ລິວກວາງຫວູ-ຊວນກິງ ແລະ ບັນດາຂີດໝາຍ ໃນຂົງເຂດສິລະປະວັນນະຄະດີ ຫວຽດນາມ

(VOVWORLD) -ກ່ອນນີ້ 30 ປີ, ວົງການນັກສິລະປິນ ແລະ ມວນຊົນຜູ້ນິຍົມສິລະປະ ໃນທົ່ວປະເທດ ຕ່າງກໍ່ມີຄວາມຕື່ນຕົກໃຈ ແລະ ເຈັບປວດເມື່ອໄດ້ຮັບຂ່າວ ຄູ່ຜົວເມຍສິລະປິນ ທີ່ມີຊື່ສຽງ ລິວກວາງຫວູ-ຊວນກິງ ໄດ້ເຖິງແກ່ມໍລະນະກຳ ຢ່າງກະທັນຫັນ ຍ້ອນອຸປະຕິເຫດທາງຄົມມະນາຄົມ. ການລ່ວງລັບຂອງເຂົາເຈົ້າ ໄດ້ເຮັດໃຫ້ພື້ນຖານວັນນະຄະດີ ສິລະປະ ຂອງປະເທດຊາດ ໄດ້ຮັບຜົນສະທ້ອນ ຢ່າງໃຫ່ຍຫຼວງ, ພິເສດ ແມ່ນໃນຂົງເຂດເວທີການສະແດງ ແລະ ກາບກອນ
ລິວກວາງຫວູ-ຊວນກິງ ແລະ ບັນດາຂີດໝາຍ ໃນຂົງເຂດສິລະປະວັນນະຄະດີ ຫວຽດນາມ - ảnh 1 ຄູ່ຜົວເມຍ ລິວກວາງຫວູ-ຊວນກິງ

ນັກກາວີ, ນັກແຕ່ງບົດລະຄອນ ລິວກວາງຫວູ ເກີດເມື່ອປີ 1948 ຢູ່ຕາແສງ ຖ້ຽວເກີ ເມືອງ ຮ້າຮວາ, ແຂວງ ຟູ໋ເທາະ, ບ້ານເກີດຂອງລາວແມ່ນຢູ່ເມືອງ ຮ໋າຍເຈົາ, ນະຄອນດ່າໜັງ, ແມ່ນລູກຊາຍຂອງນັກແຕ່ງບົດລະຄອນ ລິວກວາງທ້ວນ. ໃນຊຸມເດືອນປີແຫ່ງສົງຄາມ, ລິວກວາງຫວູ ໄດ້ເຂົ້າຖັນແຖວທະຫານເພື່ອເຂົ້າຮ່ວມການສູ້ຮົບ ຕ້ານຈັກກະພັດອາເມລິກາ, ທ່ານໄດ້ກັບຄືນສູ່ ການດຳລົງຊີວິດ ໃນໄລຍະທີ່ປະເທດຊາດປະສົບຄວາມຫຍຸ້ງຍາກຫຼາຍຢ່າງຄື ເສດຖະກິດເກື້ອກູນ. ບັນດາບົດລະຄອນ ເລື່ອງສັ້ນ, ບົດກາບກອນ ຂອງລິວກວາງຫວູ ແມ່ນມີລັກສະນະສ່ອງແສງຕົວຈິງ ແລະ ມີລັກສະນະວັດທະນະທຳມະນຸດ, ເປັນຂີດໝາຍແຕ່ລະໄລຍະ ແຫ່ງການດຳລົງຊີວິດຂອງທ່ານ, ເປັນຕົ້ນແມ່ນຊຸມປີ 1980 ຂອງສະຕະວັດກ່ອນ. ຄາວອາຍຸ 40 ປີ, ທ່ານໄດ້ແຕ່ງບົດລະຄອນເກືອບ 50 ເລື່ອງ ແລະ ບົດລະຄອນເກືອບທັງໝົດຂອງທ່ານ ກໍ່ລ້ວນແຕ່ຖືກບັນດານັກສະແດງລະຄອນ, ລະຄອນແຈ່ວ ທຳການສະແດງຢ່າງສຳເລັດຜົນ ພາຍໃຕ້ການຊີ້ນຳຈາກຜູ້ກຳກັບ ການສະແດງທີ່ມີຊື່ສຽງ. ທ່ານ ຫງວຽນເທ້ກີ໋ ກຳມະການສູນການພັກ, ຜູ້ອຳນວຍການໃຫ່ຍ VOV, ປະທານສະພາທິດສະດີ ຕຳນິວິຈານວັນນະຄະດີ ສິລະປະສູນກາງ ໃຫ້ຮູ້ວ່າ: 

   “ຜ່ານໄລຍະກວ່າ 20 ປີແຫ່ງການຈັບປາກກາ, ດ້ວຍການປະດິດຄິດແຕ່ງຢ່າງແຮງກ້າ ແລະ ທົນທານໝັ້ນໜຽວ,  ລິວກວາງຫວູ ໄດ້ແຕ່ງບັນດາບົດລະຄອນ ຢ່າງຫຼວງຫຼາຍ, ມີຫຼາຍຮູບຫຼາຍສີ ແລະ ມີຄຸນຄ່າຢ່າງແທ້ຈິງ. ໃນຈຳນວນບົດລະຄອນເຫຼົ່ານັ້ນ, ແນ່ນອນວ່າຈະມີບັນດາບົດລະຄອນທີ່ໄດ້ ແລະ ຈະຜ່ານຜ່າຄວາມທົດສອບທີ່ຮ້າຍແຮງຂອງການເວລາ, ກາຍເປັນຊັບສົມບັດທາງດ້ານຈິດໃຈ ອັນລ້ຳຄ່າເພື່ອປະໄວ້ໃຫ້ຄົນລຸ້ນຫຼັງ. ຂ້າພະເຈົ້າໄດ້ ແລະ ພວມຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງຈາກ ລິວກວາງຫວູ. ຂ້າພະເຈົ້າສະແດງຄວາມເຄົາລົບນັບຖື ແລະ ຂອບໃຈຢ່າງຈິງໃຈຕໍ່ອ້າຍຫວູ”

   ຄວາມດູດດື່ມ ແລະ ຄວາມສາມາດດຶງດູດຂອງ ບົດລະຄອນຂອງ ລິວກວາງຫວູ ກ່ອນອື່ນໝົດ ແມ່ນສະແດງໃຫ້ເຫັນຄວາມກ້າຄິດກ້າແຕ່ງ, ມີລັກສະນະຄາດຄະເນ ແລະ ຄວາມຄາດຫວັງປ່ຽນແປງໃໝ່. ນັ້ນແມ່ນບັນດາບົດລະຄອນ ທີ່ໄປຕົງເຂົ້າບັນຫາ ທີ່ຮ້ອນເຮ່ງທີ່ສຸດໃນການດຳລົງຊີວິດຍຸກປັດຈຸບັນ. ສິ່ງທີ່ໜ້າສົນໃຈ ແມ່ນຢູ່ບ່ອນວ່າ ລິວກວາງຫວູ ໄດ້ນຳແປວໄຟແຫ່ງຄວາມຮັກ ແລະ ຄວາມຄາດຫວັງມາສູ່ພວກເຮົາ, ອັນໄດ້ເຮັດໃຫ້ພວກເຮົາ ຕ້ອງຄຳນຶງເຖິງ ແລະ ຕ້ອງກະທຳ. ບັນດາບົດລະຄອນຂອງທ່ານ ໄດ້ປະກອບສ່ວນປ່ຽນແປງໃໝ່ ທາງດ້ານຈິນຕະນາການ ສິລະປະບົນເວທີສະແດງ ຂອງບັນດາຜູ້ປະກອບອາຊີບ ແລະ ຄວາມສາມາດຮັບຮູ້, ແບ່ງປັນ ແລະ ພ້ອມກັນເຊື່ອມຕົວເຂົ້າຂອງມວນຊົນ. ທ່ານ ຫງວຽນຮິວເຊີນ ຮອງຫົວໜ້າສະຖາບັນວັນນະຄະດີ, ຫົວໜ້າບັນນາທິການໃຫ່ຍ ວາລະສານຄົ້ນຄວ້າວັນນະຄະດີ ຖືວ່າ: 

   “ບົດລະຄອນຕ້ອງໄປຕົງເຂົ້າຄວາມຈິງ, ເຕື້ອງເຖິງບັນດາບັນຫາທີ່ເລິກເຊິ່ງ ໃນການດຳລົງຊີວິດ, ບັນດາບັນຫາທີ່ພວມວາງອອກ. ຜູ້ແຕ່ງບົດລະຄອນນີ້ເອງ ກໍ່ຕ້ອງຜ່ານຜ່າຕົນເອງເພື່ອກ້າຄິດ ແລະ ກ້າໄປຕົງເຂົ້າຄວາມຈິງນັ້ນ, ບັນຫາໃໝ່ຈຶ່ງສາມາດຍົກອອກມາ, ເຮັດໃຫ້ຜູ້ຊົມຜູ້ອ່ານ ມີຄວາມສົນໃຈ ແລະ ນຳມາປຶກສາແລກປ່ຽນ. ລິວກວາງຫວູ ໄດ້ຂຸດຄົ້ນບັນດາຫົວເລື່ອງ ຈາກວັນນະຄະດີພື້ນເມືອງ, ປະຫວັດສາດ, ຈາກການດຳລົງຊີວິດໃນຍຸກປັດຈຸບັນ ແລະ ນັບທັງເລື່ອງລາວ ພວມວາງອອກໃນການດຳລົງຊີວິດ”

   ສຳລັບນັກກາວີ ຊວນກິງ ເກີດເມື່ອປີ 1942 ຢູ່ເທດສະບານຮ່າດົງ, ແຂວງ ຮ່າເຕິຍ ປັດຈຸບັນແມ່ນນະຄອນຫຼວງຮ່າໂນ້ຍ. ນັກກາວີ ຊວນກິງ ແມ່ນສັນຍາລັກສຽງກັງວານແຫ່ງຈິດວິນຍານທີ່ກວ້າງໃຫ່ຍ, ມີຄວາມຮັກແພງ ຖືກສະແດງໃຫ້ເຫັນ ໃນການດຳລົງຊີວິດ ແລະ ໄດ້ຖືກພັນລະນະຢ່າງຈະແຈ້ງຜ່ານບົດກາບກອນ. ບໍ່ພຽງແຕ່ເວົ້າເຖິງຄວາມຮັກ ຂອງຄູ່ບ່າວສາວເທົ່ານັ້ນ, ຊວນກິງ ຍັງແຕ່ງບົດກາບກອນ ທີ່ເວົ້າເຖິງບັນດາສາຍພົວພັນ, ຄວາມຮັກແພງອື່ນໆທີ່ໄດ້ກາຍເປັນຄວາມຮັກ.

    30 ປີໄດ້ຜ່ານພົ້ນໄປ ຮູບພາບນັກກາວີ, ນັກແຕ່ງບົດລະຄອນ ລິວກວາງຫວູ, ນັກກາວີ ຊວນກິງ ຍັງມີຊີວິດຢູ່ ແລະ ຝັງເລິກໃນດວງໃຈຂອງຍາດຕີພີ່ນ້ອງ, ໜູ່ເພື່ອນ, ມວນຊົນຜູ້ນິຍົມສິລະປະ. ເຂົາເຈົ້າໄດ້ມີຊີວິດອັນດີງາມ, ແຕ່ງບັນດາບົດປະພັນ, ບົດລະຄອນທີ່ສົມບູນ ແລະ ເປັນແປວໄຟຕໍ່ພະລັງແຮງໃຫ້ທຸກໆຄົນໃນການດຳລົງຊີວິດ ແລະພ້ອມກັນອຸທິດສ່ວນໃນຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ