“ຢະໂກ໋ ຮວ່າຍລາງ” - ບົດເພງອຳມະຕະ ໃນເວທີສະແດງສິລະປະຂັບ ກ໋າຍເລືອງ

(VOVWORLD) -         ກ່ອນນີ້ 103 ປີ ກົງກັບຄ່ຳຄືນວັນເພງເດືອນ 8 ປີ 1919 ຢູ່ບ້ານ ຫວິງເຮືອງ ເມືອງ ແທັກຮວ່າ ແຂວງ ບາກລຽວ ປັດຈຸບັນແມ່ນຕາແສງ ສອງ ນະຄອນ ບາກລຽວ ໄດ້ປາກົດມີບົດປະພັນວັນນະຄະດີສິລະປະທີ່ເປັນເອກະລັກ ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມສະດຸ້ງໃຈ ນັ້ນແມ່ນບົດເພງ ຢະໂກ໋ ຮວ່າຍລາງ ຂອງອະດີດນັກດົນຕີ ກາວວັນເລົ່າ.  ນັບແຕ່ນັ້ນມາບົດເພງນີ້ໄດ້ກາຍເປັນບົດເພງອຳມະຕະ ໃນພື້ນຖານສິລະປະ ເຊິ່ງຕິດພັນກັບຊື່ສຽງຮຽງນາມຂອງນັກສິລະປິນຫຼາຍຄົນ ພ້ອມກັບສິລະປະຂັບ ກ໋າຍເລືອງ ຫວຽດນາມ
“ຢະໂກ໋ ຮວ່າຍລາງ” - ບົດເພງອຳມະຕະ ໃນເວທີສະແດງສິລະປະຂັບ ກ໋າຍເລືອງ - ảnh 1ແຂກມາຢ້ຽມຊົມເຂດອະນຸສອນສະຖານສິລະປະຂັບເດີນກາຕາຍຕື ແລະ ນັກດົນຕີກາວວັນເລົ່າ

    ຜ່ານໄລຍະເວລາ 103 ປີ, ບົດເພງ “ຢະໂກ໋ ຮວ່າຍລາງ” ໄດ້ກາຍເປັນບົດເພງເປັນເສົາຄ້ຳ ໃນປະເພດສິລະປະເວທີສະແດງຂັບ ກ໋າຍເລືອງ ພາກໃຕ້. ບາກລຽວ ມີຄວາມເອກອ້າງທະນົງໃຈ ແມ່ນດິນແດນໃຫ້ກຳເນີດ ເພງ ຢະໂກ໋ ຮວ່າຍລາງ ທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງດິນແດນ ແລະ  ຊາວພາກໃຕ້  ເຊິ່ງໄດ້ຜ່ານຜ່າກາລະເທສະ ແລະ ກາລະເວລາ ສ້າງໃຫ້ມີຄວາມຍືນຍົງຄົງຕົວ ໃຫ້ແກ່ປະເພດດົນຕີທີ່ເປັນເອກະລັກ ໃນພື້ນຖານດົນຕີຂອງຊາດ. ກວ່າ 100 ປີ ທີ່ຜ່ານມາບົດເພງນີ້ກໍ່ໄດ້ເຮັດໃຫ້ ປະຊາຊົນນັບລ້ານຄົນມີຄວາມສະດຸ້ງໃຈ, ແຕ່ລະໄລຍະແຫ່ງການພັດທະນາ ບົດເພງ ຢະໂກ໋ ຮວ່າຍລາງ ກໍ່ໄດ້ເພີ່ມເຕີມປັບປຸງໃຫ້ສົມບູນແບບ ແຊກຊຶມຢ່າງກວ້າງເລິກເຂົ້າໃນຈິດໃຈຂອງຜູ້ຊົມຜູ້ຟັງ ແລະ ຜູ້ນິຍົມດົນຕີຢ່າງບໍ່ຢຸດຢັ້ງ. ບົດເພງນີ້ໄດ້ປະກອບສ່ວນຊ່ວຍຊູ ບັນດານັກສິລະປະການ ນັກສິລະປິນ ນັກຮ້ອງ  ນັກປະພັນດົນຕີຫຼາຍລຸ້ນຄົນໃນເວທີສະແດງຂັບ ກ໋າຍເລືອງ.  ໃນຊຸມປີຜ່ານມາ ຂະແໜງການຂັ້ນຕ່າງໃນແຂວງ ໄດ້ອອກແຮງຮັກສາ ແລະ ເສີມຂະຫຍາຍຄຸນຄ່າສິລະປະຂອງບົດເພງ ຢະໂກ໋ ຮວ່າຍລາງ ພ້ອມທັງໄດ້ເປີດບັນດາຊຸດອົບຮົມ ຖ່າຍທອດບົດເພງນີ້ ພ້ອມກັບບັນດາທຳນອອງເພງ ໃນພື້ນຖານສິລະປະຂັບ ເດີນກາຕາຍຕື໋ ພາກໃຕ້ໃຫ້ແກ່ນັກຮຽນນັກສຶກສາ, ບັນດາສະມາຊິກສະມາຄົມ ແລະ ປະຊາຊົນ; ພ້ອມກັນນັ້ນກໍ່ໄດ້ຈັດຕັ້ງງານປະກວດຊອກຮູ້ ກ່ຽວກັບຊີວິດພາລະກິດຂອງນັກດົນຕີ ກາວວັນເລົ່າ ຊອກຮູ້ການກຳເນີດ ແລະ ຄຸນຄ່າສິລະປະຂອງບົດເພງນີ້.  ທ່ານນາງ ເຈິ່ນທິລານເຟືອງ ຫົວໜ້າພະແນກວັດທະນະທຳ ຖະແຫຼງຂ່າວ ກິລາ ແລະ ທ່ອງທ່ຽວ ແຂວງ ບາກລຽວ ໃຫ້ຮູ້ວ່າ:

      “ໃນເມື່ອບົດເພງ ຢະໂກ໋ ຮວ່າຍລາງ ໄດ້ກຳເນີດຂຶ້ນ ກໍ່ໄດ້ແຜ່ກະຈາຍໄປຢ່າງວ່ອງໄວຈາກແຂວງ ບາກລຽວ ຕະຫຼອດຮອດບັນດາແຂວງ ນະຄອນອື່ນໆໃນທົ່ວປະເທດ. ດ້ວຍເນື້ອໃນຂອງບົດເພງ ເວົ້າເຖິງຄວາມສັດຊື່ບໍລິສຸດ ແລະ ຄວາມຄອງຄອຍຂອງແມ່ຍິງທີ່ພວມລໍຖ້າຂ່າວຂອງຜົວ. ນັກດົນຕີ ກາວວັນເລົ່າ ໄດ້ພັນລະນາສ້າງເປັນຮູບພາບ ທາງດ້ານສິລະປະທີ່ເປັນເອກະລັກ ຕິດພັນກັບຊີວິດປະຈຸວັນ, ຍອມເສຍສະຫຼະ ແລະ ຄອຍຖ້າວັນຜົວກັບຄືນມາດ້ວຍຄວາມປອດໄພ”.

     ບົດເພງ ຢະໂກ໋ ຮວ່າຍລາງ ໄດ້ປະກອບສ່ວນໃຫ້ແກ່ນັກສິລະປະການ ນັກສິລະປິນ ນັກຮ້ອງ ນັກປະພັນຫຼາຍລຸ້ນຄົນທີ່ເປັນຊາວແຂວງ ບາກລຽວ ມີຊື່ສຽງຮຽງນາມໃນເວທີສະແດງຂັບ ກ໋າຍເລືອງ.ໃນໄລຍະທີ່ຜ່ານມາ ອົງຄະນະພັກ ປະຊາຊົນ ບາກລຽວ ແລະ ວົງການນັກປະພັນ ນັກສິລະປິນໃນທົ່ວປະເທດ ໄດ້ເຊີດຊູຊື່ສຽງຮຽງນາມ ຂອງອະດີດນັກດົນຕີ ກາວວັນເລົ່າ. ນັກຄົ້ນຄວ້າ ວັດທະນະທຳ ພາກໃຕ້ ເຈິ່ນຝຶກຖ້ວນ ປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ບາກລຽວ ແບ່ງປັນວ່າ:

     “ທ່ານ ກາວວັນເລົ່າ ແມ່ນດວງດາວທີ່ຮຸ່ງໃສ ໃນພື້ນຖານດົນຕີພາກໃຕ້. ບົດເພງ ຢະໂກ໋ ຮວ່າຍລາງ  ບໍ່ພຽງແຕ່ໄດ້ພັດທະນາໃນພື້ນຖານພື້ນຖານດົນຕີພື້ນມືອງເທົ່ານັ້ນ, ປັດຈຸບັນຈາກວົງດົນຕີທີ່ທັນສະໄໝ ຈາກພື້ນຖານດົນຕີພື້ນເມືອງນີ້ ກໍ່ໄດ້ຂະຫຍາຍເປັນບົດເພງມ່ວນທີ່ສຸດ”.

      ກ່າວຄຳເຫັນທີ່ລາຍການສະແດງສິລະປະຂຳນັບຊົມເຊີຍ ເຫດການ 103 ປີແຫ່ງວັນກຳເນີດຂອງບົດເພງ ຢະໂກ໋ ຮວ່າຍລາງ ແລະ ວັນເວທີສະແດງ ຫວຽດນາມ ຄັ້ງທີ 13 ເຊິ່ງໄດ້ຈັດຂຶ້ນເມື່ອວັນທີ 6 ກັນຍາ, ທ່ານ ຫຼືວັນຮຸ່ງ ເລຂາພັກແຂວງ ແຂວງ ບາກລຽວ ໄດ້ເນັ້ນໜັກວ່າ  ບົດເພງ ຢະໂກ໋ ຮວ່າຍລາງ ແມ່ນບົດເພງອຳມະຕະຂອງອະດີດນັກດົນຕີ ກາວວັນເລົ່າ ທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງດິນແດນ ແລະ ຊາວພາກໃຕ້. ທ່ານກ່າວວ່າ:

       “ສືບຕໍ່ເອົາໃຈໃສ່ ແລະ ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ເປັນວັດຖຸ ແລະ ບໍ່ເປັນວັດຖຸ ຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ; ເອົາໃຈໃສ່ສ້າງວັດທະນະທຳ ແລະ ມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ແລະ ພັດທະນາ; ເສີມຂະຫຍາຍບັນດາຄຸນຄ່າທີ່ດີ ກ່ຽວກັບຮີດຄອງປະເພນີຂອງຄອບຄົວ ແລະ ຂອງສັງຄົມ; ຍົກສູງຈິດໃຈສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.

      ຜ່ານການເຄື່ອນໄຫວສະແດງສິລະປະ, ບົດເພງ ຢະໂກ໋ ຮວ່າຍລາງ ໄດ້ເຂົ້າສູ່ຊີວິດເວທີສະແດງ ມີທີ່ຕັ້ງຜົນສະທ້ອນຢ່າງແຂງແຮງ ຕໍ່ຊີວິດດົນຕີຂອງຊາດ ອັນໄດ້ເຮັດໃຫ້ມັນກາຍເປັນມໍລະດົກ ມີລັກສະນະເປັນສັນຍາລັກ ແລະ ຄວາມເອກອ້າງທະນົງໃຈຂອງຊາວພາກໃຕ້. 

ຕອບກັບ

ຂ່າວ/ບົດ​ອື່ນ