ຟື້ນຟູ, ປັບປຸງສິລະປະຂັບບູຊາໃນກາຈູ່

(VOVWORLD) - ສິລະປະຂັບບູຊາຂອງກາຈູ່ເກືອບຄືວ່າຖືກເສື່ອມເສຍໄປແລ້ວ ຍ້ອນບໍ່ມີຜູ້ຂັບ. ພາຍຫຼັງຄົ້ນຄ້ວາ ກາຈູ່ ສົມທົບກັບການສະສົມ, ຟື້ນຟູມາເປັນເວລາ 3 ປີ, ນັກຄົ້ນຄ້ວາດົນຕີ ບູ່ຍຈ້ອງຮ່ຽນ (ສະຖາບັນວັດທະນະທຳ ສິລະປະ ຫວຽດນາມ) ແລະ ໜ່ວຍຮ່ວມງານ ໄດ້ຟື້ນຟູສິລະປະຂັບບູຊາທີ່ຖືກເສື່ອມເສຍໄປໃນ 60 ປີຜ່ານມາແລ້ວ ສຳເລັດຜົນ. ດ້ວຍຄວາມຊຳນານໃນການຂັບຮ້ອງ, ແລະ ການສະແດງຖືກກັບກິກິລິຍາທ່າທາງທີ່ເປັນມູນເຊື້ອ.
ຟື້ນຟູ, ປັບປຸງສິລະປະຂັບບູຊາໃນກາຈູ່ - ảnh 1 ກຸ່ມຂັບກາຈູ່ ຟູທິ

ພ້ອມກັບຂັບຕ່ວງ, ຂັບແຈ່ວ, ຂັບກາຍເລືອງ… ແລ້ວ, ຂັບກາຈູ່ແມ່ນສິລະປະຂັບຮ້ອງພື້ນເມືອງທີ່ເຕັມໄປດ້ວຍມູນເຊື້ອຂອງ ຫວຽດນາມ, ກາຈູ່ ກໍ່ແມ່ນມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນພະບຸລຸດ, ທີ່ມີການປະສານສົມທົບຢ່າງມີຊີວິດຊີວາລະຫວ່າງຂັບຮ້ອງກັບດົນຕີ.

ນັບແຕ່ເດືອນກັນຍາ 2014, ນັກຄົ້ນຄ້ວາດົນຕີ ບູ່ຍຈ້ອງຮ່ຽນເລີ່ມຄົ້ນຄ້ວາຮູບການຂັບບູຊາໃນກາຈູ່. ໃນຈຸດເວລານັ້ນ, ມີພຽງພໍ່ເຖົ້າ ຫງວຽນຟູເດະ ເປັນນັກດົນຕີອາຊີບຜູ້ສຸດທ້າຍໃນສັະຕະວັດທີ 20 ເທົ່ານັ້ນ. ພໍ່ເຖົ້າ ຫງວຽນຟູເດະ ກໍ່ແມ່ນນັກສິລະປິນໜຶ່ງດຽວທີ່ເຄີຍເຂົ້າຮ່ວມການສະແດງຂັບກາຈູ່ທັງຮູບການຂັບບູຊາໄດ້, ສະນັ້ນສາມາດໃຫ້ຄໍາປຶກສາຢ່າງຊັດເຈນກ່ຽວກັບສິລະປະຂັບກາຈູ່ໄດ້. ທ້າຍປີ 2016, ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ໄດ້ຮັບການມອບໝາຍໃຫ້ປະຕິບັດໂຄງການ “ອານຸລັກຮັກສາການຂັບກາຈູ່ຢູ່ຮ່າໂນ້ຍຕາມວິທີສຳຜັດແບບໃໝ່ ”ຢ່າງເປັນທາງການຈາກ ສະຖາບັນວັດທະນະທຳສິລະປະ ຫວຽດນາມ. ຕົ້ນປີ 2017, ທ່ານໄດ້ສ້າງຕັ້ງກຸ່ມຂັບກາຈູ່ ຟູທິ, ຖືເອົາກຸ່ມນີ້ເປັນເປົ້າໝາຍໃນການປະຕິບັດລະບົບທິດສະດີທີ່ຫາກໍ່ຄົ້ນຄວ້າ.

ແຕ່ລະເທື່ອເມື່ອຟື້ນຟູ, ສົມສົມໄດ້ບົດຂັບຮ້ອງໃດນັ້ນ, ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ກໍ່ໄປຍັງແຂວງ ຫາຍເຢືອງ ເພື່ອອາໄສ ພໍ່ເຖົ້າ ຫງວຽນຟູເດະ ປະເມີນຜົນໃຫ້. ເມື່ອທ່ານຄົ້ນຄວ້າສຳເລັດໂດຍພື້ນຖານນັ້ນ ນັກສິນລະປິນ ຫງວຽນຟູເດະ ກໍ່ເປັນພະຍາດ. ແຕ່ທ່ານກໍ່ບໍ່ທໍ້ຖອຍໃຈ, ຫາກສືບຕໍ່ອອກເຫື່ອເທແຮງຄົ້ນຄວ້າວິທີຂັບບູຊາໃນກາຈູ່. ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ໃຫ້ຮູ້ວ່າ :

             ໃນເມື່ອກ່ອນ ເຂົາເຈົ້າຂັບກາຈູ່ແບບເປັນກັນເອງ. ຂ້າພະເຈົ້າໄດ້ອັດສຽງຂັບກາຈູ່ ບັນດາຜູ້ເຖົ້າໄວ້ທັງໝົດ ເພື່ອສອນໃຫ້ພວກນ້ອງ. ຂ້າພະເຈົ້າຖ່າຍທອດບັນດາຄຸນຄ່ານັ້ນດ້ວຍແຜນວາດ, ດ້ວຍບົດດົນຕີ ເພື່ອໃຫ້ພວກນ້ອງເຂົ້າໃຈງ່າຍ.

ຟື້ນຟູ, ປັບປຸງສິລະປະຂັບບູຊາໃນກາຈູ່ - ảnh 2 ກຸ່ມຂັບກາຈູ່ ຟູທິ

 ນັບແຕ່ກ່ອນມາຮອດປັດຈຸບັນ, ບັນດານັກສິລະປິນຂັບກາຈູ່ພຽງແຕ່ຮຽນຂັບຜ່ານຮູບການແຜ່ຜາຍປາກຕໍ່ປາກ, ສະນັ້ນຈຶ່ງມີຄວາມຈຳກັດຢ່າງແນ່ນອນ, ບໍ່ຖືກກັບວິທີຂັບທີ່ເປັນມູນເຊື້ອ. ໂຄງການອະນຸລັກຮັກສາ ກາຈູ່ ຢູ່ ຮ່າໂນ້ຍ ຕາມວິທີສຳຜັດແບບໃໝ່, ເຊິ່ງ ບູ່ຍຈ້ອງຮ່ຽນ ພ້ອມກັບຜູ້ຮ່ວມງານດຳເນີນ ໄດ້ສະຫຼຸບເປັນທິດສະດີ, ຈາກນັ້ນແມ່ນປະຕິບັດຖືກຕາມມາດຕະຖານ ກາຈູ່ທີ່ເປັນມູນເຊື້ອ. ກິດຈະກຳຄົ້ນຄ້ວາ ກາຈູ ຂອງ ບູ່ຍຈ້ອງຮ່ຽນ ແລະ ບັນດາຜູ້ຮ່ວມງານແມ່ນການຄົ້ນຫາໃໝ່ໃນການຄົ້ນຄ້ວາດົນຕີທີ່ເປັນມູນເຊື້ອ. ທ່ານຮອງ ສຈ - ປອ ເລືອງຮົ່ງກວາງ, ຮອງຫົວໜ້າສະຖາບັນວັດທະນະທຳ ສິລະປະ ຫວຽດນາມ, ໃຫ້ຮູ້ວ່າ:

           “ໂຄງການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ ກາຈູ່ ຢູ່ນະຄອນ ຮ່າໂນ້ຍ ແມ່ນເພື່ອແນໃສ່ຝຶກອົບຮົມຂັບກາຈູຕາມແບບວິທີ ແລະ ການສຳຜັດແບບໃໝ່. ຕາມນັ້ນແລ້ວ, ບັນດານັກຂັບກາຈູ່ ແລະ ນັກດົນຕີຈະປະຕິບັດຖືກຕາມຈັ່ງຫວະ, ທຳນອງດົນຕີ ແລະ ເຂົ້າໃຈໄດ້ໂຄງປະກອບດົນຕີພື້ນເມືອງນີ້. ໂຄງການຟື້ນຟູຂັບກາຈູ່ຂອງຊາວ ຫວຽດນາມ, ດ້ວຍສິລະປະຂັບບູຊາທີ່ຖືກເສື່ອມເສຍໄປມາຫຼາຍປີແລ້ວນັ້ນ. ມາຮອດປັດຈຸບັນ, ບັນດາສະມາຊິກຂອງກຸ່ມໂຄງການສາມາດປະຕິບັດມໍລະດົກເຊິ່ງບັນພະບຸລຸດສ້າງໄວ້ໄດ້ດ້ວຍຄວາມຊຳນານ“.

ຄຽງຂ້າງເອກະສານຟື້ນຟູນັ້ນ, ບຸ່ຍຈ້ອງຮ່ຽນ ແລະ ກຸ່ມກາຈູ່ຟູ໋ທິ ຍັງສະເໜີຕົວ Album “ຂັບບູຊາ“ ໃນນັ້ນປະກອບມີບັນດາບົດກາຈູ່ທີ່ມີລັກສະນະພື້ນຖານ. ໃນນັ້ນມີບາງທຳນອງໄດ້ຮັບການແນະນຳເປັນເທື່ອທຳອິດພາຍຫຼັງຖືກເສື່ອມເສຍໄປເປັນເວລາ60 ປີ. ທ່ານ ບູ່ຍຈ້ອງຮ່ຽນໄດ້ປະສົບຜົນສຳເລັດໃນການລວບລວມເອົາວິທີເສບດົນຕີ ແລະ ຂັບກາຈູ່ຂອງບັນດານັກສິລະປິນຂັບກາຈູ່ທີ່ມີຊື່ສຽງໃນເມື່ອກ່ອນເພື່ອຖອດຖອນເປັນກົດເກັນ, ໝູນໃຊ້ເຂົ້າໃນພາກຕົວຈິງ. ຮອງສາສະດາຈານ - ປອ ຫວູເຍິດທັງ, ອະດີດຫົວໜ້າວິຊາທິດສະດີດົນຕີພື້ນເມືອງ, ສະຖາບັນດົນຕີແຫ່ງຊາດ ຫວຽດນາມ, ຕີລາຄາວ່າ:

 “ຕາມຂ້າພະເຈົ້າແລ້ວ, ນີ້ແມ່ນກິດຈະກຳຄົ້ນຄ້ວາລະອຽດລະອໍ ແລະ ມີຄຸນຄ່າທີ່ສຸດ. ເຖິງວ່າຈະເປັນວຽກງານໃຫຍ່ກໍ່ຕາມ, ແຕ່ ບຸ່ຍຈ້ອງຮ່ຽນໄດ້ເຮັດຢ່າງເປັນລະບົບຖືກຕ້ອງຕາມວິທີການ. ຂ້າພະເຈົ້າສະເໜີສະຖາບັນວັດທະນະທຳ ສິລະປະ ກໍ່ຄືສະມາຄົມສິລະປະພື້ນເມືອງ ຫວຽດນາມ ຊ່ວຍເຫຼືອເພື່ອໃຫ້ກິດຈະກຳນີ້ໄດ້ຮັບການພິມຈຳໜ່າຍໃນທັນທີ“.

ໂຄງການ “ອະນຸລັກຮັກສາກາຈູຢູ່ ຮ່າໂນ້ຍ ຕາມວິທີການສຳຜັດແບບໃໝ່“ ຫາກໍ່ໄດ້ຮັບການປະເມີນຜົນໃນວັນທີ 14 ພະຈິກ 2017 ຢູ່ ຮ່າໂນ້ຍ. ໂຄງການໄດ້ລວບລວມເອກະສານກ່ຽວກັບກາຈູ່ໃນໜຶ່ງສະຕະວັດ, ແລ້ວສະຫຼຸບຖອດຖອນເປັນທິດສະດີພື້ນຖານ. ຜ່ານນັ້ນ, ຟື້ນຟູມໍລະດົກດົນຕີຂອງບັນພະບຸລຸດ, ປະກອບສ່ວນປົກປັກຮັກສາ ແລະ ຂະຫຍາຍກາຈູ່ໃນການດຳລົງຊີວິດຍຸກປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ