ລາຍການທ່ຽວຊົມສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ

(VOVWORLD) -ຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ບໍລິສັດທ່ອງທ່ຽວ ຮ່າໂນ້ຍ ຕູລິດ ຫາກໍ່ເປີດລາຍການທ່ຽວຊົມ “ສະຖາປັດຕະຍະກຳ ຝລັ່ງ ໃນໃຈກາງ ຮ່າໂນ້ຍ”. ລາຍການທ່ອງທ່ຽວນີ້ ຖືກດຳເນີນໃນວັນເສົາ ແລະ ວັນທິດ ໃນແຕ່ລະອາທິດ ເຊິ່ງເລີ່ມແຕ່ວັນທີ 23 ຕຸລາ ປີ 2021. ນີ້ແມ່ນການທ່ຽວຊົມທີ່ເປັນເອກະລັກ ແລະ ດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຊອກຮູ້ນະຄອນຫຼວງ ຮ່າໂນ້ຍ.
ລາຍການທ່ຽວຊົມສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ - ảnh 1ແຂກທ່ອງທ່ຽວມາທ່ຽວຊົມຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ
 
ລາຍການທ່ຽວຊົມ “ສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ”.  ກໍ່ແມ່ນລາຍການທ່ອງທ່ຽວທີ່ປອດໄພທຳອິດຖືກດຳເນີນໃນເງື່ອນໄຂປົກກະຕິໃໝ່ ຖືກສະແດງອອກຜ່ານຮູບການຈັດຕັ້ງລາຍການທ່ອງທ່ຽວ ໂດຍມີການສົມທົບລະຫວ່າງທ່ອງທ່ຽວທີ່ມີມາແຕ່ດົນນານ ເຊິ່ງມີຜູ້ນຳທ່ຽວຊົມ ດ້ວຍການນຳໃຊ້ເຄື່ອງແຜ່ພາບ ແລະ ພາກລາຍການໂດຍອັດຕະໂນມັດ. ລາຍການທ່ຽວຊົມ ແກ່ຍາວເປັນເວລາໜຶ່ງຊົ່ວໂມງເຄິ່ງ ໂດຍຍ່າງທ່ຽວຊົມຜ່ານບັນດາຄຸ້ມຖະໜົນໃນບໍລິເວນໃຈກາງ ຮ່າໂນ້ຍ.  ຈຸດທີ່ເປັນເອກະລັກຂອງລາຍການທ່ຽວຊົມດັ່ງກ່າວ ແມ່ນການເຊື່ອມຕໍ່ລະຫວ່າງສະຖານທີ່ສາມແຫ່ງນັ້ນແມ່ນ ຫໍພິພິທະພັນປະຫວັດສາດແຫ່ງຊາກ ກັບໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ປູຊະນີຍະສະຖານປະຫວັດສາດ ບັກໂບະຝຸ.(ໝາຍເຖິງສຳນັກງານອຳນາດການປົກຄອງພາກເໜືອ) ຜ່ານນັ້ນກໍ່ສາມາດຊ່ວຍແຂກທ່ອງທ່ຽວມີການສັງເກດໂດຍສັງລວມ ແລະ ສາມາດປຽບທຽບໄດ້ເພື່ອເຫັນໄດ້ເຖິງຄຸນຄ່າທີ່ພົ້ນເດັ່ນຂອງບັນດາກິດຈະກຳສະຖາປັດຕະຍະກຳ ການປະສົມປະສານລະຫວ່າງວັດທະນະທຳ ຫວຽດນາມ ກັບວັດທະນະທຳຝ່າຍຕາເວັນຕົກ ເມື່ອຕົ້ນສະຕະວັດທີ XX. ນາງ ຫງວຽນທິທູຮວານ ຮອງຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ຖືວ່າ:

“ລາຍການທ່ຽວຊົມນີ້ ບໍ່ພຽງແຕ່ເຊື່ອມຕໍ່ທາງດ້ານສະຖາປັດຕະຍະກຳເທົ່ານັ້ນ ຫານຍັງເປັນການເຊື່ອມຕໍ່ທາງດ້ານປະຫວັດສາດອີກດ້ວຍ. ຫໍພິພິທະພັນປະຫວັດສາດແຫ່ງຊາດ ແມ່ນກິດຈະກຳສະຖາປັດຕະຍະກຳ ຝລັ່ງ ທີ່ພົ້ນເດັ່ນ. ພ້ອມກັນນັ້ນໂຮງລະຄອນໃຫຍ່ ບັກໂບະຝຸທະນາຄານແຫ່ງລັດ ຫວຽດນາມ ໂຮງແຮມໂຊຟີແຕນ... ກໍ່ແມ່ນບັນດາກິດຈະກຳສະຖາປັດຕະຍະກຳ ເຊິ່ງຍາກທີ່ຈະຫາໄດ້ຢູ່ແຫ່ງໃດໃນໂລກນີ້”.

ລາຍການທ່ຽວຊົມໄດ້ເລີ່ມຈາກຫໍພິພິທະພັນປະຫວັດສາດແຫ່ງຊາດ ເຊິ່ງແມ່ນແຫ່ງເກັບຮັກສາ, ວາງສະແດງ ແລະ ແນະນຳປະຫວັດສາດ ຫວຽດນາມ ຈາກສະໄໝປະຖົມບູຮານມາຮອດປັດຈຸບັນ ໂດຍຜ່ານລະບົບເອກະສານ, ວັດຖຸພັນທີ່ລ້ຳຄ່າ ໃນນັ້ນມີບັນດາວັດຖຸພັນແມ່ນຂອງປະເສີດລະດັບຊາດ.

ສືບຕໍ່ການເດີນທາງທ່ຽວຊົມ ແຂກທ່ອງທ່ຽວຈະໄປຮອດໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ປູຊະນີຍະສະຖານປະຫວັດສາດ ບັກໂບະຝຸ. ຢູ່ແຫ່ງນີ້ແຂກທ່ອງທ່ຽວ ຈະໄດ້ຊອກຮູ້ກ່ຽວກັບຄຸນຄ່າສະຖາປັດຕະຍະກຳ ສິລະປະກຳປະຫວັດສາດ ຂອງກິດຈະກຳສອງແຫ່ງນີ້ ເພາະວ່ານີ້ບໍ່ພຽງແຕ່ແມ່ນບັນດາກິດຈະກຳທີ່ພົ້ນເດັ່ນ ແລະ ມີຊື່ສຽງຂອງ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງແມ່ນແຫ່ງຕິດພັນກັບເຫດການປະຫວັດສາດທີ່ສຳຄັນ. ບັກໂບະຝຸ ໝາຍເຖິງສຳນັກງານຂອງອຳນາດການປົກຄອງພາກເໜືອໃນສະໄໝ ຝລັ່ງ ຄອບຄອງ, ຕຶກອາຄານນີ້ພາຍຫຼັງທີ່ ຍີ່ປຸ່ນ ໂຄ່ນລົ້ນ ຝລັ່ງ ເມື່ອວັນທີ 9 ມີນາ ປີ 1945 ໄດ້ຖືກປ່ຽນເປັນທຳນຽບຜູ້ຕາງໜ້າພາກເໜືອ. ພາຍຫຼັງການປະຕິວັດເດືອນ ສິງຫາ ປີ 1945 ທ່ານປະທານ ໂຮ່ຈີມິນ ແລະ ລັດຖະບານຊົວຄາວ ແຫ່ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມານີ້ເຮັດວຽກຈົນຮອດມື້ທົ່ວປະເທດທຳການຕໍ່ຕ້ານ. ໃນໄລຍະເວລານັ້ນ ຕຶກອາຄານໄດ້ປ່ຽນຊື່ເປັນ ສຳນັກງານອຳນາດການປົກຄອງພາກເໜືອ. ສິ້ນສຸດສົງຄາມອິນດູຈີນ ປີ 1954, ສຳນັກງານອຳນາດການປົກຄອງພາກເໜືອໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່ ແລະ ກາຍເປັນເຮືອນຮັບແຂກຂອງລັດຖະບານ. ໂຮງລະຄອນໃຫຍ່ ຮ່າໂນ້ຍ ຖືກຕັ້ງບົນສະໜາມຫຼວງປະຕິວັດເດືອນ ສິງຫາ ບໍ່ຫ່າງໄກກັບຫໍພິພິທະພັນປະຫວັດສາດແຫ່ງຊາດ. ກິດຈະກຳນີ້ໂດຍຊາວ ຝລັ່ງ ໄດ້ເລີ່ມລົງມືກໍ່ສ້າງເມື່ອປີ 1901 ແລະ ສຳເລັດການກໍ່ສ້າງເມື່ອປີ 1911 ແລະ ຖືກກໍ່ສ້າງຕາມແບບໂຮງລະຄອນ ໂອເປລາກາມີເອີ ຢູ່ ປາຣີ. ລາຍການທ່ຽວຊົມດັ່ງກ່າວ ໄດ້ດຶງດູດຊາວນະຄອນຫຼວງເຂົ້າຮ່ວມຢ່າງຫຼວງຫຼາຍ. ນາງ ຖາຍງອກຕວຽດ  ໃຫ້ຮູ້ວ່າ:

 “ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອນະຄອນຮ່າໂນ້ຍ ໄດ້ຜ່ອນຜັນການແຍກຫ່າງສັງຄົມ ເພື່ອໃຫ້ບັນດາລູກເຕົ້າມາທ່ຽວຊົມຢ່ອນອາລົມ. ນີ້ກໍ່ແມ່ນສະຖານທີ່ທີ່ດູດດື່ມ ເຊິ່ງບັນດາຜູ້ເປັນພໍ່ເປັນແມ່ຄວນພາລູກເຕົ້າໄປທ່ຽວຫຼິ້ນໃນທ້າຍອາທິດ”. 

ສ່ວນຫຼານ ເຈິ່ນບ໋າວເລິມ  ນັກຮຽນຢູ່ ຮ່າໂນ້ຍ ເປີດເຜີຍວ່າ:

“ພວກລູກໄດ້ຮັບຟັງຄຳແນະນຳ ຂອງພວກອາ ກ່ຽວກັບຕົ້ນງິ້ວ ຕົ້ນໄຮ ແລະ ບັນດາສະຖາປັດຕະຍະກຳປະຫວັດສາດ. ລູກຊົມຊອບສະຖານທີ່ແຫ່ງນີ້ທີ່ສຸດ”.

ໃນການທ່ຽວຊົມຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ແຂກທ່ອງທ່ຽວຈະໄດ້ຢ້ຽມຊົມ ໂດຍມີເຄື່ອງແຜ່ພາບ ແລະ ພາກລາຍການໂດຍອັດຕະໂນມັດ ແນະນຳກ່ຽວກັບບັນດາວັດຖຸພັນທີ່ວາງສະແດງຢູ່ທີ່ນີ້.  ລາຍການທ່ອງຊົມ “ສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ” ແມ່ນການທ່ອງທ່ຽວທີ່ຈັບໃຈ ເຊິ່ງເປັນການປະກອບສ່ວນກະຕຸ້ນຄວາມຕ້ອງການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ,  ກ່ອນອື່ນໝົດແມ່ນລາຍການກະຕຸ້ນຄວາມຕ້ອງການທ່ອງທ່ຽວ ໃຫ້ແກ່ຊາວ ຮ່າໂນ້ຍ ໄປທ່ອງທ່ຽວຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ