ປະທານ ໂຮ່ຈີມິນ - ແຫຼ່ງບັນດານໃຈ ໃຫ້ແກ່ການປະພັນຂອງບັນດານັກປະພັນວັນນະຄະດີ ສິລະປິນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ

(VOVWORLD) -ໂດຍຕອບສະໜອງຕາມບັ້ນຂົນຂວາຍ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ແຕ່ປີ 2013 ສະຫະສະມາຄົມວັນນະຄະດີ ສິລະປະ ນະຄອນ ເກິ່ນເທີ ໄດ້ປຸກລະດົມງານແຂ່ງຂັນຊີງລາງວັນປະດິດຄິດແຕ່ງ, ໂຄສະນາບັນດາບົດປະພັນວັນນະຄະດີ ກ່ຽວກັບຫົວເລື່ອງ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”. ງານແຂ່ງຂັນມີການເຂົ້າຮ່ວມຂອງຖັນແຖວ ສະມາຊິກ ສະມາຄົມນັກປະພັນວັນນະຄະດີ ສິລະປິນພວມເຄື່ອນໄຫວໃນບໍລິເວນ, ອັນໄດ້ນຳມາເຊິ່ງປະສິດທິຜົນ ໃນການໂຄສະນາໃຫ້ແກ່ປະຊາຊົນທຸກຊັ້ນວັນນະ
ປະທານ ໂຮ່ຈີມິນ - ແຫຼ່ງບັນດານໃຈ ໃຫ້ແກ່ການປະພັນຂອງບັນດານັກປະພັນວັນນະຄະດີ ສິລະປິນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ - ảnh 1 ພິທີມອບລາງວັນໃນການປະພັນດົນຕີພື້ນເມືອງກ່ຽວກັບຫົວເລື່ອງຮ່ຳຮຽນຕາມແບບຢ່າງປະທານໂຮ່ຈິມິນ

ສະຫະສະມາຄົມວັນນະຄະດີ ສິລະປະນະຄອນ ເກິ່ນເທີ ໃນປັດຈຸບັນມີ 9 ສະມາຄົມລົງເລິກຂະແໜງ ດ້ວຍສະມາຊິກເກືອບ 600 ຄົນ ເຊິ່ງເຄື່ອນໄຫວໃນຂົງເຂດຕ່າງໆຄື ນັກປະພັນວັນນະຄະດີ, ເວທີສະແດງ, ດົນຕີ, ວິຈິດສິນ, ຖ່າຍຮູບສິລະປະ, ສິລະປະວັນນະຄະດີພື້ນເມືອງ, ນັກຟ້ອນ, ຮູບເງົາ - ໂທລະພາບ, ນັກສະຖາປະນິກ. ນັກສິລະປິນ ຫງວຽນຮວ່າງຢູ໊ ຮອງປະທານສະຫະສະມາຄົມວັນນະຄະດີ ສິລະປະນະຄອນ ເກິ່ນເທີ, ປະທານສະມາຄົມເວທີສະແດງ ເກິ່ນເທີ ໃຫ້ຮູ້ວ່າ: ງານແຂ່ງຂັນປະດິດຄິດແຕ່ງ ກ່ຽວກັບຫົວຂໍ້ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ແມ່ນການເຄື່ອນໄຫວປະຈຳປີຂອງວົງການ ນັກປະພັນວັນນະຄະດີ ສິລະປິນນະຄອນ ເກິ່ນເທີ. ສະເພາະປີນີ້ ທາງສະມາຄົມໄດ້ຈັດການປະດິດຄິດແຕ່ງ ບົດປະພັນສະແດງບົນເວທີດ້ວຍເວລາສັ້ນ ເຊິ່ງມີຫົວເລື່ອງ “ນະຄອນ ເກິ່ນເທີ ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ແນໃສ່ສ່ອງແສງການປະຕິບັດ ແລະ ການຫັນປ່ຽນຢ່າງຕັ້ງໜ້າໃນການຮັບຮູ້ ການກະທຳຂອງໝູ່ຄະນະ ພະນັກງານ, ສະມາຊິກພັກ, ກອງທັບ ແລະ ປະຊາຊົນນະຄອນ ໃນການຮ່ຳຮຽນຕາມເພິ່ນ. ນັກສິລະປິນ ຫງວຽນຮວ່າງຢູ໊ ເວົ້າວ່າ:

      “ລະຄອນສະແດງບົນເວທີ ດ້ວຍເວລາສັ້ນ ກໍ່ມີຕົວລະຄອນເພື່ອສະແດງ, ມີຕົວລະຄອນ ເພື່ອຕອບບັນຫາຕ່າງໆ, ມີເນື້ອໃນເພື່ອໃນປີ 2020 ນີ້, ງານແຂ່ງຂັນຈະໄດ້ຮັບການຍົກສູງຄຸນນະພາບ ເພື່ອສ້າງບັນຍາກາດມ່ວນຊື່ນໃຫ້ແກ່ຜູ້ຊົມ. ຈາກນັ້ນ ໜ້າທີ່ການເມືອງຂອງບົດປະພັນວັນນະຄະດີ ຈະຖືກນຳເຂົ້າຊີວິດຕົວຈິງໃນໝູ່ປະຊາຊົນ ແລະ ຜູ້ຊົມຢ່າງເລິກເຊິ່ງກວ່າ”.

    ໂດຍແມ່ນໜຶ່ງໃນບັນດາສະມາຊິກໃນສະມາຄົມ ທີ່ຕັ້ງໜ້າເຂົ້າຮ່ວມການປະດິດຄິດແຕ່ງ ໃນງານແຂ່ງຂັນ “ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”, ນັກສິລະປິນ ເຈືອງຮີຮວ່າງ ແບ່ງປັນວ່າ: ງານແຂ່ງຂັນແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາຜູ້ປະດິດຄິດແຕ່ງ ເປັນອາຊີບ ຫຼື ສະໝັກຫຼິ້ນສະແດງໃຫ້ເຫັນການປະດິດຄິດແຕ່ງຂອງຕົນ ໂດຍຜ່ານຂົງເຂດສິລະປະ ທີ່ຕົນເອງຊົມຊອບ. ການແຜ່ຂະຫຍາຍຂອງຂະບວນການ ໄດ້ເປັນຂີດໝາຍທີ່ຈະແຈ້ງ ໄດ້ຮັບການຕອບສະໜອງຈາກມ່ວນຊົນທັງຫຼາຍ. ກະໂຕທ່ານ ຮວ່າງ ເອງ ໃນແຕ່ລະປີ ກໍ່ລ້ວນແຕ່ເຂົ້າຮ່ວມການປະດິດຄິດແຕ່ງ ແຕ່ສອງຫາສາມບົດປະພັນ ຂຽນກ່ຽວກັບບັ້ນຂົນຂວາຍຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ທ່ານ ຮວ່າງ ເວົ້າວ່າ:

      “ຂຽນກ່ຽວກັບປະທານ ໂຮ່ຈີມິນ ຍາມໃດກໍ່ເຮັດໃຫ້ເຮົາມີຄວາມຮູ້ສຶກທີ່ໃໝ່ອ່ຽມ, ເພາະວ່າຊີວິດຂອງລຸງ  ໂຮ່ ແມ່ນບົດເພງໄຊອະມະຕະ. ຜ່ານບົດປະພັນ ຂ້າພະເຈົ້າໄດ້ຫຼໍ່ຫຼອມ ແລະ ສ້າງຕົນເອງໃຫ້ສົມບູນແບບກວ່າເກົ່າ. ພ້ອມກັນນັ້ນ ຜ່ານບົດປະພັນນີ້ ກໍ່ໄດ້ຍົກສູງກຳລັງຕໍ່ສູ້, ການລະດົມຈິດໃຈໃຫ້ແກ່ປະຊາຊົນທຸກຊັ້ນວັນນະ ໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ດ້ວຍບັນດາການກະທຳ ແລະ ວຽກງານທີ່ແທ້ຈິງ”.

       ຕາມນັກສິລະປິນ ເຫືອທິແອັງດ່າວ, ຮອງປະທານສະຫະສະມາຄົມວັນນະຄະດີ ສິລະປະນະຄອນ ເກິ່ນເທີ, ບັນດານັກປະພັນໄດ້ລົງເລິກເຂົ້າໃນຊີວິດຕົວຈິງ ຂຸດຄົ້ນປະຕິບັດບັນດາຫົວເລື່ອງ ໃນຊີວິດປະຈຳວັນ ເພື່ອມີບັນດາບົດປະພັນສ່ອງແສງກ່ຽວກັບຕົວແບບ ການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ພ້ອມກັນນັ້ນ ທາງສະຫະສະມາຄົມກໍ່ໄດ້ຮັກສາການຈຳໜ່າຍວາລະສານ ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ວັນທີ 30 ເມສາ ແລະ ວັນເກີດຂອງປະທານ ໂຮ່ຈີມິນ ວັນທີ 19 ພຶດສະພາ ດ້ວຍການເຮັດຫົວເລື່ອງກ່ຽວກັບແບບຢ່າງປະທານ ໂຮ່ຈີມິນ ເຊິ່ງໄດ້ມີການເຂົ້າຮ່ວມຂອງນັກປະພັນວັນນະຄະດີສິລະປິນຂອງ 9 ສະມາຄົມທ້ອງຖິ່ນ ໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເຂົ້າຮ່ວມ , ຈາກນັ້ນໄດ້ນຳບັ້ນຂົນຂວາຍ ຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ເຂົ້າສູ່ຊີວິດຕົວຈິງ. ນັກສິລະປິນ ເຫືອທິແອັງດ່າວ ໃຫ້ຮູ້ວ່າ:

   “ບັນດານັກປະພັນໄດ້ສຸມຈິດສຸມໃຈຢ່າງຫຼວງຫຼາຍ ໃນນັ້ນມີວັນນະຄະດີ, ກາບກອນ, ດົນຕີ, ການສະແດງບົນເວທີ… ໃນໄລຍະທີ່ຈະມາເຖິງ ກໍ່ເຊັ່ນດຽວກັນກັບໃນຊຸມປີທີ່ຜ່ານມາ ແນນອນວ່າແຕ່ລະປີ ຈະລົງເລິກກວ່າຂຸດຄົ້ນຫຼາຍກວ່າ ແລະ ສືບຕໍ່ເນັ້ນໜັກເຖິງບັນຫານີ້ ເນື້ອໃນນີ້ ເພື່ອໃຫ້ອ້າຍນ້ອງນັກປະພັນວັນນະຄະດີສິລະປິນ ມີຄວາມເຂົ້າໃຈຫຼາຍກວ່າອີກ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈແຈ້ງ ກ່ຽວກັບເນື້ອໃນການຮ່ຳຮຽນຕາມແບບຢ່າງປະທານ ໂຮ່ຈີມິນ, ເມື່ອປະດິດຄິດແຕ່ງຈະສະດວກສະບາຍ ກວ່າເກົ່າ”.

      ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງວົງການນັກປະພັນວັນນະຄະດີ ສິລະປິນນະຄອນ ເກິ່ນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ໄດ້ສ້າງບັນດາບົດປະພັນວັນນະຄະດີສິລະປະ ທີ່ມີຄຸນຄ່າຢ່າງຫຼວງຫຼາຍ ອັນໄດ້ແຜ່ຂະຫຍາຍຢ່າງກວ້າງເລິກໃນສັງຄົມ ປະກອບສ່ວນເຮັດໃຫ້ທຸກໆຄົນສາມາດເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບແນວຄິດ ວິຖີຊີວິດ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ. ຈາກນັ້ນສາມາດເພີ່ມກຳລັງໜູນ ແລະ ຄວາມເຊື່ອໝັ້ນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ