ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່

(VOVWORLD) -ໃນການເຫຼື້ອມໃສຂອງຝ່າຍຕາເວັນຕົກ, ສັດມົງຄຸນສີ່ໂຕລວມມີ: ມັງກອນ, ສິງໂຕ, ເຕ່າ, ຫົງຄຳ ເຊິ່ງເປັນສັນຍາລັກແຫ່ງຄວາມໂຊກດີ, ຜົນສຳເລັດ, ຄວາມສະຫຼາດ... ໃນຊຸມວັນຕົ້ນລະດູບານໃໝ່, ຢູ່ບາງເຂດພາກຂອງປະເທດ ຫວຽດນາມ ເຄີຍໄດ້ຍິນສຽງກອງດັງກ້ອງກັງວານໄປທົ່ວຢ່າງຟົດຟື້ນມ່ວນຊື່ນຈາກງານບຸນຟ້ອນສັດມົງຄຸນສີ່ໂຕ.

          ໃນທ່າມກາງສຽງກອງຄຶກຄື້ນມ່ວນຊື່ນນັ້ນ, ບັນດາຜູ້ອາຍຸສູງໃນກອງຟ້ອນສັດມົງຄຸນສີ່ໂຕຂອງໝູ່ບ້ານດຸກເຄ, ຕາແສງ ເຮືອງເຊີນ, ເມືອງ ມີ້ດຶກ (ຮ່າໂນ້ຍ) ເບິ່ງຄືວ່າແຂງແຮງກວ່າໃນຊຸດອາພອນສີເຫຼືອງ, ຮັດສາຍແອວ, ຜ້າພັນຫົວສີແດງ, ເຂົາເຈົ້າບັນຊາສັດມົງຄຸນແຕ່ລະໂຕຢ່າງຄ່ອງແຄ້ວດ້ວຍວາດຟ້ອນທີ່ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ. ບັນດາສັດມົງຄຸນຖືກສ້າງຂຶ້ນ ຢ່າງງ່າຍດາຍ ແຕ່ພາຍໃຕ້ການບັນຊາຂອງບັນດານັກສິລະປະການເຂດບ້ານນານັ້ນ ມັນຈຶ່ງມີຊີວິດຊີວາກວ່າໃນແຕ່ລະວາດຟ້ອນ.

ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່ - ảnh 1ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່ (ພາບ:ຮ່ວາທີ)

        ຢູ່ເຂດເດີ່ນ ທີ່ກວ້າງຂວາງ, ໂຕມັງກອນດ້ວຍຮູບຮ່າງເຮັດດ້ວຍແພສີເຫຼືອງ, ຄີສີແດງຍາວກວ່າ 35 ແມັດ, ລວມມີ 11 ໂຄ້ງຄົດໂງເງ ຂຶ້ນລົງກັບໄປກັບມາຢ່າງ ອ່ອນຊ້ອຍ, ງາມຕາຕາມໄມ້ຄ້ອນເທົ້າເພັດຂອງຜູ້ພາທາງ. ຫົວສິງໂຕໂອນໄປໂອນມາ, ຕາທັງຄູ່ຂະຍິບຂະພິບຄົດ ຕົວເວີ່ນໄປ ຕາມໄມ້ຄ້ອນຍາວ; ສ່ວນໂຕເຕົ່າຊັກຊ້າດ້ວຍຄໍຫົດເຂົ້າ, ໂປໂລອອກ; ໂຕຫົງຄຳອວດອ້າງຮູບຮ່າງສວຍງາມດ້ວຍຂົນມີສີຫຼາກຫຼາຍບິນເວີ່ນຕາມຈັ່ງຫວະດົນຕີ. ເມື່ອເວົ້າເຖິງສັດສີ່ໂຕໃນການຟ້ອນສັດມົງຄຸນ, ສາສະດາຈານ ເລວັນລານ, ໃຫ້ຮູ້ວ່າ:  

          “ຕາມຄວາມສຳນຶກຂອງຊາວ ຫວຽດນາມ ກ່ຽວກັບສັດມົງຄຸນສີ່ໂຕແລ້ວ, ໂຕມັງກອນເປັນສັນຍາລັກໃຫ້ສິດອຳນາດ, ອິດທິພົນ, ລາຊະວັງ, ເຈົ້າຊີວິດ, ແລະ ຝົນຕົກຟ້າລົມ. ສິງໂຕເປັນສັນຍາລັກໃຫ້ກຳລັງແຮງ. ໂຕເຕົ່າເປັນສັນຍາລັກໃຫ້ຄວາມຜາສຸກ, ຜົນປະໂຫຍດໃຫ້ທຸກຄົນ. ສ່ວນໂຕຫົງຄຳແມ່ນສັດທີ່ມີສີຫຼາກຫຼາຍ, ສວຍງາມເປັນສັນຍາລັກໃຫ້ພະລາຊິນີ “.

          ນັບແຕ່ດົນນານມາແລ້ວ, ປະຊາຊົນໄດ້ນຳເອົາຊີວິດຂອງສັດມົງຄຸນທັງສີ່ນີ້ເຂົ້າໃນວາດຟ້ອນຂອງຕົນ. ໃນໂອກາດບຸນເຕັດ, ງານບຸນ, ຍາມລະດູການເກັບກ່ຽວໄດ້ຮັບຜົນດີ, ນອກຈາກສ້າງບັນຍາກາດຟົດຟື້ນໃຫ້ງານບຸນແລ້ວ, ການຟ້ອນສັດມົງຄຸນສີ່ໂຕຍັງສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ເປັນການພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ເພື່ອໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກອີກດ້ວຍ.

        ຟ້ອນສັດມົງຄຸນສີ່ໂຕ ບໍ່ພຽງແຕ່ຮຽກຮ້ອງໃຫ້ຜູ້ສະແດງຕ້ອງມີສຸຂະພາບເຂັ້ມແຂງ, ມີຄວາມວ່ອງໄວເທົ່ານັ້ນ, ຫາກຍັງຕ້ອງມີຄວາມຊັດເຈນ ໃນກິລິຍາ, ທ່າທາງອີກດ້ວຍ. ນອກນັ້ນ, ຜູ້ຕີກອງ, ຕີຄ້ອງໃນກອງຟ້ອນກໍ່ສວມບົດບາດສຳຄັນອີກ. ສາສະດາຈານ ເລວັນລານຖືວ່າ:

        “ເຂົາເຈົ້າແຕ່ງຕົວ, ນຳໃຊ້ເຄື່ອງມືເພື່ອສະແດງສັດມົງຄຸນສີ່ໂຕດ້ວຍຮູບຮ່າງ, ກິລິຍາທ່າທາງ, ແລະ ຊີວິດຂອງມັນ. ບຸນເຕັດແມ່ນໂອກາດດີທີ່ສຸດເພື່ອສະແດງຟ້ອນສັດມົງຄຸນສີ່ໂຕ, ເພາະວ່ານີ້ແມ່ນໂອກາດເພື່ອສະແດງຄວາມໄຝ່ຝັນກ່ຽວກັບຄວາມເຂັ້ມແຂງ, ຄວາມສົມບູນພູນສຸກ. ທັງແມ່ນເງື່ອນໄຂສະດວກເພື່ອສະແດງຄວາມໝາຍຂອງຟ້ອນສັດມົງຄຸນ“.

ຟ້ອນສັດມົງຄຸນສີ່ໂຕ - ວັດທະນະທຳທີ່ເປັນເອກະລັກສະເພາະຍາມລະດູບານໃໝ່ - ảnh 2

ສາສະດາຈານ ເລວັນລານ (ພາບ: ອິນເຕີແນັດ)

        ຄວາມໝາຍທຳອິດຂອງຟ້ອນສັດມົງຄຸນສີ່ໂຕແມ່ນເພື່ອພາວະນາຂໍໃຫ້ປະຊາຊົນມີຊີວິດຢູ່ເຢັນເປັນສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ທຸກຄົນມີຄວາມຜາສຸກ - ມີໂຊກລາບ - ມີອາຍຸຍືນ. ໃນການຟ້ອນສັດມົງຄຸນສີ່ໂຕນັ້ນແມ່ນດຳເນີນຕາມລຳດັບ: ມັງກອນ - ເຕົ່າ - ຫົງຄຳ - ສິງໂຕ. ແຕ່ລະວາດຟ້ອນລ້ວນແຕ່ມີຄວາມໝາຍສະເພາະຂອງມັນ. ພິເສດ, ໃນພິທີໄຂງານບຸນວັດເຮືອງ, ຟ້ອນສັດມົງຄຸນສີ່ໂຕແມ່ນນຳເອົາສັດມົງຄຸນສີ່ໂຕເຂົ້າວັດ.

        ພາຍຫຼັງນຳເອົາສັດມົງຄຸນເຂົ້າວັດສຳເລັດແລ້ວ, ສັດມົງຄຸນຈະກັບຊາດເປັນເທວະດາ. ບັນດາເລື່ອງລາວໃນຟ້ອນສັດມົງຄຸນສີ່ໂຕລ້ວນແຕ່ເຮັດໃຫ້ຜູ້ຊົມມຸ່ງໄປເຖິງທິດສະດີປັດຊະຍາຊີວິດການເປັນຢູ່ຂອງຄົນ. ພໍ່ເຖົ້າ ຟ້າມວັນຮຶງ, ຢູ່ຕາແສງ ເຮືອງເຊີນ, ຜູ້ທີ່ເຄີຍຟ້ອນສັດມົງຄຸນສີ່ໂຕມາເປັນເວລາເກືອບ 30 ປີ, ໃຫ້ຮູ້ວ່າ:

          "ເມື່ອໄປຮອດປະຕູສາລາ, ວັດວາອາຮາມ, ສັດມົງຄຸນທັງສີ່ໂຕ ລ້ວນແຕ່ຕ້ອງກົ້ມຫົວບູຊາພະພຸດທະເຈົ້າ. ຢູ່ ເຮືອງເຊີນ, ການຟ້ອນສິງໂຕແມ່ນຕ້ອງມີໄມ້ຄ້ອນຍາວ. ຜູ້ຖືໄມ້ຄ້ອນຍາວນັ້ນຕ້ອງເປັນແມ່ທັບເພື່ອບັນຊາສິງໂຕ“.

        ຮູບພາບຂະບວນຟ້ອນສັດມົງຄຸນສີ່ໂຕດ້ວຍສີຫຼາກຫຼາຍໄປອ້ອມບ້ານໃນທ່າມກາງສຽງກອງຢ່າງຟົດຟື້ນມ່ວນຊື່ນ ເພື່ອຕ້ອນຮັບລະດູບານໃໝ່ ໄດ້ກາຍເປັນວັດທະນະທຳອັນດີງາມຂອງເຂດບ້ານນາຫຼາຍແຫ່ງຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ