ພິທີ ແລະ ການລະຫຼີ້ນດຶງເຊືອກ-ມໍລະດົກວັດທະນະທຳນາໆຊາດ


   (vovworld)-  ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ສຳ​ເນົາ​ເອກະສານ “ພິທີ ​ແລະ ການ​ລະ​ຫຼີ້ນດຶງ​ເຊືອກ“ ສຳ​ເລັດ​ເພື່ອຍື່ນ​ສະ​ເໜີ​ຕໍ່​ອົງການ​ອູ​ແນສ​ໂກ ພິຈາ ລະ​ນາ, ນຳ​ເຂົ້າບັນຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດທະນະທຳ​ບໍ​ມີ​ຮູບ​ຮ່າງ​ຕາງໜ້າ​ຂອງ​ມວນ​ມະນຸດ​ປີ 2015. ​ເລື່ອງ​ຫວຽດນາມ, ສ.​ເກົາຫຼີ, ກຳປູ​ເຈຍ ​ແລະ ຟິລິບ​ປິນ ພ້ອມ​ກັນ​ສ້າງ​ສຳ​ເນົາ​ເອະ​ສານ​ນາໆ​ຊາດ “ພິທີ ​ແລະ ການ​ລະ​ຫຼີ້ນດຶງ​ເຊືອກ“ ບໍ່​ພຽງ​ແຕ່​​ໄດ້ ປະກອບສ່ວນ​ເຊີດ​ຊູ​​ວັດທະນະທຳ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົ​ວພັນ​ພົບ​ແລ​ກປ່ຽນດ້ານ​ວັດທະນະທຳ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອີກ​ດ້ວຍ.

  ພິທີ ແລະ ການລະຫຼີ້ນດຶງເຊືອກ-ມໍລະດົກວັດທະນະທຳນາໆຊາດ - ảnh 1
(ພາບ: http://nd.vietsoftpro.com)

   ນັບ​ແຕ່​ທ້າຍ​ປີ 2013. ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຕົກລົງ​ສ້າງ​ສຳ​ເນົາ​ເອກະສານ “ພິທີ ​ແລະ ການ​ລະ​ຫຼີ້ນດຶງ​ເຊືອກ“ຍື່ນ​ສະ​ເໜີຕໍ່​ອົງການ ອູ​ແນສ​ໂກ ຮັບຮອງ​​ເປັນມໍ​ລະ​ດົກ​ວັດທະນະທຳ​ບໍ​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ຫວຽດນາມ ​ສົມທົບ​ກັບປະ​ເທດ​ຕ່າງໆ​ ​ສ້າງ​ສຳ​ເນົາ​ເອະ​ສານ​ມໍລະດົກ​ຕາມ​ຮູບ​ການ​ນາໆ​ຊາດ. ການ​ດຶງ​ເຊື້ອກ​ແມ່ນ 1 ​ໃນ​ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ​ເຄີຍ​ຈັດ​ຂຶ້ນ​ໃນ​ບັນດາ​ງານ​ບຸນ​ຕົ້ນລະດູບານ​ໃໝ່. ສາດສະດາຈານ​ໂງ​ດຶກ​ທິ້ງ ສະມາຊິກ​ສະພາ​ມໍລະດົກ​ວັດທະນະທຳ​ແຫ່ງ​ຊາດ​ ​ໃຫ້​ຮູ້​ວ່າ:

 “​​​​​​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການລະ​ຫຼີ້ນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ແຂ່ງຂັນ​ທີ່​ມີ​ລັກສະ ນະ​ຈິດ​ວິນ​ຍານ​ອີກ​ດ້ວຍ. ຝ່າຍ​​ເອົາຊະນະ​ຈະ​ໄດ້​ເຂົ້າ​ໃນ​ສາລາ​ບ້ານ​ເພື່ອ​ໄຫ້​ວບູຊາ​​ເທວະ​ດາ ​ແລະ ​ເຂົາ​ເຈົ້າ​ເຊື່ອໝັ້ນວ່າ, ນອກ​ຈາກ​​ໄດ້​ຮັບ​ລາງວັນ ​ແລະ ຄວາມ​ເປັນ​ກຽດ​ແລ້ວ, ຍັງ​ມີ​ຄວາມ​ເຊື່ອໝັ້ນດ້ານ​ຈິດ​ວິນ​ຍານ​ອີກ​ດ້ວຍ, ​ເຂົາ​ເຈົ້າ​ເຊື່ອໝັ້ນວ່າ, ທັງ​ບ້ານ​ຂອງ​ເຂົາ​ເຈົ້າ ​ແລະ ​ເຂົາ​ເຈົ້າ​ເອງ​ໄດ້​ຮັບ​ການ​ອຸມຊູ​ຊ່ວຍ​ເຫຼືອຈາກ​ເທວະ​ດາ, ສະນັ້ນ ການ​ລະ​ຫຼີ້ນ​ໃນ​ງານ​ບຸນທັງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ລະ​ຫຼີ້ນບັນເທິງ ​ ທັງ​ມີ​ຄວາມ​ໝາຍດ້ານ​ຮີດຄອງ​ປະ​ເພນີ, ຈິດ​ວິນ​ຍານ​ທີ່​ຂາດ​ບໍ່​ໄດ້“.

 ພິທີ ແລະ ການລະຫຼີ້ນດຶງເຊືອກ-ມໍລະດົກວັດທະນະທຳນາໆຊາດ - ảnh 2

ການ​ດຶງ​ເຊືອກທີ່ບ້ານຫີ້ວ​ເຈິ​ດ-​ບັກ​ນິງ

(ພາບ: http://www.baomoi.com)

    ນັບ​ແຕ່​ດົນ​ນານມາ​ແລ້ວ, ​​​ໃນ​ງານ​ບຸນ​ບ້ານ ຫີ້ວ​ເຈິ​ດ ຕາ​ແສງ​ຮ່ວາ​ລອງ, ນະຄອນ​ບັກ​ນິງ, ການ​ດຶງ​ເຊືອກ​ໄດ້​ກາຍ​ເປັນ​ພິທີກຳ​ຕົ້ນຕໍ​. ງານ​ບຸນ​ດຶງ​ເຊືອກ​ຢູ່​ບ້ານ​ຫິ້ວ​ເຈິ​ດ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ຂອງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ​ແລະ ມີ​ມາ​​ເປັນ​ເວລາເກືອບ 400 ​ປີແລ້ວ.  ພິທີກຳ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ສຸດ​ດ້ວຍ​ການ​ແຫ່​ວໍ, ບູຊາ​ເພື່ອ​ທົບ​ທວນຄືນ​ປະຫວັດສາດການ​ສ້າງສາ​ໝູ່ບ້ານ. ​ແຕ່​ຕາມ​ທ່ານ​ຫງວຽນ​ວັນ​ຈວນ, ຫົວໜ້າ​ສະມາຄົມ​ຜູ້​ອາຍຸ​ສູງ​ສາຂາ​ບ້ານ​ຫິ້ວ​ເຈິ​ດ ​ແລ້ວ, ການ​ດຶງ​ເຊືອກ​ໃນ​ວັນ​ບຸນ​ແມ່ນ​ການ​ລະ​ຫຼີນທີ່​ດູດ​ດື່ມ​ໃຈ ​ແລະ ​ເປັນ​ເອກະລັກ​ທີ່​ສຸດສະ​ເພາະ:

 “​​​ໃນ​ເມື່ອ​ກ່ອນ, ການດຶງ​ເຊືອກຢູ່ບ້ານ​ຫິ້ວ​ເຈິ​ດ ​​​ ​ແມ່ນ​ໃຊ້​ໄມ້​ໄຜ່ 2 ລຳ​ຕໍ່​ໃສ່​ກັນ, ສອງ​ເບື້ອງ​ມີ​ໄມ້ຄານ 2 ອັນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງຂອງ​ຜູ້​ບ່າວ​ໃນ​ບ້ານ. ຍ້ອນ​ເຫດ​ນັ້ນ, ຕ້ອງ​ເສຍ​ເວລາ​ນັບ​ເປັນ​ເ​ດືອນ​ເພື່ອ​ກະກຽມ​ການ​ດຶງ​ເຊືອກ, ຊາວບ້ານ​ຕ້ອງ​ຄັດເລືອກ​ໄມ້​ໄຜ່. ຄອບຄົວ​ໃດ​ມີ​ໄມ້​​ໄຜ່​ໄດ້​ຮັບ​ການ​ຄັດ​ເລືອກ​​ໃຫ້ງານ​ບຸນ​ແມ່ນ​ມີ​ກຽດທີ່​ສຸດ ​ແລະ ຜູ້​ບ່າວ​ໄດ້​ຮັບ​ການ​ຄັດ​ເລືອກ​ເຂົ້າຮ່ວມ​ການ​ດຶງ​ເຊືອກ​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ທັງ​ຄອບຄົວ ​ແລະ ວົງ​ຕະກຸນ“.

   ຕາມ​ປະ​ເພນີ​ແລ້ວ, ຜູ້​ບ່າວ 70 ຄົນ​ໃນ​ບ້ານ​​ຖືກ​ຈັດແບ່ງ​ເປັນ 2 ຝ່າຍ​ຄື: ຝ່າຍ​ຕາ​ເວັນ​ອອກ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ​ແຕ່ລະ​ຝ່າຍ​ມີ 35 ຄົນ. ສອງ​ຝ່າຍ​ຕ້ອງ​ດຶງ​​ເຊືອກເປັນ 3 ຄັ້ງ ​ແລະ ຝ່າຍ​ໃດ​ເອົາ​ໄຊະນະ 2 ຄັ້ງ​​ແມ່ນ​ໄດ້​ຮັບ​ໄຊຊະນະ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ້ນ​ສຸດ​ງານ​ບຸນ, ຝ່າຍ​ຕາ​ເວັນ​ອອກ​ຕ້ອງ​ແມ່ນ​ຜູ້​ຊະນະ ຍ້ອນ​ວ່າ​ຕາມ​ຮີດຄອງ​ປະ​ເພນີ, ຖ້າ​ຝ່າຍ​ຕາ​ເວັນ​ອອກ​ຊະນະ, ປີນັ້ນ, ລະດູ​ການເກັບ​ກ່ຽວ​ຂອງ​ຊາວບ້ານ​ຈຶ່ງ​ໄດ້​ຮັບ​ຜົນ​ດີ. ສະນັ້ນ, ​ໃນ​ຄັ້ງສຸດ​ທ້າຍ, ຜູ້​ເຂົ້າຊົມ​ງານ​ບຸນ​ຈະ​ຊອກ​ຫາ​ວິທີ​ຊ່ວຍ​ຝ່າຍ​ຕາ​ເວັນ​ອອກ​​​ເອົາຊະນະ ​ແລະ ຍາມ​ໃດ​ງານ​ບຸນ​ກໍ່​ສິ້ນ​ສຸດ​ລົງ​ດ້ວຍ​ບັນ​ຍາ​ກາດ​ທີ່​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ.

  ບໍ່​ພຽງ​ແຕ່​ຊາວ​ເຜົ່າ​ກິ​ງ​ເທົ່າ​ນັ້ນ, ຫາກ​ບັນດາ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽ​ດນາມ ຄື​ຊາວ​ເຜົ່າ​ຜູ້​ໄທ, ​ໄຕ, ນູ່ງ, ​ໄຢ…ກໍ່​ມີ​ການ​ດຶງ​ເຊືອກ​ພື້ນ​ເມືອງ​ດ້ວຍ​ຫຼາຍ​ຮູບ​ການ​​ເຖິງ​ວ່າ ຫຼາຍ​ຮູບ​ຫຼາຍ​ແບບ​, ການ​ດຶງ​ເຊືອກ​ຢູ່​ແຕ່ລະ​ເຂດ​ກໍ່​ມີ​ຄວາມ​ແຕກຕ່າງ​ກັນ ​ກໍ່ລ້ວນ​ແຕ່​​ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ, ຄວາມສາມັກຄີ. ນັກ​ດົນຕີ​ທາວ​ຢາງ, ​ຜູ້​ທີ່​ໄດ້ຄົ້ນຄ້ວາ​ວັດທະນະທຳ, ສິລະ​ປະ​ພື້ນ​ເມືອງ​ເປັນ​ເວລາ​ຫຼາຍ​ປີ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

  “​ການ​ດຶງ​ເຊືອກ​ກໍ່​ມີ​ຢູ່​ຫຼາຍ​ປະ​ເທດ​, ແຕ່​ຜ່ານ​ບັນດາ​ຮູບ​ແຕ້​ມນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນກໍ່​ເຫັນ​ວ່າ, ວິທີ​ລະ​ຫຼີ້ນຂອງ​ຊາວ​ຫວຽດນາມ​ ​ໄດ້ສະ​ແດງ​ໃຫ້​ເຫັນ​ສີສັນ​ຂອງ​ຊາວຫວຽດນາມ ຄື: ຝຶກ​​ແອບຮ່າງກາຍ​ໃຫ້​ແຂງ​ແຮງ ແຕ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ, ບໍ່​ຖື​ເອົາ​ການ​ແພ້, ຊະນະ​ເປັນ​ສຳຄັນ ຫາກ​ການ​ລະ​ຫຼີ້ນຍາມ​ໃດ​ກໍ່ສະ​ແດງ​ຄວາມ​ມ່ວນ​ຊື່ນ“.

     ​ໃນ​ສັງຄົມ​ທັນ​ສະ​ໄໝ, ການ​ດຶງ​ເຊືອກ​ຍັງ​ແມ່ນ​ການ​ລະ​ຫຼີ້ນ​​ທົ່ວ​ໄປ​ໃນ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນສຳລັບ​ນັກຮຽນ, ນັກ​ສຶກສາ, ຜູ້​ອອກ​ແຮງ​ງານ… ການ​ຍື່ນ​ສະ​ໜີ​ຕໍ່​ອົງການ​ອູ​ແນ​ສະ​ໂກ​ເພື່ອ​ຮັບຮອງ “ພິທີ ​ແລະ ການ​ລະ​ຫຼີ້ນດຶງ​ເຊືອກ“ ແມ່ນ​ມໍລະດົກວັດທະນະທຳ​ບໍ​ມີ​ຮູບ​ຮ່າງ​ຂອງມວນ​ມະນຸດ​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ເຜີຍ​ແຜ່, ທະວີຄູນ​ຄວາມ​ເມົາ​ມົວ, ຄວາມນິຍົມທີ່​ມີ​ຕໍ່​ການ​ດຶງ​ເຊືອກ​ພື້ນ​ເມືອງ ຊື່​ງ​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ