳຂອງບັນດາເຜົ່າໃນແຂວງ ລາຍເຈົາ. ຢູ່ຕາແສງເມື່ອງກາງ ເຊິ່ງແມ່ນແຫ່ງໄດ້ຮັບຖືກວ່າແມ່ນອູ່ວັດທະນະທຳຂອງຊາວເຜົ່າ ໄທດຳຢູ່ເຂດເຕິຍບັກ, ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳອັນເປັນປະເພນີຄືວັດທະນະທຳການເຫຼື້ອມໃສ,ສິລະປະວັນນະຄະດີ,ການອອກແບບເຄຫາ, ງານບຸນປະເພນີໄຫວ້ບູຊາບັນພະບູລຸດ… ທ່ານຫງວຽນຕືກາງ ປະທານຄະນະກຳມະການປະຊາຊົນຕາແສງ ເມື່ອງກາງ ໃຫ້ຮູ້ວ່າ:

     “ໃນກວ່າສອງປີທີ່ຜ່ານມາ ທາງຕາແສງໄດ້ຮັກສາການເຄື່ອນໄຫວຂອງກອງສິລະປະວັນນະຄະດີ 13 ກອງ, 2 ສະໂມສອນຂັບແທນ - ພິນຕິ໊ງຂອງໝູ່ບ້ານຕ່າງໆ ເພື່ອເຄື່ອນໄຫວຢ່າງເປັນປະຈຳ. ທາງຕາແສງກໍ່ຍັງຜັນຂະຫຍາຍໂຮງຮຽນແຕ່ລະແຫ່ງກໍ່ຕ້ອງສ້າງເຂດວາງສະແດງບັນດາຜະລິດຕະພັນບັນດາເຜົ່າຂອງທ້ອງຖິ່ນ ແລະ ໃຫ້ສ້າງຕັ້ງບັນດາສະໂມສອນໃນໝູ່ນັກຮຽນຂອງບັນດາໂຮງຮຽນເພື່ອເຄື່ອນໄຫວນອກລະບົບ, ນອກຊົ່ວໂມງ ແລະ ຍັງເຂົ້າຮ່ວມການເຄື່ອນໄຫວຮັບໃຊ້ໜ້າທີ່ຢູ່ທ້ອງຖິ່ນ”.

      ພ້ອມກັບການເຄື່ອນໄຫວດັ່ງກ່າວ, ເມືອງທານອວຽນໄດ້ເອົາໃຈໃສ່ເປັນພິເສດເຖິງການຟື້ນຟູອະນຸລັກຮັກສາເສີມຂະຫຍາຍວັດທະນະທຳຂອງສີ່ເຜົ່າທີ່ດີເດັ່ນລວມມີເຜົ່າຜູ້ໄທ, ມົ້ງ, ຢ້າວ, ຂະມຸ. ທ່ານນາງ ເລທິກີມເງິນ ຮອງເລຂາຜູ້ປະຈຳການຄະນະພັກເມືອງທານອວຽນໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າກໍ່ໄດ້ຟື້ນຟູສີ່ງານບຸນຢ່າງສຳເລັດຜົນ ໃນນັ້ນມີສອງງານບຸນຂອງເຜົ່າໄທດຳ, ໜຶ່ງງານບຸນຂອງເຜົ່າຂະມຸ ແລະ ໜຶ່ງງານບຸນຂອງເຜົ່າມົ້ງ. ພ້ອມກັນນັ້ນ ພວກຂ້າພະເຈົ້ົ້າກໍ່ຍັງຟື້ນຟູສີ່ເຂດວັດທະນະທຳ ເພື່ອວາດພາບຖິງສ່ວນໜຶ່ງຂອງຄຸນຄ່າວັດທະນະທຳອັນເປັນປະເພນີ, ຈາກການຈັດຕັ້ງການຜະລິດຕະຫຼອດຮອດສິລະປະວັນນະຄະດີ, ການລະຫຼິ້ນພື້ນເມືອງ…”

     ຕາມທ່ານ ເຈິ່ນແມັ້ງຮຸ່ງ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງລາຍເຈົາ,  ນອກຈາກສະຕິຄວາມຮັບຮູ້ ກ່ຽວກັບການຮັກສາວັດທະນະທຳ ຂອງປະຊາຊົນນັ້ນ, ເລື່ອງແຂວງລາຍເຈົາປະກາດໃຊ້ມະຕິ ວ່າດ້ວຍການອະນຸລັກເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ໄດ້ຊ່ວຍໃຫ້ການຜັນຂະຫຍາຍວຽການອະນຸລັກຮັກສາວັດທະນະທຳຂອງທ້ອງຖິ່ນບັນລຸໝາກຜົນດີກວ່າເກົ່າ. ທ່ານ ເຈິ່ນແມັ້ງຮຸ່ງ ເວົ້າວ່າ:

      “ປັດຈຸບັນມະຕິສະບັບນີ້ພວມຖືກຂະແໜງການຂັ້ນຕ່າງໆສຸມໃສ່ຜັນຂະຫຍາຍປະຕິບັດ ຮັບປະກັນຄວາມຮຽກຮ້ອງຕ້ອງການ. ບາງຜະລິດຕະພັນກ່ຽວກັບພັດທະນະວັດທະນະທຳຕິດພັນກັບການພັດທະນາການທ່ອງທ່ຽວໄດ້ຮັບຄວາມເອົາໃຈໃສ່ຈາກທ້ອງຖິ່ນໃນນັ້ນມີການພັດທະນາການທ່ອງທ່ຽວຊຸມຊົນຢູ່ບາງທ້ອງຖິ່ນ”.

      ແຂວງລາຍເຈົາມີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ 5 ຢ່າງ ພ້ອມກັບບັນດາຮີດຄອງປະເພນີອັນດີງາມ, ບັນດາງານບຸນການເຫຼື້ອມໃສພື້ນເມືອງພາສາເວົ້າຕົວໜັງສືຊຸດອາພອນປະຈຳເຜົ່າບັນດາອາຊີບຫັດຖະກຳ, ບັນດາວາດຟ້ອນທຳນອງເພງພື້ນເມືອງໄດ້ ແລະພວມໄດ້ຮັບການອະນຸລັກພັດທະນາປະກອບສ່ວນສ້າງຄວາມຫຼາກຫຼາຍສີສັນທາງວັດທະນະທຳບັນດາເຜົ່າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ