ພາບດົງໂຮ່, ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ

(vovworld)- ພາບ​ດົງ​ໂຮ່ ຢູ່ ແຂວງ ບັກ​ນີງ ແມ່ນ​ປະ​ເພດ​ພາບ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຂຶ້ນ​ກັບ​ພາບ​ພື້ນ​ເມືອງ​ພິມ​ຈາກແມ່​ພິມ​ເຮັດ​ດ້ວຍ​ໄມ້ ໂດຍ​ປະ​ຊາ​ຊົນ​ໝູ່​ບ້ານ ດົງ​ໂຮ່ ຜະ​ລິດ ແລະ ພັດ​ທະ​ນາ​ເປັນ​ໝູ່​ບ້ານ​ອາ​ຊີບ. ພາບ​ດົງ​ໂຮ່​ແຕ່​ລະ​ແຜ່ນ ແມ່ນສະ​ແດງ​ໃຫ້​ເຫັນ​ເລື່ອງ​ລາວ​ເລື່ອງ​ຫນຶ່ງ​​ມີ​ລັກ​ສະ​ນະ​​ປັດ​ສະ​ຍາ, ແມ່ນ​ສານ​​ທີ່​ເຕັມ​ໄປ​ດ້ວຍ​ຄຸນ​ສົມ​ບັດ, ຫລັກສິນ​ທຳ ແລະ ການ​ເຫລື້ອ​ມ​ໃສ​ຢ່າງ​ເລິກ​ເຊິ່ງ ຊື່ງ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ໄດ້​ຝາກ​ຝັງ.
ພາບດົງໂຮ່, ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ - ảnh 1
​ພາບ​ພື້ນ​ເມືອງ ດົງ​ໂຮ່: ງານ​ແຕ່ງດອງ​ຂອງ​ໂຕ​ຫນູ

        ພາບ​ພື້ນ​ເມືອງ ດົງ​ໂຮ່ ​ປະ​ກົດ​​ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ XVII ຢູ່ ໝູ່​ບ້ານ ດົງ​ໂຮ່ ແຂວງ ບັກ​ນິງ. ພາບ​ພື້ນ​ເມືອງ ດົງ​ໂຮ່ ຄົງ​ຕົວ​ຍາວ​ນານ ແລະ ມີ​ກຳ​ລັງ​ດຶງ​ດູດ​ພິ​ເສດ ສຳ​ລັບ​ຊາວ​ຫວຽດ​ນາມ​​ຫລາຍ​ລຸ້ນ​ຄົນ ກໍ​ຄື​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ຍ້ອນ​ບັນ​ດາ​ຫົວ​ເລື່ອງ​ໃນ​ພາບ​ດົງ​ໂຮ່​ແມ່ນ​ສ່ອງ​ແສງ​​ເຖິງຊີ​ວິດຕົວ​ຈິງ, ມີ​ຊີ​ວິດ​ຊີ​ວາ ກໍ​ຄື​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຊາວ​ຫວຽດ​ນາມ. ບັນ​ດາ​ຄວາມ​ໄຝ່​ຝັນ, ຄວາມ​ມຸ່ງ​ຫວັງ​ມີ​ຊີ​ວິດ​ຂອງ​ມະ​ນຸດ​ກ່ຽວ​ກັບ​ຊີ​ວິດ​​ທີ່ອີ່ມ​ໜຳ​ສຳ​ລານສົມ​ບູນ​ພູນ​ສຸກ ໄດ້​ສ່ອງ​ແສງ​​ໃຫ້​ເຫັນຢ່າງ​​ຈະ​ແຈ້ງ ໃນ​ພາບ​ພື້ນ​ເມືອງ​ປະ​ເພດນີ້. ພາບ​ດົງ​ໂຮ່ ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມເຂົ້າ​ໃຈ​ງ່າຍ, ຮູບ​ພາບ​ແມ່ນຈະ​ແຈ້ງ, ຕອບ​ສະ​ຫນອງ​ຄວາມ​ຕ້ອ​ງ​ການ​ກ່ຽວ​ກັບ​ຈິດ​ຕະ​ສາດ, ແນວ​ຄິດ, ອາ​ລົມ​ຈິດ ແລະ ຄວາມ​ຫວັງ​ຂອງ​ຫລາຍ​ເປົ້າ​ໝາຍ ສະ​ນັ້ນ ພາບ​ດົງ​ໂຮ່ ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ. ເມື່ອ​ເວົ້າ​ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ພາບ​ພື້ນ​ເມືອງ​ປະ​ເພດນີ້, ນັກ​ສິ​ລະ​ປະ​ການ ຫງວຽນ​ດັງ​ເຈ, ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ນັກ​ສິ​ລະ​ປະ​ການ ​ທີ່​ມີອາ​ຍຸ​ສູງ ​ແຕ່ຍັງ​​ຄົງຮັກ​ສາ​ອາ​ຊີບ​ຜະ​ລິດ​ພາບ​ດົງ​ໂຮ່ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ໂດຍ​ຖື​ວ່າ: ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ, ມີ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ​ພາບ​ດົງ​ໂຮ່ ດ້ວຍ​ບັນ​ດາ​ປະ​ເພດ​ພາບ​ພື້ນ​ເມືອງ, ​ພາບເຢາະ​ເຢີ້ຍ. ແຕ່​ຍັງ​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນຂອງ​ພາບພື້ນ​ເມືອງ​ປະ​ເພດນີ້ ຊື່ງບໍ່​ທັນ​ມີ​ຫລາຍ​ຄົນ​ສົນ​ໃຈ, ນັ້ນ​ແມ່ນ​ບັນ​ດາ​ພາບ​ພື້ນ​ເມືອງ​​ທີ່ສ່ອງ​ແສງ​​ເຖິງການ​ປ່ຽນ​ແປງ​ຂອງ​​ຍຸກສະ​ໄຫມ, ເປັນ​ການ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ​ຂອງ​ພາບ​ພື້ນ​ເມືອງ ດົງ​ໂຮ່. ນັກ​ສິ​ລະ​ປະ​ການ ຫງວຽນ​ດັງ​ເຈ ໃຫ້​ຮູ້​ວ່າ:

        “ເມື່ອ​ເວົ້າ​ເຖິງ​ພາບ​ພື້ນ​ເມືອງ ດົງ​ໂຮ່ ຜູ້​ໃດ​ກໍ​ນິ​ຍົມ​ພາບ​ງານດອງ​ຂອງ​​ໂຕຫນູ. ກ່ອນນີ້ ພາບ​ດົງ​ໂຮ່ ບໍ່​ມີ​​ຮູບ​ພາບ​ກ່ຽວ​ກັບ​ສິ​ລະ​ປະຂັບ​ກວານ​ຫໍ້ ບັກ​ນີງ ແຕ່​ມາ​ເຖິງ​ປະ​ຈຸ​ບັນ ໄດ້​ນຳ​ເອົາ​ຫົວ​ເລື່ອງນີ້ເຂົ້າ​ໃນ​ພາບ​ແລ້ວ. ນອກນັ້ນ ຍັງ​ມີ​ຫົວ​ເລື່ອງ​ເວົ້າ​ເຖິງ​ການ​ຮ່ຳ​ຮຽນ. ເຮັດ​ແນວ​ໃດ ເພື່ອ​ນຳ​ເອົາ​ພຶດ​ຕິ​ກຳ​ຕົວ​ຈິງ​ເຂົ້າ​​ໃນພາບ​ພື້ນ​ເມືອງ ດົງ​ໂຮ່.”

        ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ດຶງ​ດູດ​ຜູ້​ຊົມ​ຂອງ​ພາບ​ພື້ນ​ເມືອງ ດົງ​ໂຮ່ ນັ້ນ​ແມ່ນ​ສີ​ສັນ ແລະ ເຈ້ຍ​ພິມ. ​ເຈ້ຍ​ໃຊ້​ເພື່ອ​ພິມ​ຮູບ​ພາບແມ່ນ​ເຈ້ຍຢໍ​ (ເຈ້ຍ​ສາ) ເຮັດ​ດ້ວຍ​ເປືອກ​​ໄມ້ປໍ​ສາ ທັງ​ເປາະ, ອ່ອນ, ບາງ ​ແລະ ຫຍາບ​, ຈູບ​ສີ​ງ່າຍ, ເມື່ອ​ພິມ​ພາບ ສີ​ຈະບໍ່​​ມົວ. ເຈ້ຍ​ປະ​ເພດນີ້​ຖືກທາ​ນ້ຳແປ້ງ​ປະ​ເພດ​ຫນຶ່ງ ​​ເຊິ່ງ​ເຮັດ​ດ້ວຍ​ແປ້ງ​ເຂົ້າ​ຈ້າວ ຫລື ເຂົ້າ​ຫນຽວ​​ຕົ້ມປົນ​ກັບ​​ແປ້ງເປືອກ​ຫອຍ​ທະ​ເລ ເອີ້ນ​ວ່າ ໂຮ່​ດຽບ. ​ທ່ານ​ນາງ ຫວູ​ທິ​ຢູງ, ລູກ​ໃພ້​ຂອງ​ນັກ​ສິ​ລະ​ປະ​ການ ຫງວ​ຽນ​ດັງ​ເຈ ໃຫ້​ຮູ້​ວ່າ:

ພາບດົງໂຮ່, ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ - ảnh 2

        “ເຈ້ຍ​​ສາທີ່​ນຳ​ເອົາ​ມາ​ທາ​ໂຮ່​ດຽບ​ຈະອອກ​ເປັນ​ສີ​ຂາວ. ເມື່ອ​ມີ​​ເອົາ​ເຈ້ຍ​ປະ​ເພດ​ນີ​ໄປ​ຕາກ​ແດດຫນ້ອຍ​ຫນຶ່ງ​ຈະ​ແຫ້ງ​ໄວ ແຕ່​ຫາກ​ຖືກ​ລົມ​ພັດ​ມາ​ເຈ້ຍ​ຈະ​ຖືກ​ເປເພ​ໝົດ. ເມື່ອ​​ຫນ້າເຈ້ຍ​ ບໍ່​ລະ​ອຽດ​ກໍ​ຈະ​ລຽບ​ໃຫ້​ຮາບພຽງ ​ເພື່ອພິມ​ພາບ​ງ່າຍ,  ຈູບ​ສີ, ມີ​ລວດ​ລາຍ​ລະ​ອຽດ ແລະງາມກວ່າ.”

        ຂັ້ນ​ຕອນ​ທາ​ໂຮ່​ດຽບ ​ໃ​ສ່​ຫນ້າ​ເຈ້ຍ​ສາ ​ຕ້ອງ​ໃຊ້​ເວ​ລາ​ນານ​ສົມ​ຄວນ. ປະ​ຊາ​ຊົນ​ຢູ່​ໝູ່​ບ້ານຜະ​ລິດ ພາບພື້ນ​ເມືອງ​ດົງ​ໂຮ່ໄດ້ ນຳ​ໃຊ​້​ຟອຍ​ໃບ​ແປກ​ເພື່ອ​ທາ​ສີ. ຢູ່​ໃນ​ພາບ​ພື້ນ​ເມືອງ ດົງ​ໂຮ່, ​ສະ​ເພາະ​ສີ​ເຫລືອງ​ເຫລື້ອມຂອງ​ໂຮ່​ດຽບ​ກໍ​ເປັນ​ການ​ດຶງ​ດູດ​ໃຈຜູ້​ຊົມ​ທີ່​ສຸດ. ນັກ​ສິ​ລະ​ປະ​ການ ຫງວຽນ​ທິ​ແອງ, ​ປະ​ຊາ​ຊົນ​ໝູ່​ບ້ານ​ຜະ​ລິດ​ພາບ​ພື້ນ​ເມືອງ ດົງ​ໂຮ່ ໃຫ້​ຮູ້​ວ່າ:

        “ດຽບ ຫລື ຫອຍ​ທະ​ເລ ພວກ​ຂ້າ​ພະ​ເຈົ້າ​ເອົາມາ​ເຮັດ​ແມ່ນ​ພາກ​ສ່ວນ​ປໍ້​ຂອງ​ມັນ ​ ເພາະ​ຫອຍ​ປະ​ເພດນີ້ແມ່ນ​ອ່ອນ ເວ​ລາ​ຕ່ຳຈະ​ງ່າຍກວ່າ. ​ຫອຍ​ແກ່​ພວກ​ຂ້າ​ພ​ະ​ເຈົ້າ​ບໍ່​ເອົາ ເພາະ​ປໍ້ມັນ​ແຂງ ເວ​ລາ​ຕຳ​ເປັນ​ແປ້ງ​​ຍາກກວ່າ.”

 ສີ​ສັ​ນ​ທີ່ນຳ​ໃຊ້​ໃນ​ພາບ​ພື້ນ​ເມືອງ ດົງ​ໂຮ່ ກໍ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ວິ​ວັດ​ການ​ປະ​ດິດ​ສ້າງ, ​ຄົ້ນຫາ, ຊອກ​ຫາ ແລະ ນຳ​ໃຊ້​ບັນ​ດາ​ວັດ​ຖຸ​ທຳ​ມະ​ຊາດ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ. ດ້ວຍ​ບັນ​ດາ​ວັດ​ຖຸ​ທີ່​ເປັນ​ທຳມະຊາດ, ພາບ​ພື້ນ​ເມືອງ ​ຈຶ່ງດົງ​ໂຮ່ ມີ​ສ​ີ​ສັນ​ທີ່ໃກ້​ຊິດ​ສະ​ຫ​ນິດ​ສະ​ຫນົມ ແລ​ະ ພິ​ເສດ​ທີ່​ສຸດ ​ພຽງ​ແຕ່​ມີຢູ່​ຫວຽດ​ນາມເທົ່າ​ນັ້ນ.

        “ຂ້າ​ພະ​ເຈົ້າ ຍັງ​ແຕ້ມ​ພາບ​ພື້ນ​ເມືອງ​​ຕາມ​ຂັ້ນ​ຕອນ​ການ​ຜະ​ລິດຂອງ​ຄົນ​ລຸ້ນ​ກ່ອນ ຫາກບໍ່​ແຕ້ມ​ພາບ​ທັນ​ສະ​ໄຫມ. ​ເມື່ອແຕ້ມ​​ໃສ່ ເຈ້ຍ​ສາ. ສີ​ແດງ​ແມ່ນ​ເອົາ​ມາ​ຈາກ​ຫີນ​ກ້ອນ, ສີ​ດຳ​ແມ່ນ​ເອົາ​ມາ​​ເຟືອງທີ່​ຈູດ​ແລ້ວ, ສີ​ເຫລືອງ​ເອົາ​ຈາກ​ດອກ​ໄມ້​ຊ​ະ​ນິດ​ຫນຶ່ງ.. ນັ້ນ​ແມ່ນ​ວັດ​ຖຸທຳ​ມະ​ຊາດ​ຂອງ​ຕົ້​ນໄມ້​ໃບ​ຫຍ້າ​ ​ຢູ່ ຫວຽດ​ນາມ ເພື່ອ​ສ້າງ​ເປັນ​ພາບ​ພື້ນ​ເມືອງ​ທີ່​ສ​ວຍ​ງາມ.”

        ດ້ວຍ 3 ສີຕົ້ນ​ຕໍ, ນັ້ນ​ແມ່ນສີ​ຂາວ​ຂອງ​​ໂຮ່ດຽບ, ສີ​ເຫລືອງ​ຂອງດອກໄມ້​ຊະ​ນິດ​ຫນຶ່ງ ແລະ ສີ​ແດງຈາກ​ກ້ອນ​ຫີນ ໂດຍ​ນັກ​ສິ​ລະ​ປະ​ການ ໄດ້​ປະ​ສົມ​ກັບ​ສີ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຈຳ​ນ​ວນ​ຫນຶ່ງ​ຂອງ​ພາບ​ພື້ນ​ເມືອງ ດົງ​ໂຮ່. ດ້ວຍ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ ພ້ອມ​ກັບ​ເຕັກ​ນິກ​ໃນ​ການ​ປະ​ສົມ​ສີ, ເຕັກ​ນິກ​ພິມ​ພາບ ໄດ້​ເຮັດ​ໃຫ້​ພາບ​ພື້ນ​ເມືອງ​ດົງ​ໂຮ່ ມີ​ຫລາຍສີ​ສັນທຳ​ມະ​ຊາດ, ​ເມື່ອ​ເບິ່ງ​ແລ້ວ​ຄື​ວ່າ​ມີ​ຄວາມ​ສະ​ຫນິດ​ສະ​ຫນົມ, ເໝາະ​ສົມ​ກັບ​​ໃນຊີ​ວິດ​  ​ຂອງ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ