ມູນເຊື້ອເຄົາລົບນັບຖືຄູອາຈານ ຍາມໃດກໍຝັງເລິກໃນຈິດສຳນຶກຂອງຊາວຫວຽດນາມ

(VOVWORLD) -ໃນບຸນເຕັດ, ວັນທີ 1 ແລະ ວັນທີ 2 ໄປອວຍພອນພໍ່ແມ່ ສ່ວນຮອດວັນທີ 3 ແມ່ນໄປອວຍພອນຄູອາຈານ. ນີ້ແມ່ນຄຳກອນພື້ນເມືອງທີ່ໄດ້ລຶ້ງເຄີຍກັບຊາວຫວຽດນາມແຕ່ລະຄົນ

ພາຍຫຼັງທຳພິທີໄຫວ້ບູຊາບັນພະບຸລຸດ, ປູ່ຍ່າຕາຍາຍ, ອວຍພອນປີໃໝ່ຄອບຄົວຂອງທັງ 2 ຝ່າຍໃນວັນທີ 1 ແລະ ທີ 2 ຂອງບຸນເຕັດແລ້ວ, ຮອດວັນທີ 3 ຂອງບຸນເຕັດ, ບັນດານັກຮຽນ, ນັກສຶກສາກໍໄດ້ສະຫງວນເວລາໄປອວຍພອນຄູອາຈານຊຶ່ງແມ່ນບັນດາຜູ້ໄດ້ສິດສອນ ແລະ ຖ່າຍທອດຄວາມຮູ້, ທັງນີ້ກໍເພື່ອເປັນການສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນ   .

ມູນເຊື້ອເຄົາລົບນັບຖືຄູອາຈານ  ຍາມໃດກໍຝັງເລິກໃນຈິດສຳນຶກຂອງຊາວຫວຽດນາມ  - ảnh 1ມູນເຊື້ອເຄົາລົບນັບຖືຄູອາຈານ,ຍາມໃດກໍຝັງເລິກໃນຈິດສຳນຶກຂອງຊາວຫວຽດນາມ

ນັບແຕ່ກວ່າ 10 ປີມານີ້, ຮອດວັນທີ 3 ຂອງບຸນເຕັດ, ທ່ານໝໍ ຟານບ້າຫາຍ ເຮັດວຽກຢູ່ພະແນກຜ່າຕັດຕົບແຕ່ງເລກ 1 ໂຮງໝໍຫວຽດນາມ-ເຢຍລະມັນ(ຮ່າໂນ້ຍ) ພັດພ້ອມກັບບັນດາແພດໝໍໃນພະແນກ ແລະ ເພື່ອນຮ່ວມອາຊີບຢູ່ໂຮງໝໍອື່ນໆ ໄປອວຍພອນບຸນເຕັດບັນດາຄູອາຈານຂອງຕົນ, ນັ້ນແມ່ນທ່ານໝໍ ໂງວັນຕວານ, ອະດີດຫົວໜ້າພະແນກຜ່າຕັດຕົບແຕ່ງ, ອະດີດຮອງຫົວໜ້າສະຖາບັນຜ່າຕັດຕົບແຕ່ງ ໂຮງໝໍຫວຽດນາມ-ເຢຍລະມັນ. ໃນການອວຍພອນປີໃໝ່ທຸກຄັ້ງ, ທ່ານໝໍ ຟານບ້າຫາຍ ພ້ອມກັບໝູ່ເພື່ອນ ຕ່າງກໍເລົ່າສູ່ອາຈານຟັງກ່ຽວກັບວຽກງານທຸກຢ່າງທີ່ໄດ້ປະຕິບັດພາຍໃນປີ, ແລ້ວກໍທັງອາຈານ ແລະ ລູກສິດຕ່າງກໍແບ່ງປັນບັນດາບັນຫາວຽກງານວິຊາຊີບໃນຂະແໜງແພດສາດ. ທ່ານໝໍ ຟານບ້າຫາຍ ແບ່ງປັນວ່າ : 

    “ ບໍ່ພຽງແຕ່ຮອດວັນບຸນເຕັດ ທີ່ພວກຂ້າພະເຈົ້າຈຶ່ງເຮັດສິ່ງນີ້, ພວກຂ້າພະເຈົ້າກໍເຮັດສິ່ງນີ້ໃນແຕ່ລະວັນ, ຜ່ານເລື່ອງລາວເລົ່ານັ້ນ, ກໍແມ່ນການສະແດງຄວາມຮູ້ບຸນຄຸນຂອງນັກຮຽນທີ່ມີຕໍ່ອາຈານ ແລະ ບັນດານ້ຳໃຈຄວາມຮັກແພງທີ່ອາຈານສະຫງວນໃຫ້ລູກສິດ  ”

     ທ່ານໝໍ ໂງວັນຕວານ ໄດ້ແບ່ງປັນວ່າ : ອາຈານສອນໃນຂະແໜງແພດສາດ ແມ່ນມີຈຸດພະເສດສະເພາະ ນັ້ນແມ່ນທັງແມ່ນອາຈານຖ່າຍທອດລະດັບຄວາມຮູ້, ທັງແມ່ນທ່ານໝໍຖ່າຍທອດວິຊາຊີບໃຫ້ນັກຮຽນ. ໃນໂອກາດວັນບຸນຕ່າງໆຄື ວັນບຸນເຕັດ, ວັນຄູຫວຽດນາມຫຼືວັນມູນເຊື້ອຂອງຂະແໜງແພດສາດຄືວັນທີ 27 ກຸມພາ, ເມື່ອບັນດານັກຮຽນໄປຢ້ຽມຢາມນັ້ນ, ບໍ່ແມ່ນເລື່ອງຕ້ອງນຳເອົາຂອງຂວັນທີ່ປະເສີດມາໃຫ້ອາຈານ, ແຕ່ສິ່ງທີ່ເຮັດໃຫ້ອາຈານມີຄວາມສຸກນັ້ນ. ກໍແມ່ນການເຫັນປະຈັກຕາການເຕີບໃຫຍ່ຂອງພວກລູກສິດໃນການປະກອບອາຊີບ. ທ່ານໝໍ ໂງວັນຕວານ ເວົ້າວ່າ : 

    “ ໂດຍແມ່ນອາຈານບຳລຸງສ້າງນັກຮຽນ, ແມ່ນທ່ານໝໍກ້າວເດີນກ່ອນ ຖ່າຍທອດຄວາມຮູ້, ວິຊາຊີບໃຫ້ນັກຮຽນ ເພື່ອຈະທົດແທນເຮົາເມື່ອພັກກິນເບ້ຍບຳນານ, ມີລູກສິດຫຼາຍຄົນກໍມີຄວາມເກັ່ງກ້າສາມາດລື່ນເຮົາໃນບາງຂົງເຂດ. ນັ້ນກໍແມ່ນຄວາມເບີກບານມ່ວນຊື່ນ. ລູກສິດຄິດເຖິງເຮົາ, ຫວນຄືນບັນດາເລື່ອງລາວແຕ່ເມື່ອກ່ອນນີ້, ເຮົາກໍດີໃຈຫຼາຍເມື່ອເຫັນວ່າ ລຸ່ນຄົນຕໍ່ໄປມີການເຕີບໃຫຍ່”

   ວັນທີ 3 ຂອງບຸນເຕັດແມ່ນໄປອວຍພອນຄູອາຈານ ໄດ້ກາຍເປັນມູນເຊື້ອອັນດີງາມຂອງຊາວຫວຽດນາມ ຊຶ່ງໄດ້ຮັບການຮັກສາໄວ້ຈາກລຸ່ນຄົນຕ່າງໆ ແລະ ສືບທອດປະຕິບັດມາຮອດທຸກວັນນີ້.

          ພ້ອມກັບການພັດທະນາຂອງເສດຖະກິດ-ສັງຄົມ-ວັດທະນະທຳ, ການໄປອວຍພອນຄູອາຈານຍາມບຸນເຕັດໃນວັນນີ້ ກໍມີການປ່ຽນແປງບາງຢ່າງ. ການໄປອວຍພອນຄູອາຈານຍາມບຸນເຕັດ ບໍ່ພຽງແຕ່ແມ່ນໂອກາດເພື່ອພົບປະລະຫວ່າງຄູອາຈານກັບນັກຮຽນເທົ່ານັ້ນ, ຫາກຍັງແມ່ນໂອກາດຈັດການປະຊຸມລະຫວ່າງບັນດາອະດີດນັກຮຽນຮ່ວມຫ້ອງດຽວກັນເມື່ອກ່ອນນີ້ອີກດ້ວຍ. ນີ້ກໍແມ່ນໂອກາດໄດ້ໂອ້ລົມ ແລະ ແບ່ງປັນກ່ຽວກັບບັນດາການປ່ຽນແປງໃນຊີວິດ. ເອື້ອຍຄູ ຫງວຽນທູເຮືອງ ສັງກັດມະຫາວິທະຍາໄລສ້າງຄູຮ່າໂນ້ຍແບ່ງປັນວ່າ : 

   “ ເມື່ອກ່ອນນີ້, ຮອດຍາມບຸນເຕັດ, ພວກເຮົາກໍໄປຢ້ຽມຢາມຄູອາຈານ ເພື່ອສະແດງນ້ຳໃຈຄວາມຮັກແພງຂອງຕົນທີ່ມີຕໍ່ຄູອາຈານ. ໃນທຸກວັນນີ້, ການໄປຢ້ຽມຢາມ, ອວຍພອນຄູອາຈານຍາມບຸນເຕັດ ແມ່ນບໍ່ສະເພາະດຳເນີນໃນວັນທີ 3 ຂອງບຸນເຕັດເທົ່ານັ້ນ, ຫາກຍັງຖືກດຳເນີນໃນຊຸມວັນບຸນເຕັດອີກດ້ວຍ. ບາງເທື່ອ ການໄປຢ້ຽມຢາມຄູອາຈານກໍຖືກດຳເນີນຢ່າງກະທັນຫັນ ຂະນະທີ່ໄດ້ຍິນຂ່າວສຳຄັນຂອງອາຈານ ”

    ຄຳວ່າ “ຮອດວັນທີ 3 ຂອງບຸນເຕັດແມ່ນໄປອວຍພອນຄູອາຈານ” ແມ່ນສະແດງໃຫ້ເຫັນຢ່າງຖືກຕ້ອງກັບຄວາມເຄົາລົບນັບຖືຄູອາຈານຂອງຊາວຫວຽດນາມນັບແຕ່ດຶກດຳບັນ ຊຶ່ງໄດ້ຖືກສະແດງຜ່ານບັນດາສຸພະສິດ, ຄຳຜະຫຍາ. ມູນເຊື້ອ ຄວາມເຄົາລົບນັບຖືຄູອາຈານ ຍັງຄົງສະແດງອອກຜ່ານຄຳຢື້ຢາມຖາມຂ່າວ, ໂອ້ລົມກັນດ້ວຍຄວາມຈິງໃຈລະຫວ່າງອາຈານ ແລະ ລູກສິດຢູ່ບໍ່ວ່າໃນເກ່ນອາຍຸໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ