ພົນເອກ ຫວໍງວຽນຢາບ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເຈິ່ນຮົ່ງ

(VOVWORLD) -            “ຊອກຫາຄວາມງາມໃນຊີວິດປະຈຳວັນໃນຮູບພາບພົນເອກຂອງປະຊາຊົນ”. ນີ້ແມ່ນເຫດຜົນໃນຕະຫຼອດກວ່າ 20 ປີທີ່ນັກຂ່າວພັນເອກເຈິ່ນຮົ່ງອະດີດນັກຂ່າວໜັງສືພິມກວນໂດ້ຍເຍິນເຢິນ ໄດ້ຕິດຕາມ ພົນເອກຫວໍງວຽນຢາບເພື່ອຖ່າຍຮູບ. ດ້ວຍອາລົມຈິດຄວາມເຄົາລົບນັບຖືຂອງຕົນແລະຜ່ານກ້ອງຖ່າຍ, ພັນເອກເຈິ່ນຮົ່ງໄດ້ບັນທຶກຮູບພາບຕ່າງໆທີ່ສວຍງາມທີ່ສຸດລຽບງ່າຍທີ່ສຸດຂອງທ່ານພົນເອກ.
ພົນເອກ ຫວໍງວຽນຢາບ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເຈິ່ນຮົ່ງ - ảnh 1ຮູບພາບທ່ານພົນເອກຫວໍງວຽນຢາບ ຍາມໃດກໍຝັງເລິກໃນຫົວໃຈຂອງ ທ່ານພັນເອກເຈິ່ນຮົ່ງ

    ໃນຫ້ອງນ້ອຍໆຊັ້ນສອງທີ່ເຮືອນເລກທີ 3 ຖະໜົນເດື່ອງແທັ່ງ ຮ່າໂສ້ຍແມ່ນບ່ອນທີ່ພັນເອກເຈິ່ນຮົ່ງໄດ້ເກັບຮັກສາບັນດາຮູບຖ່າຍອັນລ້ຳຄ່າຂອງຕົນ. ໃນນັ້ນມີຮູບຖ່າຍນັບພັນແຜ່ນກ່ຽວກັບທ່ານພົນເອກຫວໍງວຽນຢາບ. ຮູບຖ່າຍແຕ່ລະແຜ່ນໄດ້ຖືກທ່ານຈົດບັນທຶກແລະເກັບຮັກສາຢ່າງລະອຽດທີ່ສຸດ. ທ່ານໄດ້ແບ່ງປັນວ່າເມື່ອຮຽນຈົບວິຊາລົງເລິກຂະແໜງຖ່າຍຮູບຢູ່ໂຮງຮຽນໂຄສະນາອົບຮົມສູນກາງ ປັນຈຸບັນແມ່ນສະຖານບັນສື່ມວນຊົນແລະໂຄສະນາ,ປີ 1973 ທ່ານໄດ້ກາຍເປັນນັກຂ່າວມືກ້ອງຂອງໜັງສືພິມກວນໂດ້ຍເຍິຍເຢິນ. ແລະກໍ່ໃນປີດຽວກັນເປັນຄັ້ງທຳອິດທ່ານໄດ້ພົບແລະໄດ້ຖ່າຍຮູບຂອງທ່ານພົນເອກຫວໍງວຽນຢາບ. ພັນເອກເຈິ່ນຮົ່ງໃຫ້ຮູ້ວ່າ:

     “ຂ້າພະເຈົ້າເຄີຍຖ່າຍຮູບເຄິ່ງຄີງແລະໄດ້ມີໂອກາດທີ່ດີໄດ້ຖ່າຍຮູບເຄິ່ງຄີງຜູ້ນຳຂອງຊາດຫວຽດນາມ ດັ່ງນັ້ນເມື່ອເຮັດວຽກຂ້າພະເຈົ້າກໍ່ມີຄວາມເມົາມົວທີ່ສຸດ. ຂ້າພະເຈົ້າຄິດວ່າຍ້ອນຄວາມເມົາມົວນີ້ເອງໄດ້ເຮັດໃຫ້ທ່ານພົນເອກມີຄວາມສົນໃຈ. ມີບາງຄັ້ງທ່ານພົນເອກໄດ້ຖາມວ່າເປັນຫຍັງນ້ອງຖ່າຍຮູບອ້າຍຫຼາຍແທ້?ສິ່ງນີ້ໄດ້ເປັນການສະແດງໃຫ້ເຫັນວ່າເພິ່ນໄດ້ສັງເກດດົນແລ້ວ. ຂ້າພະເຈົ້າກໍ່ໄດ້ຕອບວ່າຂໍຮຽນທ່ານພົນເອກ ເປັນຫຍັງທ່ານພົນເອກໄດ້ໃຫ້ຂ້າພະເຈົ້າຖ່າຍຮູບຫຼາຍເຊັ່ນນີ້”.

       ສຳລັບພັນເອກເຈິ່ນຮົ່ງ ການຖ່າຍຮູບທ່ານພົນເອກຫວໍງວຽນຢາບກໍ່ແມ່ນຄວາມເມົາມົວຢ່າງແຮງກ້າໃນຊີວິດເປັນມືກ້ອງ, ພ້ອມທັງກໍ່ແມ່ນຄວາມເຄົາລົບນັບຖືອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງຂອງທ່ານທີ່ມີຕໍ່ທ່ານພົນເອກທີ່ເກັ່ງກ້າສາມາດຂອງກອງທັບປະຊາຊົນຫວຽດນາມ. ພັນເອກເຈິ່ນຮົ່ງໃຫ້ຮູ້ຕື່ມອີກວ່າ:

     “ເມື່ອໃນກ້ອງຖ່າຍຂອງຂ້າພະເຈົ້າມີຮູບຂອງທ່ານພົນເອກ, ຂ້າພະເຈົ້າໄດ້ຕັ້ງໃຈສັງເກດເພື່ອເຮັດແນວໃດຈະຖ່າຍເອົາບັນດາຮູບພາບທີ່ເຮົາພໍໃຈທີ່ສຸດ. ນັ້ນແມ່ນຮູບພາບຂອງຜູ້ນຳທີ່ຍິ່ງໃຫຍ່ ແຕ່ພັດຢູ່ໃນສະພາບກໍລະນີທີ່ລຽບງ່າຍເຮັດໃຫ້ຜູ້ຊົມບໍ່ມີໄລຍະຫ່າງແລະຮູ້ສຶກໃກ້ຊິດສະໜິດສະໜົມທີ່ສຸດ”.

     ພັນເອກເຈິ່ນຮົ່ງແບ່ງປັນວ່າໃນການຖ່າຍຮູບທ່ານພົນເອກເປັນຄັ້ງທຳອິດ, ທ່ານມີຄວາມຕື້ນຕັນໃຈແລະມີຄວາມເອກອ້າງທະນົງໃຈທີ່ສຸດເພາະວ່າຕົນເອງໄດ້ມີໂອກາດໄດ້ພົບໄດ້ຖ່າຍຮູບກ່ຽວກັບທ່ານພົນເອກທີ່ເກັ່ງກ້າສາມາດຂອງຊາດຫວຽດນາມເຊິ່ງແມ່ນຜູ້ທີ່ຍາມໃດທ່ານກໍ່ມີຄວາມເຄົາລົບນັບຖືແລະຮູ້ບຸນຄຸນຍ້ອນຄຸນງາມຄວາມດີເຊິ່ງທ່ານພົນເອກໄດ້ອຸທິດສ່ວນໃຫ້ແກ່ປະເທດຊາດ. ໄລຍະຕໍ່ມາເມື່ອທ່ານໄດ້ມີເວລາໄດ້ພົບໄດ້ໂອ້ລົມແລະໄດ້ຖ່າຍຮູບທ່ານພົນເອກຫຼາຍຄັ້ງນັ້ນ ຄວາມຮັກແພງໃນຈິດໃຈຂອງທ່ານກໍ່ຍິ່ງເຕີບໃຫຍ່ຂຶ້ນຕາມວັນເວລາ. ໃນສາຍຕາຂອງພັນເອກເຈິ່ນຮົ່ງທ່ານພົນເອກຜູ້ບັນຊາການໃຫຍ່ ຫວໍງວຽນຢາບກໍ່ແມ່ນຜູ້ສົມບູນມີຄຸນນະທາດບຸກຄະລິກກະພາບທີ່ຜູ້ຄົນທັງຫຼາຍມີຄວາມຫວັງຢາກໄດ້ ນັບທັງຜູ້ເປັນສັດຕູຂອງທ່ານພົນເອກກໍ່ຕ້ອງມີຄວາມເຄົາລົບນັບຖືຍ້ອງຍໍສັນລະເສີນຄືດັ່ງນາຍພົນເທບນິຍາຍຂອງຫວຽດນາມພັນເອກເຈິ່ນຮົ່ງເວົ້າວ່າ:

     “ຖ່າຍຮູບທ່ານພົນເອກແມ່ນຍາກທີ່ສຸດເພາະວ່າເພິ່ນແມ່ນບຸກຄົນທີ່ຍິ່ງໃຫຍ່ ພິເສດແມ່ນບັນດາຜູ້ຄົນຊາວຕ່າງປະເທດເມື່ອເວົ້າເຖິງທ່ານພົນເອກກໍ່ແມ່ນເວົ້າເຖິງຄວາມເກັ່ງກ້າສາມາດດ້ານການທະຫານຂອງທ່ານ, ໃຜໆກໍ່ຢັ້ງຢືນສິ່ງດັ່ງກ່າວ. ແຕ່ມີສິ່ງໜຶ່ງຢູ່ບ່ອນວ່າໃນແງ່ມູມໃດກໍ່ຕາມຮູບພາບທ່ານພົນເອກກໍ່ສໍ່ສະແດງໃຫ້ເຫັນຄຸນທາດຂອງວັດທະນະທຳແລະຊາວ ຫວຽດນາມ. ເພາະສະນັ້ນການຖ່າຍຮູບທ່ານພົນເອກຢູ່ໃນແງ່ມູມໃດໆກໍ່ລ້ວນແຕ່ຮູ້ສຶກມີຄວາມໃກ້ຊິດສະໜິດສະໜົມ”.

       ເຖິງວ່າທ່ານພົນເອກຫວໍງວຽນຢາບໄດ້ລ່ວງຫຼັບໄປແລ້ວກໍ່ຕາມແຕ່ຮູບພາບທ່ານພົນເອກຍາມໃດກໍ່ຝັງເລິກໃນຫົວໃຈຂອງຊາວຫວຽດນາມທຸກໆຄົນດ້ວຍໃບໜ້າສີຕາຍິ້ມແຍ້ມແຈ່ມໃສແລະຍາມໃດກໍ່ແມ່ນສັນຍາລັກແຫ່ງນ້ຳໃຈທີ່ໜັ້ນຄົງໜັກແໜ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ