ປະເພນີແຂວນແຜ່ນຜ້າອວຍພອນຂອງຊາວເຜົ່າໄຕ່ ເຜົ່ານຸ່ງໃນແຂວງກາວບັ່ງ

(VOVWORLD) -ແຜ່ນຜ້າອວຍພອນຖືກເຮັດດ້ວຍຜ້າສີ ເຊິ່ງລູກຫຼານເຄີຍນຳໄປອວຍພອນອາຍຸຍືນໃຫ້ແກ່ປູ່ຍ່າຕາຍາຍ ພໍ່ແມ່ ແລະ ຖຶກແຂວນຢູ່ອ້ອມເຮືອນ. ນີ້ແມ່ນໜຶ່ງໃນບັນດາປະເພນີວັດທະນະທຳທີ່ມີມາແຕ່ດົນນານຂອງຊາວເຜົ່າໄຕ່ ເຜົ່ານຸ່ງ ທັງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖືຄວາມກະຕັນຍູຂອງລູກຫຼານທີ່ມີຕໍ່ຜູ້ອາຍຸສູງ
ປະເພນີແຂວນແຜ່ນຜ້າອວຍພອນຂອງຊາວເຜົ່າໄຕ່ ເຜົ່ານຸ່ງໃນແຂວງກາວບັ່ງ - ảnh 1ຮ້ານຂາຍແຜ່ນຜ້າອວຍພອນຜູ້ມີອາຍຸຍືນ

     ຢູ່ໃກ້ກັບຕະຫຼາດເທດສະບານເມືອງຈຸ່ງແຂັງໃນແຂວງກາວບັ່ງກໍ່ມີບາງຮ້ານຂາຍແຜ່ນຜ້າອວຍພອນເຊິ່ງຊາວເຜົ່າໄຕ່ ເຜົ່ານຸ່ງເຄີຍແຂວນໃນເຮືອນເມື່ອມີພິທີອວຍພອນອາຍຸຍືນ. ແຜ່ນຜ້າອວຍພອນເຄີຍມີລວງກວ້າງ 0,8 ແມັດຍາວປະມານ 2 ແມັດ. ສຳລັບສີກໍ່ເຄີຍມີສີແດງ ແລະສີບົວເພາະວ່າຕາມຄວາມສຳນຶກຂອງຊາວເຜົ່າໄຕ່ ເຜົ່ານຸ່ງແລ້ວສີແດງແມ່ນສີບົ່ງບອກເຖິງຄວາມໂຊກດີຄວາມສະຫງົບສຸກ. ລຸງຫຼີແທັ່ງລອງຢູ່ເທດສະບານເມືອງຈຸ່ງແຂັງ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າປະກອບອາຊີບນີ້ໄດ້ 25 ປີແລ້ວ. ແຜ່ນຜ້ານີ້ເຄີຍໃຊ້ອວຍພອນຜູ້ອາຍຸຍືນແກ່ປູ່ຍ່າຕາຍາຍ. ແຜ່ນຜ້າແຕ່ລະແຜ່ນກໍ່ມີລາຄາຂາຍປະມານ 90.000 ດົ່ງ. ແຜ່ນຜ້ານີ້ເຄີຍຂາຍຕາມລະດູ, ສ່ວນຫຼາຍພໍ່ແມ່ພີ່ຍ້ອງເຄີຍຊື້ໃນໂອກາດທຳພິທີອາຍຸຍືນນັບແຕ່ເດືອນ 10 ຫາເດືອນຍີ່ ຂອງປີຕໍ່ມາໄລ່ຕາມຈັນທະປະຕິທິນ. ແຜ່ນຜ້າແມ່ນມີຄວາມໝາຍເພື່ອອວຍພອນເພື່ອໃຫ້ພໍ່ຕູ້ແມ່ຕູ້ຈົ່ງມີອາຍຸຍືນຍາວ”.

       ຊາວເຜົ່າໄຕ່ ເຜົ່ານຸ່ງມີຄວາມສຳນຶກວ່າເມື່ອໄດ້ຜ່ານອາຍຸ 49 ປີກໍ່ແມ່ນໄດ້ຜ່ານໄລຍະທີໜຶ່ງຂອງຊີວິດດັ່ງນັ້ນກໍ່ຕ້ອງຈັດພິທີອວຍພອນອາຍຸຍືນ. ກ່ອນດຳເນີນພິທີ 10 ວັນເຈົ້າຂອງຄອບຄົວກໍ່ຕ້ອງເຊື້ອເຊີນຍາດຕິພີ່ນ້ອງໝູ່ເພື່ອນແລະພໍ່ແມ່ພີ່ນ້ອງຊາວບ້ານມາຮ່ວມ. ເມື່ອໄດ້ຮັບຄຳເຊີນບັນດາຜູ້ຄົນທີ່ເປັນຍາດຕິພີ່ນ້ອງກໍ່ຕ້ອງກະກຽມແຜ່ນຜ້າແຜ່ນໜຶ່ງເພື່ອນຳມາອວຍພອນໃນພິທີອາຍຸຍືນ. ຢູ່ແຜ່ນຜ້າກໍ່ເຄີຍຂຽນຄຳພະຫຍາຢູ່ສອງເບື້ອງດ້ວຍເນື້ອໃນອວຍພອນເຈົ້າຂອງຄອຄົວຫຼື  ຜູ້ໄດ້ຮັບການອວຍພອນອາຍຸຍືນສ່ວນຢູ່ຕອນລຸ່ມແມ່ນບ່ອນເພື່ອຈົດຊື່ຂອງພວກລູກຫຼານ. ແຕ່ໃນປັດຈຸບັນເຂົາເຈົ້າສ່ວນຫຼາຍຈັດຕັ້ງພິທີອວຍພອນອາຍຸຍືນໃຫ້ຜູ້ມີອາຍຸແຕ່ 61 ປີຂຶ້ນໄປ ສ່ວນຂອບຂະໜາດຈັດພິທີອວຍພອນກໍ່ຂຶ້ນກັບເສດຖະກິດຂອງແຕ່ລະຄອບຄົວ. ນາງໂລທິທ້ຽວຢູ່ຕາແສງງອກຈຸງເມືອງຈຸ່ງແຂັງໄດ້ໄປຕະຫຼາດແຕ່ເຊົ້າເພື່ອສັ່ງຊື້ແຜ່ນຜ້າອວຍພອນອາຍູຍືນໃຫ້ແກ່ພໍ່ຂອງຕົນ. ນາງທ້ຽວໃຫ້ຮູ້ວ່າ:

     “ຂ້າພະເຈົ້າໄດ້ຊື້ແຜ່ນຜ້ານີ້ ມາອວຍພອນໃນພິທີອວຍພອນອາຍຸຍືນໃຫ້ແກ່ພໍ່ທີ່ມີອາຍຸ 61 ປີ. ນັບແຕ່ປາງກ່ອນຂ້າພະເຈົ້າກໍ່ໄດ້ເຫັນປູ່ຍ່າ ພໍ່ແມ່ເຮັດເຊັ່ນນັ້ນ ດັ່ງນັ້ນຂ້າພະເຈົ້າກໍ່ເຮັດຕາມ.ສຳລັບຜູ້ອາຍຸສູງຮອດອາຍຸ 61 ປີ, 73 ປີ, 85 ປີກໍ່ຕ້ອງເຮັດພິທີອວຍພອນອາຍຸຍືນພ້ອມທັງໄດ້ຊື້ແຜ່ນຜ້າອວຍພອນມາແຂວນໃນມື້ທຳພິທີ. ແຜ່ນຜ້ານີ້ຍັງຖືກແຂວນໃນພິທີເຂົ້າເຮືອນໃໝ່ອີກ ເຖິງວ່າໃນປັດຈຸບັນ ຜູ້ໃຊ້ກໍມີໜ້ອຍກວ່າ ແຕ່ສຳລັບລູກຫຼານໃນເຮືອນແມ່ນຂາດບໍ່ໄດ້.”

      ນອກຈາກແຂວນໃນພິທີອວຍພອນອາຍຸຍືນ, ແຜນຜ້າອວຍພອນຍັງຖືກແຂວນໃນພິທີເຂົ້າເຮືອນໃໝ່ ເພື່ອແນໃສ່ອວຍພອນຄອບຄົວຍາດຕິພີ່ນ້ອງຊາວບ້ານທຸກໆຄົນຕ່າງກໍ່ມີສຸຂະພາບແຂງແຮງມີຄວາມຢູ່ເຢັນເປັນສຸກແລະການ ທຳມາຫາກິນໄດ້ດີ. ລຸງດ່າມດ໊ານ ຢູ່ເທດສະບານເມືອງຈຸງແຂັງເຊິ່ງແມ່ນຜູ້ຂຽນແຜ່ນຜ້າອວຍພອນໃຫ້ຮູ້ວ່າ:

       “ກ່ຽວກັບຂະໜາດຂອງແຜ່ນຜ້າແມ່ນຍາວປະມານ 2 ແມັດຫຼື 2,5 ແມັດແຕ່ມີຄວາມແຕກຕ່າງກ່ຽວກັບເນື້ອໃນຂອງຄຳພະຫຍາ. ບັນດາຄຳພະຫຍາກໍ່ມີເນື້ອໃນເບີກບານມ່ວນຊື່ນ ຜາສຸກແລະອວຍພອນອາຍຸຍືນ. ແຕ່ລະປີໃນຍາມເດືອນຈຽງຂ້າພະເຈົ້າຂາຍດີທີ່ສຸດ, ມີຕະຫຼາດນັດບາງຄັ້ງສາມາດຂາຍໄດ້ 40 ຫາ 50 ແຜ່ນ”.

     ພິທີອວຍພອນອາຍຸຍືນຂອງຊາວເຜົ່າໄຕ່ ເຜົ່ານຸ່ງແມ່ນປະເພນີມີມາແຕ່ດົນນານເພື່ອແນໃສ່ສະແດງໃຫ້ເຫັນຄວາມເຄົາລົບນັບຖືບັນດາຜູ້ອາຍຸສູງ. ແຜ່ນຜ້າອວຍພອນເຄີຍຖືກເຈົ້າຂອງເຮືອນຜູ້ອາຍຸສູງເຄີຍແຂວນຢູ່ຫ້ອງໃຫຍ່ ເຊິ່ງແມ່ນພະຍານຫຼັກຖານສະແດງໃຫ້ເຫັນສິນລະທຳກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳແລະຄວາມຮູ້ບຸນຄຸນຂອງລູກຫຼານ ທີ່ມີຕໍ່ຄຸນງາມຄວາມດີໃນການໃຫ້ກຳເນີດ ສຶກສາອົບຮົມ ບອກສອນຂອງປູ່ຍ່າຕາຍາຍແລະພໍ່ແມ່. 

ຕອບກັບ

ຂ່າວ/ບົດ​ອື່ນ