ມໍລະດົກຫວຽດນາມ ແລະ ການພັດທະນາແບບຍືນຍົງໃນສະພາບການໃໝ່

(VOVWORLD) -ປັດຈຸບັນຫວຽດນາມມີ 22 ມໍລະດົກໄດ້ຮັບການເຊີດຊູຈາກອົງການ Unesco ເຊິ່ງລວມມີບັນດາມໍລະດົກທາງທຳມະຊາດ, ມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ, ມໍລະດົກວັດຖຸເອກະສານ ແລະ ມໍລະດົກວັດທະນະທຳປະສົມ. ໃນຊຸມປີທີ່ຜ່ານມາ, ລັດຖະບານຫວຽດນາມ ກໍ່ຄືຂະແໜງການຂັ້ນຕ່າງໆກໍ່ມີຄວາມເອົາໃຈໃສ່ທີ່ສຸດ ເຖິງການລົງທຶນໃຫ້ແກ່ວຽກງານປົກປັກຮັກສາ, ບູລະນະປະຕິສັງຂອນບັນດາຄຸນຄ່າທົ່ວໂລກ ກໍ່ຄືການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກຕ່າງໆ
ມໍລະດົກຫວຽດນາມ ແລະ ການພັດທະນາແບບຍືນຍົງໃນສະພາບການໃໝ່  - ảnh 1ພະລາດຊະວັງ ທັງລອງ 

ພິທີລົງນາມໃນສັນຍາຮ່ວມມືຜັນຂະຫຍາຍໂຄງການສຶກສາ ມໍລະດົກພະລາດຊະວັງ ທັງລອງ, ເຂດປູຊະນີຍະສະຖານ ໂກລວາ ຢູ່ໃນບັນດາໂຮງຮຽນທີ່ນະຄອນຫຼວງ ຮ່າໂນ້ຍ ຫາກໍ່ຖືກຈັດຂຶ້ນຢູ່ຮ່າໂນ້ຍ ເມື່ອບໍ່ດົນມານີ້ ກ່ອນທີ່ຈະດຳເນີນວັນມໍລະດົກຫວຽດນາມ ວັນທີ 23 ພະຈິກ. ຕາມເນື້ອໃນຂອງສັນຍາ, ບັນດາໂຮງຮຽນໃນນະຄອນຫຼວງ ຈະສ້າງແຜນການສົມທົບກັບສູນອະນຸລັກ ຮັກສາມໍລະດົກທັງລອງ-ຮ່າໂນ້ຍ, ນຳໂຮງຮຽນໄປສູ່ການຮຽນຮູ້ຕົວຈິງ ຢູ່ເຂດມໍລະດົກພະລາດຊະວັງທັງລອງ. ວຽກງານນີ້ກໍ່ເພື່ອແນ່ໃສ່ເພີ່ມຄວາມເຂົ້າໃຈ ກ່ຽວກັບບັນດາມໍລະດົກຫວຽດນາມ, ພ້ອມທັງຊ່ວຍໃຫ້ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໃຫ້ໝັ້ນຄົງໃນອານະຄົດ. ໃນຂະນະນັ້ນ ໂດຍຮັບຮູ້ໄດ້ເຖິງຄຸນຄ່າທີ່ເປັນເອກະລັກຂອງປະເພດສິລະປະຂັບບາຍຈອຍພາກກາງຫວຽດນາມ, ແຂວງ ກວ໋າງນາມ ກໍ່ໄດ້ມີບັນດາກິດຈະກຳຄົ້ນຄວ້າ; ສົ່ງເສີມ, ສ້າງເງຶ່ອນສະດວກໃຫ້ແກ່ບັນດາການເຄື່ອນໄຫວອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຂັບບາຍຈອຍ ໃນຊີວິດວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ. ທ່ານ ເລວັນແທັງ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

  “ພວກຂ້າພະເຈົ້າໄດ້ມີນະໂຍບາຍສົ່ງເສີມປະຊາຊົນຢູ່ທຸກທ້ອງຖິ່ນ ໃຫ້ອະນຸລັກຮັກສາສິລະປະຂັບບາຍຈອຍ, ຮຽນເພື່ອສະແດງ, ບັນດານັກສິລະປະການລຸ້ນກ່ອນຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ ເພື່ອເຮັດແນວໃດທີ່ພວກເຮົາສາມາດອະນຸຮັກສາໄດ້ຍາວນານ. ພ້ອມກັນນັ້ນ, ການເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າຂັບບາຍຈອຍ ຍັງສ້າງເງື່ອນໄຂໃຫ້ແກ່ການທ່ອງທ່ຽວພັດທະນາ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ຕ່າງປະເທດໄດ້ຮັບຊົມຂັບບາຍຈອຍ ເຊິ່ງແມ່ນມໍລະດົກບໍ່ເປັນວັດຖຸຂອງຫວຽດນາມ”.

  ມີນັກວິທະຍາສາດຫຼາຍຄົນ ໄດ້ນຳສະເໜີໃຫ້ເປີດກວ້າງຮູບແບບຫັນການເຄື່ອນໄຫວອະນຸລັກຮັກສາ ປະຕິສັງຂອນມໍລະດົກວັດທະນະທຳໃຫ້ເປັນວຽກງານຂອງສັງຄົມ ເພື່ອລະດົມແຫຼ່ງກຳລັງ, ຜູກຮັດຄວາມຮັບຜິດຊອບຂອງຂັ້ນຕ່າງໆທີ່ມີສິດອຳນາດກັບປະຊາຊົນ ແລະ ແຂກທ່ອງທ່ຽວໃນການພັດທະນາປູຊະນີຍະສະຖານກຸງເກົ່າເຫ້ວໃຫ້ໝັ້ນຄົງ. ທ່ານ ເຈິ່ນດຶກເກື່ອງ ປະທານສະມາຄົມ ວິທະຍາສາດປະຫວັດສາດ ໃຫ້ຮູ້ວ່າ:

  “ການເສີມຂະຫຍາຍບົດບາດ ຄວາມຮັບຜິດຊອບ ແລະ ອຳນາດການປົກຄອງຂັ້ນຕ່າງໆ ແລະ ອົງການຄຸ້ມຄອງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳແມ່ນຈຳເປັນຢ່າງຮີບດ່ວນ ແລະ ມີຄວາມໝາຍແທດຈິງ. ການປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳປະຫວັດສາດ ແມ່ນມີບົດບາດຂອງອົງການອຳນາດການປົກຄອງ ແຕ່ກໍ່ຕ້ອງອີງໃສ່ປະຊາຊົນ ແລະ ຕ້ອງມີການເຂົ້າຮ່ວມຂອງປະຊາຊົນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ. ເຮັດໄດ້ເຊັ່ນນັ້ນ ຄຸນຄ່າວັດທະນະທຳນັ້ນຈຶ່ງຄົງຕົວຍາວນານໄດ້”.

 ຕາມທ່ານນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ ແລ້ວ, ຄວນປະຕິບັດຕາມຫຼັກການຢ່າງເດັດຂາດທີ່ວ່າ ບໍ່ທຳລາຍ, ບໍ່ເຮັດໃຫ້ມໍລະດົກຖືກເປ່ເພ ຫຼື ສູນເສຍດ້ວຍທຸກໆເຫດຜົນໃດໆ ເພື່ອຮັບໃຊ້ການພັດທະນາ. ກ່າວຄຳເຫັນທີ່ກອງປະຊຸມປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ເພື່ອການພັດທະນາແບບຍືນຍົງ ໂດຍກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວຈັດຕັ້ງຂຶ້ນເມື່ອເດືອນ ກໍລະກົດທີ່ຜ່ານມາ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

“ຕ້ອງສຶກສາອົບຮົມກ່ຽວກັບມໍລະດົກ ເພື່ອສ້າງແຫຼ່ງບັນດານໃຈເພື່ອລໍ່ລ້ຽງຄວາມເອກອ້າງທະນົງໃຈ ແລະ ການເຊີດຊູຊາດດ້ວຍຕົນເອງ. ຫຼືວ່າຕ້ອງຊອກຫາບັນດາມາດຕະການແກ້ໄຂທີ່ແທດເໝາະຄື ອັບເດດນະໂຍບາຍກົດໝາຍ, ຈັດແບ່ງຂັ້ນຄຸ້ມຄອງ, ບຳລຸງສ້າງພະນັກງານ, ຖືເປັນສຳຄັນປັດໄຈຜູ້ຊ່ຽວຊານ ເພື່ອເສີມຂະຫຍາຍຄຸນຄ່າມໍລະດົກ ສ້າງເຄື່ອງໝາຍທ່ອງທ່ຽວແຫ່ງຊາດ ປະກອບສ່ວນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ.”

ເປັນອັນວ່າ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຢູ່ຫວຽດນາມ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງລັດເທົ່ານັ້ນ, ຫາກຍັງແມ່ນພາລະກິດຂອງມະຫາຊົນອີກດ້ວຍ. ລັດໄດ້ສ້າງຂອບເຂດກົດໝາຍ ແລະ ກົນໄກນະໂຍຍາຍເພື່ອໃຫ້ປະຊາຊົນ ສວມບົດບາດເປັນໄລກອນໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ຫັນວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍ ມໍລະດົກ ໃຫ້ເປັນວຽກງານຂອງສັງຄົມ ແມ່ນແນວໂນ້ມທີ່ຕ້ອງເປັນໄປ ແລະ ຈຳເປັນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ຈາກຂະແໜງການ, ຂັ້ນຕ່າງໆ ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ